ຜົນກະທົບຫຼັງນໍ້າຖ້ວມ ບໍຣິຄໍາໄຊ

0:00 / 0:00

ມາຮອດ ປັຈຈຸບັນ ນີ້ ເຖິງແມ່ນວ່າ ສະພາບ ນໍ້າຖ້ວມ ຢູ່ ແຂວງ ບໍຣິຄໍາໄຊ ໄດ້ ເຣີ້ມເຂົ້າສູ່ ພາວະ ປົກຕິ ແລ້ວ ກໍຕາມ, ແຕ່ ປະຊາຊົນ ຜູ້ ປະສົບພັຍ ນໍ້າຖ້ວມ ໃນ ຫຼາຍເມືອງ ຍັງ ຕ້ອງການ ຄວາມ ຊ່ວຍເຫຼືອ ໃນ ຫຼາຍດ້ານ ເປັນຕົ້ນ ຢູ່ ເມືອງ ທ່າ ພຣະບາດ ຂາດ ຢາປົວ ພຍາດ ເນື່ອງຈາກ ວ່າມີ ຜູ້ປ່ວຍ ເປັນ ພຍາດ ຖອກທ້ອງ, ຕາແດງ, ອອກຕຸ່ມ ຕາມຕົນໂຕ, ພາຍຫລັງ ນໍ້າຖ້ວມ ຊຶ່ງ ທາງ ສາທາຣະນະສຸຂ ປະຈໍາ ເມືອງ ກໍ ບໍ່ສາມາດ ຕອບສນອງ ຕາມ ຈໍານວນ ທີ່ ທີ່ ຕ້ອງການ ໄດ້. ດັ່ງ ເຈົ້າໜ້າທີ່ ຫ້ອງການ ຊົນບົດ ເມືອງ ທ່າ ພຣະບາດ ທ່ານນຶ່ງ ກ່າວວ່າ:

“ຢາປົວ ພຍາດ ຈໍານວນນຶ່ງ ເຮົາ ຫ້າງຫາ ກະຕຽມ ຍັງມີ ຄວາມ ຕ້ອງການ ຢູ່ຫັ້ນນະ ຢາສາມັນ ປະຈໍາບ້ານ, ດ້ານອື່ນແທ້ ເຮົາ ກໍຟື້ນຟູ ໄດ້ ຈໍານວນ ຫຼາຍ ຖືວ່າ ເຮົາ ສູ່ສະພາບ ປົກຕິ ໝົດແລ້ວ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວ ຕຶ່ມວ່າ ໃນ ພື້ນທີ່ ນໍ້າຖ້ວມ ທັງໝົດ ມີ 6 ບ້ານ, ປະກົດວ່າ ມີ ສຸຂສາລາ ພຽງ ແຫ່ງດຽວ, ຈຶ່ງ ບໍ່ສາມາດ ສນອງ ຢາປິ່ນປົວ ໃຫ້ແກ່ ປະຊາຊົນ ໄດ້ ຢ່າງ ທົ່ວເຖິງ, ສະນັ້ນ ຈຶ່ງ ຈໍາເປັນ ຕ້ອງການ ການ ຊ່ວຍເຫຼືອ ຢ່າງ ຮີບດ່ວນ ທີ່ສຸດ. ກ່ອນໜ້າ ນີ້ ທາງ ເຈົ້າໜ້າທີ່ ທ້ອງຖິ່ນ ເຄີຍ ຂຽນໜັງສື ສເນີຕໍ່ ອໍານາດ ປົກຄອງ ແຂວງ ແລ້ວ, ແລະ ໄດ້ຮັບ ຄໍາຕອບ ພຽງແຕ່ວ່າ ຈະໃຫ້ ການ ຊ່ວຍເຫຼືອ ໃນໄວໆນີ້.

ທ່ານວ່າ ນອກຈາກ ຢາປົວພຍາດ ແລ້ວ ຜູ້ ປະສົບພັຍ ຍັງ ຕ້ອງການ ແນວພັນ ເຂົ້າ ແລະ ພືດອື່ນໆ ທີ່ ສາມາດ ປູກໄປຂາຍ ໄດ້ ເນື່ອງຈາກ ພາຍຫລັງ ນໍ້າບົກ ລົງແລ້ວ, ຊາວນາ ຫຼາຍ ຄອບຄົວ ບໍ່ ສາມາດ ປູກພືດ ຣະດູ ໄດ້ ຍ້ອນ ຟື້ນຟູ ເນື້ອທີ່ ບໍ່ທັນ. ດັ່ງ ທ່ານ ກ່າວວ່າ:

“ກໍມີ ຄວາມ ຈໍາເປັນຫຼາຍ ອັນ ດຽວນີ້ ເວົ້າເຣື້ອງ ແນວພັນ ເນາະ ຈໍາເປັນ ເພາະວ່າ ທົ່ງໄຮ່ ທົ່ງນາ ແນວພັນພືດ ເພື່ອ ຜລິດຂາຍ ເປັນສິນຄ້າ ນີ້ແຫລະ ເພື່ອ ເວົ້າເຣື້ອງ ອາຫານ ການກິນ ຕໍ່ ປະຊາຊົນ ທີ່ ນໍ້າລຸດ”.

ຢ່າງໃດ ກໍຕາມ ເມື່ອ ທ້າຍ ສັປດາ ຜ່ານມາ ສະຖານທູດ ສະຫະຣັຖ ປະຈໍາ ສປປລາວ ໄດ້ ໄປຊ່ວຍຜູ້ ປະສົບພັຍ ໃນຫຼາຍ ເມືອງ ຢູ່ແຂວງ ບໍຣິຄໍາໄຊ, ໄດ້ມອບ ອາຫານ ນໍ້າດື່ມ ຮວມທັງ ຂອງໃຊ້ ສ່ວນຕົວ ແລະ ເງິນ ອີກ ຈໍານວນ ນຶ່ງ ເພື່ອ ບັນເທົາທຸກ ແກ່ຜູ້ທີ່ ໄດ້ຮັບ ຄວາມ ເດຶອດຮ້ອນ ຄັ້ງນີ້.