ນະຄອນຫຼວງວຽງຈັນ ຍັງເປັນໜີ້ຢູ່ 1,804,500,000,000 ປາຍກີບ

ຈຳປາທອງ
2024.12.19
ນະຄອນຫຼວງວຽງຈັນ ຍັງເປັນໜີ້ຢູ່ 1,804,500,000,000 ປາຍກີບ ຮູບພາບປະກອບ: ໂຄງການກໍ່ສ້າງແຫ່ງໜຶ່ງ ຢູ່ນະຄອນຫຼວງວຽງຈັນ ເມື່ອເດືອນພະຈິກ 2024
RFA

ໃນປີ 2024 ນີ້ ນະຄອນຫຼວງວຽງຈັນ ຍັງເປັນໜີ້ຢູ່ 1,804,500,000,000 ປາຍກີບ. ໃນຈໍານວນໜີ້ທີ່ວ່ານີ້ ເປັນໜີ້ຂອງໂຄງການລົງທຶນຂອງລັດ ທີ່ສໍາເລັດແລ້ວ ປະມານ 1,600 ຕື້ກີບ ແລະເປັນໜີ້ຄ່າບໍລິການ ຈໍານວນ 204 ຕື້ປາຍກີບ ຊຶ່ງໃນນັ້ນເປັນໜີ້ຄ່າໄຟຟ້າຂອງສໍານັກງານ-ຫ້ອງການ 22 ຕື້ປາຍກີບ, ຄ່າໄຟເຍືອງທາງ 22 ຕື້ປາຍກີບ, ຄ່າໄຟຟ້າຊົນລະປະທານ 155 ຕື້ປາຍກີບ ແລະໜີ້ຄ່ານໍ້າປະປາ 1,500,000,000 ​ກີບ, ອີງຕາມການລາຍງານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 2 ທີ່ໄດ້ຈັດຂຶ້ນໃນມື້ວັນທີ 16 ທັນວາ ແລະຈະດໍາເນີນໄປຮອດວັນທີ 24 ທັນວາ 2024 ນີ້.

ເວົ້າສະເພາະໜີ້ຂອງໂຄງການລົງທຶນຂອງລັດ ອີງຕາມຄໍາເວົ້າຂອງນັກເສດຖະສາດລາວທ່ານຫນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ທັນວາ 2024 ນີ້ວ່າ ສ່ວນຫຼາຍແມ່ນໜີ້ຂອງໂຄງການກໍ່ສ້າງໂຄງຮ່າງພື້ນຖານ ພາຍໃນນະຄອນຫຼວງວຽງຈັນ ຊຶ່ງເປັນໜີ້ ທີ່ຕິດຄ້າງກັບພາກລັດ ແລະໜີ້ທີ່ຕິດຄ້າງ ກັບພາກເອກກະຊົນ ຮວມທັງໜີ້ ຂອງໂຄງການຈັດເກັບຂີ້ເຫຍື້ອ, ໂຄງການບໍາບັດນໍ້າເປື້ອນດັ່ງທີ່ທ່ານກ່າວວ່າ:

“ມັນອາດຈະມາຈາກການພັດທະນາໂຄງການຕ່າງໆຫັ້ນແຫຼະ ເພາະວ່າກໍຈະເຫັນວ່າ ຕົວເມືອງນະຄອນຫຼວງວຽງຈັນ ມີໂຄງການຫຼາຍໆໂຄງການນໍ ບໍ່ວ່າຈະເປັນໂຄງການບໍາບັດນໍ້າເປື້ອນບໍ່ ໂຄງການຈັດການຂີ້ເຫຍື້ອບໍ ໂຄງການໄຟເຍືອງທາງບໍ່ ອີ່ຫຍັງຕ່າງໆຫັ້ນນະ ເອກກະຊົນກູ້ຢືມຈາກທະນາຄານມາລົງທຶນໃນໂຄງການຂອງລັດ ບາດນີ້ ແຕ່ວ່າລັດຍັງບໍ່ມີເງິນຈ່າຍໃຫ້ເອກກະຊົນ.”

ກ່ຽວກັບເລື່ອງການໃຊ້ໜີ້ຄືນນັ້ນ ເຈົ້າໜ້າທີ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທ່ານຫນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ມີຫຼາຍໂຄງການກໍ່ສ້າງ ຮວມທັງໂຄງການກໍ່ສ້າງຫ້ອງການຕ່າງໆ, ໂຄງການນໍ້າປະປາ ທີ່ໄດ້ເປີດໃຫ້ເອກກະຊົນ ລົງທຶນກໍ່ສ້າງກ່ອນ ແລ້ວທາງເມືອງຈະໃຊ້ແທນຄືນໃຫ້ໃນແຕ່ລະປີ, ໄດ້ເຮັດສັນຍານໍາກັນໄວ້. ແຕ່ໃນພາກໂຕຈິງ ບາງປີ ທາງນະຄອນຫຼວງ ບໍ່ມີງົບປະມານໃຫ້ທາງເມືອງ ກໍຕ້ອງໄດ້ຄ້າງໄປ ດັ່ງທີ່ທ່ານກ່າວວ່າ:

“ເອກກະຊົນເພິ່ນອອກທຶນກ່ອນ ແຕ່ວ່າເຮົາກໍເຮັດສັນຍາກັນໄວ້ວ່າຈະຈ່າຍເປັນປີ ແຕ່ວ່າງົບປະມານບາງປີເພິ່ນແບ່ງໃຫ້ ບາງປີກໍບໍ່ໄດ້ເດ ມັນກໍຕ້ອງໄດ້ຄ້າງເພິ່ນຫັ້ນນະ ຈະເປັນໂຄງການກໍ່ສ້າງ ເປັນນໍ້າປະປາຈັ່ງຊີ້ນະ ໂຄງການກໍ່ສ້າງຫ້ອງການ.”

ເວົ້າເຖິງໜີ້ສິນ ທີ່ທາງນະຄອນຫຼວງວຽງຈັນ ຕິດທັງພາກລັດ ແລະພາກເອກກະຊົນນັ້ນ ປະຊາຊົນຢູ່ນະຄອນຫຼວງວຽງຈັນ ຜູ້ຫນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ທັນວານີ້ວ່າ ຕົນບໍ່ຮູ້ວ່າເພິ່ນຕິດເທົ່າກັນແທ້ ຄືວ່າ ຄ່າໄຟຟ້າ ປະຊາຊົນຈ່າຍໃຫ້ເພິ່ນທຸກເດືອນ, ຖ້າບໍ່ຈ່າຍ ເພິ່ນກໍຕັດ  ແລະວ່າ ທີ່ຜ່ານມາ ເພິ່ນກໍບໍ່ໄດ້ເປີດໄຟເຍືອງທາງຢູ່ຫຼາຍເຂດ ແລະໄຟແດງຢູ່ຫຼາຍບ່ອນ ເຮັດໃຫ້ການສັນ ຈອນໄປມາຂອງປະຊາຊົນລໍາບາກຫຼາຍ ດັ່ງທີ່ທ່ານກ່າວວ່າ:

“ຄ່າຟືນຄ່າໄຟແມ່ນຫຍັງ ຕິດໜີ້ຂອງລັດ ຫຼືວ່າແມ່ນຂອງພວກພາກສ່ວນໃດກ່ຽວຂ້ອງ ຕິດໜີ້ຈັ່ງໃດຄືວ່າປະຊາຊົນກໍຈ່າຍໃຫ້ເຂົາທຸກເດືອນ ບໍຈ່າຍແລ້ວແມ່ນຕັດພ້ອມໂລດ ຜ່ານມານີ້ ຫຼາຍໝ້ອງບໍ່ໄດ້ເປີດໄຟແດງຫັ້ນນະ ໄຟເຍືອງທາງຊີ້ນະ ກໍບໍ່ເຫັນເປີດເຫັນຫຍັງນໍ.”

ໃນຂະນະດຽວກັນ ຊາວນນະຄອນຫຼວງວຽງຈັນ ນາງຫນຶ່ງກໍເວົ້າຄືກັນວ່າ ຕົນຍັງບໍ່ທັນຮູ້ເທື່ອວ່າ ນະຄອນຫຼວງວຽງຈັນ ເພິ່ນຍັງຕິດໜີ້ຢູ່ເທົ່າໃດ;  ແຕ່ກໍຮູ້ວ່າ ໃນການສ້າງເສັ້ນທາງ ຢູ່ເຂດບ້ານຂອງຕົນ ແມ່ນໃຫ້ບໍລິສັດເອກກະຊົນ ອອກເງິນເຮັດໄປກ່ອນ ແລະປັດຈຸບັນ ເສັ້ນທາງ ທີ່ປູຄອນກີດນັ້ນ ໄດ້ເຮັດແລ້ວໆ ຍັງແຕ່ທາງຮ່ອມ ທີ່ເປັນດິນແດງ, ປົກກະຕິ ເລື່ອງການສ້າງທາງ ແມ່ນງົບປະມານຂອງລັດຖະບານ ແລ້ວເອກກະຊົນມາຮັບເໝົາກໍສ້າງໃຫ້ ດັ່ງທີ່ນາງເວົ້າວ່າ:

“ງົບປະມານລັດຖະບານອອກມາເຮັດ ແລ້ວກໍຈ້າງພວກເອກກະຊົນ ຫຼືວ່າບໍລິສັດຮັບເໝົາຫັ້ນແຫຼະເຮັດໃຫ້ ຖະໜົນຫົນທາງກໍດີເບິດແລ້ວເດ ເປັນຄອນກີດເບິດແລ້ວ ບໍ່ຄືຕະກີ້ແລ້ວ ຍົກເວັ້ນທາງຮ່ອມຫັ້ນ ແມ່ນທາງແດງ.”   

ໃນການແກ້ໄຂບັນຫາໜີ້ສິນ ຂອງນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ ທາງການແກ້ໄຂໜີ້ສິນນີ້ ດ້ວຍຫຼາຍຮູບແບບ ເຊັ່ນ ແກ້ດ້ວຍການອ່ວຍໜີ້ 3 ແຈ, ແກ້ດ້ວຍພັນທະບັດ, ແກ້ດ້ວຍງົບປະມານປົກກະຕິ ແລະ ເງິນເກີນແຜນ ຊຶ່ງໃນປີ 2024 ນີ້ ນະຄອນຫຼວງວຽງຈັນ ສາມາດຈັດສັນຊໍາລະຫນີ້ສິນ ຕາມງົບປະມານປົກກະຕິ ໄດ້ 46,190,000,000 ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.