ປະຊາຊົນ ຢູ່ແຂວງວຽງຈັນ ຫຼາຍພັນຄອບຄົວ ຍັງປະເຊີນຄວາມທຸກຍາກ
2024.01.10
ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງແຂວງວຽງຈັນ ໃຫ້ສັມພາດ ໃນວັນທີ 4 ມົກກະຣານີ້ວ່າ ທົ່ວແຂວງວຽງຈັນ ສາມາດລົບລ້າງບ້ານທຸກຍາກໄດ້ໝົດ 428 ບ້ານ. ຕາມການປະເມີນທົ່ວແຂວງ ຍັງມີຄອບຄົວທຸກຍາກ ຢູ່ 3,720 ຄອບຄົວ ເທົ່າກັບ 4.72% ຂອງຈໍານວນຄອບຄົວທັງໝົດ ແລະຈະສືບຕໍ່ແກ້ໄຂໃຫ້ໄດ້ 1,600 ຄອບຄົວ ພາຍໃນປີ 2024 ນີ້, ແຕ່ປະຊາຊົນໃນແຂວງວຽງຈັນ ເວົ້າວ່າ ຂໍ້ມູນທີ່ທາງການ ຣາຍງານນັ້ນ ອາດບໍ່ກົງກັນກັບຄວາມເປັນຈິງ ແລະເຊື່ອວ່າ ປັດຈຸບັນ ຢູ່ຫລາຍໆເມືອງ ຂອງແຂວງວຽງຈັນນີ້ ຍັງມີຄອບຄົວທຸກຍາກ ຫລາຍກວ່າທີ່ທາງການຣາຍງານ ແນ່ນອນ ໂດຍສະເພາະຢູ່ເຂດຊົນນະບົດ ຫ່າງໄກ ສອກຫລີກ ທີ່ຄົນຊົນເຜົ່າ ຍັງທຸກຍາກຫລາຍ.
ພວກເຂົາເຈົ້າ ສ່ວນໃຫຍ່ ຈະບໍ່ມີດິນທໍາກິນ ເປັນຫລັກແຫລ່ງ, ບໍ່ມີບ່ອນສ້າງລາຍໄດ້, ບໍ່ມີການສົ່ງເສີມຄວາມຮູ້ ແລະສ້າງໜ້າວຽກທີ່ໝັ້ນຄົງ. ຖ້າຫາກມີ ກໍມີພຽງແຕ່ການຊ່ອຍເຫລືອເປັນເຂົ້າສານ, ອາຫານແຫ້ງ ທີ່ດົນໆມີເທື່ອນຶ່ງ, ການຊ່ອຍເຫລືອນີ້ ບໍ່ສາມາດຊ່ອຍລ້ຽງຄອບຄົວໄດ້ພໍເທົ່າໃດ. ຖ້າຫາກທາງການ ບໍ່ແກ້ໄຂບັນຫານີ້ ຄອບຄົວທີ່ທຸກຍາກ ບໍ່ມີວັນທີ່ຈະຫລຸດພົ້ນອອກຈາກຄວາມທຸກຍາກໄດ້, ອີງຕາມຄໍາເວົ້າຂອງປະຊາຊົນ ຢູ່ເມືອງກາສີ ແຂວງວຽງຈັນຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມົກກະຣານີ້.
“ທຸກຍາກນີ້ກະບໍ່ໝົດດອກ ປັດຈຸບັນຍັງຫລາຍຢູ່ ເຂົາເຈົ້າກໍວ່າບໍ່ມີວຽກເຮັດງານທໍາ. ບໍ່ມີບ່ອນຫາບ່ອນເຮັດຫັ້ນແລ້ວ. ສ່ວນນຶ່ງແທ້ໆກໍບໍ່ມີດິນມີດອນ ມັນບໍ່ມີເງິນຊີ້ນ່າ ເຮັດກະເສຕກອນບໍ່. ປູກຝັງລ້ຽງສັດນີ້ແຫລະ.”
ຊາວບ້ານຢູ່ເມືອງຊະນະຄາມ ຜູ້ນຶ່ງເວົ້າເຖິງເຣື່ອງຄວາມທຸກຍາກ ຂອງປະຊາຊົນ ຍັງມີຫລາຍ. ສ່ວນໃຫຍ່ ບໍ່ມີວຽກງານເຮັດທີ່ໝັ້ນຄົງ, ບໍ່ມີບ່ອນສ້າງລາຍໄດ້ໃຫ້ຄອບຄົວ ແລະສ່ວນນຶ່ງ ບໍ່ມີເງິນທຶນ, ຍັງມີຫລາຍປັດໄຈ ໃນເຣື່ອງຄວາມທຸກຍາກ.
“ມັນຫລາຍປັດໄຈຫັ້ນນ່າເນາະ ເຣື່ອງຄວາມທຸກຍາກ. ເອີ ກະຍັງຫລາຍຫັ້ນລະ. ກໍຈະເປັນຄອບຄົວທີ່ວ່າຂາດແຮງງານ ຫລືວ່າ ບໍ່ມີຕົ້ນທຶນ. ບໍ່ມີທຶນຊີ້ສາ. ບໍ່ມີເງິນມີຄໍາ ເພິ່ນກໍມອບໃຫ້ບ້ານຕິດຕາມເບິ່ງວ່າ ມັນທຸກຍາກ ຍ້ອນຫຍັງຫັ້ນນ່າ.”
ຊາວລາວຜູ້ນຶ່ງ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຄົນທຸກຍາກໃນປັດຈຸບັນ ຍັງມີ, ສ່ວນໃຫຍ່ແລ້ວ ຫລັກໆ ຈະເປັນ ເຣື່ອງບໍ່ມີເງິນທຶນ ບໍ່ມີລາຍໄດ້ ຈະເຮັດຫຍັງກໍຍາກລໍາບາກ, ບັນຫານີ້ ຈະແກ້ໄຂໄດ້ ຫລືບໍ່ ແມ່ນຂື້ນຢູ່ນໍາທາງການເພີ່ນ.
“ກະມີຢູ່ຫັ້ນແຫລະຄົທຸກກະດາຍ ກ່ຽວກັບຄົນທຸກຫັ້ນແຫລະ ຄັນທຸກຫັ້ນນ່າ ແນວວ່າທຸກເດ້ ກະແກ້ໄຂໄດ້ຫລືແກ້ໄຂບໍ່ໄດ້ ກະຂຶ້ນຢູ່ກັບພວກເພິ່ນມາແກ້ໄຂ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວເຖິງຄວາມທຸກຍາກ ໃນແຂວງນີ້ວ່າ ມີຫລາຍ ແລະຍັງເປັນເຣື່ອງຍາກ ທີ່ຈະແກ້ໄຂໄດ້ ຍ້ອນບໍ່ເຄີຍເຫັນຣັຖບານລາວ ເວົ້າເຖິງເຣື່ອງເງິນທຶນອຸດໜູນ ຫລືເງິນທຶນທໍາການຜລິດ ທີ່ຈະມາສນັບສນູນ ສົ່ງເສີມຄົນທຸກຍາກນີ້ເທື່ອ, ທີ່ຜ່ານມາ ສ່ວນໃຫຍ່ ມີແຕ່ຊ່ອຍເຄື່ອງນຸ່ງ-ຂອງຖື, ເຂົ້າ, ນໍ້າ, ຖ້ວຍ-ບ່ວງ.
ດັ່ງທີ່ທ່ານກ່າວວ່າ:
“ເຣື່ອງເງິນທຶນທໍາການຜລິດນີ້ນ່າ. ໂອ້ ຍັງຍາກ ເພາະວ່າຣັຖບານເຮົາ ເພິ່ນກໍບໍ່ກໍານົດ. ຣັຖບານເຮົາເພິ່ນກໍບໍ່ໄດ້ເວົ້າເຣື່ອງເງິນໂຕນີ້. ແກ້ບໍ່ຕົກເນາະ. ມີແຕ່ເຄື່ອງນຸ່ງ-ຂອງຖື ເປັນເຂົ້າ ເປັນນໍ້າ ເປັນອັນນ່າມຸ່ງເຮືອນຊ່ວຍຢູ່. ເປັນຖ້ວຍເປັນບ່ວງ ເປັນສາດ ເປັນເສື່ອ ຜ້າຫົ່ມນີ້ເຮົາມີ.”
ທ່ານເວົ້າຕໍ່ໄປວ່າ ຫລັກໆແລ້ວ ຄອບຄົວທຸກຍາກ ບໍ່ມີບ່ອນທໍາການຜລິດ, ບໍ່ມີບ່ອນສ້າງລາຍໄດ້. ຈໍານວນນຶ່ງ ເປັນຄອບຄົວຜູ້ເຖົ້າ ບໍ່ມີລູກຫລານເບິ່ງແຍງ. ບາງຄອບຄົວພິການ ຂາດແຮງງານ.
“ກະບໍ່ມີການທໍາການຜລິດ. 2. ມາ ກະມັນອັນນ່າ ມັນຂາດແຮງງານ. ຈໍານວນນຶ່ງກໍແມ່ນຄອບຄົວຜູ້ເຖົ້າ. ປ່ຽວພອຍຫັ້ນ ເຂົາລະບໍ່ສົມບູນແບບຫັ້ນນ່າ. ລູກຫລາຍຄົນຫັ້ນນ່າ ມັນກໍຈໍາເປັນລະຕ້ອງຈັດຢູ່ໃນຄອບຄົວທຸກຍາກ.”
ທົ່ວແຂວງວຽງຈັນ ມີບ້ານພັທນາ 163 ບ້ານ ກວມປະມານ 38% ຂອງຈໍານວນບ້ານທັງໝົດ ແລະມີຄອບຄົວພັທນາ ປະມານ 63,000 ຄອບຄົວ ປະມານ 80% ຂອງຈໍານວນຄອບຄົວທັງໝົດ. ມີເມືອງເຂັ້ມແຂງຮອບດ້ານ ຕາມ 16 ມາຕຖານ ແລະ 60 ຕົວຊີ້ບອກ, ບັນລຸໄດ້ 3 ເມືອງ ຄື ເມືອງວັງວຽງ,ເມືອງຫິນເຫີບ ແລະເມືອງທຸລະຄົມ.
ນອກຈາກບັນຫາ ລົບລ້າງຄວາມທຸກຍາກແລ້ວນັ້ນ ທາງການ ຍັງປະເຊີນກັບສິ່ງທ້າທາຍ ອີກຫລາຍຢ່າງ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ໂດຍສະເພາະ ແມ່ນຊົນເຜົ່າທີ່ຢູ່ເຂດຊົນນະບົດ ແລະຄອບຄົວ ທີ່ມີລະດັບການສຶກສານ້ອຍ ແລະກຸ່ມປະຊາກອນ ທີ່ມີຄວາມສ່ຽງ ເຊັ່ນແມ່ຍິງ, ເດັກນ້ອຍເກີດໃໝ່ ແລະຊາວໜຸ່ມ ເຍົາວະຊົນ ທີ່ຍັງເສັຽໂອກາດ ໃນຂົງເຂດສາທາຣະນະສຸຂ ແລະການສຶກສາ, ອີງຕາມຣາຍງານ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກຣັຖມົນຕຣີ ຕໍ່ກອງປະຊຸມລະດັບຊາຕ ວ່າດ້ວຍປະຊາກອນ ແລະການພັທນາ ປະຈໍາປີ 2023 ພາຍໃຕ້ຫົວຂໍ້ ຊຸກຍູ້ການພັທນາເສຖກິຈ-ສັງຄົມ ຢ່າງຕັ້ງໜ້າ ໂດຍການນໍາໃຊ້ ຜົລປໂຍດ ແລະເພີ່ມຄວາມສາມາດ ຂອງປະຊາກອນ ໃນມື້ວັນທີ 23 ແລະ 24 ຕຸລາ 2023 ທີ່ຜ່ານມາ.