ກຸ່ມສໍ້ຣາສ ຂ.ສາຣະວັນ ຖືກຈັບ

0:00 / 0:00

ແຂວງ ສາລະວັນ ກວດພົບ ເຈົ້າໜ້າທີ່ຣັຖ ທີ່ ສໍ້ຣາສບັງຫລວງ ຕື່ມອີກ ຈໍານວນນຶ່ງ ແຕ່ຍັງບໍ່ ສາມາດ ເປີດເຜີຍ ຈໍານວນ ລະອຽດໄດ້, ມີແຕ່ວ່າ 1 ໃນນັ້ນ ຕ້ອງໂທດ ຮຸນແຮງ ເຖິງຂັ້ນ ຕັດສິນຈໍາຄຸກ ຕລອດຊີວິດ. ທີ່ຜ່ານມາ ໃນ ກອງປະຊຸມ ວຽກງານ ກວດກາ ພັກ-ຣັຖ ຂອງແຂວງ ເທື່ອທີ 3 ໄດ້ປະກາດວ່າ ກວດພົບ ເຈົ້າໜ້າທີ່ ສໍ້ຣາສ ບັງຫລວງ ໄປແລ້ວ 50 ຄົນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ກວດກາ ພັກຣັຖ ແຂວງ ສາຣະວັນ ຕໍ່ RFA ໃນວັນທີ 16 ພຶສຈິກາ ນີ້:

"ທີ່ວ່າເຫັນການສໍ້ຣາສ ບັງຫລວງ ນີ້ນະ ໂຕເລກນີ້ ຍັງສິ ປ່ຽນແປງໃໝ່ ຢູ່ນະ ຖືວ່າລະອຽດ ຕາມການນໍາ ຂອງເຈົ້າແຂວງ ເພິ່ນຫັ້ນນະ ບາດນີ້ ບົດສລຸບ ພວກຂ້ອຍ ກະຍັງບໍ່ທັນ ໄດ້ລະອຽດ ທີ່ເຮົາ ຈະເອົາເຂົ້າ ຕື່ມນີ້ ມູນຄ່າຫຼາຍ ຈໍານວນຫລາຍເດ໋ ຖືວ່າເຂົາ ຕັດສິນຈໍາຄຸກ ຕລອດຊີວິດ ພຸ້ນນະ ເພິ່ນບໍ່ທັນ ໄດ້ເຊັນເນາະ ໂຕນີ້ເນາະ ແຕ່ວ່າປຶກສາ ສິເອົາເຂົ້າ ຕື່ມນະ".

ທ່ານກ່າວອີກວ່າ ສໍາລັບ ຕໍາແໜ່ງ ແລະ ໜ້າທີ່ ຂອງ ເຈົ້າໜ້າທີ່ ທີ່ຖືກ ກວດສອບວ່າ ສໍ້ຣາສ ບັງຫລວງ ແລະ ຖືກລົງໂທດ ນັ້ນ ຍັງບໍ່ສາມາດ ເປີດເຜີຍ ຢ່າງເປັນ ທາງການໄດ້. ໃນຈໍານວນ ເຈົ້າໜ້າທີ່ 50 ຄົນ ທີ່ ຖືກຕັດສິນ ລົງໂທດ ໄປກ່ອນນັ້ນ ມີ 18 ຄົນ ຖືກໄລ່ ອອກການ, 5 ຄົນຖືກປົດ ອອກຈາກ ວຽກງານ ປ້ອງກັນ ຄວາມສງົບ, 21 ຄົນ ຖືກສຶກສາ ອົບຮົມ ແລະ ອີກ 6 ຄົນ ຖືກ ຕັກເຕືອນ. ມາເຖິງ ປັດຈຸບັນ ສາມາດ ເກັບກູ້ ເງິນຄືນ ໃຫ້ຣັຖໄດ້ ແລ້ວ 67 ຕື້ ກີບ.

ໃນອາທິດທໍາອິດ ຂອງກອງປະຊຸມ ສະພາ ແຫ່ງຊາດ ທີ່ກໍາລັງ ດໍາເນີນຢູ່ນີ້ ນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວວ່າ ຣັຖບານ ຊຸດໃໝ່ນີ້ ຈະເຂັ້ມງວດ ກັບບັນຫາ ສໍ້ຣາສ ບັງຫລວງ ໂດຍສະເພາະ ເຣື່ອງ ການຣະເມີດ ວິນັຍ ການເງິນ ມີແນວໂນ້ມ ເພີ່ມຂຶ້ນ:

"ເງິນໃຕ້ໂຕະໃຕ້ຕັ່ງ ຫລາຍໂພດ ຜ່ານມາ ຣັຖບານ ຊຸດນີ້ ຈະດໍາເນີນການ ຂ້ອນຂ້າງ ເຂັ້ມງວດ ພໍສົມຄວນໃດ ຕໍ່ບັນຫານີ້ ອົງການ ກວດສອບ ແຫ່ງຣັຖ ໄດ້ກວດເຫັນ ຫລາຍຂໍ້ຂາດ ຕົກບົກຜ່ອງ ໃນ ການລະເມີດ ວິນັຍ ການເງິນ ຜ່ານມານີ້ ກະມີທ່າອ່ຽງ ເພີ່ມຂຶ້ນ".

ມາຮອດ ປັດຈຸບັນ ຫລາຍແຂວງ ໃນລາວ ໄດ້ສໍາເຣັດ ກອງປະຊຸມ ວຽກງານ ກວດກາ ພັກ-ຣັຖ ຂອງຕົນ ຄັ້ງທີ 3 ເພື່ອກວດສອບ ການໃຊ້ ງົບປະມານ ໃນຣະຍະ ທີ່ຜ່ານມາ ແລະ ລົງໂທດ ເຈົ້າໜ້າທີ່ ທີ່ລະເມີດ ວິນັຍ ທາງການເງິນ. ສື່ ທາງການລາວ ຣາຍງານວ່າ ຕັ້ງແຕ່ປີ 2012 ຮອດ 2014 ຣັຖບານລາວ ສູນເສັຽ ງົບປະມານ ຍ້ອນ ການສໍ້ຣາສ ບັງຫລວງ 1 ພັນ ປາຍຕື້ກີບ ຫລື ປະມານ 123 ລ້ານ ໂດລາ ສະຫະຣັຖ.