ແຂວງອັດຕະປື ໂຈະ 33 ໂຄງການປູກພືດ, ຕົ້ນໄມ້ ທີ່ບໍ່ມີ ການເຄື່ອນໄຫວ
2025.01.09
ໃນປີ 2024 ທີ່ຜ່ານມາ, ເຈົ້າແຂວງອັດຕະປື ສັ່ງໂຈະ ໂຄງການລົງທຶນ 33 ໂຄງການ, ຊຶ່ງໃນນັ້ນ ສ່ວນຫຼາຍ ເປັນໂຄງການ ກ່ຽວກັບການປູກຝັງ ທີ່ໄດ້ສໍາປະທານດິນ ໄປແລ້ວ, ແຕ່ບໍ່ປະຕິບັດ ຕາມສັນຍາ, ບໍ່ເຮັດຫຍັງ, ຈັບຈອງດິນໄວ້ ເພື່ອໃຫ້ຜູ້ອື່ນ ມາສໍາປະທານຕໍ່ ຫຼືຂາຍ ໃຫ້ຜູ້ອື່ນຕໍ່. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ຫ້ອງວ່າການປົກຄອງ ແຂວງອັດຕະປື ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມິຖຸນາ 2024 ວ່າ:
“ສ່ວນຫຼາຍ ເຂົາເຈົ້າບໍ່ປະຕິບັດ ຕາມສັນຍາ, ອີ່ຫຍັງຫັ້ນແຫຼະ ໝາຍຄວາມວ່າ ລົງທຶນແລ້ວ ມາເຊັນ MOU ແລ້ວບໍ່ມາເຮັດອີ່ຫຍັງ, ຫັ້ນນ່າ. ບໍ່ມາຖອກເງິນ ຖອກຫຍັງ ມັນກໍມີໄລຍະ ຂອງມັນເນາະ. ສັ່ງໂຈະ ຮອດໄສ, ເຈົ້າບໍ່ມາຖອກ, ບໍ່ມາແລ່ນ, ບໍ່ມາຫຍັງ ແລ້ວກໍຂັ້ນຕອນທີ 2 ກໍລົບລ້າງ. ເປັນໂຄງການສໍາປະທານ ສ່ວນຫຼາຍເປັນດິນ ມາເຮັດແລ້ວ ບໍ່ເຮັດຫຍັງ, ຫັ້ນນ່າ. ສ່ວນຫຼາຍ ມາປູກ, ບໍ່ມາປູກ, ມາຈອງອີ່ຫຍັງໄວ້ຊື່ໆ, ຫັ້ນນ່າ ລັກສະນະແບບນັ້ນ. ເອີ, ແບບວ່າ ຂາຍບໍ່ໄດ້ ບໍ່ເອົາເງິນມາຖອກ ມາຫຍັງ ເຂົາກໍໂຈະ.”
ບໍລິສັດຕ່າງປະເທດ ແລະ ທັງພາຍໃນ ສໍາປະທານດິນ ຂອງລັດ ແລະ ເຊົ່າດິນ ຂອງປະຊາຊົນ ເພື່ອປູກພືດ, ປູກໄມ້ອຸດສາຫະກໍາ ແລະ ໄມ້ໃຫ້ໝາກ, ລ້ຽງສັດ ແລະ ສ້າງເຂື່ອນໄຟຟ້າ ຢູ່ແຂວງອັດຕະປື ຫຼາຍໂຄງການ ບໍ່ປະຕິບັດ ຕາມສັນຍາ. ໄດ້ສັນຍາ ສໍາປະທານໄປແລ້ວ ບໍ່ລົງມືປະຕິບັດໂຕຈິງ ແລະ ມີທັງການສໍ້ລາດບັງຫຼວງ ແລະ ອື່ນໆ, ຊຶ່ງຫຼ້າສຸດນີ້ ທາງການແຂວງອັດຕະປື ກໍໄດ້ອະນຸຍາດ ໃຫ້ບໍລິສັດ ພົນມີໄຊ ກໍ່ສ້າງຄົບວົງຈອນ ແລະ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ສຶກສາສໍາຫຼວດ ຄວາມເປັນໄປໄດ້ ໃນການປູກໄມ້ ອຸດສາຫະກໍາ ແລະ ໄມ້ໃຫ້ໝາກ ຕື່ມອີກ.
ໂຄງການໜຶ່ງ, ທີ່ມີການສໍ້ລາດບັງຫຼວງ ຄືໂຄງການ ປູກໄມ້ອຸດສາຫະກໍາ ປະມານເດືອນຕຸລາ 2024 ທີ່ຜ່ານມາ, ທ່ານ ສຸກໄໝ ສຸດບຸນລົ້ນ, ອະດີດຫົວໜ້າ ຂະແໜງຄັງເງິນ ແຂວງອັດຕະປື ທີ່ໄດ້ຖືກຈັບ ແລະ ເສຍຊີວິດ ໃນລັກສະນະ ແຂວນຄໍຕົວເອງຕາຍ ຢູ່ໃນຄຸກ ເມືອງຊານໄຊ ຍ້ອນຮັບສິນບົນ ແລະ ປ່ຽນແປງລາຍຮັບ-ລາຍຈ່າຍ ແລ້ວເຮັດໃຫ້ ງົບປະມານ ຂອງລັດ ຮົ່ວໄຫຼຫຼາຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ລະດັບສູງ ແຂວງອັດຕະປື ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະ ສຽງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ຕຸລາ 2024 ທີ່ຜ່ານມາ:
ທ່ານເວົ້າວ່າ: “ແມ່ນຄວາມຈິງແນວນັ້ນແຫຼະ, ແຕ່ກ່ອນ ລາວເປັນຫົວໜ້າຄັງເງິນ, ພາຍຫຼັງທີ່ ລັດຖະບານກວດສອບ, ກວດໄປ-ກວດມາ ກະເຫັນວ່າ ເງິນມັນຮົ່ວໄຫຼໄປ. ກວດເຫັນໂຕນີ້, ມັນກໍລາມໄປໝົດ ຮວມທັງໄມ້ອຸດສາຫະກໍາ ທີ່ບໍລິສັດ ຂໍເຮັດ, ແຕ່ບໍ່ທັນໄດ້ເຮັດ ພັດຂໍຖອນເງິນ 100% ໄປ. ເພິ່ນເອົາແຕ່ຜູ້ໜັກໆແດ່. ສ່ວນປີກປາຍ ທີ່ບໍ່ທັນໜັກ ກະປະໄວ້ກ່ອນ.”
ນອກຈາກບັນຫາ ທີ່ວ່ານັ້ນແລ້ວ, ບັນຫາເກົ່າ ທີ່ແກ່ຍາວມາໄດ້ 6 ປີ ຍ້ອນຜົນກະທົບ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ກໍຍັງບໍ່ທັນໄດ້ຮັບ ການແກ້ໄຂ. ລັດຖະບານ ຍັງບໍ່ອະນຸມັດ ງົບປະມານ ເພື່ອຊົດເຊີຍ ລາຍການທີ 6 ປະເພດຊັບສິນມີຄ່າ ເຊັ່ນ ເຮືອນ, ຄໍາ, ລົດໃຫຍ່, ລົດຈັກ, ພຣະພຸດທະຮູບ ແລ ອື່ນໆ ໃຫ້ຊາວບ້ານ ຢູ່ເມືອງສະໜາມໄຊ ນັ້ນເທື່ອ, ອີງຕາມຄໍາ ຂອງເຈົ້າໜ້າທີ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກໍລະກົດ 2024 ທີ່ຜ່ານມາ:
“ບໍ່ທັນແລ້ວ, ຍັງລົງເກັບກໍາ ຂໍ້ມູນຄືນໃໝ່ໝົດ ຈະລົງວັດແທກຄືນ ເນື້ອທີ່ສວນໄມ້ ໃຫ້ເຈົ້າຂອງສວນ ລົງໄປຢັ້ງຢືນຕົວຈິງ. ບາດນີ້, ຄືວ່າປະຊາຊົນ ເຂົາຫັ້ນວ່າ 3 ເຮັກຕາ, 3 ເຮັກຕາ ມັນມີຫຼາຍຈຸດ ມັນບໍ່ໄດ້ຢູ່ຈຸດດຽວ, ຫັ້ນເດ້. ບ່ອນລະເຮັກຕາ, ບ່ອນລະອີ່ຫຍັງໄປ ແລ້ວມາບວກກັນ ຍັງບໍ່ທັນໄດ້ແລ້ວງ່າຍດອກ, ຕາມຟັງຫັ້ນ.”
ສ່ວນວ່າ ວຽກງານຟື້ນຟູ ຄຸນນະພາບຊີວິດ ຂອງປະຊາຊົນ ແລະ ການພັດທະນາ ໂຄງລ່າງພື້ນຖານ ຢູ່ເມືອງສະໜາມໄຊ ຫຼັງເຂື່ອນແຕກນັ້ນ, ແມ່ນເກືອບຈະສໍາເລັດແລ້ວ ແຕ່ບໍ່ໄດ້ມາດຕະຖານ. ໃນນັ້ນ, ກໍມີເຮືອນຈັດສັນ 700 ປາຍຫຼັງ ທີ່ສ້າງຍັງບໍ່ທັນແລ້ວ ແລະ ບໍ່ໄດ້ມາດຕະຖານ, ແຕ່ທາງການ ກໍມອບໃຫ້ປະຊາຊົນ ເຂົ້າຢູ່ ແລະ ປະຊາຊົນ ຈໍານວນໜຶ່ງ ກໍໄດ້ຫາເງິນ ມາຕໍ່ເຕີມ ເອົາເອງຕື່ມ.
ເວົ້າເຖິງເລື່ອງ ການອະນຸມັດ ໃຫ້ສໍາປະທານ ດິນປູກຕົ້ນໄມ້, ອໍານາດການປົກຄອງ ແຂວງອັດຕະປື ກໍໄດ້ອະນຸຍາດ ໃນມື້ວັນທີ 6 ມັງກອນ 2025 ນີ້, ໃຫ້ບໍລິສັດ ພົນມີໄຊ ກໍ່ສ້າງຄົບວົງຈອນ ແລະ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ສໍາປະທານດິນ 100 ເຮັກຕາ ຢູ່ເຂດບ້ານພອນມະນີ, ເມືອງສະໜາມໄຊ, ຊຶ່ງຂະນະນີ້ ຢູ່ໃນລະຫວ່າງ ການສຶກສາສໍາຫຼວດ ຄວາມເປັນໄປໄດ້ ໃນການປູກໄມ້ ອຸດສາຫະກໍາ ແລະ ໄມ້ໃຫ້ໝາກ.
ເລື່ອງທີ່ວ່າ ໂຄງການສໍາປະທານດິນ ຈະຖືກໃຫ້ໂຈະ ຫຼືບໍ່ນັ້ນ, ເຈົ້າໜ້າທີ່ ກະຊວງກະສິກໍາ ແລະ ປ່າໄມ້ ທ່ານໜຶ່ງ ເວົ້າວ່າ ແມ່ນຂຶ້ນຢູ່ກັບວ່າ ເຈົ້າຂອງໂຄງການ ທີ່ເຂົ້າມາ ສໍາປະທານດິນ ເພື່ອປູກພືດ ປູກໄມ້ອຸດສາຫະກໍາ ແລະ ໄມ້ໃຫ້ໝາກ ປະຕິບັດຕາມແຜນການ ທີ່ມີໄວ້ ຫຼືບໍ່, ທາງບໍລິສັດ ປະຕິບັດໂຕຈິງ ຕາມສັນຍາ ທີ່ໄດ້ໃຫ້ໄວ້ ຫຼືບໍ່ ແລະ ສວຍໂອກາດ ບຸກລຸກປ່າໄມ້ ຫຼືບໍ່, ຖ້າບໍ່ປະຕິບັດ ຕາມສັນຍາ ກໍຈະຖືກສັ່ງໃຫ້ໂຈະ ແລະ ຕ້ອງສົ່ງດິນນັ້ນຄືນ. ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມັງກອນນີ້ວ່າ:
“ກະສໍາຄັນ ບໍ່ໃຫ້ບຸກລຸກປ່າແຫຼະ ບໍ່ໃຫ້ຖືກປ່າໄມ້, ຄັນຖືກປ່າໄມ້ ເຂົາສັ່ງຢຸດເດ້. ຖ້າວ່າຄື 3 ປະເພດ ມັນກໍຍົກເລີກແລ້ວເວີຍ, ປ່າຜະລິດ, ປ່າປ້ອງກັນ, ແລ້ວກໍປ່າສະຫງວນ. ຫຼັງຈາກຂຶ້ນກັບ ລັດຖະບານແລ້ວ, ເຈົ້າກໍບໍ່ເຮັດເດ້, ເຈົ້າບໍ່ປະຕິບັດ. 2 ປີ 3 ປີ, ກົດໝາຍ ຕ້ອງໄດ້ສົ່ງຄືນ, ເຈົ້າຕ້ອງສົ່ງດິນຄືນເດ້.”
ໃນຂະນະດຽວກັນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງອັດຕະປື ທ່ານໜຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຫາກພວກນັກລົງທຶນ ບໍ່ໄປບຸກລຸກປ່າໄມ້, ບໍ່ໄປເອົາດິນເຂດອື່ນ ແລະ ດໍາເນີນການ ໄປຕາມທິດທາງ ນະໂຍບາຍ ຂອງພັກ ແລະ ລັດ, ທິດທາງ ຂອງທາງການແຂວງອັດຕະປື ຮວມທັງບໍ່ຂັດ ກັບກົດໝາຍແລ້ວ, ໂຄງການນັ້ນ ກໍຈະບໍ່ຖືກສັ່ງໃຫ້ໂຈະ.