ຜົ້ງສາລີຕ້ອງການ ນັກລົງທຶນ

ນັກລົງທຶນ ຈີນ ເຂົ້າມາ ແຂວງຜົ້ງສາລີ ເພື່ອທາບທາມ ການລົງທຶນ ໃນເຂດ ເສຖກິດ ພິເສດ ແຕ່ຕໍ່ມາ ກໍມິດງຽບໄປ.

0:00 / 0:00

ເຈົ້າຫນ້າທີ່ ແຂວງ ຜົ້ງສາລີ ທ່ານນື່ງ ກ່າວຕໍ່ ເອເຊັຽເສຣີ ວ່າໃນປີ ຜ່ານມາ ມີຜູ້ຕາງໜ້າ ບໍຣິສັດ ຈາກຈີນ ເຂົ້າມາ ທາບທາມ ການລົງທຶນ ໃນເຂດ ເສຖກິດພິເສດ ເມືອງ ຍອດອູ່ ແຂວງຜົ້ງສາລີ ເມື່ອກັບໄປບ້ານ ກໍບໍ່ໄດ້ ຕິດຕໍ່ມາອີກ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ມີແຕ່ວ່າມີ ບໍຣີສັດຈີນ ເຂົ້າມາ ທາບທາມເບີ່ງ ແຕ່ວ່າມັນ ກໍງຽບຫາຍ ໄປອີກ ຜູ້ທີ່ມາເວົ້ານັ້ນ ຫນ້າຈະແມ່ນ ລັກສນະ ນາຍຫນ້າ ມາທາບທາມ ເບີ່ງຊື່ໆ ແລ້ວໄປຊອກຫາ ນັກລົງທຶນ ບາງເທື່ອຊອກຫາ ນັກລົງທຶນ ບໍ່ໄດ້ແລ້ວເລີຍ ງຽບໄປເລີຍ".

ທ່ານວ່າ ບໍຣິສັດຈີນ ທີ່ເຂົ້າມາ ທາບທາມ ນັ້ນ ບໍ່ແມ່ນ ບໍຣິສັດ ທຳອິດ ແຕ່ກ່ອນ ກໍມີຫລາຍ ບໍຣິສັດ ເຂົ້າມາທາບທາມ ແຕ່ກໍຫາຍງຽບໄປ ເຫມືອນກັນ ເຖິງແມ່ນວ່າ ທາງການແຂວງ ຕ້ອງການ ຢາກໃຫ້ ນັກລົງທຶນ ເຂົ້າມາລົງທຶນ ຫລາຍປານໃດ ກໍຕາມ ແຕ່ກໍເປັນ ເຣື້ອງຍາກ ເພາະໃນເຂດນັ້ນ ຕ້ອງໄດ້ໃຊ້ເງິນ ບຸກເບີກຫລາຍ.

ໂຄງການ ເຂດເສຖກິດ ພິເສດ ຍອດອູ່ ທີ່ແຂວງ ຜົ້ງສາລີ ເປັນນຶ່ງ ໃນຈຳນວນ ເຂດເສຖກິດ ພິເສດ 41 ແຫ່ງ ໃນທົ່ວປະເທດ ຂອງ ຣັຖບານລາວ ໃນຣະຍະ 10 ປີ ຂ້າງຫນ້າ. ທີ່ເມືອງຍອດອູ່ ຣັຖບານ ຈະສ້າງໃຫ້ເປັນ ເຂດການຄ້າ ຊາຍແດນ ຣະຫວ່າງ 3 ປະເທດ ລາວ ວຽດນາມ ແລະ ຈີນ, ທາງຝັ່ງ ວຽດນາມແລະຈີນ ນັ້ນມີການ ສ້າງສາ ແດ່ແລ້ວ ຍ້ອນຫາ ນັກລົງທືຶນ ໄດ້ງ່າຍ.

ປັດຈຸບັນ ໃນເຂດ ເສຖກິດຍອດອູ່ ໄດ້ມີການ ສຳຣວດ ແດ່ແລ້ວ ເພື່ອເກັບຂໍ້ມູນ ສຳລັບ ນັກລົງທຶນ ຜູ້ທີ່ສົນໃຈ ແຕ່ເທົ່າເຖິງ ປັດຈຸບັນ ກໍຍັງບໍ່ມີ ນັກລົງທຶນ ເຂົ້າມາທາບທາມ ອີກເທື່ອ.