ເມື່ອວັນທີ 28 ທັນວາ ທີ່ຜ່ານມານີ້ ຢູ່ສະຖານີຣົຖໄຟເມືອງໄຊ ແຂວງອຸດົມໄຊ ໄດ້ເຣີ່ມເກັບຄ່າຝາກຣົຖ ຕໍ່ບັນດາຜູ້ທີ່ມາຮັບ-ສົ່ງ ຜູ້ໂດຍສານຣົຖໄຟ ລາວ-ຈີນ ຢູ່ສະຖານີດັ່ງກ່າວ ເຖິງແມ່ນວ່າ ຈະມາແວ່ຮັບ-ສົ່ງຜູ້ໂດຍສານ ໃນເວລາສັ້ນໆ, ບໍ່ກາຍ 5 ນາທີ ຍັງຖືກເກັບຄ່າຝາກຣົຖ ຊຶ່ງມີຕັ້ງແຕ່ລາຄາ 3,000 ກີບຕໍ່ຄັ້ງ ແລະ ສູງສຸດ 30,000 ກີບຕໍ່ຄັ້ງ ເຮັດໃຫ້ຊາວບ້ານຫລາຍຄົນບໍ່ພໍໃຈ ແລະ ເຫັນວ່າບໍ່ເໝາະສົມທີ່ຈະປະຕິບັດ ໃນລັກສະນະດັ່ງກ່າວ.
ດັ່ງຜູ້ປະກອບການ ຮັບ-ສົ່ງ ນັກທ່ອງທ່ຽວ ຢູ່ເມືອງໄຊ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນວັນທີ 30 ທັນວາ ນີ້ວ່າ:
"ຢູ່ສະຖານີຣົຖໄຟ ແມ່ນບໍ່ແມ່ນແຫລະມີ ແຕ່ໄປຮັບພວກເຂົາເຈົ້າ ຢູ່ໃນເຂົາເກັບເງິນຄ່າປີ້ ຄັນລະ 5,000 ກີບຄັນວ່າ ຈອດຢູ່ນອກເຂົາບໍ່ເກັບ. "
ຊາວບ້ານ ຢູ່ເມືອງໄຊ ອີກນາງນຶ່ງທີ່ເຄີຍເສັຽຄ່າບໍຣິການ ຝາກຣົຖ ຢູ່ສະຖານີເມືອງໄຊ ກ່າວວ່າ ຍານາງເອງຫາເສັຽຄ່າບໍຣິການປະເພດ ຝາກຣົຖຈັກ ລາຄາ 3,000 ກີບຕໍ່ຄັ້ງ ເຖິງແມ່ນວ່າ ໄດ້ຂີ່ຣົຖຈັກເຂົ້າໄປຮັບໝູ່ ຢູ່ສະຖານີຣົຖໄຟ ໃນເວລາບໍ່ກາຍ 5 ນາທີກໍຕາມ ສ່ວນລາຄາຄ່າບໍຣິການ ຝາກຣົຖປະເພດອື່ນໆ ນັ້ນຍັງບໍ່ຮູ້ ຢ່າງຄັກແນ່ ເນື່ອງຈາກຍັງບໍ່ເຫັນຕິດປ້າຍແຈ້ງ ແບບເປັນທາງການເທື່ອ.
ດັ່ງຍານາງກ່າວວ່າ:
"ຣົຖໃຫຍ່ນີ້ຍັງບໍ່ຮູ້ຄືກັນ ເພາະວ່າເຄີຍຂີ່ແຕ່ຣົຖຈັກ ແຕ່ວ່າຣົຖຈັກນີ້ 3,000 ກີບ ຫລືວ່າ 5,000 ກີບຣົຖໃຫຍ່ກໍຊິແພງໜ້ອຍນຶ່ງ ຕິດຕໍ່ພະນັກງານ ເຂົາເຈົ້າເບິ່ງ. "
ສ່ວນຜູ້ປະກອບການ ທຸຣະກິຈທ່ອງທ່ຽວ ຢູ່ແຂວງອຸດົມໄຊ ທ່ານນຶ່ງ ເຫັນວ່າຢູ່ສະຖານີຣົຖໄຟດັ່ງກ່າວ ບໍ່ຄວນທີ່ຈະເກັບເງິນ ຄ່າຝາກຣົຖສຳລັບ ຜູ້ທີ່ໄປແວ່ຮັບ-ສົ່ງ ຜູ້ໂດຍສານຣົຖໄຟ ລາວ-ຈີນ ໃນໄລຍະບໍ່ກາຍ 10 ນາທີ, ເນື່ອງຈາກຜູ້ປະກອບການ ຮັບ-ສົ່ງ ນັກທ່ອງທ່ຽວ ຈຳເປັນຕ້ອງໄດ້ເສັຽຄ່າ ບໍຣິການຝາກຣົຖຈຳນວນຫລາຍເທື່ອ ຕໍ່ມື້ ຖ້າວ່າເຂົ້າໄປ ຮັບ-ສົ່ງ ນັກທ່ອງທ່ຽວ ຢູ່ສະຖານີຣົຖໄຟ.
ດັ່ງທ່ານກ່າວວ່າ:
" ຖ້າວ່າໄປຈອດແລ້ວ ກາສົ່ງແຂກນີ້ອັນນີ້ ບໍ່ຄວນເກັບ ຄິດວ່າເພາະວ່າເຮົາໄປສົ່ງແຂກ ແລ້ວກາອອກມານີ້ບໍ່ຄວນເກັບ ເພາະວ່າຄວນເກັບເປັນມື້ບໍ່ ເພາະວ່າບາງເທື່ອໄປຮັບຫລາຍຮອບ ຫັ້ນນ່າ ອັນນີ້ເຂົ້າເທື່ອນຶ່ງ 20,000 ກີບ ມັນບໍ່ແມ່ນສະເພາະຣົຖຕູ້ ແມ່ນຄັນນຶ່ງ 20,000 ກີບ. "
ສ່ວນຢູ່ສະຖານີຣົຖໄຟ ວັງວຽງ, ເມືອງວັງວຽງ ແຂວງວຽງຈັນ ມີການເຣີ່ມເກັບຄ່າຝາກຣົຖ ກັບຜູ້ທີ່ມາຮັບ-ສົ່ງ ຜູ້ໂດຍສານຣົຖໄຟ ລາວ-ຈີນ ເຊັ່ນດຽວກັນ ແລະ ກໍເກັບຄ່າບໍຣິການຕັ້ງແຕ່ 3,000-30,000 ກີບຕໍ່ຄັ້ງຄືກັນ ຊຶ່ງໄດ້ເຮັດໃຫ້ຊາວບ້ານ ແລະ ຜູ້ປະກອບການ ຫລາຍຄົນທີ່ຂີ່ຣົຖກາຍເຂົ້າໄປ ໃນເຂດສະຖານີີຣົຖໄຟ ວັງວຽງ ຕ້ອງໄດ້ເສັຽຄ່າບໍຣິການ ຝາກຣົຖໝົດທຸກຄັນ.
ດັ່ງຊາວບ້ານ ຢູ່ເມືອງວັງວຽງກ່າວວ່າ:
“ໂອ ເກັບ ໂອສະຖານີ ເມືອງວັງວຽງ ຄັນລະ 10,000 ກີບ ຣົຖຈັກ 3,000 ກີບ. ເຂົ້າໄປໄດ້ ຈອດໄວ້ໄດ້ຈອດຄ້າງຄືນກາໄດ້. ແມ່ນແຫລະເກັບໝົດເລີຍນ່າ ຄັນຣົຖຕູ້ລະແມ່ນ 20,000 ກີບ ຄັນຣົຖສອງແຖວລະແມ່ນ 15,000 ກີບ. ເຂົ້າໄປ ເຂົາເກັບຢູ່ໃນຫັ້ນແຫລະ ມີແຕ່ເກັບບ່ອນດຽວ ລະແລ້ວ ເກັບບາດດຽວຫັ້ນເຂົ້າໄປລະກາແລ້ວ.”
ທາງດ້ານຜູ້ປະກອບການ ຣົຖຮັບ-ສົ່ງ ນັກທ່ອງທ່ຽວ ຢູ່ເມືອງວັງວຽງທ່ານນຶ່ງ ກ່າວວ່າ ສຳລັບຣົຖຕູ້ກໍຖືກເກັບຄ່າຝາກຣົຖ ລາຄາ 20,000 ກີບຕໍ່ຄັ້ງ ແລະ ຖ້າເປັນປະເພດຣົຖສອງແຖວ ເກັບໃນລາຄາ 15,000 ກີບຕໍ່ຄັ້ງ. ໂດຍຕ້ອງຈ່າຍ ຢູ່ປ້ອມຍາມຕໍ່ໜ້າທາງເຂົ້າ ສະຖານີ ຊຶ່ງຣົຖທຸກຄັນທີ່ແລ່ນເຂົ້າໄປ ໃນເຂດສງວນສະຖານີຣົຖໄຟ ແມ່ນຕ້ອງໄດ້ຈ່າຍໝົດ.
" ແມ່ນແຫລະ ເກັບໝົດເລີຍນ່າ ຄັນຣົຖຕູ້ລະແມ່ນ 20,000 ກີບ ຄັນຣົຖສອງແຖວ ລະແມ່ນ 15,000 ກີບ ເຂົ້າໄປເຂົາເກັບຢູ່ໃນຫັ້ນແຫລະ ມີແຕ່ເກັບບ່ອນດຽວລະແລ້ວ ເກັບບາດດຽວຫັ້ນເຂົ້າໄປ ລະກາແລ້ວ. "
ກ່ຽວກັບເຣື້ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ສະຖານີຣົຖໄຟ ເມືອງໄຊ ແລະ ສະຖານີຣົຖໄຟ ວັງວຽງ ໄດ້ລະບຸກ່ຽວກັບ ລາຄາຄ່າຝາກຣົຖ ປະເພດຕ່າງໆ ເປັນຕົ້ນຄ່າຝາກຣົຖຈັກ ລາຄາ 3,000 ກີບຕໍ່ຄັ້ງ, ຣົຖ 3 ລໍ້ລາຄາ 5,000 ກີບຕໍ່ຄັ້ງ, ຣົຖໃຫຍ່ທີ່ມີບ່ອນໜັ່ງ ຕໍ່າກ່ວາ 7 ບ່ອນໜັ່ງ ລາຄາ 10,000 ກີບຕໍ່ຄັ້ງ, ຣົຖສອງແຖວລາຄາ 15,000 ກີບຕໍ່ຄັ້ງ, ຣົຖຕູ້ລາຄາ 20,000 ກີບຕໍ່ຄັ້ງ ແລະ ຣົຖເມ ຂນາດ 25 ບ່ອນໜັ່ງຂຶ້ນໄປ ລາຄາ 30,000 ກີບຕໍ່ຄັ້ງ.
ກ່ອນໜ້ານີ້ ເມື່ອເດືອນກັນຍາທີ່ຜ່ານມາ ຢູ່ສະຖານີຣົຖໄຟ ນະຄອນຫລວງວຽງຈັນ ກໍເປັນສະຖານີ ຣົຖໄຟລາວ-ຈີນ ແຫ່ງທຳອິດ ທີ່ມີການເກັບເງິນຄ່າ ຝາກຣົຖຕໍ່ຜູ້ມາຮັບ-ສົ່ງ ຜູ້ໂດຍສານຣົຖໄຟ ລາວ-ຈີນເປັນຕົ້ນຣົຖຈັກ ລາຄາ 5,000 ກີບຕໍ່ຄັ້ງ, ຣົຖໃຫຍ່ບໍ່ເກີນ 7 ບ່ອນໜັ່ງ 10,000 ກີບຕໍ່ຄັ້ງ, ຣົຖຕູ້ລາຄາ 20,000 ກີບຕໍ່ຄັ້ງ ແລະ ຣົຖຂນາດກາງ ແລະ ຂນາດໃຫຍ່ 30,000 ກີບຕໍ່ຄັ້ງ ໂດຍໄດ້ເກັບເງິນກັບຣົຖທຸກຄັນ ທີ່ແລ່ນເຂົ້າໄປໃນເຂດ ສະຖານີຣົຖໄຟ ແຕ່ຕໍ່ມາພາຍຫລັງເກີດຫາງສຽງ ຂອງສັງຄົມໄດ້ມີການປັບປ່ຽນ ການເກັບເງິນຄ່າບໍຣິການ ຝາກຣົຖຢູ່ສະຖານີຣົຖໄຟ ນະຄອນຫລວງວຽງຈັນ ໃນຮູບແບບໃຊ້ລະບົບຈັບເວລາ ຣົຖທີ່ແລ່ນເຂົ້າ-ອອກ ສະຖານີ ໂດຍຣົຖຄັນໃດ ທີ່ມາຮັບ-ສົ່ງຜູ້ໂດຍສານ ບໍ່ເກີນ 10 ນາທີ ແມ່ນຈະບໍ່ຖືກເກັບເງິນ ຄ່າຝາກຣົຖ.