ປັຈຈຸບັນ ມີນັກລົງທຶນ ຊາວວຽດນາມ ເຂົ້າມາຊື້ ທີ່ດິນ ຊາວບ້ານ ຢູ່ໃນ ແຂວງ ອັດຕະປື ຢ່າງ ຫລວງຫລາຍ.
ຊາວອັຕຕະປື ທ່ານນື່ງ ເວົ້າ ໃນວັນທີ່ 28 ພຶສພາ ນີ້ວ່າ ປັຈຈຸບັນ ມີນັກລົງທຶນ ຊາວວຽດນາມ ເຂົ້າມາຂໍຊື້ ທີ່ດິນ ຈາກຊາວບ້ານ ຢ່າງຫລວງຫລາຍ ເພື່ອປູກ ພຶດຕ່າງໆ ຕອນທຳອິດ ຊາວບ້ານ ບໍ່ຢາກຂາຍ ຍ້ອນເປັນບ່ອນ ທຳມາ ຫາກິນ ແຕ່ໃນເມື່ອ ນັກລົງທຶນ ສເນີໃຫ້ ຣາຄາສູງ ຊາວບ້ານ ເລີຍຕົກລົງ ການຊື້ທີ່ດິນ ແບບນີ້ ມີເປັນຂະບວນ ຫລັງຈາກ ບໍຣິສັດ ຫົງອັນ ຍ່າລາຍ ໄດ້ເຂົ້າໄປ ພັທນາ ແຂວງ ອັດຕະປື ເຮັດໃຫ້ ຊາວວຽດນາມ ຫລັ່ງໄຫລ ເຂົ້າໄປ. ດັ່ງ ຊາວບ້ານ ທ່ານນຶ່ງ ເວົ້າວ່າ:
“ມັນຫລາຍ ແຫລະ ວຽດນາມ ໂຕຢ່າງ ຖ້າວ່າເຮົາ ບໍ່ຂາຍ ມັນກໍໃຫ້ ຣາຄາ ມັນກໍຕ້ອງ ອອກຢູ່ ປະຊາຊົນ ກໍຍອມຂາຍໃຫ້ ມັນ ມັນກໍເອົາເງິນ ໄປຊື້ບ່ອນໃໝ່ ບຸກເບີກ ບ່ອນໃໝ່”.
ຊາວບ້ານ ທ່ານນີ້ ເວົ້າ ຕໍ່ໄປວ່າ ພວກທີ່ເຂົ້າມາ ຂໍຊື້ດິນ ຊາວບ້ານນັ້ນ ສ່ວນຫລາຍ ເປັນນັກລົງທຶນ ນ້ອຍ ປະເພດ ປູກອ້ອຍ ແລະ ປູກໄມ້ຕ່າງໆ ເພື່ອນຳໄປ ແປຮູບເປັນ ເຝີນິເຈີ ສົ່ງອອກ ສ່ວນນື່ງ ກໍເປັນ ນັກທຸຣະກິດ ທີ່ເຂົ້າມາ ປູກຢາງ ພາລາ ສ່ວນຣາຄາ ທີ່ ນັກລົງທຶນ ສເນີໃຫ້ ຊາວບ້ານນັ້ນ ບໍ່ຮູ້ຄັກແນ່ວ່າ ເທົ່າໃດ ກັນແທ້ ແຕ່ບາງຄົນ ເວົ້າວ່າ ໄດ້ຫລາຍ ພໍທີ່ຈະໄປຊື້ ດິນ ບ່ອນໃໝ່.
ປັຈຈຸບັນ ຢູ່ ໃນທຸກ ແຂວງຂອງລາວ ມີນັກລົງທຶນ ຕ່າງຊາດ ໂດຍສະເພາະ ວຽດນາມ ແລະຈີນ ເຂົ້າມາຂໍຊື້ ແລະ ເຊົ່າດິນ ຢ່າງຫລວງຫລາຍ ເປັນຕົ້ນ ຢູ່ແຂວງ ຫລວງພຣະບາງ, ແຂວງ ໄຊຍະບຸຣີ ທີ່ມີ ນັກລົງທຶນ ເຂົ້າມາ ເຊົ່າດິນ ປູກເຂົ້າ ເພື່ອສົ່ງກັບ ໄປຂາຍ ໃນປະເທດ ຂອງເຂົາເຈົ້າ ຊື່ງ ທາງການລາວ ກໍບໍ່ຢາກ ໃຫ້ເຊົ່າ ຍ້ອນຢ້ານວ່າ ນັກລົງທຶນ ຈະມາຕົວະຕົ້ມ ປາຊາຊົນ.
