ຊາວບ້ານ ຢູ່ເມືອງແປກ ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ
2024.11.14

ປະຊາຊົນບ້ານໝີ່ປະມານ 20 ຄອບຄົວ ແລະບ້ານມອນເກືອບເຄິ່ງບ້ານ ຢູ່ເມືອງແປກ ແຂວງຊຽງຂວາງ ໄດ້ຮັບຜົນກະທົບ ຈາກໂຄງການສໍາຫຼວດ ແລະຂຸດຄົ້ນແຮ່ເຫຼັກ ຂອງກຸ່ມບໍລິສັດ ພົງຊັບທະວີ ຈໍາກັດຜູ້ດຽວ ຂອງນັກລົງທຶນລາວ ທີ່ມີຈີນເປັນຜູ້ຂຸດຄົ້ນ ຍ້ອນທາງບໍລິສັດ ເອົາດິນຈາກການຂຸດຄົ້ນ ໄປຖິ້ມໃສ່ຫົວຫ້ວຍຫົວນາ ເຮັດໃຫ້ນໍ້າເປັນສີແດງ, ບໍ່ສາມາດໃຊ້ນໍ້າໄດ້ ແລະດິນກໍໄຫຼຖົມນາ ຖົມໜອງ ເຮັດໃຫ້ການເຮັດນາ ບໍ່ໄດ້ຕາມປົກກະຕິ.
ສ່ວນເລື່ອງຄ່າຊົດເຊີຍຄວາມເສຍຫາຍ ພາກສ່ວນທີ່ກ່ຽວຂ້ອງ ໄດ້ໄປເວົ້າກັບປະຊາຊົນແລ້ວ ແຕ່ຍັງບໍ່ຮູ້ວ່າ ຈະໄດ້ຄ່າຊົດເຊີຍນັ້ນເມື່ອໃດ ອີງຕາມຄໍາເວົ້າຂອງຂອງຊາວບ້ານບ້ານໝີ່ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 14 ພະຈິກນີ້.
“ເປັນນໍ້າແດງ ເປັນຫຍັງ ຄວາມສ່ຽງກໍຫຼາຍ ເພາະວ່າມັນເປັນຫົວຫ້ວຍຫົວນານໍ ເຂົາເຈົ້າພັດເອົາດິນເສດທີ່ບໍ່ເປັນເອົາມາຖິ້ມເບິດ ບໍລິສັດເຮັດໄປທຸກມື້ ປະຊາຊົນກໍເອີ້ນວ່າ ເດືອດຮ້ອນຫັ້ນແຫຼະ. ນໍ້າລິນ, ນໍ້າຫຍັງ ກໍຄັນຍາມຝົນກໍບໍ່ໄດ້ໃຊ້ເລີຍຫັ້ນນະ. ແບບວ່າຖືກໄຮ່ ຖືກນາ ຖືກໜອງ ຖືກຫຍັງມາທົບຖົມຈົນໃຊ້ງານບໍ່ໄດ້ຫັ້ນນະ.”
ນອກຈາກບັນຫາທີ່ວ່ານັ້ນແລ້ວ ຊາວບ້ານກໍຍັງກັງວົນນໍາເລື່ອງລົດຂະໜາດໜັກ ທີ່ຂົນແຮ່ເຫຼັກ ແລະຂົນດິນຜ່ານ ບໍ່ໄດ້ປົກຫຸ້ມ ຊຶ່ງອາດຈະເຮັດມີຜົນກະທົບຕໍ່ຊາວບ້ານ ທີ່ທຽວໄປເຮັດວຽກ ແລະເດັກນ້ອຍໄປໂຮງຮຽນ.
ເມື່ອກ່ອນໜ້ານີ້ ຄືໃນວັນທີ 12 ພະຈິກ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງແຂວງຊຽງຂວາງ ກໍໄດ້ໄປກວດກາໂຄງການສໍາຫຼວດ ແລະຂຸດຄົ້ນແຮ່ເຫຼັກຂອງບໍລິສັດດັ່ງກ່າວ ຍ້ອນວ່າ ປັດຈຸບັນ ບໍລິສັດນີ້ ໄດ້ຫັນຈາກການຂຸດຄົ້ນແບບທົດລອງ ເປັນການຂຸດຄົ້ນແບບປົກກະຕິແລ້ວ ແລະທັງຍັງມີແຜນຂະຫຍາຍພື້ນທີ່ຂຸດຄົ້ນຕື່ມອີກ ດັ່ງເຈົ້າໜ້າທີ່ ຫ້ອງການພະລັງງານ ແລະບໍ່ແຮ່ເມືອງທ່ານນຶ່ງເວົ້າວ່າ:
“ພໍດີເມື່ອກ່ອນ ລັດຖະບານເພີ່ນອະນຸຍາດແບບທົດລອງນໍ ແລ້ວດຽວນີ້ເພີ່ນຫັນມາເປັນປົກກະຕິແລ້ວນໍ ເຮັດສັນຍາກັບລັດຖະບານຂື້ນໃໝ່ແລ້ວ ແລ້ວແມ່ນເພີ່ມນີ້ເນື້ອທີ່ໃໝ່ຕາມສັນຍາທີ່ວ່າກັບລັດຖະບານ ເພາະວ່າເດືອນແລ້ວ ກະຊວງພະລັງງານລົງມາເຜີຍແພ່ສັນຍາ ລະຫວ່າງລັດຖະບານ ກັບບໍລິສັດນັ້ນນໍ ແລ້ວກໍລົງປັກຫຼັກໝາຍຄືນໃໝ່.”
ປັດຈຸບັນ ກຸ່ມບໍລິສັດທີ່ວ່ານີ້ ໄດ້ສໍາປະທານພື້ນທີ່ຂຸດຄົ້ນແຮ່ເຫຼັກ 14.08 ກິໂລຕາແມັດ ຢູ່ເຂດບ້ານໝີ່ ແລະບ້ານຄູນ ເປັນເວລາ 12 ປີ, ໄດ້ຂຸດຄົ້ນມາແລ້ວ 1 ປີ, ຂຸດຄົ້ນແຮ່ໄດ້ 24,419 ໂຕນ, ໄດ້ຈໍາໜ່າຍໄປແລ້ວ 1 ຄັ້ງ 20,000 ໂຕນ. ໃນນັ້ນໄດ້ສົ່ງອອກໄປຈີນ 5,000 ໂຕນ ແລະທາງບໍລິສັດ ໄດ້ຂໍອະນຸ ຍາດສ້າງໂຮງງານຄືນໃໝ່ອີກ 1 ໂຮງງານ.
ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນຢູ່ເມືອງແປກ ເວົ້າວ່າ ໃນເຂດບ້ານໝີ່ ແລະບ້ານມອນ ເຂົາເລີີ່ມຂຸດຄົ້ນມາໄດ້ເກືອບ 3 ປີແລ້ວ, ແຕ່ປີກາຍມານີ້ ເຂົາຂຸດຄົ້ນຫຼາຍ ເຮັດໃຫ້ນໍ້າແດງໄຫຼລົງທົ່ງນາ ໂດຍບໍ່ມີຜູ້ຮັບຜິດຊອບ.
“ໂອ ໂຕນີ້ເຂົາເລີ່ມມານີ້ບໍ່ແມ່ນ 3 ປີນີ້ແລ້ວຫວະ ຄືວ່າເຫັນເຂົາເຮັດຫຼາຍ ປີກາຍມານີ້ນີ່ ເອີ ຫຼາຍແລ້ວ ປີນີ້ຄືວ່າ ລົດຍາວເຂົ້າມາເອົາແຮ່ເອົາຫຍັງອອກຫຼາຍຫັ້ນນະ ສຸດທ້າຍກໍຄືວ່າ ປີກາຍເຫັນວ່າ ນໍ້າແດງບໍ່ ລົງມານາ ແລ້ວເຂົາເອົາລັງເຟສຈົ່ມຢູ່ ຄືບໍ່ມີຜູ້ມາຮັບຜິດຊອບຫຍັງເລີຍຫັ້ນນະ.”
ແລະຊາວບ້ານຢູ່ເມືອງແປກນາງນຶ່ງ ກໍເວົ້າວ່າ ປະຊາຊົນຢູ່ເມືອງນີ້ ບາງສ່ວນກໍຍັງບໍ່ເຮື່ອງນີ້ຄັກເທື່ອ, ຮູ້ພຽງແຕ່ວ່າ ມີການຂຸດຄົ້ນແຮ່ເຫຼັກຫຼາຍຢູ່ 2 ບ້ານທີ່ວ່ານັ້ນ ຊຶ່ງຢູ່ໃກ້ກັບບ້ານລາດບວກ ແລະວ່າ ກໍາລັງມີການຂຸດຄົ້ນໄປທາງລາດບວກຫຼາຍ.
“ໄປທາງລາດບວກຫັ້ນມີ ລາດບວກເຂົາເຈົ້າກໍາລັງລົງຫຼາຍ ເຂົາເຈົ້າຂຸຄົ້ນຫຼາຍ ຈຶ່ງວ່າເດ ອັນນີ້ກໍຍັງບໍ່ຮູ້ອັນນີ້ ໂອ 50-60 ກິໂລຫັ້ນຫວະ ຈາກໃນເມືອງອອກໄປທາງລາດບວກ.”
ເລື່ອງຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ນອກຈາກແຂວງຊຽງຂວາງແລ້ວ ເມື່ອກ່ອນໜ້ານີ້ ຢູ່ແຂວງວຽງຈັນ ຊາວບ້ານບ້ານຫ້ວຍຫົກ ແລະບ້ານບວມຜຸກ ເມືອງກາສີ ກໍໄດ້ຮັບຜົນກະທົບ ຈາກບໍລິສັດ ໄທຢຸ້ຍ ກາສີ ພັດທະນາບໍ່ແຮ່ ຈໍາກັດ ຂອງນັກລົງທຶນຈີນ, ເຮັດໃຫ້ນໍ້າໃນສາຍນໍ້າປັງ ເປັນສີແດງຂຸ່ນ ແລະມີຄາບນໍ້າມັນ ຈົນເຮັດໃຫ້ຊາວບ້ານ ບໍ່ສາມາດໃຊ້ນໍ້ານັ້ນ ເຮັດນາ, ເຮັດສວນໄດ້.