ທາງຣົດໄຟກະທົບຊາວບ້ານ ຫ້ວຍຄ່າ
2017.11.13

ປະຊາຊົນຈຳນວນ 20 ຄອບຄົວຢູ່ບ້ານຫ້ວຍຄ່າ ເມືອງໄຊແຂວງອຸດົມໄຊ ໄດ້ຮັບຜົລກະທົບຈາກໂຄງການຣົດໄຟ ລາວ-ຈີນ ທັງເສັຽທີ່ດິນ ແລະຖືກໂຍກຍ້າຍ ໄປຢູ່ບ່ອນໃຫມ່ ເນື່ອງຈາກແລວທາງຣົດໄຟ ແລະ ອຸມົງ ທາງຣົດໄຟ ຕັດຜ່ານເນື້ອທີ່ປູກຝັງ ຂອງພວກຂະເຈົ້າ, ດັ່ງ ເຈົ້າຫນ້າທີ່ ເມືອງໄຊ ທ່ານນຶ່ງກ່າວໃນມື້ວັນທີ 13 ພືສຈິກາ ນີ້ວ່າ:
"ມີຮອດ 20 ປາຍພຸ້ນແຫລະ ເຮືອນທີ່ດິນຫັ້ນແຫລະ ມີຜົລກະທົບຫລາຍແຕ່ວ່າ ກະຍັງບໍ່ຮູ້ເທື່ອ ໃນບ້ານຫັ້ນຊີ່ຍ້າຍ ຈາກບ້ານບໍ່ມີ ມີແຕ່ ພວກເຂີຍບໍ ມີໃພ້ກະຍ້າຍອອກນ້ອຍນຶ່ງ ເປັນຄົວຫັ້ນແຫລະ".
ທ່ານກ່າວຕື່ມວ່າ ຜ່ານມາເຈົ້າຫນ້າທີ່ ໄດ້ມາສຳຣວດແລວທາງຣົດໄຟ ແລະຮິບໂຮມຂໍ້ມູນໄປຄົ້ນຄວ້າ ແຕ່ເທົ່າເຖິງປັດຈຸບັນ ຍັງບໍ່ໄດ້ບອກ ຊາວບ້ານວ່າ ຈະໄດ້ຄ່າຊົດເຊີຍຫລາຍປານໃດ ເປັນແບບດຽວກັນກັບ ຫລາຍບ້ານທີ່ຖືກ ທາງຣົດໄຟຕັດຜ່ານ ປະຊາຊົນ ກໍຍັງຮູ້ວ່າຈະໄດ້ ຮັບຄ່າຊົດເຊີຍຫລືບໍ່ ຍັງລໍຖ້າຄຳຕອບ ຈາກທາງການຢູ່.
ບ້ານຫ້ວຍຄ່າຕັ້ງຢູ່ຣະຫວ່າງເສັ້ນທາງ ຈາກເມືອງໄຊຫາເມືອງນາຫມໍ້ ໃນປັດຈຸບັນເຂດບ້ານນີ້ ກຳລັງຢູ່ໃນການເຈາະອຸມົງ ເທິງພູໃກ້ກັບ ບ້ານຕົງກັນຂ້າມ ໂຮງຮຽນປະຖົມ ແຕ່ເຈົ້າຫນ້າທີ່ ບອກວ່າ ໂຄງການສ້າງທາງຣົດໄຟ ຈະບໍ່ສົ່ງຜົລກະທົບ ຕໍ່ໂຮງຮຽນປະຖົມ ແຕ່ຢ່າງໃດ.
ໂຄງການສ້າງທາງຣົດໄຟ ຢູ່ແຂວງອຸດົມໄຊ ມີຄວາມຍາວປະມານ 126.6 ກິໂລແມັດ ປະກອບດ້ວຍ 9 ສະຖານີ ມີຂົວສຳລັບຣົດໄຟ 57 ແຫ່ງ ແລະອຸມົງ 34 ແຫ່ງ ມີແຄັມພັກຂອງຄົນງານ 3 ແຫ່ງ ມີແຫ່ງນຶ່ງຢູ່ບ້ານຂຸມ ແລະສອງແຫ່ງຢູ່ຣະຫວ່າງ ເສັ້ນທາງເມືອງນາຫມໍ້ ຫລ່າສຸດ ວິສວະກອນຈີນ ໄດ້ເຈາະອຸມົງ ຢູ່ແຂວງອຸດົມໄຊ ໃນຄວາມຍາວຮວມກັນ ປະມານ 7 ກິໂລແມັດ ແລະວຽກງານການເຈາະອຸມົງ ໄດ້ຄືບຫນ້າເຖີງ 10% ແລ້ວ.