ໂຮງງານເຈັ້ຽຂອງຈີນ ຍັງ ສົ່ງກິ່ນ

ໄຊຍາ
2018.07.23
F-Sunpaper ກອງໄມ້ ທີ່ທາງບໍຣິສັດ ຊັນເປເປີ້ ນໍາເຂົ້າມາໃນໂຮງງານ ມີທັງໄມ້ວິກ ເພື່ອຜລິດເຈັ້ຽ ແລະ ໄມ້ທັມມະດາ ທີ່ຊາວບ້ານ ຕັດມາຂາຍໃຫ້ບໍຣິສັດ
Screen captured : ໂທຣະພາບເຊໂປນ

ມາຮອດປັຈຈຸບັນກິ່ນເໝັນ ຈາກໂຮງງານຜລິດເຈັ້ຍ ຂອງບໍຣິສັດ ຊັນເປເປີ້ ໂຮນດິ້ງ ລາວ ຢູ່ບ້ານມັນຈີ ເມືອງເຊໂປນ ແຂວງສວັນນະເຂດ ຍັງສົ່ງກິ່ນແຮງຢູ່ຄືເກົ່າ ຍັງບໍ່ໄດ້ຫລຸດຜ່ອນ ແຕ່ຢ່າງໃດ ແລະນໍ້າຈາກຫ້ວຍລ່ອງ ທີ່ຢູ່ຂ້າງໂຮງງານ ກໍ່ກາຍເປັນນໍ້າເສັຍ ມີກິ່ນເໝັນຫລາຍ ສົ່ງຜົນໃຫ້ປາຕາຍ ແລະປະຊາຊົນທີ່ໃຊ້ນໍ້າ ກໍຄັນຕາມຕົນໂຕ ເຮັດໃຫ້ປະຊາຊົນ ຕ້ອງທົນກັບກິ່ນເໝັນຢູ່ຕໍ່ມາ. ຕາມຄຳເວົ້າຂອງຊາວບ້ານ ໃກ້ຄຽງ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 23 ກໍຣະກະດາ ນີ້ວ່າ:

"ກິ່ນເໝັນຫັ້ນຍັງໃດ໋ ຊໍ່າເກົ່າ ບໍ່ຫລຸດລົງຈັກຢ່າງ ນໍ້າຫ້ວຍລ່ອງ ທີ່ມັນຜ່ານໂຮງງານຫັ້ນ ເຮົາຂ້າມໄປຂ້າມມາ ຫັ້ນມັນຖືກຄັນ ປາ ກະບໍ່ມີ ຈັກໂຕ ສະເພາະຫ້ວຍລ່ອງຫັ້ນນະ ນໍ້າມັນອຸ່ນຕລອດປະມານ 60 ອົງສາ ກະປານກະທົບຫັ້ນແຫຼະ ຄັນມັນຫຼຸດລ່ອງລົງມາ ນີ້ໝາຍຄວາມວ່າ ກິນເຂົ້າກາບໍ່ໄດ້."

ທ່ານເວົ້າອີກວ່ານອກຈາກ ບ້ານມັນຈີແລ້ວ ຍັງມີອີກ 8 ບ້ານ ທີ່ໄດ້ຮັບກິ່ນເໝັນ ຈາກໂຮງງານດັ່ງກ່າວ ເປັນຕົ້ນແມ່ນບ້ານ ເຊໂປນ, ບ້ານນາບໍ່, ບ້ານໂພນມ່ວງ ເພາະລົມ ໄດ້ພັດເອົາກິ່ນເໝັນໄປ ໃນຣັສມີກວ້າງ ສົ່ງຜົນໃຫ້ປະຊາຊົນ ຫລາຍຮ້ອຍຄອບຄົວ ຕ້ອງທົນຮັບ ກິ່ນເໝັນໄປນຳກັນ ໂດຍບາງໄລຍະເກືອບວ່າ ຢູ່ເຮືອນບໍ່ໄດ້ຍ້ອນເໝັນແຮງຫລາຍ, ຕໍ່ບັນຫານີ້ປະຊາຊົນຫລາຍຄົນ ໄດ້ໄປຮຽກຮ້ອງຕໍ່ ຫ້ອງການປົກຄອງ ຂັ້ນບ້ານເພື່ອສເນີໄປຍັງຂັ້ນເມືອງ ໃຫ້ຮີບແກ້ໄຂຢ່າງເດັດຂາດ ແລະເຫັນວ່າໂຮງງານ ຈີນຍັງບໍ່ທັນແກ້ໄຂ.

ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຍັງ ຄນະຮັບຜິດຊອບແກ້ໄຂບັນຫານີ້ ແຕ່ເຈົ້າໜ້າທີ່ກຳລັງປະຊຸມ ຫາລືກັນໃນມື້ນີ້ ຈົນໝົດມື້ ເພື່ອຫາ ມາຕການແກ້ໄຂບັນຫາ ຢ່າງຮີບດ່ວນ ຄາດວ່າຈະໄດ້ຄຳຕອບໃນໄວໆນີ້ ວ່າຈະເຮັດແນວໃດຕໍ່ໂຮງງາານຜລິດ ເຈັ້ຍດັ່ງກ່າວນີ້.

ເມື່ອວັນທີ 6 ກໍຣະກະດາ ຜ່ານມາ ຄນະປົກຄອງເມືອງເຊໂປນ ໄດ້ປະຊຸມກັບເຈົ້າຂອງໂຮງງານ ດັ່ງກ່າວ ແລະມີຄຳສັ່ງໃຫ້ແກ້ໄຂ ກິ່ນເໝັນ ພາຍໃນ 15 ວັນ . ໃນຂນະທີ່ ທ່ານ ເສີນ ເວີນ ຈຸ້ນ ຜູ້ອຳນວຍການ ບໍຣິສັດຊັນເປເປີ້ລາວໂຮນດີ້ງ ໄດ້ກ່າວຕໍ່ ໜັງສືພີມທາງການລາວວ່າ ສາເຫດທີ່ໂຮງງານ ສົ່ງກິ່ນເໝັນຍ້ອນຣະບົບ ເຮັດວຽກຂອງເຄື່ອງຈັກ ຍັງບໍ່ທັນສົມບູນ ເພາະຍັງຢູ່ໃນໄລຍະ ການທົດລອງການຜລິດ ແຕ່ກໍ່ຈະພຍາຍາມແກ້ໄຂບັນຫາ ກິ່ນເໝັນໃຫ້ຫຼຸດລົງ ແຕ່ວ່າມາຮອດປັຈຈຸບັນກາຍເວລາ 15 ມື້ ດັ່ງກ່າວແລ້ວກິ່ນເໝັນ ຍັງບໍ່ຫຼຸດລົງເທື່ອ.

ໂຮງງານຜລິດເຈັ້ຍດັ່ງກ່າວ ໃຊ້ເນື້ອທີ່ທັງໝົດ 180 ເຮັກຕ້າ ມີກຳລັງການຜລິດ 3 ແສນໂຕນຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.