ເງິນເດືອນຂອງຄູຢູ່ລາວ ຕໍ່າສຸດໃນອາຊ້ຽນ

ສຸພັດຕາ
2024.12.04
ເງິນເດືອນຂອງຄູຢູ່ລາວ ຕໍ່າສຸດໃນອາຊ້ຽນ ຄູທີ່ໂຮງຮຽນແຫ່ງໜຶ່ງ ເຂດຫ່າງໄກສອກຫຼີກ ພາກເໜືອຂອງລາວ ກຳລັງໃຊ້ຮູບປະກອບ ການອະທິບາຍ ບົດຮຽນໃຫ້ນັກຮຽນເທື່ອລະຄົນ, ເດືອນພະຈິກ ປີ 2022.
ຮູບພາບຈາກພົນລະເມືອງ

ປັດຈຸບັນ ເງິນເດືອນຄູ ຢູ່ລາວ ປະມານເດືອນລະ 1 ລ້ານ 6 ແສນກີບ ເຖິງ 1 ລ້ານ 9 ແສນກີບ ເຊິ່ງຕໍ່າສຸດໃນອາຊ້ຽນ, ຂະນະທີ່ ເງິນເດືອນຄູ ຢູ່ກໍາປູເຈຍ ຕໍ່າສຸດ ແມ່ນ 200 ໂດລ້າສະຫະລັດ ຫຼື 4 ລ້ານ 4 ແສນກີບ, ຢູູ່ຫວຽດນາມ 5 ລ້ານ ຫາ 10 ລ້ານດົງ ຫຼື 4 ລ້ານ 3 ແສນ ຫາ 8 ລ້ານ 7 ແສນກີບ ແລະ ຢູ່ໄທ 15,000 ຫາ 35,000 ບາດ ຫຼື 9 ລ້ານ 6 ແສນ ຫາ 22 ລ້ານ 4 ແສນກີບ.

ໃນຂະນະທີ່ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອບໍ່ດົນມານີ້, ທ່ານ ຄຳປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ກ່າວວ່າ ເງິນເດືອນຄູ ຢູ່ແຂວງວຽງຈັນ ມີພຽງແຕ່ 3 ລ້ານ ກີບເທົ່ານັ້ນ.

ຕໍ່ເລື່ອງນີ້ ລັດຖະກອນຄູ ຢູ່ແຂວງສະຫວັນນະເຂດ ທ່ານໜຶ່ງກ່າວວ່າ ຄູຜູ້ທີ່ ສອນຄວບຫ້ອງ ແລະຢູ່ເຂດພູດອຍ ແມ່ນຈະໄດ້ເງິນອຸດໜູນ ລວມໃສ່ເງິນເດືອນ ຄິດເປັນປະມານ 3 ຫາ 4 ລ້ານກີບຕໍ່ເດືອນ, ສ່ວນເງິນເດືອນພື້ນຖານຂອງຄູສ່ວນໃຫຍ່ ຢູ່ທີ່ 1 ລ້ານ 6 ແສນກີບ ເຖິງ 1 ລ້ານ 9 ແສນກີບຕໍ່ເດືອນ ເຊິ່ງບໍ່ກຸ້ມຢູ່ກຸ້ມກິນ, ດັ່ງທ່ານ ສົມທຽບເງິນເດືອນຄູ 1 ລ້ານ 6 ແສນກີບ ບໍ່ກຸ້ມຢູ່ກຸ້ມກິນ ວ່າ:

“ຄ່າໄຟເດືອນໜຶ່ງ ມັນກະຕົກຢູ່ 2 ແສນ ຫຼື 3 ແສນແລ້ວ ຄ່ານໍ້າມັນລົດ ທຽວການ ເດືອນໜຶ່ງ ມັນກໍ່ບໍ່ຕໍ່າກວ່າ 5-6-7 ແສນ ຄ່າລົງຕະຫຼາດອີກ ມື້ລະແສນ ພໍແຮງແລ້ວ ເດືອນໜຶ່ງ ມັນກໍ່ຕົກຢູ່ 3 ລ້ານຫັ້ນ ຈັກສິໄປໄລ່ແນວຫັ້ນ ມັນບໍ່ພໍ ມັນຕ້ອງໄດ້ໃຊ້ເວລາວ່າງ ເປັນປະໂຫຍດ ພວກເຮົາກໍ່ໄດ້ອົດທົນສູ້ຊົນໄປ.”

ລັດຖະກອນຄູ ຢູ່ແຂວງສະຫວັນນະເຂດ ຜູ້ດຽວກັບຂ້າງເທິງນີ້ ກ່າວຕື່ມວ່າ ເມື່ອຖານເງິນເດືອນຄູ ຢູ່ລາວ ຢູ່ໃນລະດັບຕໍ່າ ຈຶ່ງເຮັດໃຫ້ບັນດາຄູ-ອາຈານ ທີ່ຕ້ອງໄດ້ໃຊ້ເວລາ ໃນຍາມໂມງວ່າງສອນ ເອົາໄປທຸ່ມເທ ກັບການປູກຝັງ-ລ້ຽງສັດ ແທນທີ່ຈະແຕ່ງບົດສອນ ແລະທົບທວນບົດຮຽນໃຫ້ນັກຮຽນ ລວມທັງ ແທນທີ່ຈະໃຊ້ເວລາໄປນໍານັກຮຽນ ໃຫ້ກັບມາຮຽນ, ດັ່ງທ່ານກ່າວວ່າ:

“ຄູ-ອາຈານ ໄທເຮົາກໍ່ຍາດແຍ່ງ ເວລາເລີກການ ກັບບ້ານ ກັບຊ່ອງ ກໍ່ຕ້ອງໄດ້ປູກຝັງລ້ຽງສັດໄປນໍາ ໂຊກດີ ທີ່ວ່າ ຄູໄທເຮົາ ຢູ່ເຂດນີ້ ເຂົາເຈົ້າມີພື້ນຖານເສດຖະກິດ ມີທົ່ງໄຮ່, ທົ່ງນາ, ມີສວນມັນ ສະແດງເຖິງຄຸນນະພາບການຮຽນ-ການສອນ ມັນກໍ່ບໍ່ເຕັມເມັດເຕັມໜ່ວຍ ເງິນເດືອນນາຍຄູ ພວກເຮົາ ກໍມີແຕ່ ລ້ານເຈັດ ລ້ານແປດ ແລ້ວມັນກໍ່ ໄປເສຍຄ່າປະກັນພອກ ປະກັນໄພຕ່າງໆ, ເສຍສະມາຄົມ, ເສຍການປະກອບສ່ວນຕ່າງໆ ມັນກະໝົດ.”

ທາງດ້ານນາຍຄູ ສອນຊັ້ນປະຖົມສຶກສາ ແຂວງອຸດົມໄຊ ທ່ານໜຶ່ງ ກ່າວວ່າ ນັກຮຽນຊັ້ນປະຖົມສຶກສາ ຢູ່ແຂວງອຸດົມໄຊ ປະລະການຮຽນຈໍານວນຫຼາຍ ຍ້ອນວ່າ ໄປຊ່ອຍພໍ່ແມ່  ແລະ ລ້ຽງນ້ອງຢູ່ໄຮ່ຢູ່ສວນ ເພື່ອຊ່ອຍຄອບຄົວຫາລາຍໄດ້ ແລະຂະນະດຽວກັນ ຄູ-ອາຈານ ຈໍານວນບໍ່ໜ້ອຍ ທີ່ມີເງິນເດືອນບໍ່ກຸ້ມຢູ່ກຸ້ມກິນ ກໍ່ພາກັນໄປເຮັດໄຮ່ເຮັດສວນ ເພື່ອຫາລາຍໄດ້ເພີ່ມຕື່ມ ຊ່ອຍຄອບຄົວຄືກັນ ຈຶ່ງບໍ່ມີເວລາໄປນໍານັກຮຽນ ທີ່ປະລະການຮຽນ ໃຫ້ກັບມາເຂົ້າໂຮງຮຽນໄດ້ທັງໝົດ, ດັ່ງທ່ານກ່າວວ່າ:

“ຄັນສິໄລ່ ກໍ່ຄື ນາຍຄູນີ້ ໄປຂໍນໍາເຂົາວ່າ ໃຫ້ລະດົມລູກຂອງສະຫາຍນີ້ ມາໂຮງຮຽນປົກກະຕິສາ ແນວນັ້ນແນວນີ້ ໂອ້..ອັນນີ້ ເຮົາກະບໍ່ສ່າງວ່າ ບາງເທື່ອກະ ເຮົາກໍ່ອອກໄປໄຮ່ໄປສວນ ສາເຫດຂອງເຂົາ ກໍ່ມາຈາກຄອບຄົວຄືກັນ ເອີ່..ບາງເທື່ອກໍ ຮອດຍາມສາຫຼອກສາລີບໍ, ໝາກເດືອຍບໍ ເລີກການຕອນແລງ ກໍ່ໄປຊື້ ຮອດມື້ວັນເສົາ ວັນທິດກໍ່ໄປສົ່ງ 9 ໂມງ 10 ໂມງ ກາງຄືນກໍ ຂ້າພະເຈົ້າກໍ່ໄປສົ່ງ.”

ຕໍ່ບັນຫານີ້ ທ່ານ ຄໍາປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ສະເໜີ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ່ 8 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອບໍ່ດົນມານີ້ ວ່າ ໃຫ້ລັດຖະບານ ເບິ່ງຄືນເງິນເດືອນຄູ ໃນທົ່ວປະເທດ ເນື່ອງຈາກ ຖ້າເງິນເດືອນຄູດີ ກໍ່ຈະເຮັດໃຫ້ການສິດສອນນັກຮຽນ ມີຄຸນນະພາບ ນໍາດ້ວຍ, ດັ່ງທ່ານກ່າວວ່າ:

“ເຮົາເດ ເງິນເດືອນເທົ່າໃດ ຄູ ຈັ່ງຄ່ອຍຢູ່ລອດ ເພາະວ່າ ຄູນີ້ ທີ່ມີຄຸນນະພາບເທົ່ານັ້ນ ຈຶ່ງໄດ້ສອນນັກຮຽນ ທີ່ມີຄຸນນະພາບ ຄູບໍ່ມີຄຸນນະພາບ ນັກຮຽນຈະບໍ່ມີຄຸນນະພາບໄດ້ ຄູທີ່ມີຄຸນນະພາບໄດ້ ກໍ່ຕ້ອງມີເງື່ອນໄຂໃຫ້ເຂົາດີເນາະ ອັນນີ້ເຂົາຂາດເຂີນແຮງ ເຂົາສິມາທຸ່ມເທ ໃນການສິດການສອນບໍ່ໄດ້ດອກ ເພາະວ່າ ເຂົາກໍ່ຕ້ອງທໍາມາຫາກິນຢ່າງອື່ນ ເພື່ອລ້ຽງຊີບ ເພາະວ່າ ເຂົາກໍ່ຕ້ອງຢູ່ລອດ.”

ເຖິງຢ່າງໃດກໍ່ຕາມ ທັງລັດຖະກອນຄູ ແຂວງສະຫວັນນະເຂດ ແລະນາຍຄູ ສອນຊັ້ນປະຖົມສຶກສາ ຢູ່ແຂວງອຸດົມໄຊ ກໍ່ລ້ວນແຕ່ເຫັນດີ ແລະສະແດງຄວາມດີໃຈ ຄັນວ່າ ລັດຖະບານ ໄດ້ພະຍາຍາມ ປັບເງິນເດືອນຂັ້ນຕໍ່າ ຂອງພະນັກງານ-ລັດຖະກອນ ໃຫ້ຢູ່ໃນລະດັບ 2 ລ້ານ 2 ແສນກີບຕໍ່ເດືອນ ໃນງວດທໍາອິດ ຂອງປີ 2025, ອີງຕາມ ທີ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 18 ພະຈິກ 2024 ທີ່ຜ່່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.