ຜູ້ຖືກຜົລກະທົບ ຈາກການກໍ່ສ້າງ ສນາມບິນໜອງຄ້າງ ຍັງບໍ່ໄດ້ຄ່າຊົດເຊີຍ ຄົບຖ້ວນ
2023.03.20

ໂຄງການສນາມບິນໜອງຄ້າງ ຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ມີກໍານົດຈະສົ່ງມອບໃຫ້ຣັຖບານ ພາຍໃນວັນທີ 30 ເດືອນເມສາ ປີ 2023 ນີ້ ຫຼັງຈາກທີ່ກໍ່ສ້າງມາເປັນເວລາ 8 ປີປາຍ ເນື່ອງຈາກ ບໍຣິສັດ ຮອງ ແອງ ຍາລາຍ ຈາກປະເທດວຽດນາມ ຜູ້ຮັບເໝົາກໍ່ສ້າງໂຄງການນີ້ ປະສົບບັນຫາທາງດ້ານການເງິນ, ເຊິ່ງມາຮອດປັດຈຸບັນ ການກໍ່ສ້າງໂຄງການນີ້ ມີຄວາມຄືບໜ້າແລ້ວ 90.34% ແລະກໍາລັງເຣັ່ງດໍາເນີນການ ຢ່າງຕໍ່ເນື່ອງ ເພື່ອໃຫ້ການກໍ່ສ້າງສໍາເຣັດ ກ່ອນມີພິທີ ສົ່ງມອບສນາມບິນ ໃຫ້ແກ່ຣັຖບານລາວ ໃນວັນທີ 30 ເດືອນເມສາ ປີນີ້, ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌ ວັນທີ 9 ມີນາ ປີ 2023 ນີ້.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຂແນງການ ທີ່ກ່ຽວຂ້ອງ ຢູ່ແຂວງຫົວພັນ ນາງນຶ່ງ ກໍຢືນຢັນວ່າ ໂຄງການສນາມບິນໜອງຄ້າງ ມີແຜນຈະສົ່ງມອບ ພາຍໃນເດືອນເມສານີ້ແທ້ ແຕ່ກໍຍັງບໍ່ທັນລະບຸຢ່າງຄັກແນ່ເທື່ອວ່າ ຈະເຣີ່ມເປີດໃຊ້ເມື່ອໃດ ຍັງຕ້ອງລໍຖ້າຟັງການຊີ້ນໍາ ຂອງຣັຖບານອີກເທື່ອນຶ່ງກ່ອນ.
ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 9 ມີນາ ນີ້ວ່າ:
“ເຈົ້າ ຮັບມອບປີນີ້ ຍັງບໍ່ທັນມອບຮັບເທື່ອ ເອີ່ ທາງນີ້ ກະບໍ່ຮູ້ນໍາເພິ່ນຄືກັນເນາະ ໄທເຮົາກະມີແຕ່ຖແລງ ຊິອັນນັ້ນຕື່ມຕ່າງຫາກເນາະ.”
ໃນຂະນະທີ່ ຫຼາຍພາກສ່ວນ ຢູ່ແຂວງຫົວພັນ ທັງຜູ້ປະກອບການທຸຣະກິຈ ດ້ານການທ່ອງທ່ຽວ ຕລອດຈົນຊາວບ້ານທົ່ວໄປ ກໍລ້ວນແຕ່ລໍຖ້າ ໃຫ້ມີການເປີດໃຊ້ສນາມບິນໜອງຄ້າງແບບໄວທີ່ສຸດ ເນື່ອງຈາກເຊື່ອວ່າ ຈະເຮັດໃຫ້ນັກທ່ອງທ່ຽວ ຫຼັ່ງໄຫຼເຂົ້າມາທ່ຽວແຂວງຫົວພັນ ຫຼາຍຂຶ້ນ ແລະເຊື່ອວ່າ ເຮືອບິນທີ່ຈະບິນມາລົງຢູ່ສນາມບິນໜອງຄ້າງນັ້ນ ຈະແມ່ນເຮືອບິນຂນາດກາງ ເຊິ່ງຈະປີ້ໂດຍສານ ລາຄາຖືກກວ່າເຮືອບິນຂນາດນ້ອຍ ທີ່ບິນມາລົງຢູ່ສນາມບິນ ນາທອງ ເມືອງຊໍາເໜືອ ໃນປັດຈຸບັນ.
ດັ່ງຜູ້ປະກອບການ ໂຮງແຮມ ຢູ່ເມືອງຊໍາເໜືອ ນາງນຶ່ງ ກ່າວວ່າ:
“ໜ້າຈະເພີ່ມຂຶ້ນຫຼາຍ ເພາະວ່າ ມັນມີຍົນໃຫຍ່ເນາະ ແລະກໍປີ້ຍົນຫັ້ນ ມັນຈະຖືກກວ່າໂຕຍົນນ້ອຍ ສນາມບິນໜອງຄ້າງ ເພິ່ນຍັງບໍ່ທັນໄດ້ເປີດນໍາໃຊ້ເທື່ອ ດຽວນີ້ ຍັງນໍາໃຊ້ແຕ່ສນາມບິນນາທອງ.”
ທາງດ້ານຊາວບ້ານ ຢູ່ເມືອງຊໍາເໜືອ ອີກທ່ານນຶ່ງ ກໍເຊື່ອວ່າ ຄັນສນາມບິນໜອງຄ້າງ ເປີດໃຊ້ແບບເປັນທາງການແລ້ວ ຈະເປັນສນາມບິນ ທີ່ອໍານວຍຄວາມສະດວກ ແກ່ການເດີນທາງໄປ ນະຄອນຫຼວງວຽງຈັນ ຫຼາຍຂຶ້ນ ແລະກໍເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງຫົວພັນຫຼາຍຂຶ້ນ ເນື່ອງຈາກເຮືອບິນຂນາດນ້ອຍ ທີ່ບິນໄປມາລະຫວ່າງ ສນາມບິນນາທອງ ແຂວງຫົວພັນ ກັບສນາມບິນສາກົລວັດໄຕ ສາມາດຮອງຮັບຜູ້ໂດຍສານ ໄດ້ແຕ່ປະມານ 12 ຄົນຕໍ່ຖ້ຽວ.
ດັ່ງທ່ານກ່າວວ່າ:
“ຂ້ອຍຄິດວ່າ ຄົນໜ້າຈະມາທ່ຽວຫຼາຍ ເພາະມັນກໍມີ ບ່ອນທ່ອງທ່ຽວຫຼາຍຢູ່ ແຕ່ທາງມັນຍາກ ດຽວນີ້ໆ ຖ້າຈະໄປທາງເຄື່ອງ ນັ່ງເຄື່ອງ ມັນກະມີເຄື່ອງບິນນ້ອຍເນາະ ນັ່ງໄດ້ 12 ຄົນຕໍ່ຖ້ຽວ ໂຕໜອງຄ້າງ ຕາມແຜນເພິ່ນກະວ່າ ທ້າຍເດືອນ 4 ວ່າຊັ້ນ.”
ສໍາລັບການເດີນທາງ ດ້ວຍເຮືອບິນຂນາດນ້ອຍ ລະຫວ່າງສນາມບິນນາທອງ ແຂວງຫົວພັນ ກັບສນາມບິນສາກົລວັດໄຕ ປັດຈຸບັນ ໃຊ້ເວລາເດີນທາງປະມານ 70 ນາທີ ໂດຍອັດຕຣາຄ່າປີ້ໂດຍສານເຮືອບິນ ຢູ່ທີ່ 1 ລ້ານ 3 ແສນປາຍກີບຕໍ່ຖ້ຽວ ເຊິ່ງຖືວ່າເປັນລາຄາທີ່ແພງສໍາລັບຊາວບ້ານທົ່ວໄປ.
ດັ່ງຜູ້ປະກອບການ ຮັບຈອງປີ້ເຮືອບິນກ່າວວ່າ:
“ບິນ 1 ຊົ່ວໂມງ 10 ນາທີ ມັນມີລາຄາ 1 ລ້ານ 3 ແສນ 50 ພັນ ລາຄາດຽວ ຖ້າໜອງຄ້າງ ແລ້ວໜ້າຈະເປັນຍົນໃຫຍ່ ກະຍັງບໍ່ມີແຜນເທື່ອ.”
ແຕ່ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ ຊາວບ້ານປະມານ 20 ປາຍຄອບຄົວ (ຈາກຈໍານວນທັງໝົດ 64 ຄອບຄົວ) ຢູ່ບ້ານໜອງຄ້າງ ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງສນາມບິນ ໜອງຄ້າງ ທີ່ຖືກດິນແດງ ຈາກການກໍ່ສ້າງ ຂອງໂຄງການດັ່ງກ່າວ ໄຫຼລົງໃສ່ເນື້ອທີ່ປູກເຂົ້າ ຈົນໄດ້ຮັບຄວາມເສັຍຫາຍນັ້ນ ກໍຍັງບໍ່ທັນໄດ້ຮັບເງິນຊົດເຊີຽ ຂອງງວດປີ 2022 ເທື່ອ ແລະກໍຍັງບໍ່ມີພາກສ່ວນໃດ ມາເບິ່ງແຍງ ແລະຕິດຕາມຄ່າຊົດເຊີຽໃຫ້ເທື່ອ.
ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:
“ໂອ້ 2022 ນີ້ບໍ່ທັນໄດ້ ກະຍັງຫຼາຍໂອ່ ຢູ່ 20 ກວ່າຫຼັງຄາເຮືອນ ຄ່າຊົດເຊີຽນີ້ ໄດ້ແຕ່ປີກ່ອນພຸ້ນ ປະທ້ວງມາຈັກເທື່ອແລ້ວເດ້ ມີຄວາມຫຍຸ້ງຍາກຢູ່ ເພິ່ນກະຍັງບໍ່ທັນແກ້ໄຂໄດ້.”
ບໍຣິສັດ ຮອງ ແອງ ຍາລາຍ ຂອງວຽດນາມ ໄດ້ເຣີ່ມກໍ່ສ້າງໂຄງການສນາມບິນ ໜອງຄ້າງ ໃນເນື້ອທີ່ 200 ປາຍເຮັກຕ້າຣ໌ ມາຕັ້ງແຕ່ທ້າຍປີ 2014 ໂດຍໃຊ້ມູນຄ່າກໍ່ສ້າງທັງໝົດ 74 ລ້ານໂດລ້າຣ໌ສະຫະຣັຖ ຫຼືປະມານ 616 ຕື້ກີບ, ຈາກນັ້ນ ມາຮອດປີ 2015 ໂຄງການດັ່ງກ່າວ ກໍໄດ້ຖືກໂຈະການກໍ່ສ້າງ ຍ້ອນບໍຣິສັດດັ່ງກ່າວ ບໍ່ມີງົບປະມານມາກໍ່ສ້າງ ເນື່ອງຈາກ ປະສົບບັນຫາດ້ານໜີ້ສິນ ຢ່າງໜັກ, ຈົນມາຮອດປີ 2018 ກໍໄດ້ກັບມາສືບຕໍ່ສ້າງ ແຕ່ກໍໄດ້ໂຈະການກໍ່ສ້າງຕື່ມອີກເທື່ອນຶ່ງ ໃນເດືອນມີນາ ປີ 2020 ຍ້ອນການແຜ່ຣະບາດ ຂອງໂຄວິດ-19 ແລະກໍໄດ້ກັບມາສືບຕໍ່ກໍ່ສ້າງ ຈົນມາຮອດປັດຈຸບັນນີ້.
ສໍາລັບເຮືອບິນ ທີ່ຈະໃຊ້ບິນລົງຢູ່ສນາມບິນໜອງຄ້າງ ແມ່ນເຮືອບິນໃບພັດປະເພດ ATR72 ເຊິ່ງເປັນເຮືອບິນຂນາດກາງ ທີ່ສາມາດຮອງຮັບຜູ້ໂດຍສານໄດ້ 70 ຫາ 100 ບ່ອນນັ່ງ ເຊິ່ງຈະມີຖ້ຽວບິນໄປຍັງສນາມບິນຕ່າງໆ ພາຍໃນປະເທດ ເປັນຕົ້ນ ສນາມບິນສາກົລວັດໄຕ, ສນາມບິນສາກົລຫຼວງພຣະບາງ, ສນາມບິນອຸດົມໄຊ, ສນາມບິນສາກົລຈໍາປາສັກ, ສນາມບິນສາກົລ ສວັນນະເຂດ ແລະສນາມບິນຫ້ວຍຊາຍ ແຂວງບໍ່ແກ້ວ, ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນ ທາມສ໌ ວັນທີ 9 ມີນາ ປີ 2023 ນີ້.