ໂຄງການຜລິດໄຟຟ້າດ້ວຍ ພລັງລົມ

ສິດນີ
2016.02.28
F-Sekong ເສັ້ນທາງສາຍຫລັກ ໃນແຂວງເຊກອງ
Citizen journalist

ແຂວງ ເຊກອງ ຈະ ພັທນາ ພລັງງານ ໄຟຟ້າ ດ້ວຍລົມ ເພື່ອໃຊ້ ພາຍໃນແຂວງ ໂຄງການ ດັ່ງກ່າວ ຈະສ້າງ ຢູ່ ເມືອງດັກຈຶງ ຊຶ່ງ ປັດຈຸບັນ ໄດ້ລົງນາມ PDA ເພື່ອ ການພັທນາ ໂຄງການ ແລ້ວ. ດັ່ງ ເຈົ້າຫນ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 26 ກຸມພາ ນີ້ວ່າ:

"ມັນກໍມີຢູ່ ຍັງມີຢູ່ ຫຼາຍຈຸດ ແຕ່ວ່າ ມັນກໍຂະເຈົ້າ ສຶກສາ ບ່ອນດຽວເດ ຄືວ່າມັນ ເປັນ PDA ແລ້ວ ເຊັນພັທນາ ໂຄງການ ແລ້ວເພິ່ນ ກໍໃຫ້ລົງມາ ສືກສາ ເພີ້ມຕື່ມ ໃນເຂດ ການກໍ່ສ້າງເດ້".

ໂຄງການ ໄຟຟ້າ ຈາກ ພລັງລົມ ຢູ່ ແຂວງເຊກອງ ຕາມການ ສຳຣວດ ຄາດວ່າ ຈະສາມາດ ຜລິດໄຟຟ້າ ໄດ້ 600 ເມກາວັດ ບໍຣິສັດ ໄທ ຈະເລີ້ມ ລົງມືສ້າງ ໃນປີ 2017. ນອກຈາກ ຢູ່ ແຂວງເຊກອງ ແລ້ວ ກໍຍັງມີ ແຂວງອື່ນໆອີກ ດັ່ງ ແຂວງ ສວັນນະເຂດ ຄຳມ່ວນ ຊຶ່ງຍັງຢູ່ໃນ ຣະຫວ່າງ ການສຶກສາ ຄວາມເປັນໄປໄດ້ ຢູ່.

ອະດີດ ເຈົ້າຫນ້າທີ່ ສະຖາບັນ ສົ່ງເສີມ ພລັງງານ ທົດແທນ ກ່າວວ່າ ການໃຊ້ ພລັງລົມ ສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ໜ້ອຍກວ່າ ການສ້າງເຂື່ອນ ແລະ ໂຮງງານ ໄຟຟ້າ ຖ່ານຫີນ ແຕ່ ຕົ້ນທຶນສູງ ກວ່າ ການສ້າງເຂື່ອນ ອາດເປັນ ພລັງງານ ທາງ ເລືອກທີ່ດີ ສຳລັບ ສປປລາວ ໃນ ອະນາຄົດ ທ່ານກ່າວ ວ່າ:

"ໃນຕອນຫນ້າ ອາດຈະເປັນ ໄປໄດ້ ມັນບໍ່ມີ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຫຼາຍ ແຕ່ວ່າມັນ ຫັກເຣື້ອງ ພລັງງານ ໄຟຟ້າ ໄດ້ຫນ້ອຍ ຕົ້ນທຶນ ກໍຍັງສູງຢູ່ ຄືຂໍ້ ເສັຽປຽບ".

ຣາຍງານ ການສຶກສາ ຂອງ ທາງການລາວ ທີ່ເປີດເຜີຍ ໃນປີ 2011 ວ່າໃນ ທົ່ວປະເທດ ລາວ ມີທ່າແຮງ ໃນການ ຜລິດໄຟຟ້າ ຈາກ ພລັງລົມ ໄດ້ເຖິງ 182,000 ເມກາວັດ ໂດຍສະເພາະ ຢູ່ເຂດພູສູງ ແຂວງ ຄໍາມ່ວນ ແລະ ສວັນນະເຂດ ຕາມຊາຍແດນ ຕິດກັບ ປະເທດ ວຽດນາມ ທີ່ ມີຄວາມສູງ 50 ແມັດຂຶ້ນໄປ ແລະ ພົບເຫັນວ່າ ຄວາມໄວ ຂອງ ລົມພັດ ສະເລັ່ຽແລ້ວ 5.8 ແມັດ ຕໍ່ວິນາທີ ປັດຈຸບັນ ມີໂຄງການ ສຶກສາ ໄຟຟ້າ ຈາກ ພລັງລົມ ຢູ່ແຂວງ ເຊກອງ ແລະ ແຂວງ ຊຽງຂວາງ.

ພລັງງານ ໄຟຟ້າ ຈາກລົມ ເປັນ ພລັງງານ ໃນຫຼາຍ ປະເທດ ເປັນຕົ້ນ ຍີ່ປຸ່ນ ເຢັຽຣະມັນ ອັງກິດ ແລະ ຫຼາຍປະເທດ ໃນ ຢູໂຣບ ຍ້ອນເປັນ ພລັງງານ ສະອາດ ແລະ ບໍ່ສົ່ງ ຜົລກະທົບ ຕໍ່ ສີ່ງແວດລ້ອມ ຫຼາຍປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.