ເຂື່ອນປາກລາຍ ກັບ ຜົນກະທົບຕໍ່ຊາວບ້ານ 700 ຄອບຄົວ ມີ 3,600 ຄົນ

ຊາວບ້ານສ່ວນຫຼາຍກໍເປັນກັງວົນໃນກະທົບຕໍ່ວິຖີຊີວິດ, ການສູນເສີຍທີ່ດິນ ແລະ ຄ່າຊົດເຊີຍ

ທາງການແຂວງໄຊຍະບູລີ ແລະແຂວງວຽງຈັນ ຫາລື ເລື່ອງການຊົດເຊີຍ ແລະແຜນການຍົກຍ້າຍຊາວບ້ານ ທັງໝົດ 7 ບ້ານ ປະມານ 700 ປາຍຄອບຄົວ ອອກຈາກພື້ນທີ່ ເພື່ອຫຼີກທາງໃຫ້ໂຄງການເຂື່ອນໄຟຟ້າປາກລາຍ ທີ່ຕຽມຈະກໍ່ ສ້າງໃນໄວໆນີ້

ເຂື່ອນປາກລາຍ ກັບ ຜົນກະທົບຕໍ່ຊາວບ້ານ 700 ຄອບຄົວ ມີ 3,600 ຄົນ ສ່ວນຊາວບ້ານ ທີ່ຈະໄດ້ຮັບຜົນກະທົບ ສ່ວນຫຼາຍກໍເປັນກັງວົນໃນຫຼາຍດ້ານ ໂດຍສະເພາະການຍົກຍ້າຍບ່ອນຢູ່ອາໄສ ທີ່ຈະກະທົບຕໍ່ວິຖີຊີວິດ, ການສູນເສີຍທີ່ດິນທຳການກະເສດ ລວມໄປເຖິງເງົນຊົ (RFA)

ສ່ວນຊາວບ້ານ ທີ່ຈະໄດ້ຮັບຜົນກະທົບ ສ່ວນຫຼາຍກໍເປັນກັງວົນໃນຫຼາຍດ້ານ ໂດຍສະເພາະການຍົກຍ້າຍບ່ອນຢູ່ອາໄສ ທີ່ຈະກະທົບຕໍ່ວິຖີຊີວິດ, ການສູນເສີຍທີ່ດິນທຳການກະເສດ ລວມໄປເຖິງເງົນຊົດເຊີຍນຳດ້ວຍ

ຊາວບ້ານ ເມືອງປາກລາຍ ແຂວງໄຊຍະບູລີ ທີ່ຈະຖືກຜົນກະທົບ ໂຄງການເຂື່ອນໄຟຟ້າປາກລາຍ ໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ແລ້ວຄູ່ມື້ນີ້ ເຂົາກໍ (ບໍລິສັດກໍ່ສ້າງ) ເອົາດິນມາຫຼາຍແລ້ວ ຜູ້ໃດກໍນ້ອຍໃຈ ຜູ້ໃດກະວ່າຍ້ານໄດ້ຍ້າຍນີ້ ບ້ານຜາລຽບຫັ້ນເພິ່ນວ່າ ເພິ່ນບໍ່ຍອມຍ້າຍ ເພິ່ນຊິໃຫ້ຍ້າຍຂຶ້ນໄປເທິ່ງພູພຸ້ນ ປະເທິ່ງບ້ານເຂົາຫັ້ນນ່າ

ຊາວບ້ານອີກຜູ້ນຶ່ງເວົ້າວ່າ ສ່ວນຫຼາຍ ກະເປັນກັງວົນທີ່ສຸດ ໂດຍສະເພາະເລື່ອງການຍົກຍ້າຍອອກຈາກພື້ນທີ່ ເພາະຍົກຍ້າຍໄປແລ້ວ ບ່ອນທຳມາຫາກິນ, ການຫາປານ້ຳຂອງ ກໍຈະບໍ່ມີຄືເກົ່າ ແຕ່ຄວາມກັງວົນຂອງຊາວບ້ານ ກໍບໍ່ໄດ້ຮັບການຊີ້ແຈງລາຍລະອຽດຍ່າງຈະແຈ້ງ ຈາກທາງການລາວເທື່ອ

ຊາວບ້ານ ເມືອງແມດ ແຂວງວຽງຈັນ ທີ່ຈະຖືກຜົນກະທົບ ໂຄງການ ເຂື່ອນ ໄຟຟ້າປາກລາຍໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ນັ້ນແລ້ວ ຈັກຊິເຮັດຈັ່ງໄດ ມັນ ກະຖືກໂຄງການເຂົາ ໄດ້ຍິນແວ່ວໆ ຫັ້ນແຫຼະ ແຕ່ວ່າໂຕເພິ່ນຊົດເຊີຍບໍ່ ທັນໄດ້ຮູ້ຫັ້ນນ່າວ່າ ເຂົາຊິຊົດເຊີຍໜ້ອຍ ຊົດເຊຍຫຼາຍປານໃດ

ນອກຈາກຊາວບ້ານໃນລາວ ຈະເປັນກັງວົນແລ້ວ ປະເທດສະມາຊິກລຸ່ມແມ່ນ້ຳຂອງ ກໍເປັນກັງວົນຄືກັນ ກ່ຽວກັບເລື່ອງຜົນກະທົບຂ້າມຊາຍແດນ ທາງດ້ານສິ່ງແວດລ້ອມ-ສັງຄົມ, ລະບົບນິເວດແມ່ນ້ຳຂອງ, ຕະກອນ ແລະຜົນກະທົບດ້ານອື່ນໆ

ປັດຈຸບັນ ບໍລິສັດ Sinohydro Holding ປະເທດຈີນ ເຊິ່ງເປັນບໍລິສັດຜູ້ຮັບເໝົາກໍສ້າງ ໂຄງການເຂື່ອນໄຟຟ້າປາກລາຍ ກໍໄດ້ກໍ່ສ້າງໂຄງສ້າງພື້ນຖານສຳຄັນທັງໝົດແລ້ວ ລໍຖ້າພຽງການອະນຸມັດຈາກລັດຖະບານລາວທໍ່ນັ້ນ