ຫົວຫນ້າພັກ ຝ່າຍຄ້ານ ຂອງໄທ ຮຽກຮ້ອງ ໃຫ້ ຣັຖບານ ສ້າງເສັ້ນທາງ ຣົຖໄຟ ຄວາມໄວສູງ ເສັ້ນບາງກອກ ຫນອງຄາຍ ຜ່ານລາວ ໄປຈີນ ກ່ອນ ໂຄງການ ອື່ນ.
ໃນມື້ວັນ ພະຫັດ ອະດີດ ນາຍົກ ຣັຖມົນຕຣີໄທ ທ່ານ ອະພິຊິດ ເວດຊາຊິວະ ຫົວຫນ້າພັກ ຝ່າຍຄ້ານ ໄດ້ຮຽກຮ້ອງ ໃຫ້ຣັຖບານ ສ້າງເສັ້ນທາງ ຣົຖໄຟ ຄວາມ ໄວສູງ ເສັ້ນບາງກອກ ຫນອງຄາຍ ຜ່ານລາວ ໄປຈີນ ກ່ອນ ໃນໂຄງການ ເສັ້ນທາງ ຣົຖໄຟ ຄວາມໄວສູງ ຂອງໄທ ຄັ້ງປວັດສາດ ທີ່ຈະໃຊ້ ງົບປະມານ ກໍ່ສ້າງ ປະມານ 730 ພັນ ລ້ານໂດລາ. ທ່ານຍັງໄດ້ ຄັດຄ້ານ ທີ່ຣັຖບານໄທ ຈະຢຶມເງິນ ມາສ້າງ ເສັ້ນທາງ ດັ່ງກ່າວ ແທນທີ່ ຈະໃຊ້ ງົບປະມານ ຂອງ ຣັຖບານ.
ໃນການ ໂຕ້ວາທີ ກັນ ໃນສະພາ ກ່ຽວກັບ ການຊອກຫາ ແຫລ່ງທຶນ ໃນໂຄງການ ສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ຄັ້ງປວັດສາດ ຂອງ ຣັຖບານໄທ ແລະ ກົນໄກ ການກໍ່ສ້າງ ໂຄງຮ່າງພື້ນຖານ ອຶ່ນໆ ທ່ານ ອະພິຊິດ ເວດຊາຊິວະ ຫົວຫນ້າພັກ ປະຊາທິປັດ ໄດ້ ແນະນຳ ວ່າ ໂຄງການສ້າງ ເສັ້ນທາງຣົຖໄຟ ຄວາມໄວສູງ ຣະຫວ່າງ ບາງກອກ ຫາ ຫນອງຄາຍ ພາກຕາເວັນອອກ ສ່ຽງເຫນືອ ຂອງໄທ ທີ່ມີຊາຍແດນ ຕິດກັບລາວ ຄວນສ້າງກ່ອນ ເສັ້ນທາງ ສາຍອຶ່ນໆ ເຊັ່ນ: ຣະຫວ່າງ ບາງກອກ ຫາ ຊຽງໃຫມ່ ບ້ານເກີດ ຂອງ ນາຍົກ ຣັຖມົນຕຣີໄທ ຄົນ ປັດຈຸບັນ ນາງສາວ ຍີ່ງລັກ ຊີນນະວັດ.
ທ່ານວ່າ ເປັນຫຍັງ ເສັ້ນທາງ ບາງກອກ ຊຽງໃຫມ່ ຈື່ງຈະສ້າງກ່ອນ ເສັ້ນບາງກອກ ຫນອງຄາຍ ແລະ ເປັນຫຍັງ ຈື່ງສ້າງກ່ອນ ເສັ້ນບາງກອກ ປາດັງເບຊາ ແລະວ່າ ຖ້າຈະ ປະຕິບັດ ຕາມ ນະໂຍບາຍ ການເຊື່ອມໂຍງ ຣະຫວ່າງ ປະເທດໄທ ກັບ ອາຊຽນ ແລ້ວ ເສັ້ນ ບາງກອກ ຫນອງຄາຍ ເປດັງເບຊາ ແລະ ດາເບ ຄວນຈະຖືກ ນຳມາ ພິຈາຣະນາ ກອ່ນ.
