ນາງ ສຸພາມາດ ສີວະທະເວດ ກັມມະການ ຜູ້ຈັດການ ບໍຣິສັດ ຊີເຄ ພາວເວີ ເປີດເຜີຍວ່າ ຂນະນີ້ ບໍຣິສັດ ແລະ ກຸ່ມພັນທະມິດ ສົນໃຈ ທີ່ຈະເຂົ້າ ປະມູນ ການຜລິດ ໄຟຟ້າ ໃນ ສປປລາວ ເພີ້ມຕື່ມ.
ຫລັງຈາກ ທີ່ ຣັຖບານລາວ ໄດ້ປະກາດ ເປັນສູນກາງ ຫມໍ້ໄຟ ແຫ່ງ ເອເຊັຽ ທີ່ຈະຜລິດ ໄຟຟ້າ ຈຳຫນ່າຍ ໃຫ້ແກ່ປະເທດ ເພື່ອນບ້ານ ທີ່ ລາວ ມີ ສັກກະຍາພາບ ໃນການຜລິດ ໄຟຟ້າ ໄດ້ປະມານ 21 ພັນ 500 ເມກາວັດ ໂດຍ ປັດຈຸບັນ ມີເຂື່ອນໄຟຟ້າ ຜລິດໄດ້ ແລ້ວ 2,500 ເມກາວັດ ເຂື່ອນ ຢູ່ໃນການ ກໍສ້າງປະມານ 5000 ເມກາວັດ ແລະ ລໍການປະມູນ ຢູ່ໃນແຜນການ ປະມານ 14 ພັນ ເມກາວັດ.
ໃນປັດຈຸບັນ ບໍຣິສັດ ຊີເຄ ຟາວເວີ ຂອງໄທ ໄດ້ເຂົ້າໄປ ລົງທຶນ ສ້າງເຂື່ອນ ໄຟຟ້າ 2 ໂຄງການແລ້ວ ໃນມູນຄ່າ ປະມານ 140 ພັນລ້ານ ໂດລາ ດັ່ງເຂື່ອນ ນ້ຳງຶ່ມ2 ທີ່ມີ ກຳລັງ ຜລິດ ປະມານ 615 ເມກາວັດ ແລະ ເຂື່ອນ ໄຊຍະບູຣີ ທີ່ມີ ກຳລັງຜລິດ ປະມານ 1,285 ເມກາວັດ ໃນຂະນະ ດຽວກັນ ຍັງຢູ່ໃນ ຣະຫວ່າງ ເຊັນສັນຍາ ສ້າງເຂື່ອນ ນ້ຳບາກ ທາງພາກເຫນືອ ຂອງລາວ.
ໃນ ປັດຈະບັນ ບໍຣິສັດ ໄທ ເປັນຜູ້ ລົງທຶນ ລາຍໃຫຍ່ ອັນດັບສອງ ໃນການສ້າງ ເຂື່ອນ ໄຟຟ້າ ໃນລາວ ລອງຈາກ ກຸ່ມທຶນ ຈາກ ຝຣັ່ງເສດ ທີ່ເຫລືອ ກໍຈະແມ່ນ ກຸ່ມລົງທືນ ຈາກ ວຽດນາມ ຈີນ ເກົາຫລີໃຕ້ ເປັນຕົ້ນ. ແຕ່ຫາກ ໂຄງການ ເຂື່ອນ ໄຊຍະບູຣີ ສ້າງແລ້ວ ນັກລົງທຶນໄທ ກໍຈະກາຍເປັນ ນັກລົງທືນ ລາຍໃຫຍ່ ໃນການ ຜລິດໄຟຟ້າ ໃນລາວ.
