ທຸຣະກິຈສວນຢາງ ຂ.ຜົ້ງສາລີ


2013.03.29
F-rubber-tree ການປູກ ຢາງພາລາ ໃນລາວ ມີເພີ້ມຂື້ນເລື້ອຍໆ
RFA

ຊາວສວນຢາງ ຜົ້ງສາລີ ຈໍານວນນຶ່ງ ຍັງບໍ່ເລີ່ມ ປາດຢາງ ຍ້ອນລໍຖ້າ ເບິ່ງແຜນການ ສ້າງໂຮງງານ ແປຮູບ ຢາງພາລາ ເສັຽກ່ອນ.

ຊາວສວນ ປູກຢາງພາລາ ແຂວງ ຜົ້ງສາລີ ພາກັນ ປາດຢາງ ໄປຂາຍ ທີ່ປະເທດຈີນ ໃນຣາຄາ ຕໍ່າກວ່າຣາຄາ ໃນທ້ອງຕລາດ ຄືບໍ່ໄດ້ຮອດ 1,500 ກີບ ຕໍ່ 1 ກິໂລກຣາມ ແລະເຊື່ອວ່າ ຕໍ່ໄປກໍຍັງ ຈະເປັນ ແນວນີ້ຢູ່ ຄືດັ່ງຖືກ ພໍ່ຄ້າຈີນ ກົດຣາຄາ ແລະ ເອົາປຽບ ຊາວສວນ ປູກຢາງ ຄົນລາວ. ດັ່ງນັ້ນ ພວກເຂົາເຈົ້າ ຈຶ່ງຢາກໃຫ້ ທາງແຂວງ ມີໂຮງງານ ແປຮູບ ຢາງພາລາ ໃນໄວໆນີ້ ເພື່ອຈະມີຕລາດ ໄວ້ຮອງຮັບ.

ເຈົ້າໜ້າທີ່ ແຂວງ ຜົ້ງສາລີ ຜູ້ນຶ່ງ ເວົ້າ ໃນວັນທີ 28 ມິນາ 2013 ນີ້ວ່າ ປັດຈຸບັນ ຊາວສວນຢາງ ໃນແຂວງ ຫລາຍຄົນ ຍັງບໍ່ເລີ່ມ ປາດຢາງ ຍ້ອນລໍຖ້າ ແຜນການ ສ້າງໂຮງງານ ແປຮູບ ຢາງພາລາ ໃນແຂວງກ່ອນ ວ່າຈະເລີ່ມ ສ້າງເມື່ອໃດ ເຖິງແມ່ນວ່າ ສວນຢາງ ຈໍານວນຫລາຍ ຈະໄດ້ເລີ່ມ ປາດຢາງ ໄປແລ້ວກໍຕາມ. ທ່ານກ່າວວ່າ:

"ຍັງບໍ່ທັນໄດ້ ປາດເທື່ອ ເພາະວ່າ ຍັງບໍ່ທັນ ອະນຸມັດ ຕັ້ງ ໂຮງງານ ເພາະວ່າດຽວນີ້ ຂັ້ນຕອນ ມັນຍັງຜ່ານ ບົດປະເມີນ ຂັ້ນກະຊວງຢູ່ ເລີຍບໍ່ທັນ ໄດ້ມີ ໂຮງງານ ຮອງຮັບເທື່ອ ກະບໍ່ໄດ້ ປາດເທື່ອ ຖ້າຣັຖບານ ໄດ້ອະນຸມັດ ໃຫ້ ເລີ່ມກໍ່ສ້າງ ຈັ່ງຊີ້ນະ ຂະເຈົ້າກໍຕ້ອງໄດ້ ເຮັດ".

ທ່ານເວົ້າ ຕໍ່ໄປວ່າ ສໍາລັບ ຣາຍລະອຽດ ກ່ຽວກັບ ຄວາມຄືບໜ້າ ຂອງແຜນການ ນັ້ນ ທາງຣັຖບານ ຍັງບໍ່ທັນ ໃຫ້ຄໍາຕອບ ມາທາງແຂວງ ເທື່ອ. ດັ່ງນັ້ນ ຕ້ອງໄດ້ ຕິດຕາມເບິ່ງ ຕໍ່ໄປວ່າ ແຜນການ ທີ່ວ່ານີ້ ຈະຜ່ານຫລືບໍ່ ໃນຂະນະທີ່ ນັກລົງທຶນ ຈີນ ທີ່ຈະເປັນ ຜູ້ສ້າງ ໂຮງງານນັ້ນ ຕຣຽມພ້ອມແລ້ວ ແລະ ຈະເລີ່ມ ລົງມືສ້າງ ທັນທີ ເມື່ອມີ ອະນຸມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.