ເຈົ້າໜ້າທີ່ເລັ່ງກວດສອບ ເຮືອ ດູດດິນຊາຍ
ປະຊາຊົນ ພົບເຮືອ ດູດດິນຊາຍ ຢູ່ແຖວ ເມືອງງອຍ ນະຄອນຫລວງພຣະບາງ ເຈົ້າໜ້າທີ່ ກໍາລັງເລັ່ງ ກວດສອບ.
-
ໄຊຍາ
2018-04-26 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 24 ເມສາ 2018 ຜ່ານມາປະຊາຊົນ ພົບເຫັນເຮືອຂນາດໃຫຍ່ລໍານຶ່ງ ກຳລັງດູດເອົາດິນຊາຍ ຄາດວ່າດູດເອົາຄຳ ຕາມສາຍນໍ້າອູ ບໍຣິເວນ ບ້ານສົບຂີງ ບ້ານຫາດຂາມ ເມືອງງອຍ ນະຄອນຫລວງພຣະບາງ ແລະ ຍັງບໍ່ຮູ້ຈະແຈ້ງວ່າ ເປັນເຮືອຂອງ ຄົນລາວຫຼືເຮືອຂອງ ຕ່າງຊາດ. ດັ່ງເຈົ້າໜ້າທີ່ ຜແນກໂຍທາທິທານ ແລະຂົນສົ່ງ ເມືອງງອຍ ນະຄອນຫລວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 26 ເມສາ ນີ້ວ່າ:
"ເພິ່ນກໍມາກວດກາແລ້ວກໍວ່າ ເຮືອນີ້ກໍ່ຄືວ່າຫາງສຽງກໍຄືວ່າໄປດູດເອົາຄຳ ດູດຫຍັງທີ່ຈິງລະກາບໍ່ມີຫຍັງດອກຂະເຈົ້າກໍສັ່ງໂຈະ ໃຫ້ເອົາເຮືອ ແພ ດັ່ງກ່າວ ອອກກໍ່ຄືບໍ່ມີອີ່ຫຍັງສືບຕໍ່ແລ້ວ ແລ້ວກໍໃຫ້ໂຈະບໍ່ໃຫ້ເຮັດດູດຊາຍດູດຫຍັງ ກໍບໍ່ໃຫ້ດູດ ຄັນມີສະພາບເກີດຂຶ້ນ ທາງທ້ອງຖິ່ນກໍ ຈະລົງໄປກວດກາຕື່ມ ກໍບໍ່ໃຫ້ມັນເປັນໄປລະ."
ສ່ວນທາງເຈົ້າໜ້າທີ່ຜແນກ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ນະຄອນຫລວງພຣະບາງ ຍັງບໍ່ສາມາດລະບຸໄດ້ວ່າເປັນເຮືອຂຸດຄຳຫຼືບໍ່ ເພາະຜ່ານມາ ມີພຽງແຕ່ ດູດດິນດູດແຮ່ ໄປກໍ່ສ້າງເຂື່ອນນໍ້າອູ. ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:
"ຕອນນັ້ນເຮົາໄປກວດກາ ປົກກະຕິຂອງເຮົາກໍໄປເນາະ ສ່ວນຫລາຍຂະເຈົ້າກໍຂຸດຄົ້ນແຮ່ ໄປໃສ່ກໍ່ສ້າງຊື່ໆ ເນາະ ກໍ່ສ້າງເຂື່ອນເຂົາເຈົ້າ ບໍ່ແມ່ນຂຸດຄຳເນາະ ຂ້ອຍກໍ່ບໍ່ຮູ້ເນາະ ເພາະວ່າເຮົາກໍ່ບໍ່ໄດ້ ຂຶ້ນເຮືອຕົວນີ້ເນາະ ເພາະວ່າມື້ວານມື້ຊືນ ພວກທີມງານ ຂະເຈົ້າໄປຫັ້ນ ຄືວ່າບໍ່ໄດ້ເຫັນເນາະ ເພາະວ່າມັນມີທີມງານ ຂອງແຂວງຂຶ້ນເມືອເດ່ ບ້າ ສົບຂີງ ບ້ານແຖວນັ້ນ ຂະເຈ້າໄປເຮັດວຽກຢູ່."
ທ່ານກ່າວຕື່ມວ່າຖ້າດູດຊາຍແທ້ ກໍ່ມີການກຳນົດສະຖານທີ່ ທີ່ເໝາະສົມ ທີ່ຈະບໍ່ມີຜົນກະທົບ ຕໍ່ຕາຝັ່ງ ຫລື ຕໍ່ສີ່ງແວດລ້ອມ ໃຫ້ເຂົາເຈົ້າ ໄປເຮັດໃນຂອບເຂດ ທີ່ກຳນົດ ຖ້າຫາກເຮັດແນວບໍ່ສອດຄ່ອງ ກໍຕ້ອງໄດ້ປະຕິບັດຕາມ ຣະບຽບການຄຸ້ມຄອງ ການຂຸດຄົ້ນດິນຊາຍ.