ໜີ້ສິນ ສາທາຣະນະ ຂອງລາວສູງຂຶ້ນ 14.5 ຕື້ໂດລ້າຣ໌ສະຫະຣັຖ

0:00 / 0:00

ໜີ້​ສິນ​ສາ​ທາ​ຣະ​ນະ​ຂອງ​ລາວ ໃນ​ປີ 2021 ມີ​ມູນ​ຄ່າ 14.5 ຕື້​ໂດ​ລ້າຣ໌ ໃນນັ້ນໜີ້​ສິນ​ຂອງ​ຂ​ແນງ​ການ​ໄຟ​ຟ້າ ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ໃນ​ຂະ​ນະ​ທີ່​ການ​ເກັບ​ລາຍ​ຮັບບໍ່​ທັນ​ໄດ້​ດີ.

ຂໍ້​ມູນ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022 ໄດ້​ລະ​ບຸວ່າ ໃນ​ປີ 2019 ໜີ້​ສິນ​ສາ​ທາ​ຣະ​ນະ​ຂອງ​ລາວກວມ​ເອົາ 68 ເປີ​ເຊັນ ຂອງລວມຍອດ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ເທົ່າ​ກັບ 12.5 ຕື້​ໂດ​ລ້າຣ໌ ສ່ວນ​ວ່າ ປີ 2021 ໜີ້​ສິ​ນ​ສາ​ທາ​ຣະ​ນະ​ຂອງ​ລາວ ກວມ​ເອົາ 88 ເປີ​ເຊັນ ຂອງ GDP ເທົ່າ​ກັບ 14.5 ຕື້​ໂດ​ລ້າຣ໌.

ໃນ​ຈຳ​ນວນ​ໜີ້​ສິນ 14.5 ຕື້​ໂດ​ລ້າຣ໌ ໃນ​ປີ 2021 ໜີ້​ສິນ​ໃນຂ​ແນງ​ການ​ໄຟ​ຟ້າ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ຫຼື ເທົ່າ​ກັບ 30 ເປີ​ເຊັນ ອີງ​ຕາມຂໍ້​ມູນ​ຈາກ​ທະ​ນາ​ຄານ​ໂລກ .

ທ່ານ ອາເລັກ ຄຣີເມີ້ຣ໌ (Alex Kremer) ຜູ້​ຕາງ​ໜ້າ ​ຫ້ອງ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ​ປະ​ເທດ​ລາວ ໄດ້​ກ່າວ ຢູ່​ໃນ​ບົດ​ຖ​ແລງ​ຂ່າວ ໃນ​ວັນ​ທີ 13 ພຶ​ສ​ພາ ວ່າ: " ສະ ​ພາບ​ການ​ໃນ​ ສ​ປ​ປ ​ລາວ ຍິ່ງ​ທ້າ​ທາຍ​ເປັນ​ພິ​ເສດ ເນື່ອງ​ຈາກ​ບັນ​ຫາ​ໜີ້​ສິນ​ສາ​ທາ​ຣະ​ນະ ແລະ ການ​ຈັດ​ເກັບ​ລາຍ​ຮັບ​ທີ່​ຍັງ​ບໍ່​ທັນ​ດີ ດັ່ງ​ນັ້ນ ບູ​ລິ​ມະ​ສິດ ແມ່ນ​ຄວນ​ເລັ່ງ​ໃສ່​ການ​ເກັບ​ລາຍ​ຮັບ ໂດຍ ການ​ທົບ​ທວນ​ຄືນນະ​ໂຍ​ບາຍ​bການ​ຍົກ​ເວັ້ນພາ​ສີ​ອາ​ກອນ ໃນ​ໂຄງ​ການ​ລົງ​ທຶນ."

ໄລ​ຍະ​ຜ່ານ​ມາ ກະ​ຊວງ​ການ​ເງິນ ໄດ້​ອອກ​ແຈ້ງ​ການ ເຖິງຫົວ​ໜ່ວຍ​ທຸ​ຣະ​ກິຈ ທີ່​ຍັງ​ມີ​ໃບ​ເກັບ​ອາ​ກອນ​ທີ່​ໃຊ້​ບໍ່​ທັນ​ໝົດ ໃຫ້​ສ​ເນີ​ໄປ​ຍັງຂ​ແນງ​ການ​ຊ່ວຍ​ສາ​ອາ​ກອນ ເພື່ອ​ຫຼຸດ​ຜ່ອນ​ອາ​ກອນ​ມູນ​ຄ່າ​ເພີ່ມ ຈາກທີ່​ເຄີຍ​ເສັຽ 10 ເປີເຊັນ ມາ​ເປັນເສັຽ 7 ເອີ​ເຊັນ.

ເຈົ້າ​ໜ້າ​ທີ່​ຜ​ແນກ​ຊ່ວຍ​ສາ​ອາ​ກອນ ຜູ້ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ພຶ​ສ​ພາ ວ່າ:

" ນຳ ໃຊ້ ຫຼຸດ ໝົດ ຫັ້ນ ແຫຼະ ຈັດ ຕັ້ງ ປະ ຕິ ບັດ ແລ້ວ ແຕ່ ວ່າເກົ່າ ອັນ ທີ່ ເວັ້ນ ສັນ ຍາ ຜ່ານ ມາ ກໍ ຕ້ອງ ໄດ້ ເບິ່ງສັນ ຍາ ຄືນເນາະ ຄັນ ວ່າ ເພິ່ນ ວ່າ ປ່ຽນ ໃສ່ ອັນ ປະ ຕິ ບັດ ຕາມ ສັນ ຍາ ປັບ ປຸງແຕ່ ໄລ ຍະ ກະ ນຳ ໃຊ້ ໄດ້ ເລີຍ ແຫຼະ ເຫຼືອ 7 ເປີ ເຊັນ ແຕ່ ມີ ການ ຍົກ ເວັ້ນ ກໍ ແນ່ນອນ ແຫຼະ ສົ່ງ ຜົ ກະ ທົບ ຕໍ່ ລາຍ ຮັບ ແຕ່ວ່າ ເພິ່ນ ກໍ ເບິ່ງ ເພິ່ນ ກໍ ຊິ ຮັກ ສາ ເບິ່ງ ຫັ້ນ ແຫຼະ ໃຫ້ ນັກ ລົງ ທຶນ ສາ ມາດ ລົງ ທຶນ ໄປ ໄດ້ ຫັ້ນ ແຫຼະ ເອີ ກໍ ເກັບ ປົກ ຕິ ພາ ສີ ທີ່ ດິນ ໂຕ ຫັ້ນ ແຫຼະ ອາ ກອນ ເງິນ ເດືອນ ."

ໃນ​ເດືອນ​ເມ​ສາປີ 2022 ອັດ​ຕ​ຣາ​ເງິນ​ເຟີສູງ​ຂຶ້ນ 9.9 ເປີ​ເຊັນ ຈາກ 2 ເປີ​ເຊັນ ໃນ​ປີ 2021 ທີ່​ຜ່ານ​ມາ ຖ່າມ​ກາງການ​ຣະ​ບາດ​ຂອງ​ໂຄວິດ-19 ອີງ​ຕາມ​ຂໍ້​ມູນ​ຈາກ​ທະ​ນາ​ຄານ​ໂລກ.

ຕາມ​ກົດ​ໝາຍ​ແລ້ວ ກໍ​ຕ້ອງ​ເສັຍ​ພາ​ສີ, ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່າ​ນນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ພຶ​ສ​ພາ ວ່າ:

" ພາ ​ສີ​ລະ​ມັນ​ກໍ ກໍ​ອີງ​ຕາມ​ກົດ​ໝາຍ​ມັນ​ຫັ້ນ​ແຫຼະ ຄັນ​ໝົດ​ຫຼາຍ​ກໍ​ເສີຽ​ຄ່າ​ທາງ ເສັຽອາ​ກອນແລ້ວ​ກໍ​ແລ້ວ ເຕັກ​ນອກ ເຕັກ​ນິກ ແມ່ນ ຄັນ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ກໍ​ຂຶ້ນ​ເພາະ​ວ່າ ເງິນ​ກີບ​ມັນ​ອ່ອນ​ຄ່າເດ້."

ໜີ້​ສິນ​ສາ​ທາ​ຣະ​ນະ ທີ່​ກູ້​ຢືມ​ມາ​ຈາກ​ຕ່າງ​ປະ​ເທດ ຈະ​ມີ​ຄວາມ​ສ່ຽງຕໍ່​ສະ​ພາບ ອັດ​ຕ​ຣາ​ແລກ​ປ່ຽນອ່ອນ​ຄ່າ ແລະ ແຂງ​ຄ່າ.

ເຈົ້າ​ໜ້າ​ທີ່ ຜູ້​ເຮັດ​ວຽກ​ດ້ານ​ການ​ເງິນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

“ກູ້​ຢືມ​ມາ​ແລ້ວ​ຣັ​ຖ​ບານ​ເປັນ​ໜີ້ ກູ້​ຢືມ​ທຶນດອກ​ເບັ້ຽ​ຕ່ຳ​ເນາະ ຈາກ​ທະ​ນາ​ຄານ​ໂລກບໍ່ ຈາກ​ທະ​ນາ​ຄານ​ເອ​ເຊັຽ ເພິ່ນ​ກໍ​ມີ​ແຕ່​ໃຊ້ 50 ປີ ຂຶ້ນ​ເມືອ ກໍ​ມີ​ສ່ວນ​ແຕ່​ວ່າ ບໍ່​ໜັກ ກໍ​ຄື​ວ່າ ຖ້າ​ຄ່າ​ເງິນບໍ່​ເໜັງ​ຕີງ​ຮອດ 25 ເປີ​ເຊັນ ກໍ​ບໍ່​ໄລ່​ຄືນ​ເນາະ ເປັນ​ລາ​ຄາ​ເກົ່າ ເພິ່ນ​ກໍ​ໃຊ້​ຕາມ​ອັນ​ເກົ່າ​ຫັ້ນ​ນ່າ.”

ປະ​ເທດ​ລາວ ຍັງ​ມີ​ບັນ​ຫາ​ການ​ບໍ​ຣິ​ການ ​ຈັດ​ການ​ໜີ້​ສິນ​ສາ​ທະ​ຣະ​ນະ ແລະ ລະ​ບົບການ​ເກັບ​ລາຍ​ຮັບ ໃນ​ຂະ​ນະ​ທີ ທາງ​ກາ​ນ​ລາວ ໄດ້​ຮ່ວມ​ມື​ກັບ​ພາກ​ທຸ​ຣະກິ​ຈ ແລະເອ​ກ​ຊົນ ເພື່ອ​ຊອກ​ຫາ​ແນວ​ທາງ​ແກ້​ໄຂ​.

ເຈົ້າ​ໜ້າ​ທີ່ຜູ້​ເຮັດ​ວຽກ ​ດ້ານ​ການ​ເງິນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ຣັ ​ຖ​ກໍ​ມີ​ແນວ​ທາງ​ໃນ​ການ​ແກ້​ໄຂ​ ບັນ​ຫາ​ດັ່ງ​ກ່າວນີ້​ຢູ່​ຫຼາຍ​ຢ່າງ​ຢູ່ ບັນ​ຫານີ້ ກໍ​ຕ້ອງ​ໄດ້​ໃຊ້​ເວ​ລາ​ ໃນ​ການ​ສຶກ​ສາ​ແດ່."

ໃນ​ປີວັນ​ທີ 16 ກັນ​ຍາ 2021 ທ່ານ ບຸ​ນ​ເຫລືອ ສິນ​ໄຊ​ວໍ​ລະ​ວົງ ຮອງ​ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ການ​ເງິນ ແລະ ທ່ານ​ ອາ​ເລັກ ເຄຣເມີ້ຣ໌ ຜູ້​ຕາງ​ໜ້າ​ທະ​ນາ​ຄານ​ໂລກ ປະ​ຈຳ​ລາວ ໄດ້​ຮ້ວມ​ກັນ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ວຽກ​ງານໃນ​ການ​ພັ​ທ​ນາ​ຂ​ແນງ​ການ​ເງິນ ໂດຍ​ສະ​ເພາະ​ແຜນ​ຄຸ້ມ​ຄອງ​ການ​ເງິນພາກ​ຣັ​ຖ ຍ້ອນ​ປະ​ເທດ​ລາວປະ​ສົບ​ບັນ​ຫາກ່ຽວ​ກັບ​ການ​ຈັດ​ເກັບ​ລາຍ​ຮັບ ແລະ ການ​ຈັດ​ສັນ​ລາຍ​ຈ່າຍ ໃຫ້​ມີ​ຄວາມ​ສອດ​ຄ່ອງ​ກັນ.

ທີ່​ຜ່ານ​ມາ ກະ​ຊວງ​ການ​ເງິນ ໄດ້​ສ້າງ​ແຜນ​ປະ​ຕິ​ຮູບ ຂ​ແນງ​ການ​ເງິນ​ກ້າວ​ທຳ​ອິດ ເຊິ່ງໄດ້​ຮັບ​ການ​ທຶນ​ຊ່ວຍ​ເຫຼືອລ້າ​ ຈາກ​ຫະ​ພ​າບ​ຢູ່​ໂຣບ ໂດຍຜ່ານ​ທະ​ນາ​ຄານ​ໂລກຈຳ​ນວນ 5 ລ້ານ​ຢູ​ໂຣ ພາຍ​ໃຕ້​ໂຄງ​ການ​ປະ​ຕິ​ຮູບການບໍ​ຣິ​ຫານ​ເງິນ​ສາ​ທາ​ລະ​ນະ ເຊິ່ງ​ໄລ​ຍະ​ໂຄງ​ການ​ຮອດ​ເດືອນ​ມີ​ນາ 2022.

ນອກ​ຈາກນີ້ ລາວ​ຍັງ​ໄດ້​ຮັບ​ການເງິນ​ກູ້​ຢືມ​ຈາກ​ທະ​ນາ​ຄານ​ໂລກຈຳ​ນວນ 20 ລ້ານ​ໂດ​ລ້າຣ໌ ພາຍ​ໃນ​ໂຄງ​ການ​ປັບ​ປຸງ​ລະ​ບົບ​ ການ​ຄຸ້ມ​ຄອງ​ການ​ເງິນ​ແຫ່ງ​ຣັ​ຖ ໃຫ້​ມີ​ຄວາມ​ທັນ​ສ​ມັຍ ເຊິ່ງ​ໂຄງ​ການ​ຈະ​ດຳ​ເນີນ​ການ​ໄປ​ຈົນ​ຮອດ 2025 ເພື່ອ​ປັບ​ປຸງ​ຣະ​ບຽບ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານ ການ​ເງິນ​ຂອງ​ປະ​ເທດ​ລາວ.