ທຸຣະກິຈຈີນຈຳນວນນຶ່ງ ໃນເຂດເສຖກິຈພິເສດ ບໍ່ໄດ້ຈົດທະບຽນ ຢ່າງຖືກຕ້ອງ
2023.09.29
ຫົວໜ່ວຍທຸຣະກິຈ ຈຳນວນຫຼາຍຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ແລະ ເຂດເສຖກິຈພິເສດ ບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ ຂອງນັກລົງທຶນຈີນ ບໍ່ໄດ້ຈົດທະບຽນ ວິສາຫະກິຈ ຢ່າງຖືກຕ້ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ ເຮັດໃຫ້ຣັຖບານບໍ່ມີຂໍ້ມູນການເຄື່ອນໄຫວ ທາງການເງິນຂອງຫົວໜ່ວຍທຸຣະກິຈເຫລົ່ານັ້ນ ແລະບໍ່ສາມາດເກັບພາສີອາກອນ ໄດ້ຢ່າງຄົບຖ້ວນ.
ດັ່ງເຈົ້າໜ້າທີ່ ກະຊວງການເງິນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 19 ກັນຍາ ນີ້ວ່າ:
“ເຈົ້າແມ່ນແຫຼະກາເປັນທຶນໄຫຼອອກ ໄຫຼເຂົ້າ ທີ່ບໍ່ຖືກຕ້ອງ. ເງິນຫຼັກໆສ່ວນໃຫຍ່ ແມ່ນມາຈາກການຄ້າການບິດເບືອນ ໂຕນໍາເຂົ້າ-ສົ່ງອອກນີ້ ເຮົາກາຍັງບໍ່ທັນແນ່ໃຈເນາະວ່າ ເງິນສ່ວນໃຫຍ່ຫັ້ນແມ່ນມາຈາກພາກສ່ວນໃດ. ເຮົາກາຕ້ອງເກັບກຳຂໍ້ມູນຕື່ມ.”
ທ່ານກ່າວຕື່ມວ່າ ຣັຖບານລາວ ສັ່ງໃຫ້ກະຊວງການເງິນເຂັ້ມງວດ ໃນການຕິດຕາມ, ກວດກາບັນຫາຫົວໜ່ວຍທຸຣະກິຈ ທຸກແຫ່ງໃນເຂດເສຖກິຈ ພິເສດທັງ 2 ແຫ່ງ ໃຫ້ປະຕິບັດຕາມລະບຽບກົດໝາຍ ກໍຄືຈົດທະບຽນ ວິສາຫະກິຈໃຫ້ຖືກຕ້ອງ ໂດຍສະເພາະການຄຸ້ມຄອງ, ຕິດຕາມ ແລະ ກວດກາສາງສິນຄ້າ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ.
ພ້້ອມດຽວກັນນີ້ ກໍຂໍໃຫ້ແກ້ໄຂພາຫະນະທີ່ນໍາເຂົ້າ ບໍ່ຖືກຕ້ອງ, ການເຄື່ອນຍ້າຍເງິນເຂົ້າ-ອອກ ຢູ່ເຂດເສຖກິຈພິເສດ ແລະ ກວດກາຄືນບັນຫາຫົວໜ່ວຍທຸຣະກິຈ ທັງໝົດທີ່ເຄື່ອນໄຫວ ໂຕຈິງພາຍໃນເຂດດັ່ງກ່າວ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກການເງິນ ແຂວງຫຼວງນໍ້າທາ ກ່າວວ່າທີ່ຜ່ານມາກໍມີຫົວໜ່ວຍທຸຣະກິຈຈຳນວນຫຼາຍ ທີ່ເປີດຢູ່ໃນເຂດເສຖກິຈ ພິເສດ ບໍ່ເຕັນແດນງາມແຕ່ບໍ່ໄດ້ຈົດທະບຽນ ວິສາຫະກິຈຢ່າງຖືກຕ້ອງ ຕາມກົດໝາຍແຕ່ພາຍຫຼັງ ທີ່ຕິດຕາມ, ກວດກາແລ້ວກໍໄດ້ມີແນະນຳ ໃຫ້ຫົວໜ່ວຍທຸຣະກິຈ ເລົ່ານັ້ນໄປຈົດທະບຽນ ວິສາຫະກິຈໃຫ້ຖືກຕ້ອງ ເພື່ອທີ່ຈະໄດ້ເກັບພາສີອາກອນ ໄປຕາມລະບຽບ.
ຜ່ານມາພາຍໃນເຂດ ເສຖກິຈພິເສດ ບໍ່ເຕັນແດນງາມບໍ່ໄດ້ມີເຈົ້າໜ້າທີ່ການເງິນ ເຂົ້າໄປຕິດຕາມ, ກວດກາຫົວໜ່ວຍທຸຣະກິຈ ຢ່າງຕໍ່ເນື່ອງຈຶ່ງກາຍເປັນໂອກາດ ໃຫ້ນັກລົງທຶນຈີນຈຳນວນນຶ່ງດຳເນີນທຸຣະກິຈແບບບໍ່ຖືກຕ້ອງໃນເຂດດັ່ງກ່າວຫຼືລວມໄປເຖີງການຕິດຕາມ, ກວດກາສິນຄ້າ ນຳເຂົ້າ-ສົ່ງອອກກໍບໍ່ໄດ້ກວດກາຢ່າງລະອຽດ ຄົບຖ້ວນ ເຮັດໃຫ້ສິນຄ້າບາງປະເພດ ໄຫຼອອກ-ໄຫຼເຂົ້າ ໂດຍບໍ່ໄດ້ເສັຍພາສີອາກອນ ໃຫ້ກັບຣັຖບານລາວ.
ດັ່ງເຈົ້າໜ້າທີ່ ຜແນກການເງິນແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກໍຫາກມີຢູ່ໃດ ຄົນມັນກາມາເຄື່ອນໄຫວ ນ່າໄທເຮົາກາບໍ່ໄດ້ຂໍ້ມູນ ມາລະອຽດເນາະ ສ່ວນຫຼາຍແມ່ນເຂດຂະເຈົ້າ (ເຂດເສຖກິຈພິເສດ ບໍ່ເຕັນແດນງາມ) ໄປຄວບຄຸມ ມັນບໍ່ໄດ້ ມັນບໍ່ຄືເຂດອື່ນ ສ່ວນຫຼາຍເຂົາກາອາໄສຊ່ອງໂຫວ່ ຊ່ອງຫວ່າງໄປແນວນັ້ນແຫຼະ.”
ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າແຂວງຫຼວງນໍ້າທາ ກ່າວວ່າການໄປຕິດຕາມ, ກວດກາບັນຫາຫົວໜ່ວຍທຸຣະກິຈ ຢູ່ໃນເຂດເສຖກິຈພິເສດບໍ່ເຕັນແດນງາມ ຖືເປັນເຣື່ອງທີ່ຫຍຸ້ງຍາກ ຫຼາຍສົມຄວນຫາກບໍ່ມີເຈົ້າໜ້າທີ່ ຂັ້ນກະຊວງ ຫຼື ລະດັບສູງກາງ ມາໄປຊ່ອຍເພາະເຂດດັ່ງກ່າວ ຈະມີຄະນະຄຸ້ມຄອງເຂດເສຖກິຈພິເສດ ບໍ່ເຕັນແດນງາມເປັນຜູ້ຄຸ້ມຄອງ ໂດຍສະເພາະທັງເຣື່ອງການຂຶ້ນທະບຽນ ແຮງງານ, ການຈົດທະບຽນວິສາຫະກິຈ, ຄວາມປອດໄພ ແລະ ຄວາມໝັ້ນຄົງຕ່າງໆທັງໝົດ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຢູ່ບັນດາຫົວໜ່ວຍຫັ້ນ ຕ້ອງໄດ້ມາຂຶ້ນທະບຽນ ສະເພາະເຂດນີ້ ມັນບໍ່ໄດ້ຜ່ານເຮົາໄດ ຄືໄລຍະຜ່ານມານີ້ແຕ່ມີຄະນະຄຸ້ມຄອງ ເຂດພິເສດຄຸ້ມຄອງ ເລີຍຫັ້ນນ່າ.”
ທາງດ້ານເຈົ້າໜ້າ ທີ່ຜແນກການເງິນ ແຂວງບໍ່ແກ້ວກ່າວວ່າ ເຣື່ອງທີ່ຫົວໜ່ວຍທຸຣະກິຈ ຈໍາຈວນຫຼາຍແຫ່ງບໍ່ໄດ້ຈົດທະບຽນ ຢ່າງຖືກຕ້ອງແລະບໍ່ໄດ້ເສັຍພາສີອາກອນ ໃຫ້ກັບຣັຖບານນັ້ນ ໄລຍະທີ່ຜ່ານມາກໍເຄີຍກວດພົບເຫັນ ແຕ່ກໍໄດ້ກ່າວເຕືອນ ແລະ ແນະນຳໃຫ້ຫົວໜ່ວຍທຸຣະກິຈ ເລົ່ານັ້ນໄປຈົດທະບຽນວິສາຫະກິຈໃຫ້ຖືກຕ້ອງ ຕາມລະບຽບກົດໝາຍແລ້ວ.
ນອກຈາກນີ້ຍັງພົບເຫັນ ບັນຫາໃໝ່ກໍຄືມີຫົວໜ່ວຍທຸຣະກິຈ ຂອງຄົນຈີນຈໍານວນຫຼາຍ ເຂົ້າມາຈົດທະບຽນວິສາຫະກິຈ ຖືກຕ້ອງຕາມກົດໝາຍ ແລ້ວແຕ່ບໍ່ໄດ້ດຳເນີນກິຈການ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຫຼື ພາຍໃນແຂວງບໍ່ແກ້ວ ແຕ່ໄປດຳເນີນກິຈການຢູ່ຕ່າງແຂວງ ໂດຍສະເພາະແຂວງທາງພາກໃຕ້ ຂອງລາວຈຶ່ງເຮັດໃຫ້ການຕິດຕາມ, ກວດກາຫົວໜ່ວຍທຸຣະກິຈ ເລົ່ານັ້ນເປັນໄປໄດ້ຫຍຸ້ງຍາກ ແລະບໍ່ຮູ້ວ່າໄປດຳເນີນທຸຣະກິຈຫຍັງ.
ດັ່ງເຈົ້າໜ້າທີ່ ຜແນກການເງິນ ແຂວງບໍ່ແກ້ວກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບັນດາຜູ້ປະກອບຢູ່ໃນນີ້ ເຮົາກາມີທະບຽນຂະເຈົ້າຢູ່ເນາະວ່າ ມີບໍຣິສັດໃດແດ່ຫັ້ນນ່າເພາະວ່າ ມັນກາມີຄຸ້ມຄອງຢູ່ໃນເຂດອີກຕ່າງຫາກເນາະ ເຣື່ອງບັນຫາໂຕນີ້ເຮົາກາເຄີຍມີ ແຕ່ເຮົາກາເປັນໂຕກາງ ໄປໄກ່ເກັ່ຍໂດຍສະເພາະແມ່ນການສຳລະ ອາກອນເນາະ. ຂະເຈົ້າມາຈົດທະບຽນແລ້ວ ໄປເຄື່ອນໄຫວ ບໍ່ອື່ນ ດຽວນີ້ແຕ່ວ່າ ເຄື່ອນໄຫວຈະໄປເຄື່ອນໄຫວ ທາງໃຕ້ດຽວນີ້ຫັ້ນ.”
ຊາວລາວ ໃນນະຄອນຫຼວງວຽງຈັນ ກ່າວວ່າຣັຖບານລາວຕ້ອງເອົາໃຈໃສ່ ແລະ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຕໍ່ບັນດາຫົວໜ່ວຍທຸຣະກິຈ ທຸກແຫ່ງທີ່ເຂົ້າມາດຳເນີນທຸຣະກິຈ ຢູ່ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ແລະເຂດເສຖກິຈບໍ່ເຕັນ ແດນງາມ ແຂວງຫຼວງນໍ້າທາເພື່ອເກັບພາສີ-ອາກອນ ໃຫ້ຄົບຖ້ວນແລະເປັນການຮັກສາສິ ດຜົລປໂຍດຂອງປະເທດນໍາດ້ວຍ.
ດັ່ງຊາວລາວ ຜູ້ນີ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຈົ້າມີແລ້ວ ເຈົ້າຊິມີສິດອໍານາດ ນີ້ເປັນໄປບໍ່ໄດ້ ຄັນຖ້າວ່າຮັກສາສິດ ຜົລປໂຍດຂອງບ້ານເມືອງໄວ້ແທ້ ກົດໝາຍມັນເປັນບັນທັດຖານ ຢູ່ແລ້ວ ເຫັນເບາະ ບໍ່ຊັ້ນມັນກາແກ້ໄຂ ບໍ່ຕົກຈັກເທື່ອ ແລ້ວອັນນີ້ຜູ້ນຶ່ງເຮັດ ແລ້ວຜູ້ນຶ່ງກາເຮັດຄືກັນ ເຂົາກາບໍ່ຢ້ານແລ້ວ ກົດໝາຍ.”
ທ່ານ ຄອນທອງ ເລືອງຄໍາມາ ຫົວໜ້າຄະນະຄຸ້ມຄອງ ເຂດເສຖກິຈພິເສດ ບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ ຣາຍງານເມື່ອປີ 2022 ວ່າປັດຈຸບັນເຂດເສຖກິຈພິເສດ ບໍ່ເຕັນແດນງາມ ສາມາດດຶງດູດການລົງທຶນ ຈາກພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ປາຍບໍຣິສັດ ມີທຶນຈົດທະບຽນ 676 ຕື້ປາຍກີບ.
ທ່ານ ຄໍາສະແຫວງ ວິໄລພົງ ຫົວໜ້າຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວຣາຍງານ ເມື່ອເດືອນພຶສພາ 2023 ວ່າຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ມີແຮງງານປະມານ 50 ພັນຄົນທີ່ເຮັດວຽກຢູ່ຕາມຫົວໜ່ວຍ ທຸຣະກິຈ ທັງພາຍໃນ ແລະຕ່າງປະເທດ 1,700 ຫົວໜ່ວຍ ໂດຍກະຊວງການເງິນ ໄດ້ແຈ້ງໃຫ້ຄະນະຄຸ້ມຄອງ ເຂດເສຖກິຈພິເສດທັງ 2 ແຫ່ງໃຫ້ມີການຕິດຕາມ, ກວດກາຄືນຫົວໜ່ວຍທຸຣະກິຈ ຍັງດຳເນີນທຸຣະກິຈ, ສືບຕໍ່ລົງເກັບກຳຂໍ້ມູນ ທີ່ຍັງບໍ່ໄດ້ຢູ່ໃນສະຖິຕິ ເຊັ່ນສນາມກອຟ, ໂຮງແຮມ, ຮ້ານອາຫານ, ໂຄງການຮັບເໝົາກໍ່ສ້າງ ສະຖານທີ່ຕ່າງໆ ພາຍໃນເຂດທັງນີ້ ກໍເພື່ອຫັນຫົວໜ່ວຍທຸຣະກິຈ ເຂົ້າສູ່ລະບຽບກົດໝາຍ ເພື່ອຮັບປະກັນການເກັບລາຍຮັບ ໃຫ້ຖືກຕ້ອງຄົບຖ້ວນ.