ທາງຣົດໄຟມີຜົນກະທົບ ຕໍ່ 4 ພັນປາຍ ຄອບຄົວ

ສິດນີ
2017.11.20
F-Railway ເຄື່ອງໝາຍ ປັກແລວທາງຣົດໄຟ ລາວ-ຈີນ ທີ່ຕັດຜ່ານ ທົ່ງນາຂອງປະຊາຊົນ ໃນແຂວງວຽງຈັນ
RFA/PT

ເຈົ້າໜ້າທີ່ຣະດັບສຸງ ສປປລາວ ກ່າວວ່າ ປະຊາຊົນ ທີ່ຈະໄດ້ຮັບຜົນກະທົບ ຈາກ ໂຄງການ ທາງຣົດໄຟ ລາວ-ຈີນ ມີຢູ່ປະມານ 4,411 ຄອບຄົວ ໃນຂະນະທີ່ ຈຳນວນເນື້ອທີ່ດິນ ທີ່ຈະຖືກທາງຣົດໄຟຕັດຜ່ານ ແມ່ນຈະຫລຸດລົງ ຈາກການປະເມີນ ທີ່ຜ່ານມາ. ທ່ານ ລັດຕະນະມະນີ ຄູນນີວົງ, ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທັງເປັນຜູ້ຮັບຜິດຊອບ ການກໍ່ສ້າງ ໂຄງການທາງຣົດໄຟ ລາວ-ຈີນ, ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 17 ພຶສຈິກາ ວ່າ:

"ຈຳນວນເກົ່າ ຈຳນວນເກົ່າຫັ້ນກ່ອນ ຄອບຄົວ ຖືວ່າ ຍັງຢູ່ເກົ່າບໍ່ທັນປ່ຽນແປງ ເພາະວ່າ ຍັງກຳລັງ ຢູ່ໃນຂັ້ນຕອນຄືເກົ່າ ກວດກາຄືນ ເພື່ອ ຄວາມລະອຽດ ຈຶ່ງສລຸບ ໃຫ້ມີເປີດ ກອງປະຊຸມສລຸບຄັກແນ່ ເປັນຈັ່ງໃດ ໃຫ້ມີໂຕເລກເອກກະພາບ ໂຕເລກ ຍັງໂຕເລກຄືເກົ່າຫັ້ນລະ."

ອີງຕາມຂໍ້ມູນຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ໃນເບື້ອງຕົ້ນ ເນື້ອທີ່ດິນ ທີ່ຈະຖືກແລວທາງຣົດໄຟ ແມ່ນ 3,832 ເຮັກຕາຣ໌, ແຕ່ໃນໂຕຈິງ ເນື້ອທີ່ດິນ ຈະໜ້ອຍກ່ວາເກົ່າ. ທ່ານ ລັດຕະນະມະນີ ກ່າວຕື່ມອີກວ່າ ພາຍຫລັງ ປັກຫລັກໝາຍລະອຽດ ແລະ ໄປສຳຣວດຄືນ ເຂດສງວນຫັ້ນ ມັນກະໜ້ອຍເຂົ້າ ໂຕເລກມັນຊິຫລຸດລົງຫລາຍ ສະນັ້ນມັນຕ້ອງໄດ້ສລຸບຄືນ. ສ່ວນຄ່າຊົດເຊີຍນັ້ນ ປັດຈຸບັນ ຄະນະກັມມະການຂັ້ນແຂວງ ເປັນຜູ້ສລຸບ ແລະ ເປັນຜູ້ຮັບຜິດຊອບເລື້ອງນີ້, ທ່ານກ່າວຕື່ມວ່າ:

"ມັນຂຶ້ນກັບຄະນະກັມມະການ ແຕ່ວ່າ ມັນມີ ຄະນະກັມມະການ ສະເພາະເຮັດອັນນີ້ ຂອງແຂວງ ຂອງແຕ່ລະແຂວງເຮັດ ພວກຂ້າພະເຈົ້ານີ້ ຊຸກຍູ້ໃຫ້ ມັນມີການຈັດຕັ້ງ ຄະນະກັມມະການ ຂອງແຂວງເປັນຜູ້ເຮັດ ຂອງແຕ່ລະແຂວງ ພວກຂ້າພະເຈົ້າ ເປັນຜູ້ຊຸກຍູ້ ໃຫ້ຂໍ້ມູນແມ່ນຫຍັງ ຕ່າງໆ ປະສານສົມທົບເຮັດໜ້າທີ່ອັນນີ້ ຮ່ວມກັນເຮັດ."

ມາຮອດປັດຈຸບັນ ການກໍ່ສ້າງ ມີຄວາມຄືບໜ້າແລ້ວ 13.5 ເປີເຊັນ ຊຶ່ງໃນນັ້ນ ທາງໂຄງການໄດ້ເຈາະອຸມົງ 119 ຈຸດ ທີ່ມີຄວາມຍາວທັງໝົດ ປະມານ 23 ກິໂລແມັດ. ໃນຂະນະທີ່ ຊາວບ້ານ ກໍາລັງລໍຖ້າຄ່າຊົດເຊີຍຢູ່, ຄະນະກັມມະການຂັ້ນແຂວງ ກໍຍັງ ບໍ່ທັນໄດ້ລົງມາປະຊຸມ ກັບ ຊາວບ້ານ ໃນເລື້ອງນີ້ເທື່ອ. ຊາວຫລວງພຣະບາງ ທ່ານນຶ່ງ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງຣົດໄຟ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 20 ພຶສຈິກາ ວ່າ:

"ເຮົາກະຮູ້ວ່າ ຊິໄດ້ຄ່າຊົດເຊີຍຢູ່, ແຕ່ຍັງບໍ່ຮູ້ຄັກແນ່ວ່າ ມື້ໃດຊິໄດ້. ທີ່ຜ່ານມາ ທາງໂຄງການຄິດໄລ່ ແຕ່ກະເບື້ອງ, ຄ່າດິນຈີ່ ແລະ ຄ່າຫຍັງ ຕ່າງໆ ສຳລັບສິ່ງປຸກສ້າງ, ແຕ່ ເຈົ້າໜ້າທີ່ ຍັງບໍ່ທັນມາເວົ້າ ເລື້ອງຄ່າຊົດເຊີຍ ທີ່ດິນເທື່ອ."

ໂຄງການທາງຣົດໄຟ ລາວ-ຈີນ ມີຄວາມຍາວປະມານ 414 ກິໂລແມັດ ແລ່ນຜ່ານທັງໝົດ 13 ເມືອງ ຢູ່ແຂວງ ຫລວງນ້ຳທາ, ອຸດົມໄຊ, ຫລວງພຣະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ, ມີມູນຄ່າ ການລົງທຶນ ປະມານ 6 ຕື້ ໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.