ຊາວສວນອ້ອຍ ຢູ່ເມືອງນາໝໍ້ ກັງວົນ ຢ້ານພໍ່ຄ້າຄົນຈີນ ກົດລາຄາ ຄ່າອ້ອຍ

ຈຳປາທອງ
2022.05.18
ຊາວສວນອ້ອຍ ຢູ່ເມືອງນາໝໍ້ ກັງວົນ ຢ້ານພໍ່ຄ້າຄົນຈີນ ກົດລາຄາ ຄ່າອ້ອຍ ສວນອ້ອຍ ຂອງນັກລົງທຶນຈີນ ຢູ່ທາງພາກເໜືອຂອງ ສປປ ລາວ.
RFA

ຊາວສວນຢູ່ບ້ານນໍ້າກໍ້ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ປູກອ້ອຍໃນເນື້ອທີ່ທັງໝົດ 20 ເຮັກຕາໃຫ້ໂຮງງານຈີນ ກັງວົນວ່າ ຈີນຈະບໍ່ຈ່າຍຄ່າຂາຍອ້ອຍໃຫ້ພວກຕົນ ໃນລາຄາຕັນລະ 320 ຢວນ ຫລືປະມານ 600,000 ກີບ ຍ້ອນວ່າບໍ່ໄດ້ເຮັດເອກກະສານ ຢັ້ງຢືນໄວ້ກັບທາງໂຮງງານ ເປັນຫລັກຖານ, ມີແຕ່ຕົກລົງກັນແບບປາກເປົ່າກັບພະນັກງານບັນຊີ ຂອງບໍຣິສັດຈີນເທົ່ານັ້ນ.

ນັບຕັ້ງແຕ່ຕົ້ນເດືອນພຶສພານີ້ມາຮອດປັດຈຸບັນ ບໍຣິສັດຈີນໄດ້ເອົາຣົຖບັນທຸກຈາກປະເທດຈີນ ມາເກັບຊື້ອ້ອຍນໍາຊາວບ້ານດັ່ງກ່າວ ເພື່ອເອົາໄປແປຮູບເປັນ ນໍ້າຕານ ແລະປຸ໋ຍຊີວະພາບ ຢູ່ເມືອງລ້າ ປະເທດຈີນ ອີງຕາມຄໍາເວົ້າຂອງຊາວບ້ານບ້ານນໍ້າກໍ້ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ພຶສພານີ້.

ລາຄາກໍບອກ 320 ຢັວນນັງເຂົາບໍ່ຈ່າຍເທື່ອນ່າ ເຂົາວ່າເຂົາໄປສລຸບບັນຊີໝົດ ແລ້ວເຂົາສິມາຈ່າຍນີ້ ບໍ່ ຍັງບໍ່ມີເທື່ອ ເຂົາບໍ່ສົ່ງ ເອກສານ ມີແຕ່ເຂົາຣາຍງານນໍ້າໜັກຂອງອ້ອຍໃຫ້ເຮົາຮູ້ ແລ້ວກໍຈັ່ງຄິດໄລ່ກັນແຫລະ ໂອ້ ຢ້ານ ບໍຣິສັດ ເຂົາ..ຍິ່ງນີ້ໄວ້... ກໍເພິ່ນວ່າ ຕາມນັ້ນ ອີງຕາມເມືອງ ຂໍ້ຕົກລົງຂອງເມືອງມີແນວນັ້ນເດ໋.

ແລະຊາວສວນອ້ອຍຢູ່ບ້ານຂວາງ ເມືອງນາໝໍ້ ທີ່ປູກໃຫ້ໂຮງງານຈີນຄືກັນນັ້ນ ກໍພົບຄວາມຫຍຸ້ງຍາກຍ້ອນເກັບກູ້ອ້ອຍບໍ່ທັນກັບຣະດູການ ຊຶ່ງຕາມປົກກະຕິແມ່ນເກັບກູ້ສົ່ງໃຫ້ຈີນ ໃນເດືອນມົກກະຣາ-ເດືອນກຸມພາໃນແຕ່ລະປີ. ແຕ່ມາໃນປີນີ້ ລ້າຊ້າ ແກ່ຍາວມາຮອດເດືອນພຶສພາ ແລະຍ້ອນມີຄົນຕິດເຊື້ອໂຄວິດ-19 ຢູ່ຈີນ ທາງບໍຣິສັດກໍສັ່ງໂຈະການນໍາອ້ອຍຈາກລາວ ເຂົ້າປະເທດຈີນຊົ່ວຄາວ ແລະໃນເດືອນພຶສພານີ້ກໍຕ້ອງໄດ້ກຽມຕົກກ້າ ດໍານາ.

ດັ່ງຊາວບ້ານບ້ານຂວາງ ເວົ້າໃນມື້ດຽວກັນນີ້ວ່າ:

ຣົຖບໍ່ຫລາຍ ສອງມາກໍແມ່ນພະຍາດນີ້, ພະຍາດນີ້ແມ່ນຣົຖເຂົ້າໄປນີ້ ຢູ່ປະເທດເຂົາມີພະຍາດ ບໍຣິສັດບໍ່ໃຫ້ເຂົາເຂົ້າເນາະ ລະກໍມີກໍກົດເປັນເວລາ ເຮັດແກ່ຍາວມາກໍ ມັນກໍຖືກຣະດູຝົນ ໂອ້ເຮັດໃຫ້ປະຊາຊົນ ຄວາມຫຍູ້ງຍາກຢູ່ບ່ອນນີ້ ໂອ່ ມັນມາກົດໜ່ວງ ຖ້າເວລາມາຈໍ່ຝົນ ເຮົາຈະທໍາການຜລິດ ເຮັດນາຣະດູ ຢູ່ບ່ອນພີ້ ຊ່ວງນີ້ແມ່ນຕົກກ້າແລ້ວດູ້.

ໃນຂະນະດຽວກັນ ຊາວບ້ານບ້ານຫ້ວຍຫລັກ ຢູ່ເມືອງດຽວກັນນີ້ ກໍພົບບັນຫາ ຍ້ອນລາຄາອ້ອຍທີ່ຈີນເກັບຊື້ບໍ່ເທົ່າກັນ, ຄືອ້ອຍຢູ່ບ້ານທີ່ຕິດກັບປະເທດຈີນ ຊື້ໃນລາຄາຕັນລະ 320 ຢວນ ແລະຢູ່ບ້ານທີ່ຫ່າງອອກໄປເກັບຊື້ໃນລາຄາຕັນລະ 315 ຢວນ ຍ້ອນມີການຫັກອອກເປັນຄ່າສ້ອມແປງທາງ ພາຍໃນບ້ານ ເພື່ອໃຫ້ຣົຖບັນທຸກຂນາດໃຫຍ່ ຂອງຈີນທຽວໄປ-ມາໄດ້.

ດັ່ງຊາວບ້ານຫ້ວຍເຫລັກ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ພຶສພານີ້ວ່າ:

ຫຍູ້ງຍາກສຸດ ການປູກອ້ອຍຫັ້ນນ່າ ຄ່າຂົນສົ່ງ ເພາະວ່າຈີນຈ່າຍຫັ້ນແຫລະ ແລ້ວເອົານໍານໍ້າໜັກຫັ້ນແຫລະ ເຂົາມາເກັບຊື້ນໍາເຮົານີ້ແຫລະ ຕັດກໍຕັດຊ້າ ສິປູກກໍບໍ່ໄດ້ຕາມຣະດູ.

ໂຄງການປູກອ້ອຍ ເປັນໂຄງການສົ່ງເສີມກະສິກັມຂອງທາງການ ເປັນໂຄງການ ບູລິມະສິດ ເພື່ອໃຫ້ປະຊາຊົນ ຫລຸດພົ້ນອອກຈາກຄວາມທຸກຍາກ, ຫລຸດຜ່ອນການຕັດໄມ້ທໍາລາຍປ່າ ແລະເປັນໂຄງການຮ່ວມມື ຊຶ່ງເມືອງນາໝໍ້ ແຂວງອຸດົມໄຊ ແລະເມືອງລ້າຂອງຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU, ແຕ່ບໍ່ມີສັນຍາຊື້-ຂາຍ ລະຫວ່າງປະຊາຊົນທີ່ປູກອ້ອຍ ແລະບໍຣິສັດຈີນ ທີ່ຮັບຊື້, ມີແຕ່ເຈົ້າໜ້າທີ່ເມືອງນາໝໍ້ ປະກາດຜ່ານທາງໂທຣະໂຄ່ງໃຫ້ຊາວບ້ານ ຜູ້ທີ່ຕ້ອງການເຂົ້າຮ່ວມໂຄງການປູກອ້ອຍ ໄປລົງຊື່ນໍາເທົ່ານັ້ນ.

ໃນບົດບັນທຶກຄວາມເຂົ້າໃຈກັນ ເວົ້າວ່າ ໃຫ້ບໍຣິສັດຈີນຈ່າຍຄ່າອ້ອຍໃຫ້ປະຊາ ຊົນທີ່ເປັນຜູ້ຂາຍ ພາຍໃນ 30 ​ມື້ ຫລັງຈາກອ້ອຍໄປເຖິງໂຮງງານ ທີ່ປະເທດຈີນແລ້ວ ຍ້ອນວ່າ ຊາວສວນອ້ອຍ ແລະຫ້ອງການກະສິກັມ ແລະປ່າໄມ້ເມືອງນາໝໍ້ ບໍ່ມີຊິງສັ່ງນໍ້າໜັກອ້ອຍ ທີີ່ໄດ້ມາຕຖານ ແລະໃຫ້ເຊື່ອໃຈ ນັກວິຊາການຢູ່ໂຮງງານຈີນ ຈະບໍ່ໂກງນໍ້າໜັກອ້ອຍທີ່ຈີນຂົນເອົາໄປນັ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງນາໝໍ້ ເວົ້າໃນມື້ດຽວກັນນີ້ວ່າ:

ໂຕນີ້ແມ່ນມັນຂຶ້ນກັບ MOU ລະຫວ່າງບໍຣິສັດປະຈໍາເມືອງລ້າ ສປຈີນ ກັບການນໍາເມືອງ ບັນດາຂແນງການກ່ຽວຂ້ອງຫັ້ນ ໄດ້ເຮັດບົດບັນທຶກປະຈໍາປີເນາະ ເຣື່ອງການສັນຍາ ການປູກ ການເກັບຊື້ ຕ້ອງຕັດອ້ອຍໄປກ່ອນ ເຂົ້າໂຮງງານປະມານ 30 ວັນ ເຂົາເຈົ້າກໍສິກັບໄປຈ່າຍເງິນໃຫ້ ຊາວສວນປົກຕິເນາະ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເວົ້າຕື່ມວ່າສໍາລັບລາຄາອ້ອຍ ທີ່ຂາຍໃຫ້ຈີນ ຕັນລະ ລະຫວ່າງ 315-320 ຢວນນີ້ ຖືວ່າເປັນລາຄາທີ່ເໝາະສົມ ແລະປະຊາຊົນກໍພໍໃຈປູກອ້ອຍຂາຍໃຫ້ຈີນ.

ສໍາລັບອັນລາຄາອ້ອຍນີ້ ກໍປົກຄິ ຣົຖບັນທຸກນີ້ ກໍໄດ້ເອົາເຂົ້າມາຕາມແຜນທີ່ໄດ້ກໍານົດກັຍເບື້ອງຕົ້ນ ຫັ້ນແຫລະເນາະ. ສໍາລັບຢູ່ເມືອງນາໝໍ້ນີ້ ພາຍຫລັງຈັດຕັ້ງປະຕິບັດໄປແລ້ວ ຮອດມື້ນີ້ນັ້ນ ຄັນດິນຟ້າອາກາດປົກຕິ ແຕ່ອ້ອຍຍັງຫລາຍນີ້ ເຂົາເຈົ້າກໍຈະເອົາຣົຖ ຈາກບຸນໃຕ້ບຸນເໜືອ ມາຊ່ວຍເພາະວ່າ ທາງນັ້ນກັບທາງນີ້ມັນແມ່ນບໍຣິສັດດຽວກັນ ແຕ່ວ່າໄລຍິນີ້ຍັງບໍ່ເອົາມາເທື່ອ ນໍາໃຊ້ຣົຖທີ່ກໍານົດຢຸ່ໃນເມືອງກ່ອນ ຕ້ອງໄດ້ເອົາໄປເຂົ້າໂຮງງານຈົນໝົດຫັ້ນແຫລະເນາະ ມີແຕ່ບັນຫາດິນຟ້າອາກາດນີ້ ຖ້າບໍ່ເອື້ອອໍານວຍເຂົາເຈົ້າກໍຈະໂຈະ ໃນການຂົນສົ່ງ ລະກໍ ດິນຟ້າອາກາດເອື້ອອໍານວຍຄວາມສະດວກເຂົາເຈົ້າກໍຈະສືບຂໍ່ເຕື່ອຍໄຫວ. ປະຊາຊົນຊາວສວນກໍມີໜ້າທີ່ ຕັດແລ້ວກໍຂົນຂຶ້ນຣົຖ.

ທ່ານກ່າວຕື່ມວ່າ ປັດຈຸບັນ ເມືອງນາໝໍ້ມີເນື້ອທີ່ປູກອ້ອຍທັງໝົດ 861 ເຮັກຕ້າຣ໌, ເຣີ່ມແຕ່ເດືອມົກກະຣາມາເຖິງປັດຈຸບັນ ຊາວສວນອ້ອຍທົ່ວເມືອງນີ້ ເກັບກູ້ຜົລຜລິດໄດ້ແລ້ວ 78% ແລະຄາດວ່າ ຈະເກັບກູແລ້ວທັງໝົດໃນທ້າຍເດືອນພຶສພານີ້. ການເກັບກູ້ອ້ອຍລ້າຊ້າ ສ່ວນນຶ່ງກໍເປັນຍ້ອນຝົນຕົກໜັກຫລາຍ, ບໍ່ສະດວກໃນການເກັບກູ້ ແລະຣົຖບັນທຸກອ້ອຍຂອງຈີນ ຈໍານວນນຶ່ງກໍເຂົ້າມາລາວບໍ່ໄດ້ ຍ້ອນເສັ້ນທາງເປ່ເພ.

ການປູກອ້ອຍຂອງຊາວສວນລາວ ໃຫ້ບໍຣິສັດຈີນ ເປັນຮູບແບບ 3 ບວກ 2 ຄືບໍຣິສັດຈີນ ສນອງທຶນຮອນ, ແນວພັນອ້ອຍ, ປຸ໋ຍເຄມີ, ວິຊາການ ແລະຕລາດເກັບຊື້. ສ່ວນຊາວສວນ ເປັນທີ່ດິນ ແລະແຮງງານ.

ປະຊາຊົນຢູ່ເມືອງນາໝໍ້ ໄດ້ເຣີ່ມປູກອ້ອຍມາຕັ້ງແຕ່ປີ 1997. ມາຮອດປັດຈຸບັນ ເຂດທີ່ປູກອ້ອຍຫລາຍ ແມ່ນຢູ່ 2 ກຸ່ມບ້ານ ຄືກຸ່ມບ້ານຂວາງ ແລະກຸ່ມບ້ານນໍ້າເງິນ, ລວມທັງໝົດ 616 ຄອບຄົວ ອີງຕາມຂໍ້ມູນຂອງຫ້ອງການທີ່ກ່ຽວຂ້ອງ ເມືຶອງນາໝໍ້ ແຂວງອຸດົມໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.