ຊາວອຸດົມໄຊເຊົາປູກ ໝາກອຶ ໝາກຖົ່ວ

ສຸພັດຕາ
2021.02.11
ຊາວອຸດົມໄຊເຊົາປູກ ໝາກອຶ ໝາກຖົ່ວ ຫມາກອຶ ທີ່ ຊາວສວນບ້ານນາສະຫວ່າງ ແລະບ້ານຂວາງ ເມືອງນາຫມໍ້ ແຂວງອຸດົມໄຊ ມີບັນຫາສົ່ງໄປຈີນ
ພາບປະກອບ: ນັກຂ່າວພົລເມືອງ

ປີນີ້ຊາວກະສິກອນ ຢູ່ແຂວງອຸດົມໄຊ ຫຼຸດເນື້ອທີ່ປູກໝາກອຶ ແລະ ໝາກຖົ່ວເບີ ລົງ, ບາງຄອບຄົວກໍປ່ຽນໄປປູກພືດອື່ນທົດແທນ ຫຼື ໄປເຮັດອາຊີບ. ສະເພາະ ຢູ່ ບ້ານຂວາງ, ເມືອງນາໝໍ້ ແຂວງອຸດົມໄຊ ປີນີ້ ມີເນື້ອທີ່ປູກໝາກອຶ ຫຼຸດລົງ ເຫຼືອ 200 ເຮັກຕາຣ໌ ຈາກ ປີກາຍທີ່ມີ 400 ເຮັກຕາຣ໌, ເນື່ອງຈາກການສົ່ງໝາກອຶ ອອກໄປຈີນນັ້ນ ບໍ່ສະດວກຄືແຕ່ກ່ອນ ເຮັດໃຫ້ຊາວກະສິກອນ ຈໍານວນນຶ່ງ ຕ້ອງປ່ຽນໄປປູກອ້ອຍ ແລະອີກຈໍານວນນຶ່ງ ກໍປ່ຽນໄປເຮັດໄຮ່ ຫຼື ລ້ຽງປາ ແທນການປູກໝາກອຶ ໃຫ້ນາຍທຶນຈີນ, ອີງຕາມຄວາມເວົ້າ ຂອງ ຊາວກະສິກອນ ປູກໝາກອຶ ຢູ່ບ້ານຂວາງ, ເມືອງນາໝໍ້ ຕໍ່ວິທຍຸ ເອເຊັຽ ເສຣີ  ໃນວັນທີ 11 ກຸມພາ ນີ້:

“ຄືຜ່ານມາ ກໍປູກຫຼາຍ ໂອ່, ປັດຈຸບັນນີ້ ບໍ່ຫຼາຍ ປັດຈຸບັນນີ້ ກໍແມ່ນບໍຣິສັດນໍ້ ບໍ່ມາເນາະ, ປິດດ່ານເດ້ ກໍບໍ່ຊ່າງເຮັດແນວໃດ, ມີແຕ່ ເຮັດໄຮ່, ເຮັດນາ, ລ້ຽງປູ, ລ້ຽງປາ ກໍມີ ກໍໄປແລ່ນຣົດ ແລ່ນລາງ, ກໍໄປເຮັດສວນອ້ອຍ ສວນຫຍັງກໍມີ ຈະນັ້ນໄປໂອ້.”

ຊາວກະສິກອນຜູ້ນີ້ ເວົ້າຕື່ມວ່າ ບໍ່ພຽງແຕ່ເນື້ອທີ່ປູກໝາກອຶ ທີ່ຫຼຸດລົງ, ຈໍານວນ ຊາວກະສິກອນ ທີ່ປູກໝາກອຶ ພາຍໃນບ້ານກໍຫຼຸດ ລົງເຊັ່ນດຽວກັນ ຄືປີກາຍ ມີຊາວກະສິກອນ ປູກໝາກອຶ ໃຫ້ຈີນ 70 ຄອບຄົວ, ແຕ່ປີນີ້ເຫຼືອແຕ່ 30 ຄອບຄົວ ເທົ່ານັ້ນ.

ຊາວກະສິກອນປູກໝາກຖົ່ວເບີ ຢູ່ບ້ານນາຮົ່ມ, ເມືອງແບງ ແຂວງອຸດົມໄຊ ເວົ້າວ່າ ປີນີ້ ຊາວກະສິກອນປູກໝາກຖົ່ວເບີ ຫຼຸດລົງ 10 ເຮັກຕາຣ໌ ຈາກປີກາຍທີ່ມີ 26 ເຮັກຕາຣ໌, ຍ້ອນຊາວກະສິກອນ ຢ້ານພໍ່ຄ້າຄົນຈີນ ບໍ່ມາເກັບຊື້ຜົລປູກຄືປີກາຍ ເຮັດໃຫ້ຊາວກະສິກອນ ຕ້ອງໄດ້ຖິ້ມໝາກຖົ່ວ 4 ຫາ 5 ຕັນ ຫຼຸບທຶນປະມານ 5 ລ້ານ 6 ແສນກີບ, ເຮັດໃຫ້ຊາວກະສິກອນສ່ວນຫຼາຍ ປ່ຽນໄປຊອກເກັບ ເຄື່ອງປ່າຂອງດົງ ມາຂາຍຕາມແຄມທາງແທນ:

“ປູກໜ້ອຍລົງ ຍ້ອນເຂົາ (ຈີນ) ເອົາບໍ່ໝົດ ເຂົາຢ້ານວ່າ ຢ້ານພຍາດນີ້, ຍ້ອນວ່າ ຈີນ ບໍ່ເອົານັ້ນແຫຼະ ເຂົາບໍ່ເອົາໃຈໃສ່ນັ້ນແຫຼະ, ຄື ປັດຈຸບັນ ບໍ່ເອົາໃຈໃສ່ແຫຼະ ເຂົາບໍ່ມີຊີ້ນໍາເນາະ, ເຂົາບໍ່ປູກສັງແລ້ວ, ເຂົາຂາຍເຄື່ອງປ່າຂອງດົງ ຊອກໜໍ່ແທນໄປ ຈະນັ້ນໄປເນາະ.”

ຊາວກະສິກອນຜູ້ນີ້ ເວົ້າຕື່ມວ່າ ບໍ່ພຽງແຕ່ເນື້ອທີ່ປູກໝາກຖົ່ວເບີ ທີ່ຫຼຸດລົງ, ຈໍານວນຊາວກະສິກອນ ທີ່ປູກໝາກຖົ່ວເບີ ໃນບ້ານ ກໍຫຼຸດລົງເຊັ່ນກັນ ຄືປີກາຍນີ້ ມີຊາວກະສິກອນ ປູກໝາກຖົ່ວເບີ ໃຫ້ຈີນ 60 ຄອບຄົວ ປີນີ້ມີແຕ່ 30 ຄອບຄົວ ເທົ່ານັ້ນ.

ກ່ຽວກັບເຣື່ອງນີ້ ຜູ້ປະສານງານ ກັບບໍຣິສັດຈີນ ໃນເມືອງແບງ ກ່າວວ່າປັດຈຸບັນ ການສົ່ງສິນຄ້າອອກໄປຈີນ ຍັງຂ້ອນຂ້າງຫຍຸ້ງ ຍາກພໍສົມຄວນ, ເນື່ອງຈາກດ່ານຊາຍແດນ ລາວ-ຈີນ ເຂັ້ມງວດ ຕາມມາຕການປ້ອງກັນ ການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19, ດັ່ງ ທ່ານກ່າວວ່າ:

“ກໍຫຍຸ້ງຍາກພໍສົມຄວນ ຍົກໂຕຢ່າງ ກ້ວຍສາ, ກໍຣົດຫຼາຍແດ່ ແລ້ວກໍຮອບຄິວເນາະ ຫຼ້າສຸດ ປະມານ 2 ວັນ ເຂົ້າໄປ (ຈີນ), ແຕ່ ປົກກະຕິແລ້ວໄປຮອດ ໄດ້ອອກໄປເລີຍຫັ້ນເນາະ, ແຕ່ດຽວນີ້ ມັນມີການກວດສອບລະອຽດ, ແລ້ວກໍປະມານ ຫຼ້າສຸດ ກໍ 2 ວັນ, ແຕ່ວ່າພືດອື່ນໆ ກໍຍັງໄປໄດ້ນ່າ ຄື: ໝາກໂມ, ສາລີ, ໝາກເດືອຍ ໄປໄດ້ຢູ່, ໝາກຖົ່ວເບີນີ່ ສົ່ງປຸ໊ບ ມັນຕ້ອງ ສັ່ງເຢັນເນາະ ຢູ່ລາວນິ່ ເກັບສະຕ໊ອກໄວ້ ກໍບໍ່ມີບັນຫານ່ະ ຄັນບໍ່ມີຊັ່ງເຢັນນິ່ ເສັຍຫາຍແທ້ ຖົ່ວເບີ, ຖົ່ວດໍາຄືກັນ.”

ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ເມືອງແບງ ກ່າວວ່າ ປີນີ້ ເມືອງແບງ ມີການສ້ອມແປງ ຊົລປະທານ ປະມານ 2-3 ແຫ່ງ ຈຶ່ງເຮັດໃຫ້ເນື້ອທີ່ການປູກພືດ ກະສິກັມ ພາຍໃນ ເມືອງຫຼຸດລົງ, ແຕ່ປີໜ້າຖ້າການສ້ອມແປງຊົລປະທານ ສໍາເຣັດ ເນື້ອທີ່ການປູກພືດ ກະສິກັມກໍຈະເພີ້ມຂຶ້ນ, ດັ່ງທ່ານກ່າວວ່າ:

“ຢູ່ເມືອງແບງນີ້ ກໍາລັງມີແຜນສ້ອມແປງ ຊົລປະທານນິ່ ເນື້ອທີ່ ທີ່ໃຫ້ນໍ້າຫຼຸດລົງເນາະ, ເພາະວ່າເຮົາໄດ້ມີໂຄງການສ້ອມແປງ ສ້ອມແປງ ຊົລປະທານຢູ່ 2-3 ຈຸດ, ແລ້ວເນື້ອທີ່ກໍຫຼຸດລົງ ຊົລປະທານນິ່ ປີນີ້ໃຫ້ມັນສໍາເຣັດ ແລ້ວເນື້ອທີ່ຈະເພີ່ມຂຶ້ນ ໃນປີໜ້າ ພຸ້ນແຫຼະ.”

ອີງຕາມການຣາຍງານຂ່າວ ຂອງວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສພາ ປີ 2020 ຣະບຸວ່າ ໝາກອຶ ທີ່ຊາວສວນປູກນັ້ນ ຂາຍອອກ ໄປ ຈີນ ບໍ່ໄດ້ ຕົກຄ້າງຢູ່ບ້ານນາສະຫວ່າງ ແລະ ບ້ານຂວາງ ເມືອງນາໝໍ້ ແຂວງອຸດົມໄຊ ຮວມທັງໝົດຈໍານວນ 230 ຕັນ ບໍ່ສາມາດອອກໄປຈີນໄດ້ ເຮັດໃຫ້ຊາວສວນຫຼຸບທຶນ, ບໍ່ໄດ້ຄ່າແຮງງານ, ຄ່ານໍ້າມັນໃສ່ເຄື່ອງຈັກ ແລະຄ່າ ບົວຣະບັດຮັກສາ ກໍບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.