ຊາວບ້ານເສັຽໃຈຄ່າດິນ ບໍ່ກຸ້ມຄ່າ

0:00 / 0:00

ຊາວນະຄອນຫຼວງວຽງຈັນ ຫຼາຍຄອບຄົວບໍ່ພໍໃຈທີ່ດິນຂອງໂຕ ມີຣາຍຊື່ ຈະຖືກຜົລກະທົບ ຈາກໂຄງການສ້າງທາງດ່ວນ ນະຄອນຫລວງ ວຽງຈັນ ໝາຍເລຂ 01 ຈາກບຶງທາດຫຼວງ ຫາ ເຂດບ້ານດົງໝາກຄາຍ ທັງທີ່ກ່ອນໜ້ານີ້ ບໍ່ມີຣາຍຊື່ຂອງຕົນ ເຊີິ່ງທາງການໄດ້ອອກ ແຈ້ງການ ຫລ້າສຸດເມື່ອວັນທີ 03 ກໍຣະກະດາ ທີ່ຜ່ານມາ ໂດຍໄດ້ປະກາດຣາຍຊື່ ຊາວບ້ານຣາຍໃໝ່ ຫຼາຍຄອບຄົວທີ່ຫາກໍຮູ້ໂຕວ່າໄດ້ ຮັບຜົລກະທົບ ຈາກ ໂຄງການນີ້. ດັ່ງຊາວບ້ານທີ່ໄດ້ຮັບຜົລກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 06 ກໍຣະກະດາ ວ່າ:

"ນຶ່ງຄືຕົກໃຈ ສອງຄິດບໍ່ຍອມເທື່ອບ່ອນທີ່ວ່າເພິ່ນແຈ້ງແລ້ວ ເອົາເອກສານໄປກວດເນາະ ກວດຢູ່ເມືອງຫັ້ນນະ ແລ້ວເພິ່ນວ່າບໍ່ຖືກເພິ່ນວ່າ, ກະກັບມາຊີ້ນ່າ ແລະ ກໍບໍ່ມີໃຜແຈ້ງມາ ເລີຍ ຕອນຊື້ນີ້ກະໄດ້ຈົກເງີນຫຼາຍສິບເຕີບ ເພາະທ້ອນເງິນມາຊື້ຫັ້ນນ່າ ກວ່າຊິຊື້ໄດ້ຖ້າວ່າຄັນ ເພິ່ນຊົດເຊີຍ ໃຫ້ພໍໄດ້ຊື້ບ່ອນອື່ນໄດ້ກະພໍໄຄແດ່ຊີ້ນ່າ ແຕ່ວ່າຣາຄາຊົດເຊີຍຫັ້ນຊິມາໃຫ້ ແມັດກາເຣນຶ່ງ 10 ດອລລ່າ ກະບໍ່ຢາກເອົາ ຫັ້ນແຫລະ."

ຊາວບ້ານໄດ້ກ່າວຕື່ມວ່າຄ່າຊົດເຊີຍ ທີ່ທາງການສເນີໃຫ້ນັ້ນ ຣາຄາ 80 ພັນກີບ ຕໍ່ ແມັດກາເຣ ທັງທີ່ໂຕຈີງຄວນໄດ້ຈຳນວນ 2 ພັນບາດ ຕໍ່ແມັດກາເຣ ຍ້ອນເຫດນັ້ນຈື່ງ ບໍ່ພໍໃຈແລະ ຢ້ານວ່າ ຖ້າໄດ້ຮັບເງິນ ຈຳນວນທີ່ທາງການສເນີໃຫ້ແລ້ວ ແລ້ວກໍຈະບໍ່ພຽງພໍ ກັບການໄປຊື້ດິນ ບ່ອນໃໝ່.

ສ່ວນຊາວບ້ານທີ່ໄດ້ຮັບຜົລກະທົບ ອີກຄົນນຶ່ງທີ່ຍັງບໍ່ໄດ້ຄ່າຊົດເຊີຍໄດ້ກ່າວວ່າ ຍ້ອນຄ່າຊົດເຊີຍ ທີ່ທາງການກຳນົດອອກມາຍັງບໍ່ສົມເຫດ ສົມຜົລ ແລະ ຍັງລໍຖ້າໃຫ້ທາງສະພາ ແຫ່ງຊາດ ຊ່ອຍແກ້ໄຂຢູ່.

"ເອີ້ນໄປເອົາແລ້ວແຕ່ເຮົາບໍ່ໄດ້ໄປເອົາ ແລ້ວະາເຮັດເອກກະສານ ວ່າເຮົາບໍ່ເອົາວ່າຊັ້ນສາ ເຮົາກໍວ່າຊິໃຫ້ສະພາເພິ່ນຊ່ອຍເຫຼືອ ຫັ້ນແຫຼະ ເພາະວ່າ ເພີ່ນກາບອກວ່າເພີ່ນຊິແກ້ໄຂ ພ້ອມກັນເພາະວ່າມີ ປະຊາຊົນຫລາຍຢູ່ທີ່ວ່າໄປຍື່ນເພີ່ນ ຈະຮວບຮວມເອກກະສານບາດດຽວ ແລ້ວເພິ່ນຈະລົງມາເບິ່ງໂຕຈິງບາດດຽວ ວ່າຊັ້ນສະ."

ຊາວບ້ານໄດ້ກ່າວຕື່ມວ່າ ສາເຫດທີ່ຕົນຍັງບໍ່ຕັດສິນໃຈຮັບເອົາຄ່າຊົດເຊີຍ ໄລຍະ ຜ່ານມາຍ້ອນຍັງບໍ່ພໍໃຈ ຄ່າຊົດເຊີຍ ເຊີ່ງທາງໂຄງການ ໄດ້ສເນີຣາຄາ 150,000 ກີບຕໍ່ແມັດກາເຣ ແຕ່ຣາຄາໂຕຈີງຢູ່ທີ່ 300 ພັນກີບຕໍ່ແມັດກາເຣ ເຊີ່ງຣາຄາດັ່ງກ່າວ ທາງໂຄງການບໍ່ສາມາດ ຈ່າຍໄດ້ ຈື່ງເປັນບັນຫາທີ່ຍັງແກ້ໄຂກັນ ບໍ່ທັນໄດ້.

ທາງດ້ານເຈົ້າໜ້າທີ່ ເມືອງໄຊເສດຖາ ໄດ້ສະແດງຄວາມເຫັນວ່າ ສະເພາະເຂດທີ່ ຕົນຮັບຜິດຊອບກ່ອນໜ້ານີ້ ກໍຍັງມີບາງຄອບຄົວທີ່ຍັງ ບໍ່ໄດ້ໄປເອົາຄ່າຊົດເຊີຍ ຈາກໂຄງການ ຍ້ອນບໍ່ພໍໃຈ ກັບຣາຄາທີ່ທາງໂຄງການ ສເນີໃຫ້.

"ເພິ່ນແຈ້ງການວ່າໃຫ້ຊາວບ້ານໄປເອົາເງິນກະໄປພົວພັນ ຢູ່ບໍ່ມີຫຼາຍ ຍັງຈັກຄົນນ້ອຍດຽວນຶ່ງນ່າ ແບບເພີ່ນບໍ່ພໍໃຈ ວ່າຊົດເຊີຍນ້ອຍເບາະ."

ກ່ຽວກັບເຣື່ອງນີ້ ເອເຊັຽເສຣີໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ເມືອງໄຊທານີ ແລະ ເມືອງໄຊເສດຖາ ທີ່ຮັບຜິດຊອບ ການແກ້ໄຂຜົລກະທົບແຕ່ທາງ ສອງພາກສ່ວນ ຍັງບໍ່ສາມາດ ໃຫ້ຣາຍລະອຽດ ຕໍ່ເຣື່ອງດັ່ງກ່າວໄດ້.

ໃນເບື້ອງຕົ້ນຊາວບ້ານຢູ່ເມືອງໄຊເສດຖາ ແລະ ເມືອງໄຊທານີ ທີ່ເປັນເຈົ້າຂອງດິນມີຈຳນວນ 161 ຕອນທີ່ຍັງບໍ່ມາຮັບເອົາຄ່າຊົດເຊີຍ ເຊີ່ງປັດຈຸບັນທາງ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພຍາຍາມຕິດຕໍ່ ຫາເຈົ້າຂອງທີ່ິດິນໂດຍ ກຳນົດວ່າ ຖ້າບໍ່ມາພົວພັນໃນໄລຍະ ວັນທີ 31 ກໍຣະກະດາ 2020 ນີ້ ທາງໂຄງການ ກໍຈະດຳເນີນ ການກໍ່ສ້າງເຂົ້າທີ່ດິນທັນທີໂດຍຈະ ໂອນຄ່າຊົດເຊີຍ ເຂົ້າບັນຊີ ທະນາຄານ ຂອງເຈົ້າຂອງດິນ,

ຕໍ່ການປະຕິບັດໜ້າທີ່ ດັ່ງກ່າວ ແມ່ນອີງໃສ່ແຈ້ງການຂອງ ຜແນກ ຊັພຍາກອນ ທັມຊາດ ແລະ ສີ່ງແວດລ້ອມ ນະຄອນຫລວງວຽງຈັນ ເລກທີ 5668/ ພຊສ ນວ ລົງວັນທີ 03 ກໍຣະກະດາ 2020.

ຊາວບ້ານທີ່ໄດ້ຮັບຜົລກະທົບຈາກໂຄງການດັ່ງກ່າວ ໄດ້ເວົ້າຜ່ານຊື່ສັງຄົມອອນລາຍ ວ່າ ໃນໄລຍະກອງປະຊຸມ ສມັຍສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 8 ຄັ້ງ ທີ່ຫາກໍ່ປິດໄປ ນັ້ນວ່າໄດ້ໂທຣະສັບເຂົ້າຫາ ສາຍດ່ວນຂອງສະພາ ເພື່ອໃຫ້ກອງປະຊຸມ ດັ່ງກ່າວ ແກ້ໄຂບັນຫາ ເພື່ອໃຫ້ຊາວບ້ານ ໄດ້ຮັບຄວາມເປັນທັມ.

ຜ່ານມາ ໃນເດືອນທັນວາ ປີ 2019 ທາງນະຄອນຫຼວງວຽງຈັນ ໄດ້ມອບເງີນ ຄ່າຊົດເຊີຍ ໃຫ້ຊາວບ້ານເມືອງໄຊທານີ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ທາງດ່ວນ ຫມາຍເລກ 01 ຈຳນວນ 19 ຕອນ ໃນນັ້ນ 07 ຕອນແມ່ນບ້ານໂນນຄໍ້ເຫນືອ, ບ້ານໄຊ 07 ຕອນ ແລະ ບ້ານນາແຄ 05 ຕອນ ເປັນຈຳນວນເງີນ 40 ຕື້ກິບ.

ໂຄງການກໍສ້າງທາງດ່ວນ ນະຄອນຫລວງວຽງຈັນ ຫມາຍເລກ 01 ຈາກເຂດບຶງ ທາດຫລວງ ຫາເຂດບ້ານດົງໝາກຄາຍ ມີຄວາມຍາວ 13 ກິໂລແມັດ ເຣີ້ມກໍ່ສ້າງມາ ຕັ້ງແຕ່ເດືອນ ກຸ່ມ ພາປີ 2020 ແລະ ຈະສ້າງສຳເຣັດ ໃນເດືອນກຸມພາ ປີ 2023.

ໂຄງການນີ້ກວມເອົາເນື້ອທີ່ທັງໝົດ 300 ເຮັກຕ້າ ກວມເອົາ 21 ບ້ານທີ່ຢູ່ໃນ ເມືອງໄຊທານີ ແລະເມືອງໄຊເສດຖາ ໂດຍຄາດວ່າຄ່າຊົດ ເຊີຍທີ່ໂຄງການຕ້ອງຈ່າຍປະມານ 350 ຕື້ກີບ.