ຈີນຍັງສໍາປະທານປູກກ້ວຍ

ສົມເນ
2016.11.18
F-banana ສວນກ້ວຍ ຫາກໍ່ປູກ ໃນເດືອນສິງຫາ ທີ່ຜ່ານມາ ຢູ່ເຂດບ້ານຫລວງຜາຄໍາ (ຮູປຖ່າຍໃນຕົ້ນເດືອນ ພືສຈິກາ)
RFA/VD

ປັດຈຸບັນ ນັກລົງທຶນຈີນ ຍັງສືບຕໍ່ ປູກກ້ວຍ ຢູ່ເມືອງລອງ ແຂວງ ຫລວງນໍ້າທາ ຢູ່ ເຖິງແມ່ນວ່າ ທາງການ ໄດ້ສັ່ງຫ້າມ ແລ້ວກໍດີ. ຈຸດ ທີ່ມີການ ໃຫ້ ສໍາປະທານ ປູກກ້ວຍ ແມ່ນຢູ່ບ້ານ ຫຼວງຜາຄໍາ, ບ້ານຈອມແຈ້ງ ແລະ ໜອງຄໍາ ເມືອງລອງ ແຂວງ ຫຼວງນໍ້າທາ ໃນເນື້ອທີ່ ປະມານ 100 ເຮັກຕາ. ອິງຕາມຂໍ້ມູນ ຈາກ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງລອງ. ເຈົ້າໜ້າທີ່ ຈາກ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງລອງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 17 ພືສຈິກາ ວ່າ:

"ສະເພາະ ແຂວງຫລວງນໍ້າທາ ເມືອງລອງເຮົາ ແມ່ນຢູ່ໃນ ອັນດັບ ທີ1 ທີ່ມີນັກລົງທືນຈີນ ມາປູກກ້ວຍ ຫຼາຍດຽວນີ້ ກະມີປູກໃໝ່ ເພີ່ມອີກ ຫຼາຍເຮັກຕາ ສົມຄວນໃດ”.

ສວນກ້ວຍ ບາງຈຸດ ກໍຢູ່ໃກ້ກັບ ໂຮງຮຽນ ແລະ ຊຸມຊົນ ສ້າງຄວາມ ເດືອດຮ້ອນ ໃຫ້ແກ່ຊຸມຊົນ ທີ່ຢູ່ອ້ອມຂ້າງ. ດັ່ງ ປະຊາຊົນ ທີ່ຢູ່ໃກ້ ສວນກ້ວຍ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ຈຸດໜັກແມ່ນ ເຂດໃກ້ບ້ານ ກັບໃກ້ໂຮງຮຽນ ໃກ້ແຫລ່ງນໍ້າ ນີ້ແຫຼະ ຖ້າເປັນໄປໄດ້ ກະບໍ່ຢາກໃຫ້ ປູກເຂດ ນີ້ນະ ຢ້ານເດັກນ້ອຍ ເຂົາຕິດ ພຍາດ ເພາະມັນເໝັນ ຫຼາຍ”.

ເຣື້ອງນີ້ ທ່ານ ພົມມະສຸຸຸກ ເຈົ້າເມືອງລອງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 17 ພືສຈິກາ ວ່າ:

"ແຕ່ວ່າ ມາຮອດ ປັດຈຸບັນນີ້ ບໍ່ມີແລ້ວ ອັນຊິປູກໃໝ່ ມີແຕ່ອັນເກົ່າ ສັນຍາເກົ່າ ເຂົາບໍ່ໝົດ ປີກາຍ ກັບປີນີ້ ພວກເຮົາ ກະໄດ້ລົບລ້າງໄປ ຈໍານວນນຶ່ງ ແລ້ວ ປະມານ 300-400 ເຮັກຕາ ນີ້ແຫຼະ ສ່ວນທີ່ຍັງເຫລືອ ໃນ ປັດຈຸບັນນີ້ ເຂົາເຈົ້າ ໄດ້ສັນຍາ ກັບຊາວບ້ານ ແລະ ຍັງບໍ່ໄດ້ ໝົດສັນຍາ".

ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ ກະສິກັມ ເມືອງ ກໍໄດ້ມີ ການຢືນຢັນ ວ່າໄດ້ມີ ການປູກກ້ວຍ ຢູ່ສາມບ້ານ ດ່ັງກ່າວ ທີ່ຂຶ້ນກັບ ເມືອງລອງ ນັບແຕ່ ເດືອນສິງຫາ ເປັນຕົ້ນມາ ໂດຍ ແມ່ນ ບໍຣິສັດ ຢາງວຸຍ ຂອງຈີນ ເປັນຜູ້ ສໍາປະທານ.

ທີ່ດິນສໍາປະທານ ປູກກ້ວຍ ຢູ່ເມືອງລອງ ມີປະມານ 5 ພັນເຮັກຕາ ຊຶ່ງ ເລີ້ມປູກກ້ວຍ ມາແຕ່ປີ 2008 ເປັນຕົ້ນມາ ໂດຍ ນັກລົງທຶນຈີນ ຈະເຊົ່າທີ່ດິນ ນໍາ ປະຊາຊົນ ໃນຄ່າເຊົ່າ 13 ລ້ານກີບ ຕໍ່ເຮັກຕາ ຕໍ່ປີ ແລະ ຈໍານວນນຶ່ງ ກໍໄດ້ຮັບ ສໍາປະທານ ທີ່ດິນຈາກ ອໍານາດ ການປົກຄອງ ເມືອງ. ອີງຕາມ ຂໍ້ມູນຈາກ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງລອງ.

ນອກຈາກນີ້ ຍັງມີຣາຍງານ ຈາກຊາວບ້ານ ໜອງຄໍາ ແລະ ບ້ານພະບາດນ້ອຍ ທີ່ຂຶ້ນກັບ ເມືອງສິງ ວ່າມີ ບໍຣິສັດຈີນ ກໍາລັງ ບຸກເບີກ ເນື້ອທີ່ ປູກກ້ວຍເພີ້ມ ໂດຍແມ່ນ ເຈົ້າຂອງ ສວນ ຢາງພາຣາ ທີ່ ເປັນຄົນຈີນ ໄດ້ຕັດຕົ້ນ ຢາງພາຣາ ອອກ ເພື່ອປູກກ້ວຍ ແທນ.

ຣັຖບານ ໄດ້ມີຄໍາສັ່ງຫ້າມ ການໃຫ້ ສໍາປະທານ ທີ່ດິນ ປູກກ້ວຍ ແກ່ ນັກລົງທຶນ ນັບແຕ່ປີ 2015 ເປັນຕົ້ນມາ ຫລັງຈາກ ພົບວ່າ ມີການໃຊ້ ສານເຄມີ ຢູ່ໃນສວນກ້ວຍ ເປັນ ຈໍານວນຫຼາຍ ຊຶ່ງສ້າງຜົນ ກະທົບ ຕໍ່ສິ່ງແວດລ້ອມ ແລະ ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.