ໃນວັນອາທິດ ວັນທີ 6 ພືສຈິກາ ຜ່ານມານີ້ ວິທຍຸ ເອເຊັຽເສຣີ ໄດ້ສເນີຂ່າວ ວ່າປະຊາຊົນ 22 ຄອບຄອບ ທີ່ເສັຽທີ່ດິນ ແລະສິ່ງປຸກສ້າງ ໃຫ້ໂຄງການ ຂຍາຍເສັ້ນທາງ ໄປຫາ ສະໜາມກິລາ ແຫ່ງຊາດ ຫລັກ 16 ນັ້ນ ຍັງບໍ່ທັນ ໄດ້ຮັບ ຄ່າຊົດເຊີຍ ງວດທີ 2 ນັ້ນເທື່ອ ຊຶ່ງໃນ ເວລານີ້ ທາງ ກະຊວງ ໂຍທາທິການ ແລະຂົນສົ່ງ ເປັນຜູ້ຮັບ ຜິດຊອບ ໃນການຫາເງິນ ມາໃຫ້ ຄ່າຊົດເຊີຍ ຊາວບ້ານ. ຫລ້າສຸດນີ້ ທາງ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ທ່ານ ແພງ ດວງເງິນ ຫົວໜ້າ ກົມຂົວທາງ ກະຊວງ ໂຍທາທິການ ແລະຂົນສົ່ງ ຊຶ່ງໄດ້ຮັບ ຄໍາຕອບ ວ່າ:
"ເຮົາກະກໍາບໍ່ໄດ້ ໂຕນີ້ນ່າ ເຮົາກໍມາຢູ່ໃໝ່ ແດ່ເນາະ ເຮົາກະກໍາ ບໍ່ໄດ້ລະອຽດ ປານໃດ ສ້າງສນາມກິລາ ຊີເກມນີ້ ເຮົາກ່າ ສະນັ້ນ ເຮົາ ກ່າບໍ່ໄດ້ ຢູ່ແດ່ ເຮົາກ່າ ກໍາບໍ່ໄດ້ ຖີ່ປານໃດ ເອີ່ ສິຖາມໃຜນໍ້ ໂຕນີ້ເນາະ ເອີ ເອີ ຂໍໂທດນໍາ ບໍ່ຮູ້ວ່າເພິ່ນ ຊໍາລະ ກັນໝົດຫຼືບໍ່ ເຮົາກ່າກໍາ ບໍ່ໄດ້ເດີ ຂໍໂທດນໍາ".
ຣາຍງານ ຜ່ານມາວ່າ ຊາວບ້ານ 22 ຄອບຄົວ ທີ່ເສັຽທີ່ດິນ ແລະ ສິ່ງປູກສ້າງ ໃຫ້ ໂຄງການບຸກເບີກ ເສັ້ນທາງ ຈາກເຂດວົງວຽນ ບ້ານ ດອນໜູນ ໄປຫາ ສະໜາມກິລາ ແຫ່ງຊາດ ຫລັກ 16 ໃນຊ້ວງ ການແຂ່ງຂັນ ກິລາ ຊີເກມ ປີ 2009 ຍັງບໍ່ທັນ ໄດ້ຮັບຄ່າ ຊົດເຊີຍງວດ ທີສອງ ມູນຄ່າ 1.2 ຕື້ກີບ ນັ້ນເທື່ອ, ແຕ່ໄດ້ຮັບ ຄ່າຊົດເຊີຍ ງວດທີ 1 ເປັນເງິນ ມູນຄ່າ ປະມານ 4 ຕື້ກີບ ໃນປີ 2011 ຕາມຂໍ້ຕົກລົງ ຂອງ ເຈົ້າຄອງ ນະຄອນຫຼວງ ວຽງຈັນ. ຈາກ ການເປີດເຜີຍ ຂອງຊາວບ້ານ ຄົນນຶ່ງ ທີ່ບໍ່ປະສົງ ອອກຊື່ ແລະ ອອກສຽງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
ໃນຕົ້ນປີຜ່ານມາ ເຂົາເຈົ້າໄດ້ຍື່ນ ໜັງສືໄປຫາ ຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ, ແລະຕໍ່ມາ ຫ້ອງວ່າການ ສໍານັກງານ ນາຍົກ ຣັຖມົນຕຼີ ຈຶ່ງມອບໃຫ້ ກະຊວງ ໂຍທາ ທິການ ແລະຂົນສົ່ງ ຊອກຫາ ງົບປະມານ ມາແກ້ໄຂ ຊົດເຊີຍໃຫ້ ຜູ້ທີ່ຮັບ ຜົນກະທົບ 22 ຄອບຄົວ ດັ່ງກ່າວ.
ຕໍ່ມາໃນເດືອນ ເມສາ ປີ 2016 ນີ້ ປະຊາຊົນ ຜູ້ໄດ້ຮັບ ຜົນກະທົບ ໄດ້ຂຽນ ໃບສະເໜີ ໄປຫາ ອໍານາດ ການປົກຄອງ ເມືອງ ໄຊທານີ ເພື່ອ ທວງຖາມ ຄ່າຊົດເຊີຍ ງວດທີສອງ. ຕໍ່ມາ ໃນວັນທີ 20 ມິຖຸນາ ຫ້ອງການ ປົກຄອງເມືອງ ໄຊທານີ ຈຶ່ງ ມີໜັງສື ແຈ້ງການ ເຖີງ ກົມຂົວທາງ ໂດຍ ຮຽກຮ້ອງໃຫ້ ກະຊວງ ໂຍທາ ທິການ ແລະຂົນສົ່ງ ຊ່ວຍຕິດຕາມ ຄົ້ນຄວ້າ ເຣື້ອງ ງົບປະມານ ເພື່ອມາ ຊົດເຊີຍ ງວດທີ 2 ໃຫ້ແກ່ ປະຊາຊົນ, ແລະວ່າ ຖ້າບໍ່ມີ ງົບປະມານ ມາຊົດເຊີຍ ຂໍໃຫ້ແຈ້ງການ ເປັນລາຍລັກ ອັກສອນ ເພື່ອ ຈະໄດ້ແຈ້ງ ຕໍ່ ປະຊາຊົນ ເພື່ອບໍ່ໃຫ້ ເຂົາເຈົ້າ ຄອງຄອຍ.
ຕໍ່ມາໃນວັນທີ 31 ຕຸລາ ທ່ານ ວົງສີ ຕີແຕ່ງ ຮອງຫົວໜ້າ ຫ້ອງການ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ໂຕບັນຫາດັ່ງກ່າວ ຈໍານວນ 22 ຄອບຄົວນີ້ ກະຊວງ ໂຍທາທິການ ມີຄິດໄລ່ ເປັນເງິນ ເທົ່າໃດ ເຮືອນ ຂະໜາດໃດ ເຮືອນໄມ້ ຄິດໄລ່ ແມັດກາເລ້ ເທົ່າໃດ ເຮືອນ ກໍ່ຊິໄລ່ ແມັດກາເລ້ ເທົ່າໃດ ແມ່ນເພິ່ນ ຄິດໄລ່ ຊີ້ແຈງມາເດ້. ອັນນີ້ ພວກເຮົາ ບໍ່ທັນເຫັນ ເທື່ອດຽວນີ້ໄດ້ ສອບຖາມ ກະຊວງ ໂຍທາທິການ ສະກ່ອນ".
ຊາວບ້ານຈົ່ມວ່າ ບັນຫານີ້ ແກ່ຍາວ ມາດົນເຕີບ ແລ້ວ ແລະວ່າ ຕັ້ງແຕ່ ໂຍກຍ້າຍ ໄປຢູ່ບ່ອນໃໝ່ ການດໍາຣົງ ຊີວິດ ປະສົບກັບຄວາມ ຫຍຸ້ງຍາກ ຫຼາຍຢ່າງ ຈຶ່ງຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ແກ້ໄຂ ບັນຫານີ້.