ຊາວໜຸ່ມລາວ ໜີໄປເຮັດວຽກ ຢູ່ໄທຍຫຼາຍຂຶ້ນ
2023.05.18
ມາຮອດປັຈຸບັນ ຍັງມີຄົນລາວຈຳນວນຫຼາຍ ລັກລອບເດີນທາງໄປເຮັດວຽກ ຕາມຊາຍແດນ ຂອງປະເທດໄທຍ ຢ່າງຕໍ່ເນື່ອງ ແລະ ມີທ່າອຽງວ່າ ຈະເປັນກຸ່ມຊາວໜຸ່ມລາວ ທີ່ຕັດສິນໃຈ ປະລະການຮຽນ ຍ້ອນເສຖກິຈ ພາຍໃນປະເທດລາວ ຕົກຕໍ່າ ເຮັດໃຫ້ນັກຮຽນ-ນັກສຶກສາ ຈົບໃໝ່ ຈຳນວນຫຼາຍ ບໍ່ສາມາດຊອກວຽກເຮັດງານທຳ ດັ່ງທີ່ຮຽນຈົບມາໄດ້.
ດັ່ງຊາວໝຸ່ມລາວ ຢູ່ແຂວງ ສາຣະວັນ ຜູ້ນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 18 ພຶສພາ 2023 ນີ້ວ່າ:
“ຂຶ້ນກັບລາຍໄດ້ແດ່ ເພາະວ່າ ຢູ່ລາວນີ້ ປັຈຸບັນ ເງິນຕຣາເຟີ້ເດ້ເນາະ ເພາະວ່າເຮົາເຮັດວຽກຢູ່ລາວນີ້ ເງິນກໍຕໍ່າເດ້ ສ່ວນຫຼາຍເຂົາກໍຢາກໄປເຮັດວຽກ ຢູ່ຕ່າງປະເທດຫັ້ນນ່າ ຄື ປັຈຸບັນນີ້ ຮຽນຈົບກໍບໍ່ມີວຽກເຮັດ ແລ້ວບາດນີ້ ບາດນີ້ແລ້ວ ເຂົາຈຶ່ງບໍ່ຮຽນ. ບາດນີ້ເຂົາຈຶ່ງບໍ່ສົນໃຈຫຼາຍ. ບາດນີ້ ຢູ່ລ້າໆ ຫວ່າງງານຊື່ໆ ຫັ້ນນ່າ.”
ຂະນະດຽວກັນ ຊາວໜຸ່ມລາວທີ່ສົນໃຈໄປເຮັດວຽກ ຢູ່ໄທຍ ສ່ວນຫຼາຍ ພັດຍັງບໍ່ມີເງິນທຶນ ໃນການແລ່ນເອກກະສານ ເພື່ອເດີນທາງໄປເຮັດວຽກຢູ່ປະເທດໄທຍ ແບບຖືກກົດໝາຍ ອີກທັງ ຍັງບໍ່ສາມາດເຂົ້າເຖິງ ການຊ່ອຍເຫຼືຶອ ຈາກກົມການຈັດຫາງານ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ ໂດຍສະເພາະ ຜູ້ທີ່ຢູ່ໃນເຂດນອກ ແລະ ພື້ນທີ່ຫ່າງໄກສອກຫຼີກ.
ດັ່ງ ຊາວໜຸ່ມລາວ ຜູ້ດຽວກັນນີ້ ກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຄືຕອນນີ້ອ້າຍຫັ້ນສົນໃຈ ມາເຮັດວຽກຢູ່ໄທຍ ແຕ່ວ່າ ຕິດຕໍ່ບໍ່ມີຜູ້ມາເຮັດວຽກນຳ ບາດທີ່ນີ້ ກໍມາຮຽນພາສາເກົາຫລີ ຢູ່ວຽງຈັນຫັ້ນເເຫຼະ ຖ້າຢູ່ໄທຍມີວຽກ ອ້າຍກໍມາເຮັດວຽກຢູ່ໄທຍ ແລ້ວ ເຮົາບໍ່ຮູ້ວິທີຕິດຕໍ່ເດ້ ແມ່ນແຫຼະ ຍັງບໍ່ທັນເທຶ່ອ ເອິ ແມ່ນແຫຼະ ຄ່າເງິນມັນຕໍ່າຫັ້ນນ່າ.”
ໃນໄລຍະ 1-2 ເດືອນມານີ້ ຊາວໜຸ່ມລາວ ປະມາ 30% ຕັດສິນໃຈ ປະລະການຮຽນ ແລະ ລັກລອບເດີນທາງ ເຂົ້າປະເທດໄທຍ ເນື່ອງຈາກການໄປເຮັດວຽກ ຢູ່ປະເທດໄທຍ ແບບຖືກຕ້ອງຕາມກົດໝາຍ ຕາມ ລະບົບ MOU ນັ້ນ ມີຄ່າໃຊ້ຈ່າຍ ຈຳນວນຫຼາຍ ອີກທັງ ຕ້ອງອາຍຸບໍ່ຕໍ່າກວ່າ 18 ປີ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງນາງນຶ່ງ ກ່າວວ່າ:
“ຖ້າເອົາຖືກຕ້ອງຕາມກົດໝາຍເລີຍ ຕາມທີ່ເຂົາມັກໄປ ແຕ່ວ່າເຂົາກະເຮັດພາສປອດ ທ່ອງທ່ຽວໄປເນາະ ເທົ່າທີ່ຮັບຮູ້ໄດ໋ ກໍປະມານ 18 ປີ ເພາະວ່າ ຖ້າບໍ່ຮອດ18 ອາດຈະໄປບໍ່ໄດ້ ແຕ່ວ່າບາງຄົນຂະເຈົ້າກະເຮັດທ່ອງທ່ຽວ ກໍ່ໜ້າຈະເປັນ 15-16ໄປ ຕາມກະແສນິຍົມເນາະ ເຫັນຄົນໄປຫຼາຍແນວນີ້ ພໍ່ແມ່ ໂດຍບາງຄົນ ພໍ່ແມ່ ກໍຢູ່ເຂດນອກ ກໍຊິບໍ່ມີຂໍ້ມູນຫຼາຍ ແຕ່ວ່າເຫັນຄົນ ກໍຢາກສົ່ງເສີມໃຫ້ລູກໄປ.”
ຍານາງກ່າວອີກວ່າ ກ່ອນໜ້ານີ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງຄົງຈັດຝຶກວິຊາຊີບ ໃຫ້ແກ່ນັກຮຽນ-ນັກສຶກສາ ໃນຂແນງ ວຽກຕ່າງໆ ເປັນຕົ້ນ ສ້ອມແປງຣົຖຈັກ, ຊ່າງໄຟຟ້າ, ແລະ ຕັດຫຍິບ ແຕ່ຍັງຄົງຂາດບຸຄລາກອນ ແລະ ອຸປກອນຈຳນວນຫຼາຍ ອີກທັງ ພາຍຫລັງຈົບການສຶກສາ ຜູ້ທີ່ສມັກເຂົ້າຮຽນ ພັດບໍ່ມີວຽກເຮັດ ຫຼື ມີວຽກເຮັດ ແຕ່ ໄດ້ລາຍໄດ້ໜ້ອຍ ບໍ່ສອດຄ່ອງກັບສະພາບເງິນເຟີ້, ສະນັ້ນ ເຂົາເຈົ້າ ຈຶ່ງຕັດສິນໃຈເດີນທາງ ໄປຊອກວຽກ ຢູ່ປະເທດໄທຍ ຍ້ອນມີຊາຍແດນ ຕິດກັບປະເທດລາວ ແລະ ບໍ່ຕ້ອງຮຽນພາສາຕື່ມ ຄືກັບ ການເດີນທາງ ໄປປະເທດເກົາຫລີໃຕ້.
ທີ່ຜ່ານມາ ຫຼາຍພາກສ່ວນ ຈະແນະນຳໃຫ້ຄົນງານລາວ ທີ່ຕ້ອງການໄປເຮັດວຽກ ຢູ່ຕ່າງປະເທດ ດຳເນີນການແບບຖືກກົດໝາຍ ແຕ່ພັດບໍ່ປຕິບັດຕາມ ສ່ວນນຶ່ງເປັນຍ້ອນ ຂັ້ນຕອນໃນການແລ່ນເອກກະສານ ມີຄ່າໃຊ້ຈ່າຍ ຂ້ອນຂ້າງສູງ ປະມານ 15,000-20,000 ບາທ ຫຼື ປະມານ 7.8–10.4 ລ້ານກີບ/ຄົນ, ຂຶ້ນກັບ ບໍຣິສັດ ຈັດຫາງານ ແຕ່ລະຫົວໜ່ວຍ.
ດັ່ງ ພະນັກງານ ບໍຣິສັດຈັດຫາງານ ທ່ານນຶ່ງກ່າວວ່າ:
“ແລ້ວແຕ່ ຂະເຈົ້າຈະເກັບຈັ່ງຊີນ່າ ຢູ່ລາວນີ້ນ່າ ເຣື່ອງທີ່ວ່າຄັນທຸກ ສິ່ງທຸກຢ່າງເຮົາເຮັດເອົາແທ້ ກໍຊິຖືກຢູ່ປະມານໝື່ນປາຍ. ອ້າຍກໍບໍ່ແນ່ໃຈວ່າ ບໍຣິສັດທີ່ໄດ້ມາແລ່ນເອກກະສານ ໃຫ້ແຮງງານນີ້ ເຂົາໄດ້ກູ້ຢືມເງິນມາແລ່ນໃຫ້ເຮົາບໍ່ ຄັນຕິ... ມັນກໍຕ້ອງໄດ້ໃຊ້ເງິນຢ່າງຂີ້ຮ້າຍ ກໍຕ້ອງເປັນ 6-7 ພັນບາທ ບາງບໍຣິສັດກໍ 4-5 ພັນ ອັນນີ້ ແລ້ວແຕ່ເນາະ ໄລ່ຄ່າຣົຖ, ຄ່າພັກ, ຄ່າເຊົ່າ ອິຫຍັງ ກວດໂຣກ ອິຫຍັງ.”
ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ທາງການລາວ ມີແຜນຈະປ່ອຍເງິນກູ້ ໃນລະບົບ ໃຫ້ແກ່ຄົນງານລາວ ທີ່ສົນໃຈ ໄປເຮັດວຽກຢູ່ຕ່າງປະເທດ ແຕ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ຍ້ອນຄົນງານລາວ ທີ່ສົນໃຈກູ້ເງິນ ເພື່ອດຳເນີນການ ແລ່ນເອກກະສານໄປເຮັດວຽກ ພັດບໍ່ມີຄຸນນະສົມບັດ ພຽງພໍ ທີ່ຈະຂໍກູ້ຢືມໄດ້ ສະນັ້ນ ຈຶ່ງຈຳເປັນ ຕ້ອງກູ້ຢືມເງິນລ່ວງໜ້າ ຈາກບໍຣິສັດ ຈັດຫາງານກ່ອນ ເຊິ່ງທາງບໍຣິສັດ ມັກຈະໄລ່ດອກເບັ້ຽການກູ້ຢືມເງິນ ເພີ່ມຕື່ມ ເຊິ່ງອາດສູງກວ່າ ການຢືມເງິນ ນຳທະນາຄານ.
ອີງຕາມການຣາຍງານ ຂອງ ທ່ານ ວົງຕາວັນ ໄຊຍະວົງ ຜູ້ປະສານງານ ໂຄງການຮ່ວມມື ສາມຝ່າຍໃນອາຊ້ຽນ, ອົງການແຮງງນສາກົລ ກ່າວໃນຣາຍງານ ສຳພາດພິເສດ ໃນຫົວຂໍ້ວ່າ “ການປົກປ້ອງສິດ ຂອງຄົນງານ ເຄື່ອນຍ້າຍ” ໃນວັນທີ່ 12 ທັນວາ 2022 ທີ່ຜ່ານມາ ວ່າ ຊາວໜຸ່ມລາວ ຈຳນວນຫຼາຍ ຕ້ອງການໄປເຮັດວຽກ ຢູ່ຕ່າງປະເທດ ໂດຍທີ່ບໍ່ທັນໄດ້ສຶກສາ ຂໍ້ມູນກ່ຽວກັບການຈ້າງງານ ລ່ວງໜ້າ ສະນັ້ນ ເມື່ອເດີນທາງໄປຮອດ ບ່ອນເຮັດວຽກ ແລະ ບໍ່ເປັນໄປຕາມ ທີ່ໂຕເອງຄາດໝາຍ ເຮັດໃຫ້ບໍ່ຢາກເຮັດວຽກນັ້ນ ແລະ ຕັດສິນໃຈໂຕນໜີ ຈົນກາຍເປັນ ບຸກຄົນ ທີ່ບໍ່ໄດ້ຮັບການຄຸ້ມຄອງ ຕາມກົດໝາຍ, ສ່ຽງຕໍ່ການຖືກຕົວະຍົວະ ແລະ ຕົກເປັນເຫຍື່ອ ການຄ້າມະນຸສ.
ຫຼ້າສຸດນີ້, ເມື່ອວັນທີ່ 16 ພຶສພາ ທີ່ຜ່ານມາ ຕຳຣວດດ່ານກວດຄົນເຂົ້າ ເມືອງສີຄິ້ວ (ແຂວງນະຄອນຣາຊສີມາ) ແລະ ພາກສ່ວນທີ່ກ່ຽວຂ້ອງ ກວດພົບຄົນໄທຍ 2 ຄົນ ທີ່ນຳພາຄົນງານລາວ ທີ່ເດີນທາງມາຈາກ ແຂວງສາຣະວັນ ເຂົ້າມາຍັງປະເທດໄທຍ ຈຳນວນ 12 ຄົນ ເປັນເພດຍິງ 9 ຄົົນ ແລະ ເພດຊາຍ 3 ຄົນ ມີອາຍຸລະຫວ່າງ 18-58 ປີ. ໃນນີ້ ມີພຽງນຶ່ງຄົນເທົ່ານັ້ນ ທີ່ມີເອກກະສານຜ່ານແດນ ແບບຖືກຕ້ອງ ສ່ວນເຫຼືອອີກ 11 ຄົນ ແມ່ນບໍ່ມີເອກກະສານ ມີຄວາມຜິດ ຖານະເປັນບຸກຄົນຕ່າງດ້າວ ທີ່ເດີນທາງເຂົ້າ ແລະ ຢູ່ໃນປະເທດໄທຍ ແບບ ບໍ່ໄດ້ຮັບອນຸຍາດ ຂະນະທີ່ ຄົນໄທຍ 2 ຄົນ ມີຄວາມຜິດ ຖານະໃຫ້ການຊ່ວຍເຫຼືອຄົນຕ່າງດ້າວ ທີ່ເຂົ້າປະເທດໄທຍ ແບບບໍ່ຖືກກົດໝາຍ.