ຊາວສວນປູກກ້ວຍຈີນ ບໍ່ໄດ້ຮັບ ຄ່າແຮງ

ສຸພັດຕາ
2020.03.04
f-banana ສວນກ້ວຍ ຂອງນັກລົງທຶນຈີນ ຢູ່ ສປປລາວ
Screen captured from lao44.org video

ປະຊາຊົນຈໍານວນ 7 ຄອບຄົວ ຢູ່ບ້ານກອນນ້ອຍ ເມືອງໄຊ ແຂວງອຸດົມໄຊ ທີ່ເຂົ້າຮ່ວມໂຄງການປູກໝາກກ້ວຍກັບບໍຣິສັດຈີນ ຈໍານວນ 13 ເຮັກຕ່າ ຍັງບໍ່ໄດ້ຮັບເງິນ ຄ່າແຮງງານບົວຣະບັດກ້ວຍ ແລະຄ່າຂາຍກ້ວຍ ຕາມສັນຍາທີ່ເຄີຍຕົກລົງກັນໄວ້ ຮວມທັງໝົດ ຮວມທັງໝົດ 462 ລ້ານກີບ.

ປັດຈຸບັນ ພວກຂະເຈົ້າຍັງລໍຖ້າຢ່າງມີຄວາມຫວັງ ວ່າພາກສ່ວນກ່ຽວຂ້ອງ ຈະແກ້ໄຂບັນຫານີ້ໄດ້, ດັ່ງຊາວສວນປູກກ້ວຍ ກັບບໍຣິສັດຈີນ ດັ່ງກ່າວ ເວົ້າກັບ ວິທຍຸເອເຊັຽເສຣີ ໃນວັນທີ 4 ມີນາ ນີ້ວ່າ:

“ຈຸນີ້ຂະເຈົ້າບໍ່ໄດ້ວ່າຊັ້ນ ເພາະວ່າ ຂະເຈົ້າກໍເສັຽໃຈ ມີດິນສົມທົບແລ້ວ ຈະນີ້ແມ່ນຈຸທີ່ວ່າ ຂະເຈົ້າມີດິນສົມທົບ ແລ້ວຂະເຈົ້າບໍ່ພໍໃຈ ສ່ວນບໍ່ໄດ້ ຂະເຈົ້າກໍບໍ່ເອົາ ກໍແບບຄຽດຫັ່ນນາ.”

ຊາວສວນຜູ້ນີ້ເວົ້າວ່າ ເງິນທີ່ບໍ່ໄດ້ຮັບຈາກບໍຣິສັດຈີນນີ້ ຖືກກໍານົດຕາມສັນຍາ ໃນໂຄງການສົ່ງເສີມປູກໝາກກ້ວຍ ເພື່ອສ້າງຣາຍຮັບ ໃຫ້ ປະຊາຊົນ ແບບ 2 ບວກ 3  ຣະຫວ່າງປະຊາຊົນ ແລະບໍຣິສັດ, ໂດຍບໍຣິສັດ ຈະບໍ່ຈ່າຍຄ່າເຊົ່າດິນໃຫ້ປະຊາຊົນທັງ 7 ຄອບຄົວນີ້ ແຕ່ ໃຫ້ພວກຂະເຈົ້າອອກແຮງງານ ບົວຣະບັດ ໝາກກ້ວຍ ຈົນໄດ້ຮັບໝາກຜົນ ແລະຈະໄດ້ຄ່າແຮງງານ ຕົ້ນລະ 5 ພັນກີບ, ສ່ວນບໍຣິສັດ ຈະຊ່ອຍເຫຼືອດ້ານແນວພັນກ້ວຍ, ປຸ໋ຍ ສໍາລັບໃສ່ຕົ້ນກ້ວຍ ແລະ ຈະເກັບຊື້ກ້ວຍກິໂລລະ 5 ພັນກີບ.

ນໍ້າໜັກຂອງກ້ວຍທີ່ປະຊາຊົນ ທັງ 7 ບ້ານ ບົວຣະບັດໄດ້ນຶ່ງເຄືອ ມີນໍ້າໜັກສູງສຸດຢູ່ທີ່ 45 ກິໂລ ແລະນໍ້າໜັກຕໍ່າສຸດ 20 ກິໂລ, ແຕ່ ປະຊາຊົນ ຄິດໄລ່ ຄ່າຂາຍກ້ວຍໃຫ້ບໍຣິສັດຈີນ ໃນຣາຄານໍ້າໜັກຕໍ່າສຸດ ເພື່ອໃຫ້ບໍຣິສັດເຫັນໃຈ ຈ່າຍເງິນໃຫ້ພວກຂະເຈົ້າ ແຕ່ບໍຣິສັດກໍຍັງ ບໍ່ທັນຈ່າຍ ຈົນຮອດທຸກມື້ນີ້.

ກ່ຽວກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ຜແນກກະສິກັມແລະປ່າໄມ້ ແຂວງອຸດົມໄຊ ກ່າວວ່າ ຜແນກກະສິກັມ ບໍ່ຮູ້ຣາຍຣະອຽດກ່ຽວກັບ ບັນຫາ ປະຊາຊົນ ບ້ານກອນນ້ອຍ ບໍ່ໄດ້ຮັບເງິນຄ່າແຮງງານ ບົວຣະບັດສວນ ແລະຄ່າຂາຍກ້ວຍ ຍ້ອນວ່າ ໂຄງການ ດັ່ງກ່າວ ບໍ່ໄດ້ຜ່ານການ ອະນຸຍາດ ຈາກທາງແຂວງ, ດັ່ງທ່ານກ່າວວ່າ:

“ຂໍ້ມູນເກົ່າຫັ່ນເນາະ ຕ້ອງເອົາຂໍ້ມູນຈາກເມືອງເນາະ ເຊັ່ນວ່າ ຫ້ອງການກະສິກັມເມືອງບໍ ຫຼືວ່າ ການເງິນເມືອງ ສິຮູ້ຣະອຽດ ເພາະວ່າ ບາງຄັ້ງກໍບໍ່ມາຜ່ານ ທາງຜແນກເຮົາ ເຮົາກໍບໍ່ຮູ້ຣະອຽດເນາະ ການຊໍາລະສະສາງ ອັນນັ້ນມັນຈະແມ່ນຢູ່ ພື້ນຖານເມືອງ ເມືອງຈະເຮັດຈັ່ງໃດ ຈັດຕັ້ງປະຕິບັດໂຕຈິງ ເມືອງຈະຣະອຽດກວ່າເຮົາ.”

ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ເມືອງ ເພື່ອຖາມກ່ຽວກັບບັນຫາທີ່ເກີດຂຶ້ນ ແຕ່ ເຈົ້າໜ້າທີ່ ເວົ້າວ່າ ບໍ່ຮູ້ກ່ຽວກັບເຣື້ອງນີ້.

ສໍາລັບສັນຍາສົ່ງເສີມປູກກ້ວຍ ກັບບໍຣິສັດຈີນ ຢູ່ບ້ານກອນນ້ອຍ ເມືອງໄຊ ແຂວງອຸດົມໄຊ ແມ່ນເຣີ້ມແຕ່ປີ 2010 ເປັນຕົ້ນມາແລະສິ້ນສຸດ ສັນຍາ ໃນປີ 2015 ໂດຍປະຊາຊົນ ເຣີ້ມປູກກ້ວຍໃນປີ 2010 ແລ້ວມາປີ 2011 ກໍສາມາດເກັບຜົນຜລິດກ້ວຍໄດ້ ແຕ່ບໍຣິສັດ ກໍບໍ່ຈ່າຍ ຄ່າແຮງງານ ບົວຣະບັດກ້ວຍ ແລະ ຄ່າກ້ວຍເລີຍ ເຮັດໃຫ້ປະຊາຊົນ 7 ຄອບຄົວ ໄດ້ຢຸດສືບຕໍ່ປູກກ້ວຍໃຫ້ຈີນ ເພື່ອລໍຖ້າບໍຣິສັດ ຈ່າຍຄ່າ ກ້ວຍກ່ອນ ແຕ່ພວກຂະເຈົ້າລໍຖ້າມາຮອດປີ 2015 ບໍຣິສັດກໍມິດງຽບ ບໍ່ຈ່າຍເງິນໃຫ້ ປະຊາຊົນ ແຕ່ຢ່າງໃດ ຈຶ່ງເຮັດໃຫ້ພວກເຂົາເຈົ້າ ໄດ້ ສົ່ງໜັງສືຮ້ອງຮຽນ ໄປຍັງພາກສ່ວນກ່ຽວຂ້ອງ ເພື່ອມາແກ້ໄຂບັນຫານີ້ໃຫ້ ນັບແຕ່ປີ 2015 ເປັນຕົ້ນມາ ແຕ່ບໍ່ຖືກແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.