ພລັງໄຟຟ້າແສງຕາເວັນ ຢູລາວ

0:00 / 0:00

ບໍຣິສັດ Convalt Energy ຂອງອະເມຣິກາ ຈະລົງທຶນສ້າງໂຮງງານໄຟຟ້າແສງຕາເວັນ ຂນາດໃຫຍ່ມູນຄ່າ 400 ລ້ານໂດລາ ສະຫະຣັຖ ຢູ່ແຂວງບໍລິຄໍາໄຊ ແລະແຂວງອັດຕະປື ໃນປີ 2019 ຊຶ່ງຈະສາມາດ ຜລິດກະແສໄຟຟ້າໄດ້ 300 MW ເພື່ອຊ່ວຍໃຫ້ ມີຄວາມຫຼາກຫຼາຍ ໃນການຜລິດພລັງງານໄຟຟ້າ ຢູ່ລາວ ແລະເພີ້ມກໍາລັງ ຜລິດໃນຣະດູແລ້ງ. ຄາດວ່າບໍຣິສັດ ທີ່ວ່ານີ້ ຈະເຂົ້າມາສຶກສາ ຄວາມເປັນໄປໄດ້ ໃນປີ 2018, ໃນຂນະນີ້ ຍັງບໍ່ທັນມີຫຍັງ ເກີດຂຶ້ນຫລາຍເທື່ອ. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຜແນກພລັງງານແລະບໍ່ແຮ່ ແຂວງບໍລິຄຳໄຊ ໃນມື້ວັນທີ 21 ກັນຍານີ້:

"ບໍ່ໆບໍ່ທັນມີຫຍັງ ມີແຕ່ເພິ່ນບົດສຶກສາ ຄວາມເປັນໄປໄດ້ຊື່ໆ ແຕ່ວ່າຍັງບໍ່ໄດ້ເລີ້ມລົງມືເທື່ອ ຢູ່ບໍລິຄຳໄຊ ຍັງບໍ່ໄດ້ເຮັດໜາ ມີແຕ່ ບໍຣິສັດ ທີ່ຂະເຈົ້າສົນໃຈ ເຂົາຢາກລົງມາເຮັດ ຂະເຈົ້າມາສຶກສາ ແຕ່ວ່າຍັງບໍ່ໄດ້ ຈັດຕັ້ງປະຕິບັດ ຈັກໂຄງການຢູ່ບໍລິຄຳໄຊ ຍັງບໍ່ມີເທື່ອ ເອີພື້ນທີ່ ກໍໄດ້ ປະລິມານແສງແດດກໍດີ".

ທ່ານກ່າວວ່າ ບໍຣິສັດ Convalt Energy ຂອງສະຫະຣັຖອະເມຣິກາ ໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ກັບຣັຖບາລລາວ ໃນມື້ວັນທີ 13 ສິງຫາ ທີ່ຜ່ານມາ ແລະທາງການລາວ ໄດ້ກຳນົດເນື້ອທີ່ໃຫ້ 464 ເຮັກຕາ ຢູ່ແຂວງ ອັດຕະປື. ສໍາລັບຢູ່ແຂວງ ບໍລິຄຳໄຊ ນີ້ກໍານົດໃຫ້ 164 ເຮັກຕາ ຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ເພື່ອໃຫ້ບໍຣິສັດ ທີ່ວ່ານີ້ສຳຣວດ ພື້ນທີ່ ແລະຄວາມເປັນໄປໄດ້ໃນປີ 2018 ແລະສ້າງໂຮງ ງານໄຟຟ້າ ແສງຕາເວັນ ນີ້ພາຍໃນປີ 2019.

ທ່ານເວົ້າຕື່ມວ່າ ແຂວງບໍລິຄຳໄຊ ເປັນແຂວງເປົ້າໝາຍ ທີ່ທາງການລາວ ຕ້ອງການໃຫ້ ນັກທຸຣະກິດຕ່າງປະເທສ ເຂົ້າມາລົງທຶນໃນເຣຶ່ອງ ພລັງງານ ແສງຕາເວັນ ຍ້ອນສະພາບພື້ນທີ່ ອຳນວຍ ຮັບແສງຕາເວັນໄດ້ ທຸກທິດທາງ. ຖ້າມີໂຄງການທີ່ວ່ານີ້ ທ່ານເວົ້າວ່າ ຈະສ້າງວຽກ ງານ ໃຫ້ຂແນງການກໍ່ສ້າງ ຫຼາຍກວ່າ 400 ໜ້າວຽກ ແລະວຽກງານ ປະຈຳໃນໂຮງງານ ອີກ 200 ໜ້າວຽກ.