ຄົນງານສວນກ້ວຍຈີນ ບໍ່ໄດ້ ເງິນຄ່າຈ້າງ

ຈໍາປາທອງ
2021.09.29
ຄົນງານສວນກ້ວຍຈີນ ບໍ່ໄດ້ ເງິນຄ່າຈ້າງ ຄົນງານລາວ 2 ຄົນ ທີ່ເຮັດວຽກໃນສວນກ້ວຍຈີນ ຢູ່ແຂວງ ອັດຕະປື ບໍ່ໄດ້ຮັບຄ່າຈ້າງ ຕ້ອງເດີນທາງກັບເມືອບ້ານ ທີ່ແຂວງ ຄໍາມ່ວນ ດ້ວຍຄວາມອຶດຫິວ.
ພາບປະກອບ: ນັກຂ່າວພົລເມືອງ

ຄົນງານ 2 ຄົນ ຄືທ້າວທິດ ແລະທ້າວ ອ້ອມ ອາຍຸ 21 ປີ ຊາວບ້ານ ບ້ານນາຈະລຸ້ມ ເມືອງມະຫາໄຊ ແຂວງຄໍາມ່ວນ ທີ່ເຮັດວຽກ ຢູ່ສວນກ້ວຍຈີນແຫ່ງນຶ່ງ ຢູ່ແຂວງອັດຕະປື ມາຕັ້ງແຕ່ເດືອນ ກໍຣະກະດາ 2021 ໄດ້ພາກັນຍ່າງອອກຈາກສວນ ເພື່ອກັບເມືອບ້ານ ໃນມື້ວັນທີ 21 ກັນຍານີ້ ຍ້ອນນາຍຈ້າງຈີນ ບໍ່ຈ່າຍເງິນຄ່າແຮງງານໃຫ້. ພວກກ່ຽວກັບຄືນເຖິງບ້ານ ໃນມື້ວັນທີ 28 ກັນຍານີ້ແລ້ວ.

ໃນເວລາເດີນທາງ ໄປຮອດເມືອງສາຣະວັນ ແຂວງສາຣະວັນ ຄົນງງານ 2 ຄົນທີ່ວ່ານັ້ນ ຢູ່ໃນສະພາບອຶດຫິວ ເພາະບໍ່ມີເງິນຕິດຕົວ ໄປ, ດີແຕ່ມີຜູ້ໃຈບຸນ ໃຫ້ອາຫານ ແລະ ບ່ອນພັກຊົ່ວຄາວໃຫ້ ດັ່ງຊາວບ້ານ ທີ່ໃຫ້ການຊ່ອຍເຫຼືອກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກັນຍານີ້ວ່າ:

“ເພິ່ນຍ່າງມາຈາກອັດຕະປື ຢູ່ອັດຕະປື ຢູ່ສວນກ້ວຍຈີນ ຄືຈັ່ງວ່າ ເຮົາກະບໍ່ຮູ້ລາຍລະອຽດ ແຕ່ວ່າບໍ່ຈ່າຍເງິນຈັ່ງຊີ້ນ່າ ມາຮອດບ້ານ ໜອງບົວ ເມືອງສາຣະວັນ ນິມານ 9 ໂມງກາງຄືນນີ້ແຫຼະ ຝົນກະຕົກ ກະເລີຍໃຫ້ພັກ.”

ແລະຊາວບ້ານອີກຜູ້ນຶ່ງ ທີ່ໃຫ້ການຊ່ອຍເຫຼືອຄືກັນນັ້ນ ກໍເວົ້າວ່າ ໃນມື້ວັນທີ 27 ກັນຍາ ຕົນກໍໄດ້ໃຫ້ເງິນຄົນງານ 2 ຄົນນັ້ນຕິດຕົວ ໄປເລັກນ້ອຍ ແລະໄດ້ສົ່ງພວກເຂົາເຈົ້າ ຂຶ້ນຣົດຂອງຜູ້ໃຈບຸນອີກຄົນນຶ່ງ ໄປເມືອງມະຫາໄຊ ແຂວງຄໍາມ່ວນ ເພື່ອເດີນທາງກັບຄືນ ບ້ານ ດັ່ງທີ່ທ່ານກ່າວວ່າ:

“ຜູ້ກ່ຽວຫັ້ນ ກະໄດ້ອອກມາຈາກນັ້ນເນາະ ພາກັນຍ່າງອອກມາ ເງິນຄໍາກະບໍ່ມີຫັ້ນແຫຼະ ຢາກກັບບ້ານ ພວກເຮົາກະໄດ້ຊ່ວຍສຸດຄວາມ ສາມາດຫັ້ນແຫຼະ ກະເລີຍເອົາມາສົ່ງເພິ່ນ ຢູ່ເມືອງຄົງເຊໂດນມີຣົດ ຝາກນໍາຣົດເພິ່ນຕໍ່ ກະເອົາເມືອນັ່ງບົນຣົດຄົນໃຈດີ ເມືອມະຫາໄຊ ແຂວງຄໍາມ່ວນ.”

ແລະວ່າ ຈາກການສອບຖາມຄົນງານ 2 ຄົນ ຮູ້ວ່າ ພວກເຂົາເຈົ້າບໍ່ຮູ້ວ່າ ໄດ້ເຮັດວຽກໃນສວນກ້ວຍຈີ ນບໍຣິສັດຫຍັງ ແລະ ຢູ່ເຂດ ບ້ານໃດ, ເມືອງໃດ ຍ້ອນພາກັນໄປເຮັດວຽກຕາມຄໍາແນະນໍາຂອງໝູ່ຄູ່, ບໍ່ຮູ້ຫຍັງຫຼາຍ; ເບື້ອງຕົ້ນນາຍຈ້າງຈີນ ໃຫ້ເງິນຄ່າແຮງງານ ປະມານ 50,000 ກີບຕໍ່ມື້, ແຕ່ຕົກມາເດືອນກັນຍານີ້ ບໍ່ຈ່າຍເງິນໃຫ້. ເມື່ອເປັນຄືແນວນັ້ນ ຈຶ່ງໄດ້ພາກັນໜີ ອອກຈາກສວນກ້ວຍນັ້ນ ມາ.

ໃນຂນະດຽວກັນ ຄົນງານລາວ ທີ່ເຮັດວຽກຢູ່ສວນກ້ວຍຈີນ ແຫ່ງນຶ່ງ ທີ່ເມືອງ ສາມັກຄືໄຊ ແຂວງ ອັດຕະປື ກໍເວົ້າໃນມື້ດຽວກັນນີ້ວ່າ ຄົນງານ 2 ຄົນ ທີ່ບໍ່ໄດ້ເງິນຄ່າຈ້າງນັ້ນ ອາຈແມ່ນເຮັດວຽກຢູ່ສວນກ້ວຍຈີນແຫ່ງນຶ່ງ ທີ່ເມືອງສນາມໄຊ ຍ້ອນວ່າ ກ່ອນໜ້ານີ້ບໍ່ດົນ ກໍເຄີຍມີຄົນງານຈໍານວນນຶ່ງ ທີ່ເຮັດວຽກໃນສວນນັ້ນ ປະສົບບັນຫາ ບໍ່ໄດ້ເງິນຄ່າຈ້າງຄືກັນ ດັ່ງທີ່ທ່ານກ່າວວ່າ:

“ກ່ອນນີ້ບ່ອນຂ້ອຍ ໄປສ້ອມຣົດຕາມຫັ້ນ ມັນມີຜູ້ນຶ່ງທີ່ວ່າບໍ່ໄດ້ເງິນເດືອນກັນແຫຼະ ຍ່າງມາແຕ່ສນາມໄຊວ່າຊັ້ນ ຍ່າງໄປສາຣະວັນພຸ້ນ ມັນມີແຕ່ຜູ້ດຽວໄດ໋ຕອນນັ້ນນ່າ ຄົນສາຣະວັນວ່າຊັ້ນ ແລ້ວກະມາແວ່ກິນເຂົ້າ ບ່ອນຂ້ອຍສ້ອມຫັ້ນນ່າ ຢູ່ບ່ອນເຮົາມີດອກ ທີ່ວ່າບໍ່ໄດ້ ເງິນ ແລ້ວຍ່າງເມືອນ່າ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສນາມໄຊທ່ານນຶ່ງເວົ້າວ່າ ປັດຈຸບັນ ຢູ່ເມືອງສນາມໄຊ ມີສວນກ້ວຍ ຈີນປະມານ 3 ບໍຣິສັດ, ແຕ່ບໍ່ຮູ້ວ່າ ບໍຣິສັດໃດ ບໍ່ຈ່າຍເງິນຄ່າແຮງງານໃຫ້ຄົນງານລາວ, ເຈົ້າໜ້າທີ່ຫ້ອງການແຮງງານ ແລະ ສວັດດີ ການສັງຄົມ ເມືອງນີ້ ຈະໄປກວດກາຄືນອີກເທື່ອນຶ່ງ ດັ່ງທີ່ທ່ານກ່າວວ່າ:

“ບໍ່ ໂຕນີ້ນ່າຈະກ່ຽວຂ້ອງກັບແຮງງານ ແລະສວັດດີການພຸ້ນ ສວນກ້ວຍຈີນ ມີປະມານ ມີຢູ່ 3 ຈຸດ.”

ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງຫ້ອງການແຮງງານ ແລະສວັດດີການສັງຄົມ ເມືອງສນາມໄຊ, ແຕ່ບໍ່ສາມາດ ຕິດຕໍ່ຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ໃນໄລຍະນີ້.

ມາເຖິງປັດຈຸບັນ ຢູ່ແຂວງອັດຕະປື ເຈົ້າໜ້າທີ່ກໍຍັງບໍ່ຮູ້ຄັກ ວ່າ ມີສວນກ້ວຍ ຂອງບໍຣິສັດຈີນ ແລະ ວຽດນາມ ທັງໝົດເທົ່າໃດກັນແທ້ ແຕ່ກໍຮູ້ວ່າສວນກ້ວຍໃຫ່ຍຂອງຈີນ ແມ່ນຂອງບໍຣິສັດ ເຈີ່ຍລັນ ພັທນາກະສິກໍາຈໍາກັດທີ່ມີສວນຂນາດ 162 ເຮັກຕ້າຣ໌ ຢູ່ບ້ານຫິນລາດ ຄຸ້ມຕະມໍຢອດ ເມືອງສນາມໄຊ.

ແຕ່ເຖິງຢ່າງໃດກໍຕາມ ມາຮອດຕອນເຊົ້າ ຂອງມື້ວັນທີ 28 ກັນຍານີ້ ຄົນງານລາວ 2 ຄົນ ທີ່ວ່ານັ້ນ ກໍໄດ້ເດີນທາງ ເຖິງເມືອງ ມະຫາໄຊ ແລ້ວ ຊຶ່ງປັດຈຸບັນ ທາງເຈົ້າໜ້າທີ່ຕໍາຣວດ ກໍາລັງສອບຖາມພວກກ່ຽວ ກ່ຽວກັບ ຣາຍລະອຽດຂອງບັນຫາທັງໝົດຢູ່ ເພື່ອຈະໃຫ້ການຊ່ອຍເຫຼືອ ໃນຂັ້ນຕໍ່ໄປ ດັ່ງເຈົ້າໜ້າທີ່ເມືອງມະຫາໄຊ ເວົ້າວ່າ:

“ຍັງໃຫ້ຕໍາຣວດ ສືບຖາມຂໍ້ມູນນໍາລາວ ທີ່ມາຂອງລາວນໍາ ເປັນຫຍັງຈຶ່ງມານ່າ ບໍ່ໄດ້ເງິນເດືອນບໍ່ ແນວໃດຫັ້ນນ່າ ແລ້ວສາເຫດ ທີ່ລາວມາຫັ້ນ ມາຍ້ອນຫຍັງ ເຮັດແນວໃດບໍ່ໄດ້ເງິນເດືອນບໍ່ ຫຼືວ່ານາຍຈ້າງຖິ້ມລາວບໍ່ ລາວຢາກມາ ບໍ່ມີເງິນເດືອນຫັ້ນບໍ່ ບໍ່ມີເງິນ ຈ້າງຣົດບໍ່ ແນວໃດຫັ້ນນ່າ. ”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາຄົນງານທັງ 2 ຄົນ ແລະທາງຄອບຄົວຂອງພວກກ່ຽວ ແຕ່ຍັງບໍ່ສາມາດຕິດຕໍ່ ໄດ້.

ເມື່ອກ່ອນໜ້ານີ້ ໃນເດືອນພຶສພາ ທີ່ຜ່ານມາ ຄົນງານລາວ ຈໍານວນນຶ່ງ ທີ່ເຮັດວຽກໃນສວນກ້ວຍຈີນ ແຫ່ງນຶ່ງ ຢູ່ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ກໍເຄີຍປະສົບບັນຫາ ຖືກເຈົ້າຂອງສວນ ບໍ່ຈ່າຍເງິນຄ່າແຮງງານ ໃຫ້ຄົນງານ ແລະ ໜີປະສວນ ກັບຄືນປະເທດຈີນ ຍ້ອນການແຜ່ຣະບາດຂອງໂຄວິດ-19.

ແລະໃນເດືອນດຽວກັນນັ້ນ ຄົນງານລາວ ທີ່ເຮັດວຽກໃນສວນກ້ວຍ ຂອງບໍຣິສັດ ວີເອສ ຈໍາກັດ ຂອງຈີນ ຢູ່ເມືອງ ບໍຣິຄັນ ແຂວງ ບໍຣິຄໍາໄຊ ເສັຽຊີວິດ 2 ຄົນ ຍ້ອນໄອ ເລືອດອອກ ແລະພຍາດລະບົບທາງເດີນຫາຍໃຈ ທີ່ເກີດຈາກສານເຄມີ ທີ່ໃຊ້ໃນສວນກ້ວຍ ແຕ່ນາຍຈ້າງຈີນ ອອກເງິນໃຫ້ແຕ່ຄ່າສົ່ງສົບ ກັບບ້ານເກີດຂອງພວກກ່ຽວເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.