ຄົນງານຕ່າງຊາຕ ທີ່ເຮັດວຽກໃນປະເທດໄທຍ ເສັຽຄ່າວີຊ້າ ໜ້ອຍລົງ

ສິດນີ
2023.11.01
ຄົນງານຕ່າງຊາຕ ທີ່ເຮັດວຽກໃນປະເທດໄທຍ ເສັຽຄ່າວີຊ້າ ໜ້ອຍລົງ ກຸ່ມຄົນງານລາວ ທີ່ພວມຢູ່ໃນໄລຍະລໍຖ້າ ການຂຶ້ນທະບຽນແຮງງານ, ຕ້ອງອອກໄປປະທັບຕຣາເຂົ້າ-ອອກເມືອງ ທຸກໆເດືອນ ທີ່ດ່ານສາກົລ ໄທຍ-ພະມ້າ ເພື່ອຮັກສາສິດ ຢູ່ປະເທດໄທຍ ຢ່າງຖືກຕ້ອງ (TS). ເດືອນຕຸລາ ປີ 2023
RFA

ວັນທີ 27 ຕຸລາ ຜ່ານມາ, ທາງການໄທຍ ອອກນະໂຍບາຍ ຫລຸດຄ່າທໍານຽມ ວີຊ້າຈາກ 2,000 ບາທມາເປັນ 500 ບາທ ແລະ ຄ່າທໍານຽມຕໍ່ອາຍຸວີຊ້າ ຈາກ 1,900 ບາທ ມາເປັນ 500 ບາທ, ໃນໄລຍະ 4 ປີ ໃຫ້ແກ່ຄົນງານໃນ 4 ປະເທດຄື ລາວ, ກັມພູຊາ, ພະມ້າ ແລະ ຫວຽດນາມ ເພື່ອສົ່ງເສີມໃຫ້ ມີຄົນງານເຮັດວຽກ ໃນປະເທດໄທຍ ແບບຖືກຕ້ອງຕາມກົດໝາຍ ໃນການແກ້ໄຂບັນຫາ ການຂາດແຄນແຮງງານ ໃນປະເທດ.

ເຖິງແມ່ນວ່າ ການລຸດຄ່າວີຊ້າ ຈະມີຜົລບັງຄັບໃຊ້ຢ່າງເປັນທາງການ ໃນກາງເດືອນພຶສຈິກາ ປີ 2023 ນີ້ກໍຕາມ ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງຕ້ອງໄດ້ພິຈາຣະນາຮູບແບບການນໍາເຂົ້າ ແລະ ສົ່ງອອກຄົນງານຈາກປະເທດຕ່າງໆ ເພີ່ນຕື່ມ.

ດັ່ງທ່ານ ອະດິສອນ ເກີດມົງຄຸນ ຜູ້ປະສານງານເຄືອຂ່າຍ ວຽກງານອົງກອນ ດ້ານປະຊາກອນຂ້າມຊາຕ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ 1 ພຶສຈິກາ 2023 ນີ້ວ່າ:

ຊອ່ຍພໍສົມຄວນ ເຖິງແມ່ນວ່າ ຈະບໍ່ 100% ກໍຊ່ອຍພໍສົມຄວນ ເພາະວ່າມັນເຮັດໃຫ້ຕົ້ນທຶນລຸດລົງ. ປູກແຕ່ຍັງຕ້ອງໄດ້ປັບໃນດ້ານອື່ນໆເພີ່ມ ເຂົ້າໄປດ້ວຍ ເປັນຕົ້ນ ຂັ້ນຕອນ ໄລຍະເວລາ ຕ້ອງໄດ້ປັບຄວບຄູ່ໄປດ້ວຍ. ອີກຢ່າງນຶ່ງທີ່ພວກເຂົາຄິດວ່າ ພວກເຂົາຕ້ອງຄວບຄຸມ ກໍຄືຄ່າບໍຣິການ ຂອງບໍຣິສັດຈັດຫາງານ ທັງໃນປະເທດ ຕົ້ນທາງ ແລະ ປະເທດໄທຍ ຍັງສູງຢູ່ ໂດຍສະເພາະຢ່າງຍິ່ງ ໃນປະເທດຕົ້ນທາງ (ປະເທດລາວ) ຄວນຈະປະສານໄປ ເພາະມັນນອກເຫນືອ ຈາກກົດໝາຍໄທຍ ມັນກໍຈະປັບຍາກ ມັນຕ້ອງເຈຣະຈາລະຫວ່າງປະເທດ.”

ທ່ານກ່າວຕື່ວ່າ ຄົນງານ 4 ສັນຊາຕ ທີ່ຈະໄດ້ຮັບການຍົກເວັ້ນຄ່າທຳນຽມວີຊ້າ ແລະ ຄ່າອາຍຸຕໍ່ວີຊ້າດັ່ງກ່າວນີ້ ແບ່ງອອກເປັນ 2 ກຸ່ມ, ປະກອບມີ ຄົນງານທີ່ເດີນທາງມາເຮັດວຽກ ຢູ່ປະເທດໄທຍ ຕາມລະບົບ MOU ແລະ ຄົນງານທີ່ຂຶ້ນທະບຽນເປັນແຮງງານ ຕ່າງປະເທດ ຢູ່ໄທຍ. ສໍາລັບຄົນງານທີ່ເຂົ້າມາ ເຮັດວຽກ ໄລຍະເວລາສັ້ນ 30 ມື້ ທີ່ໃຊ້ວີຊ່າທ່ອງທ່ຽວໃນ ແຕ່ເຮັດວຽກ ຈະບໍ່ໄດ້ຮັບການຍົກເວັ້ນ ຄ່າທໍານຽມ.

ກ່ຽວກັບເຣື່ອງນີ້, ຫນ່ວຍງານທີ່ເຮັດວຽກງານ ແຮງງານລາວ ແລະ ບໍຣິສັດ ທີ່ຈ້າງຄົນງານ ເຮັດວຽກໄທຍຫລາຍບໍຣິສັດ ໄດ້ຮັບຮູ້ກ່ຽວກັບນະໂຍບາຍດັ່ງກ່າວ ຊຶ່ງພວກຂະເຈົ້າກໍເຫັນກີນຳ, ແຕ່ສິ່ງໃດກໍ່ຕາມ, ປະຕິຄົນງານລາວ ທີ່ຕ້ອງການເດີນທາງໄປໄທຍ ຍັງຕ້ອງເສັນຄ່າໃຊ້ຈ່າຍອື່ນໆຄືເກົ່າ.

ດັ່ງພະນັກງານບໍຣິສັດ ຮັບສະໝັກຄົນງານລາວ ໄປເຮັດວຽກຢູ່ໄທຍ ຄົນນຶ່ງໄດ້ເວົ້າຕໍ່ວິທະຍຸເອເຊັຽ ເສຣີໃນມື້ນດຽວກັນນີ້ວ່າ:

"ໂອ້, ຮູ້ທັມມະດາ ແຕ່ຍັງ ບໍ່ເປັນທາງການເທື່ອ, ກໍເຫັນວ່າປະມານກາງເດືອນ 11 ຢ່າງໃດກໍດີເນາະ ຄັນວ່າຄ່າວີຊ້າລຸດລົງ ແຕ່ໃຊ້ຈ່າຍອື່ນໆ ຕ້ອງປັດລຸດລົງເຫມືອນກັນ ຄ່າໃຊ້ຈ່າຍ MOU ສົມມຸດວ່າ 18,000, ເນາະ 17,000.ເນາະ ມັນຕ້ອງຫລຸດລົງມາເປັນ 15,000, 14,000 ປະມານັນ້ນແຫລະ.”

ໃນໄລຍະຜ່ານມາ, ຣັຖບານໄທຍຈະດຳເນີນການ ກ່ຽວກັບຈຳນວນຄົນງານລາວ ທີ່ຕ້ອງການເອົາເຂົ້າເຮັດວຽກຢູ່ປະເທກໄທຍ ມາສເນີຕໍ່ຣັຖບານລາວ, ຈາກນັ້ນກະຊວງແຮງງານ ແລະ ສວັສດີການສັງຄົມ ຂອງລາວ ກໍຈະເຮັດວຽກກັບບໍຣິສັດ ຈັດຫາງານເພື່ອຊອກຫາ ແລະສົ່ງຄົນງານລາວ ໄປປະເທດໄທຍ, ແຕ່ປັດຈຸບັນບໍຣິສັດ ຈັດຫາງານຢູ່ລາວ ພັດດຳເນີນການ ຊອກຫາວຽກ ຢູ່ປະເທດໄທຍເອງ ໂດຍບໍ່ໃຫ້ຜ່ານທາງການລາວ.

ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕ່ຳແໜ່ງນັ້ນ ທ່ານນຶ່ງ ກ່າວວ່າ:

"ເປັນບໍຣິີສັດ ຈັດຫາງານສົ່ງໄປ ແຕ່ລະບໍຣິສັດເກັບຄ່າທໍານຽມ ບໍ່ຄືກັນ. ຄັນວ່າ ທາງວີຊ້າຂອງໄທຍມັນລຸດລົງ ມັນກໍໜ້າຈະລຸດໄດ້ ເພາະວ່າດຽວນີ້ ຂະເຈົ້າສົນໄຈໄປເຮັດວຽກແບບຖືກຕ້ອງ ແຕ່ວ່າມີບໍຣິສັດຈັດຫາງານຫັ້ນ ສ່ວນຫລາຍຂະເຈົ້າຊອກຄັນໃຫ້ແລ້ວ ແຕ່ຂະເຈົ້າຢາກເເອົຄ່າໃຊ້ຈ່າຍ ຂ້ອນຂ້າງແພງ ຖ້າວ່າມີບໍຣິສັດ ຕ້ອງການແຮງງານລາວ ໄປເຮັດວຽກຢູ່ໄທຍ ກໍຢາກໃຫ້ຕິດຕໍ່ກັນ ກົມແຮງງານລາວວ່າ ຢາກໄດ້ແຮງງານໄປໄທຍ ບໍຣິສັດນັ້ນ ບໍຣິສັດນີ້ຫັ້ນນ່າ.

04.jpg

ກຸ່ມຄົນງານລາວ ທີ່ພວມຢູ່ໃນໄລຍະລໍຖ້າ ການຂຶ້ນທະບຽນແຮງງານ, ຕ້ອງອອກໄປປະທັບຕຣາເຂົ້າ-ອອກເມືອງ ທຸກໆເດືອນ ທີ່ດ່ານສາກົລ ໄທຍ-ພະມ້າ ເພື່ອຮັກສາສິດ ຢູ່ປະເທດໄທຍ ຢ່າງຖືກຕ້ອງ (TS). ເດືອນຕຸລາ ປີ 2023.

ກ່ອນໜ້ານີ້ ຄົນງານຈຳນວນນຶ່ງ ທີ່ບໍ່ມີເງິນແຕ່ຕ້ອງການໄປເຮັດວຽກ ຢູ່ປະເທດໄທຍ ໄດ້ກູ້ຢືມເງິນຈາກບໍຣິສັດ ຈັດຫາງານໃນລາວ ເພື່ອເງິນໄປເຮັດເອກະສານປະມານ 8,000-20,000 ບາທຕໍ່ຄົນ ໃນນີ້ ເປັນຄ່່າຈ້າງບໍຣິສັດ ຈັດຫາງານ 3,000-5,000 ຕໍ່ຄົນ ຊຶ່ງເປັນຄ່າໃຊ້ຈ່າຍ ຂ້ອນຂ້າງສູງ ເຮັດໃຫ້ບໍ່ເຫລືອເງິນທອ້ນ ຫຼັງຈາກເຮັດວຽກ ຈ່າຍນີ້ ແຕ່ລະເດືອນໃນໄທຍ ດັ່ງຄົນງານລາວ ຜູ້ທີ່ສົນໃຈຢາກ ໄປເຮັດວຽກຢູ່ໄທຍ ນຶ່ງນຶ່ງກ່າວວ່າ:

ມັນກໍເປັນການດີ ເພາະວ່າສຳລັບຄົນທີ່ໄປເຮັດນຳບໍຣິສັດນີ້ ຄືເງິນເດືອນ 10,000 ຖືວ່າຕ່ຳ ເພາະໄປສັນຍາ MOU ຈະໃຫ້ພຽງ 2 ປີ, ແມ່ນຢູ່ວ່າ ວີຊ້າເຂົາຈະໃຫ້ 4 ປີ, ແຕ່ ບັດ MOU ເວົ້າເຮັດໃຫ້ເວລາພຽງແຕ່ 2 ປີເທົ່ານັ້ນ, ບັດ MOU 18,000 ຄືຈະແລ່ນໃຫ້ເຮົາ. ບໍຣິສັດ ກໍຈ່າຍໃຫ້ເຮົາ ແຕ່ຖ້າເຮົາໄປເຮັດວຽກຢູ່ພຸ້ນແລ້ວ ບໍຣິສັດ ກໍຈະຕັດເງິນເດືອນ ຂອງເຮົາ 3,000 ຕໍ່ເດືອນ, ເຮັດໃຫ້ມັນຈົບ 18,000, ແລ້ວມາບວກຄ່າຫ້ອງ. ຄ່ານ້ຳ ແລະ ຄ່າໄຟຟ້າ ເດືອນລະເທົ່າໃດ ແລ້ວບວກຄ່າອາຫານ. ຍັງເຫຼືອບໍ່ຫຼາຍ.”

ຄົນງານລາວຢູ່ໄທຍ ສ່ວນຫລາຍເຮັດວຽກແມ່ບ້ານ. ຢູ່ຫ້າງຊັພສິນຄ້າ, ໂຮງແຮມ, ຫ້ອງການ, ແລະໂຮງຫມໍ ຮວມເຖິງ ວຽກງານດ້ານການກະເສດ ຍ້ອນວ່າຄ່າຈ້າງແຮງງານ ຢູ່ປະເທດລາວ ປະມານ 1.5-1.6 ລ້ານກີບ/ເດືອນ. ບໍ່ສອດຄ່ອງກັບຄ່າຄອງຊີບ ພາຍໃນປະເທດ ຍ້ອນຄ່າຂອງເງິນກີບ ເຮັດໃຫ້ສິນຄ້າ ອຸປະໂພກ-ບໍຣິໂພກ ໃນຊີວິດ ປະຈຳວັນ ທີ່ນຳເຂົ້າຈາກຕ່າງປະເທດ ມີລາຄາສູງຂຶ້ນ.

ດັ່ງຄົນລາວຜູ້ນຶ່ງ ທີ່ເຮັດວຽກຢູ່ບາງກອກ ປະເທດໄທຍ ກ່າວວ່າ:

ກໍມີວຽກງານທຳຄວາມສະອາດ ຮ້ານອາຫານ ວຽກອື່ນໆກໍມີ ຫລັກໆ ກໍເປັນວຽກທີ່ຈູງໃຈ ໃນການຫາລາຍໄດ້ ສ່ວນໃຫຍ່ເຮັດວຽກຢູ່ໄທຍ ມັນກໍສະດວກສບາຍ ທາງດ້ານພາສາ ແລະກໍການໃຊ້ຊີວີດ.”

ອີງຕາມສະຖິຕິ ຈຳນວນຄົນງານຕ່າງປະເທດ ທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກ ຢູ່ປະເທດໄທຍ. ຫ້ອງການ ແຮງງານ ຕ່່າງດ້າວ ກະຊວງແຮງງານໄທຍ ປະຈໍາ ເດືອນກັນຍາ 2023 ລະບຸວ່າ ມີຄົນງານລາວ ເຂົ້າມາເຮັດວຽກ ໄລຍະຍາວ ຕາມລະບົບ MOU ທີ່ ປະເທດໄທຍ ແລະ ຣັຖບານລາວ. ລົງນາມຮ່ວມກັນ, ມີ 145,895 ຄົນ, ໃນນີ້, ກະຈ່າຍຢູ່ໃນ 6 ແຂວງ ປະກອບດ້ວຍ ນະຄອນຫຼວງບາງກອກ 59,149 ຄົນ, ຊົນບຸຣີ 9,231 ຄົນ, ນົນທະບູຣີ 8,891 ຄົນ, ປະທຸມທານີ 7,248 ຄົນ, ສະມຸດສາຄອນ 5,946 ຄົນ ແລະ ຈັນທະບຸຣີ 5,932 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.