ຊາວເມືອງຊຽງເງິນຈະໄດ້ ຄ່າຊົດເຊີຍ ງວດ 4 - 5

ມະນີຈັນ
2019.06.14
F-Ban Bouam or ບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພຣະບາງ
RFA/AS

ທາງການເມືອງຊຽງເງິນ ແຂວງຫລວງພຣະບາງ ຈະໃຫ້ຄ່າຊົດເຊີຍ ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ງວດທີ 4 ໃນເດືອນມິຖຸນາ ນີ້ ໂດຍຈະຊົດເຊີຍ ໃນເຂດ 4 ບ້ານ 30 ປາຍຄອບຄົວ, ຕາມຄໍາເວົ້າຂອງ ເຈົ້າເມືອງຊຽງເງິນ ຕໍ່ RFA ໃນ ມື້ວັນທີ 14 ມິຖຸນາ ນີ້. ທ່ານກ່າວວ່າ:

"ດຽວນີ້ກະສິກຽມຊົດເຊີຍ ຢູ່ບ້ານບວມອໍ້ຫັ້ນ ແລ້ວກະສອງມາ ຢູ່ບ້ານໂມສາ ສາມມາບ້ານຈຸສວນຫລວງ ຈຸໝາກນາວເນາະ ສີ່ບ້ານງວດສິມາ ນີ້ນະ ຊົດເຊີຍຊຸດສິມານີ້ 11 ຕື້ປາຍເນາະ ປະມານຫມ້ອງ 30 ປາຍຄອບຄົວ ນີ້ແຫລະ."

ຫລັງຈາກນັ້ນ ທາງການເມືອງຊຽງເງິນ ກໍຈະໃຫ້ຄ່າຊົດເຊີຍ ແກ່ປະຊາຊົນງວດສຸດທ້າຍ ຢູ່ບ້ານຂົວນໍ້າມິ່ງ ບ້ານຈີ່ກ້ວຍຈໍ້າ ບ້ານພູທາດ ແລະບ້ານພູດໍາ ຊຶ່ງເປັນປະຊາຊົນ ຢູ່ໃນເຂດສ້າງປາກທາງ ເຂົ້າອຸໂມງຣົດໄຟ ແຕ່ຍັງບໍ່ທັນໄດ້ຣະບຸ ຈໍານວນຄອບຄົວ ແລະ ມູນຄ່າການ ຊົດເຊີຍເທື່ອ. ການຊົດເຊີຍງວດທີ 4 ແລະ 5 ນີ້ຢູ່ຣະຫວ່າງລໍຖ້າການອະນຸມັດເງິນ ຈາກທາງຣັຖບານ ເມື່ອໃດໄດ້ຮັບເງິນແລ້ວກໍຈະ ອອກແຈ້ງການ ໃຫ້ປະຊາຊົນຮູ້.

ທ່ານກ່າວອີກວ່າທີ່ຜ່ານມາ ທາງການເມືອງຊຽງເງິນ ໄດ້ຊົດເຊີຍໃຫ້ແກ່ປະຊາຊົນ ຜູ້ຖືກຜົລກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ແລ້ວ 3 ງວດ ຢູ່ບ້ານແອນສະຫວັນ ບ້ານລ້ອງອໍ້ ແລະບ້ານສວນຫລວງ ມູນຄ່າຮວມກັນປະມານ 20 ຕື້ກີບ.

ເມື່ອເດືອນພຶສພາ ທີ່ຜ່ານມາ ຊາວເມືອງຊຽງເງິນ ຜູ້ນຶ່ງທີ່ກໍາລັງລໍຖ້າ ການຊົດເຊີຍນັ້ນເວົ້າຕໍ່ RFA ວ່າເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ໃຫ້ຄໍາຕອບ ແກ່ຊາວບ້ານ ວ່າຈະໃຫ້ຄ່າຊົດເຊີຍໃນເດືອນ ມິຖຸນາ ນີ້:

"ເພິ່ນວ່າແຕ່ວ່າເພິ່ນຈະມາຊົດເຊີຍ ແຕ່ວ່າບໍ່ທັນໄດ້ ໄດ້ຍິນເພິ່ນວ່າແມ່ນເດືອນ 6 ນີ້ຊັ້ນເດ໊ ເພິ່ນສິໃຫ້ນະ ເປັນຫຍ້າເປັນເຮືອນແທ້ບໍ່ຖືກ ຖືກແຕ່ນາແຕ່ສວນ."

ຢ່າງໃດກໍຕາມ ເມື່ອວັນທີ 10 ມິຖຸນາ ນີ້ ກະຊວງໂຍທາທິການແລະຂົນສົ່ງ ກໍໄດ້ອອກແຈ້ງການກ່ຽວກັບ ການອະນຸມັດໂອນເງິນງົບປະມານ ຄ່າຊົດເຊີຍຜົລກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ໃຫ້ແກ່ແຂວງຫລວງນໍ້າທາ ແຂວງອຸດົມໄຊ ແຂວງຫລວງພຣະບາງ ແຂວງ ວຽງຈັນ ແລະ ນະຄອນຫລວງວຽງຈັນ ມູນຄ່າທັງໝົດປະມານ 143 ຕື້ກີບ ເພື່ອນໍາໄປເບີກຈ່າຍ ໃຫ້ແກ່ປະຊາຊົນ ທີ່ຖືກຜົລກະທົບ ໃນແຕ່ ລະບ້ານ ໂດຍຈະເບີກຈ່າຍ ໃຫ້ປະຊາຊົນຢູ່ ແຂວງຫລວງພຣະບາງປະມານ 9 ຕື້ 200 ລ້ານກີບ ແຕ່ຍັງບໍ່ໄດ້ຣະບຸມື້ ທີ່ຈະຊົດເຊີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.