ພັທນາ ພູເຂົາຄວາຍ ໃຫ້ເປັນ ອຸທິຍານແຫ່ງຊາດ

0:00 / 0:00

ນາຍົກຣັຖມົນຕຣີ ສປປລາວ ໄດ້ອອກດໍາຣັຖເລກທີ 733/ນຍ ລົງວັນທີ 30 ທັນວາ 2021ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດ ພູເຂົາຄວາຍ ເພື່ອຄຸ້ມຄອງ, ປົກປັກຮັກສາພູມສັນ ຖານ ທີ່ເປັນຜາຫີນສູງ ແລະຄຸ້ມຄອງຊີວະນາໆພັນ ຮວມທັງສັດປ່າ ແລະເຄື່ອງປ່າຂອງດົງ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວຕາມທິດສີຂຽວ ຊຶ່ງກ່ອນໜ້ານັ້ນ ທາງການກໍໄດ້ມີກອງປະຊຸມປຶກສາຫາລືກັນໃນມື້ວັນທີ 19 ແລະວັນທີ 20 ສິງຫາ 2021 ກ່ຽວກັບເຣື່ອງດັ່ງກ່າວ ເພື່ອແກ້ໄຂບັນຫາການບຸກລຸກປ່າ ແລະບັນຫາອື່ນໆ ດັ່ງເຈົ້າໜ້າທີ່ກະຊວງກະສິກໍາ ແລະປ່າໄມ້ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ມົກກະຣານີ້ວ່າ:

" ແຕ່ກ່ອນເຂົາເອີ້ນ ປ່າສງວນ ແມ່ນອະນຸຮັກຊີວະນາໆພັນ ຊື່ໆເນາະ ແຕ່ມາບັດນີ້ຈັດເປັນ ອຸທິຍານແຫ່ງຊາດ ເຮົາສົ່ງເສີມການທ່ອງທ່ຽວເດ໋ ອະນຸຮັກທັມຊາດເດ໋ ເປົ້າໝາຍການນໍາໃຊ້ ຄືເກົ່າ ບໍ່ໄດ້ມີຫຍັງປ່ຽນແປງ ມີແຕ່ເປັນອຸທິຍານແຫ່ງຊາດ ເຂົາເອີ້ນວ່າເພີ່ມຄວາມສໍາຄັນມັນຂຶ້ນ ຕາມມາຕຖານຂອງ. "

ທ່ານກ່າວຕື່ມວ່າ ພື້ນທີ່ພູເຂົາຄວາຍ ເຖິງແມ່ນຈະເປັນເຂດອຸທິຍານແຫ່ງຊາດແລ້ວກໍຕາມ ແຕ່ຊາວບ້ານທີ່ຢູ່ໃກ້ຄຽງ ກໍຍັງສາມາດເຂົ້າໄປເກັບເຫັດຕາມລະດູການໄດ້ຄືເກົ່າ ແລະເຣື່ອງຊາວບ້ານໄດ້ບຸກລຸກເຂົ້າໄປທໍາການຜລິດກະສິກໍານັ້ນ ທາງການກໍຈະຈັດສັນດິນບ່ອນອື່ນໃຫ້ເຮັດ. ສ່ວນເຣື່ອງການລ່າສັດປ່າ ທາງການກໍມີກົດໝາຍຫ້າມ, ຕາມມາດຕຣາ 2 ຂອງກົດໝາຍວ່າດ້ວຍສັດນໍ້າແລະສັດປ່າ ແມ່ນຫ້າມລ່າສັດປ່າປະເພດ ຊ້າງ, ເສືອ, ໝີ, ກວາງ, ຟານ, ລີງ, ງູ, ນົກ ແລະອື່ນໆຢູ່ແລ້ວ ດັ່ງທີ່ທ່ານກ່າວວ່າ:

" ກະສິກັມ ທີ່ເຂົາເຈົ້າເຮັດແລ້ວນີ້ ຖ້າຫາກປະຊາຊົນ ບໍ່ມີທີ່ດິນທໍາກິນ ຣັຖກໍຈັດສັນໃຫ້. ໂຕນີ້ມັນກໍສາມາດ ຜ່ອນຜັນໃຫ້ປະຊາຊົນໄດ້ ແບ່ງເປັນເຂດຈັດສັນໃຫ້ເນາະ ສັດກໍກໍານົດໃນກົດມາຍຢູ່ແລ້ວ ປະເພດໃດທີ່ອະນຸຍາດໃຫ້ປະຊາຊົນ ໄປລ້າມາເປັນອາຫານ ະຈໍາວັນເຮົາກໍອະນຸຍາດໄດ້ ແຕ່ອັນໃດທີ່ຫວງຫ້າມໄປລ້າມາເປັນສິນຄ້າ ຄ້າຂາຍໂຕນີ້ກໍຫ້າມ. "

ມາເຖິງປັດຈຸບັນ ການລັກຕັດໄມ້ ແລະລ່າສັດປ່າໃນເຂດອຸທິຍານແຫ່ງຊາດນີ້ ກໍຍັງມີຢູ່ຈໍານວນນຶ່ງ ຊຶ່ງສ່ວນຫລາຍແມ່ນຄົນມາແຕ່ໃນເມືອງ ແລະສ່ວນນຶ່ງກໍແມ່ນເຈົ້າໜ້າທີ່ທາງການເອງ ດັ່ງປະຊາຊົນຢູ່ເຂດພູເຂົາຄວາຍຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

" ມັນກໍມີຄົນຢູ່ໃນເມືອງຫັ້ນແຫລະສ່ວນໃຫຍ່ ຄວາມຈິງຈໍານວນນຶ່ງກໍແມ່ນພະນັກງານ ຜູ້ທີ່ມີໜ້າທີ່ຕໍາແໜ່ງໃຫຍ່ໆພຸ້ນກະມານະ ຂີ້ຣົດເອົາປືນຕິດກ້ອງ ແລ້ວກໍຂຶ້ນໂລດ ແບບບໍ່ໄດ້ອະນຸຍາດໄປ ກະບໍ່ກ້າເວົ້າໃຫ້

ເຂົາເຈົ້າ ເພິ່ນເປັນຜູ້ໃຫຍ່. "

ເຣື່ອງການລັກຕັດໄມ້ໃນເຂດອຸທິຍານແຫ່ງຊາດ ທ່ານເວົ້າວ່າ ຍັງມີຢູ່ ແຕ່ບໍ່ຫລາຍ, ສ່ວນໃຫຍ່ກໍແມ່ນຊາວບ້ານ ທີ່ເປັນຊົນເຜົ່າ.

ຊາວບ້ານໃນເຂດພູເຂົາຄວາຍທີ່ວ່ານີ້ ຮູ້ດີເຖິງຂໍ້ຫ້າມໃນເຂດອຸທິຍານແຫ່ງຊາດຊຶ່ງມີຫລາຍຢ່າງ ເປັນຕົ້ນຫ້າມລັກຕັດໄມ້ທໍາລາຍປ່າ, ຫ້າມລ່າສັດປ່າສງວນ ທີ່ມີຄົນຈໍານວນໜ້ອຍນຶ່ງ ຍັງລັກລ່າຢູ່.

ດັ່ງຊາວບ້ານໃນເຂດນີ້ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ມົກກະຣານີ້ວ່າ:

" ໂຕນີ້ເພິ່ນກະສງວນໄວ້ຫັ້ນນ່າ ບໍ່ໃຫ້ຄົນໄປຕັດໄມ້ ຕັດຕອກແລ້ວນ່າ ແບບບໍ່ໃຫ້ມີປືນມີຫຍັງຍິງ ລ້າສັດຄົນກໍໄປລັກເອົາຊື່ໆ ແຕ່ວ່າເພິ່ນກໍບໍ່ໃຫ້ເຮັດແລ້ວ ກະມີສ່ວນໜ້ອຍຫັ້ນລະ ເຂົາກໍລັງໄປເອົາຫັ້ນລະ. "

ປັດຈຸບັນ ໃນເຂດດັ່ງກ່າວ ຊາວບ້ານສ່ວນໃຫຍ່ກໍຍັງເຂົ້າໄປຊອກຫາເຄື່ອງປ່າຂອງດົງຢູ່ ແລະຊາວບ້ານຊົນເຜົ່າກໍລ້ຽງສັດໃນເຂດນັ້ນ.

ດັ່ງປະຊາຊົນຢູ່ເຂດພູເຂົາຄວາຍຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

" ມີແຕ່ປະຊາຊົນ ຊົນເຜົ່າ ໄປລ້ຽສັດລ້ຽງງົວໃສ່ຫັ້ນ ແລະ ຊ່ວງໄລຍະເຫັດອອກ ກໍໄປເກັບ ປະຊາຊົນປົກປັກຮັກສາ ນໍາຫັ້ນແຫລະ ມີສ່ວນຮ່ວມ. "

ອຸທິຍານແຫ່ງຊາດພູເຂົາຄວາຍ ມີເນື້ອທີ່ເກືອບເຖິງ 200,000 ເຮັກຕາ, ກວມເອົາພື້ນທີ່ສ່ວນນຶ່ງຂອງເມືອງໄຊທານີ ແລະເມືອງປາກງື່ມ ນະຄອນຫລວງວຽງຈັນ ໃນເນື້ອທີ່ 22,000 ເຮັກຕາ, ຂອງເມືອງທຸລະຄົມ ແລະເມືອງແກ້ວອຸດົມ ແຂວງວຽງຈັນ ໃນເນື້ອທີ່ 38,000 ປາຍເຮັກຕາ, ຂອງເມືອງລ້ອງຊານ ແລະເມືອງຮົ່ມ ແຂວງໄຊສົມບູນ ໃນເນື້ອທີ່24,000 ປາຍເຮັກຕາ, ຂອງເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃນເນື້ອທີ່ 107,600 ປາຍເຮັກຕາ.

ອີງຕາມຂໍ້ມູນຈາກດໍາຣັຖຂອງນາຍົກຣັຖມົນຕຣີ ເລກທີ 733/ນຍ ທີ່ວ່ານັ້ນ ແຫລ່ງທຶນ ທີ່ຈະໃຊ້ເຂົ້າໃນການຄຸ້ມຄອງ, ປົກປັກຮັກສາ ແລະພັທນາອຸທິຍານແຫ່ງຊາດພູເຂົາຄວາຍ ແມ່ນຈະມາຈາກງົບປະມານຂອງຣັຖ, ກອງທຶນປົກປັກຮັກສາປ່າໄມ້, ກອງທຶນປົກປັກຮັກສາສິ່ງແວດລ້ອມ, ການປະກອບທຶນກັບໂຄງການ ທີ່ດໍາເນີນກິຈການໃນເຂດນັ້ນ ຫລືເຂດໃກ້ຄຽງ ທີ່ສົ່ງຜົລກະທົບຕໍ່ອຸທິຍານແຫ່ງຊາດ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງຂອງຣັຖ ແລະເອກກະຊົນ ທັງພາຍໃນ ແລະຕ່າງປະເທດ ແລະແຫລ່ງ ທຶຶນອື່ນໆ ທີ່ຖືກຕ້ອງຕາມກົດໝາຍ.