ໂຄງການ ຣົດໄຟ ຄວາມໄວສູງ ລາວ-ວຽດນາມ ຍັງບໍ່ມີ ຄວາມ ຄືບໜ້າ ພໍເທົ່າໃດ, ຈົນມາເຖີງ ປັດຈຸບັນ ນີ້ ບໍຣິສັດ Giant Consilidated ຂອງ ມາເລເຊັຍ ຊຶ່ງ ເປັນຜູ້ ລົງທຶນ ໃນໂຄງການ ທີ່ໄດ້ ສໍາຫຼວດ ພື້ນທີ່ ໃນແຂວງ ສວັນນະເຂດ ເມື່ອຕົ້ນປີ ຜ່ານມາ ນັ້ນ ກໍຍັງບໍ່ສົ່ງ ບົດຣາຍງານ ຜົນຂອງການ ສໍາຫຼວດ ມາໃຫ້ທາງ ແຂວງ ແຕ່ຢ່າງໃດ ແລະ ຜູ້ຕາງໜ້າ ບໍຣິສັດ ກໍຍັງບໍ່ກັບມາ ແຂວງ ນີ້ອີກ ແລະ ທາງ ບໍຣິສັດ ກໍຍັງ ບໍ່ທັນມີ ແຜນສ້າງ ຫ້ອງການ ຢູ່ ແຂວງ ສວັນນະເຂດ ເທື່ອ ເຖິງວ່າ ຈະຕ້ອງ ໄດ້ສ້າງຂຶ້ນ ແນ່ນອນ. ດັ່ງເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເວົ້າໃນ ວັນທີ 6 ມິຖຸນາ 2013 ນີ້ວ່າ:
"ຫ້ອງການບໍ ຍັງບໍ່ທັນ ໄດ້ວ່າແນວໃດ ກະແນ່ນອນ ທີ່ສຸດແລ້ວ ເວລາຈັດຕັ້ງ ປະຕິບັດ ໂຄງການ ມັນຕ້ອງ ມີຫ້ອງການ ຂອງ ໂຄງການ ຢູ່ພີ້ ຢູ່ແຂວງຊິນະ".
ທ່ານເວົ້າ ຕໍ່ໄປວ່າ ເຖິງແມ່ນ ໂຄງການ ຣົດໄຟ ຄວາມໄວສູງ ລາວ-ວຽດນາມ ຍັງບໍ່ມີ ຄວາມຄືບໜ້າ ຫລາຍ ແຕ່ທ່ານ ກໍຢືນຢັນວ່າ ຜູ້ຕາງໜ້າ ບໍຣິສັດ ດັ່ງກ່າວ ຍັງຕິດຕໍ່ ປະສານວຽກງານ ກັບ ທາງກະຊວງ ໂຍທາທິການ ແລະ ຂົນສົ່ງ ຢູ່ເລື້ອຍໆ ແລະ ມີຣາຍລະອຽດ ນໍາກັນ ຫລາຍ ພໍສົມຄວນ ແຕ່ຍັງ ບໍ່ສາມາດ ເປີດເຜີຍໄດ້ ເທື່ອ.
ໂຄງການ ຣົດໄຟ ຄວາມໄວສູງ ສາຍນີ້ ມີແຜນ ຈະວາງ ສີລາເລີກ ຢູ່ ເມືອງໄກສອນ ພົມວິຫານ ໃນເດືອນ ສິງຫາ ທີ່ ຈະມາເຖິງນີ້. ແຕ່ເຣື່ອງ ເລີ່ມກໍ່ສ້າງ ນັ້ນ ຍັງບໍ່ມີ ກໍານົດ ເທື່ອ.
