ລາຄາຊີ້ນໝູ ຢູ່ເມືອງຫຼວງພຣະບາງ ແພງກວ່າ ທີ່ທາງການ ແຂວງກຳນົດ

ໄຊຍາ
2022.08.24
ຊີ້ນໝູ ທີ່ຂາຍຕາມທ້ອງຕລາດ ໃນ ສປປ ລາວ.
RFA

ເຖິງແມ່ນວ່າ ທາງການເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ ໄດ້ແຈ້ງການໃນວັນທີ 18 ສິງຫາ 2022 ກຳນົດລາຄາຊີ້ນໝູປະເພດ 1, ຊີ້ນສົດ ບໍ່ໃຫ້ຜູ້ປະກອບການຂາຍເກີນລາຄາ 65,000 ກີບຕໍ່ກິໂລກໍຕາມ ແຕ່ປັດຈຸບັນລາຄາຊີ້ນໝູ ຕາມທ້ອງຕລາດ ບາງແຫ່ງຍັງມີບາງຮ້ານຂາຍລາຄາຊີ້ນ ໝູ 70,000-75,000 ກີບຕໍ່ກິໂລ ຊຶ່ງກໍຖືວ່າບໍ່ໄດ້ຂາຍຕາມທີ່ ທາງການກຳນົດ ປະຊາຊົນ ໃນນະຄອນຫຼວງພຣະບາງຫຼາຍຄົນກໍຕ້ອງຍອມຊື້ ເພາະບາງເທື່ອກໍຕ້ອງການກິນ ຊີ້ນໝູເປັນອາຫານປະຈຳວັນ.  

ດັ່ງປະຊາຊົນ ໃນນະຄອນຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ສິງຫາ ນີ້ວ່າ:

ປັດຈຸບັນ ໄປຕອນເຊົ້າ ໄປຕລາດຫັ້ນ 70 ພັນ, 75 ພັນແລ້ວ ແຕ່ຮ້ານປະເພດສັນຄໍນີ້ແຫຼະ ກາຈຳເປັນລ້ຽງບໍ່ໄດ້ ຈະໃຫ້ມາອົດກາບໍ່ໄດ້. ປາກໍໂລ 30 ພັນ. ຢູ່ຫຼວງພຣະບາງ ບໍ່ຮູ້ວ່າເພິ່ນກຳນົດການ ຮອດເຂດໃດ.

ທ່ານກ່າວຕື່ມວ່າ ບໍ່ແມ່ນແຕ່ຊີ້ນໝູ ທີ່ມີລາຄາແພງຂຶ້ນ ຍັງມີປາກະຊັງກໍແພງຂຶ້ນ ໃນລາຄາ 30,000 ກີບຕໍ່ກິໂລ ຈາກແຕ່ກ່ອນ 20,000 ກີບຕໍ່ກິໂລ.

ສ່ວນປະຊາຊົນ ໃນນະຄອນຫຼວງພຣະບາງ ອີກທ່ານນຶ່ງກ່າວວ່າ ຊີ້ນໝູໃນປັດຈຸບັນນີ້ ແພງຫຼາຍ ລາຄາ 70,000-75,000 ກີບຕໍ່ກິໂລ ແລະປະເພດພັກຕ່າງໆ ກໍຂຶ້ນລາຄານໍາດ້ວຍ ເຊັ່ນ ຫອມບົ່ວ ລາຄາກິໂລລະ 70,000-100,000 ກີບຕໍ່ກິໂລ, ຈາກແຕ່ກ່ອນ 30,000-50,000 ກີບຕໍ່ກິໂລ ຊຶ່ງລາຄາຂຶ້ນ 1 ເທົ່າແລະເກືອບທຸກຢ່າງ ແພງຂຶ້ນໝົດ.

ຊີ້ນໝູໂລນຶ່ງ 70-75 ພັນ. ບາງເທື່ອກາໄດ້ຊື້ ເຄື່ອງຂາດກາຫາຍາກເນາະ ຄຸ້ມຄອງກັນຫັ້ນນ່າ ຫຼັກໃຜຫຼັກລາວ ຂາຍເຄື່ອງກະດາຍ. ຂຶ້ນໝົດທຸກຢ່າງ ໝົດເລີຍ ບໍ່ມີໂຕໃດມັນຈະລົງ ເປັນຜັກຫອມ ຊື້ມື້ນີ້ໂລນຶ່ງກາ 70 ພັນຊີ້. ມື້ອື່ນມາເປັນແສນແລ້ວນ່າ ບໍ່ມີເຮົາກາໄດ້ໃຊ້ໄດ້ຊື້.

ແມ່ຄ້າຂາຍຊີ້ນໝູ ໃນນະຄອນຫຼວງພຣະບາງ ກໍໄດ້ກ່າວວ່າໃນຄວາມເປັນຈິງ ກໍຢາກໃຫ້ທາງການໄປກຳນົດ ລາຄາທີ່ໜ້າຟາມຫຼາຍກ່ວາ ແທນທີ່ຈະມາກຳນົດລາຄາ ກັບແມ່ຄ້າຄົນກາງ ຍ້ອນວ່າແມ່ຄ້າຄົນກາງ ໄດ້ຮັບຊື້ຊີ້ນໝູຈາກທີ່ເຂົາເຈົ້າຄົວມາ ໃນລາຄາປະມານ 62,000 ກີບຕໍ່ກິໂລ ຊຶ່ງກໍຖືວ່າຮັບມາແພງຫຼາຍ ບາງເທື່ອຖ້າລູກຄ້າຕ້ອງການ ແຕ່ຊີີ້ນບໍ່ຕິດກະດູກ ກໍຕ້ອງຈຳເປັນຂາຍເກີນລາຄາ ທີ່ທາງການກຳນົດ 65,000 ກີບຕໍ່ກິໂລ ເພາະຕ້ອງຄິດໄລ່ຄ່າຂົນສົ່ງ, ຄ່າແຮງງານ ແລະ ຄ່າພາສີ.

ລາຄາສົ່ງ 62 ແລ້ວເດ້ ເປັນປະເພດໝູໂປ່ງນີ້ນ່າ 63 ແລ້ວ. ແລ້ວກາຕ້ອງໄດ້ຂາຍ 65. ຄັນຜູ້ໃດເຈາະກໍຕ້ອງໄດ້ຂາຍ 70 ຊີ້ນ່າ. ຂາຍໄປຊີ້ ມັນກໍຕ້ອງຫຼຸບທຶນໝົດຢູ່ແລ້ວ ມັນຄ່າແຮງງານຫຍັງ ຈັ່ງຊີ້ ການຄ່າພາສີຫຍັງ ກາຫຼາຍຢ່າງ ຕ້ອງໄປປັບໜ້າຟາມ ໃຫ້ພວກຂ້ອຍ ອັນນີ້ມີແຕ່ມາເວົ້າຢູ່ຕລາດ.

ຍານາງໄດ້ກ່າວຕື່ມວ່າ ປັດຈຸບັນກໍຄ້າຂາຍບໍ່ຄ່ອຍດີ ຄືແຕ່ກ່ອນ ຍ້ອນສິນຄ້າ ຫຼາຍຢ່າງມີລາຄາແພງຂຶ້ນ ຫຼາຍຄົນກໍຕ້ອງປະຢັດ ການຈັບຈ່າຍ ໃຊ້ສອຍ ແຕ່ເຖິງແມ່ນວ່າ ຈະມີຄົນມາຊື້ຊີ້ນໝູ ເຂົາເຈົ້າກໍຊື້ ໃນປະຣິມານ ທີ່ໜ້ອຍລົງ.

ດ້ານແມ່ຄ້າຂາຍຊີ້ນໝູ ອີກຄົນນຶ່ງ ໄດ້ກ່າວວ່າ ການທີ່ທາງການ ກຳນົດລາຄາຂາຍຊີ້ນໝູ ປະເພດ 1 ບໍ່ໃຫ້ຂາຍເກີນ 65,000 ກີບຕໍ່ກິໂລ ກໍສາມາດຂາຍໄດ້ ຕາມກຳນົດ ແຕ່ກໍຈະບໍ່ໄດ້ກຳໄລຫຼາຍ ເພາະຕົນເອງຮັບມາ ໃນລາຄາປະມານ 60,000 ກີບຕໍ່ກິໂລ ຊຶ່ງກໍຖືວ່າແພງຫຼາຍ ແລະລາຄານີ້ ຍັງບໍ່ຮວມຄ່າອື່ນໆ ນຳອີກ.

ໝູຂຶ້ນ. ຊື້ມາກາ 60 ແລະເຮົາຂາຍ 65. ມັນກາພໍໄດ້ຢູ່ ມັນພໍໄດ້ຊື້ກິນເຊົ້າກິນແລງໄປເທົ່ານັ້ນແຫຼະ ຄັນເພິ່ນບໍ່ກົດ ໜ່ວງແຮງແທ້ ກະພໍຖູພໍໄຖຢູ່.

ອີງຕາມການຣາຍງານ ຂອງຜແນກອຸດສາຫະກັມ ແລະການຄ້າ ແຂວງຫຼວງພຣະບາງ ໃນວັນທີ 18 ສິງຫາ 2022 ໄດ້ແຈ້ງການກຳນົດ ລາຄາຊີ້ນໝູພັນ ປະເພດ 1, ຊີ້ນສົດບໍ່ໃຫ້ຂາຍເກີນລາຄາ 65,000 ກີບຕໍ່ກິໂລ ແລະໄດ້ກຳນົດຂອດຂາຍ ຍົກສົ່ງເຖິງລູກຂຽງ ບໍ່ໃຫ້ເກີນ 62,000 ກີບຕໍ່ກິໂລ.

ສາເຫດທີ່ແຈ້ງການ ກໍຍ້ອນວ່າເປັນການກຳນົດ ກົດລະບຽບລາຄາ ໃຫ້ປະຊາຊົນ ຮັບຮູ້ເຖິງລາຄາ ທີ່ແທ້ຈິງ ເພື່ອບໍ່ໃຫ້ຜູ້ປະກອບການ ສວຍໂອກາດຂຶ້ນລາຄາ ແຕ່ແຈ້ງການນີ້ ຈະກຳນົດສະເພາະໃນນະຄອນຫຼວງພຣະບາງ ເທົ່ານັ້ນ ສ່ວນເມືອງອື່ນໆ ການຄ້າ ແຕ່ລະເມືອງຈະເປັນຜູ້ກຳນົດເອງ.

ດັ່ງເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ໃນແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ໂຕນີ້ ມັນຈະບໍ່ທົ່ວແຂວງນ່າ ຊິຄຸ້ມຄອງຢູ່ບ່ອນໃຫຍ່ ຢູ່ອັນນ່າໃນກາງ ນະຄອນຫຼວງພຣະບາງ ເພື່ອໃຫ້ຜູ້ບໍຣິໂພກ ໃຫ້ເພິ່ນຮູ້. ຄັນຖ້າວ່າແມ່ຄ້າຂາຍເກີນ ເຂົາຕ້ອງໄດ້ແຈ້ງ ຕ້ອງໄດ້ມີມາຕການ ໃຫ້ເຂົາເຈົ້າບໍ່ຂາຍເກີນ ບໍ່ແຈ້ງ ບາງເທື່ອ ເຂົາລັກຂຶ້ນລາຄາກາມີ.

ທ່ານໄດ້ກ່າວຕື່ມວ່າ ຖ້າຫາກປະຊາຊົນ ໃນນະຄອນຫຼວງພຣະບາງ ພົບເຫັນວ່າ ແມ່ຄ້າຂາຍຊີ້ນໝູ ປະເພດ 1 ເກີນລາຄາ ທີ່ທາງການກຳນົດ ກໍສາມາດແຈ້ງໄປຍັງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃຫ້ລົງກວດກາກວດສອບໄດ້ ແລະຖ້າຫາກເຈົ້າໜ້າທີ່ພົບວ່າ ຜູ້ປະກອບການຂາຍຊີ້ນໝູ ເກີນລາຄາແທ້ ກໍຈະຖືກປັບໃໝ ແລະເຮັດບົດບັນທຶກ ແລະຖ້າຫາກກວດພົບ ເຖິງ 3 ຄັ້ງ ຈະຖືກຖອນໃບອະນຸຍາດທັນທີ.

ຢ່າງໃດກໍຕາມ ເສຖກິຈໃນປະເທດລາວ ຍັງປະສົບບັນຫາ ເງິນເຟີ້ຢູ່ຕໍ່ເນື່ອງ ມາຕັ້ງແຕ່ເດືອນກຸມພາ 2022 ຊຶ່ງກໍເປັນໄລຍະເວລາ 6 ເດືອນແລ້ວ ຍັງບໍ່ມີທ່າທີຈະດີຂຶ້ນ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີມາຕການ ທີ່ຊັດເຈັນວ່າ ຈະແກ້ໄຂບັນຫາດັ່ງກ່າວນີ້ ໄດ້ເທື່ອ.

ອີງຕາມການຣາຍງານ ສະພາບອັດຕຣາເງິນເຟີ້ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ ລະບຸວ່າ ໃນເດືອນກໍຣະກະດາ 2022 ອັດຕຣາເງິນເຟີ້ ສູງຂຶ້ນ 25.6% ໂດຍມີສາເຫດມາຈາກເດືອນກໍຣະກະດາ ເປັນໄລຍະຣະດູຝົນ ເຮັດໃຫ້ຜລິຕພັນ ກະສິກັມ ແລະພືດພັກສນອງບໍ່ພຽງພໍ ຊຶ່ງເປັນປັດຈັຍນຶ່ງ ເຮັດໃຫ້ລາຄາ ໝວດສະບຽງອາຫານ ເໜັງຕີງ ປະກອບກັບການປັບຂຶ້ນ ຂອງລາຄານໍ້າມັນເຊື້ອເພີງ ແລະສະພາບການ ອ່ອນຄ່າຂອງເງິນກີບ ຊຶ່ງສົ່ງຜົລກະທົບ ໂດຍຕຣົງຕໍ່ການນໍາເຂົ້າ ສິນຄ້າຈາກຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.