ຊາວບ້ານ ຮ້ອງທຸກຕໍ່ ສະພາປະຊາຊົນ ເຫດສາຍນ້ຳແວ່ນ ປົນເປື້ອນ
2024.04.26

ບັນຫາການປ່ອຍສານພິດເຄມີ ລົງສູ່ແມ່ນໍ້າທໍາມະຊາດ ຢູ່ເມືອງ ຊໍາເໜືອ ແຂວງຫົວພັນ ຂອງບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ຂອງຈີນ ນັບຕັ້ງແຕ່ເດືອນກຸມພາ 2024 ມາເຖິງປັດຈຸບັນ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາເທື່ອ ເຮັດໃຫ້ຊາວບ້ານໃນເຂດນັ້ນ ບໍ່ສາມາດນໍາໃຊ້ນໍ້າ ຢູ່ແຫລ່ງນໍ້າທໍາມະຊາດ ໄດ້ຕາມປົກກະຕິ, ກະທົບໃສ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງໜັກ, ອີງຕາມຄໍາເວົ້າຂອງຊາວບ້ານຜູ້ນຶ່ງ ຢູ່ເມືອງຊໍາເໜືອ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ເມສານີ້.
“ຍັງບໍ່ທັນມາແກ້ອັນໃດເນາະ 2-3 ມື້ຄືນຫລັງ ເຮົາລະຕາມສະພາເນາະ ຢາກໃຫ້ສະພາລົງມາຄົ້ນຄວ້າຊ່ວຍ ກໍຍັງມິດຈັດຢູ່ ບໍ່ມີຄວາມຮັບຜິດຊອບຫຍັງຈັກຢ່າງ ຍັງສືບຕໍ່ເຮັດຄືເກົ່າ ມີຄົນຕິດຕາມຢູ່ກະວ່າ ກະຍັງເຮັດປົກກະຕິວ່າຊັ້ນ.”
ທ່ານເວົ້າວ່າ ໄລຍະຜ່ານມາ ກໍມີພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ເຈົ້າໜ້າທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ຫ້ອງານກະສິກໍາ ແລະປ່າໄມ້ ເມືອງ ແລະແຂວງ ລົງມາຕິດຕາມກວດກາ ແຕ່ກໍບໍ່ສາມາດແກ້ໄຂບັນຫານັ້ນໄດ້. ປັດຈຸບັນ ຊາວບ້ານໃຊ້ລະບົບນໍ້າລິນ ແລະນໍ້າບາດານ ໃນການດໍາລົງຊີວິດ.
ຊາວບ້ານໃນເຂດນັ້ນ ໄດ້ໂຮມຕົວກັນ ເຮັດໜັງສືຮ້ອງຮຽນ ໄປຍັງສະພາປະຊາ ຊົນແຂວງຫົວພັນ ໃຫ້ລົງຕິດຕາມ-ກວດກາ ແລະຊ່ວຍຫາທາງແກ້ໄຂຜົນກະທົບ ເພື່ອໃຫ້ຊາວບ້ານ ໄດ້ໃຊ້ນໍ້າຢ່າງປອດໄພ. ແຕ່ມາຮອດມື້ນີ້ ກໍຍັງມິດງຽບຢູ່, ບໍ່ມີພາກສ່ວນໃດ ລົງມາຕິດຕາມ-ກວດກາ.
ແລະ ກ່ອນໜ້ານີ້ ສູນວິໃຈອາຫານສັດ ກະຊວງກະສິກໍາ ແລະປ່າໄມ້ ກໍໄດ້ເປີດ ເຜີຍ ຜົນວິໃຈ ກ່ຽວກັບໂລຫະໜັກ ແລະສານປົນເປື້ນໃນນໍ້າ ເມື່ອວັນທີ 4 ມີນາ 2024 ວ່າ ຜົນການວິໃຈຄ່າທາດປົນເປື້ອນ ເປັນຕົ້ນ ໄຊຍະໄນ, ຄວາມເປັນກົດ-ດ່າງ, ສານໜູ, ກົ່ວ, ທອງ, ສັງກະສີ ແລະເຫລັກ ແມ່ນເກີນຄ່າມາດຕະຖານທຸກທາດ ຈົນມີຄໍາສັ່ງໃຫ້ບໍລິສັດດັ່ງກ່າວ ໂຈະການຜະລິດຊົ່ວຄາວ. ແຕ່ປາກົດວ່າ ຊາວບ້ານ ເຫັນບໍລິສັດນັ້ນ ຜະລິດຢູ່ຄືເກົ່າ.
ຊາວບ້ານນາງນຶ່ງ ຢູ່ເມືອງ ຊໍາເໜືອ ເວົ້າໃນມື້ດຽວກັນນີ້ວ່າ ມາຮອດປັດຈຸບັນ ກໍເຫັນປາຕາຍ, ງົວ-ຄວາຍ ລົງໄປກິນນໍ້າ ກໍມີຜົນກະທົບ ເຮັດໃຫ້ຊາວບ້ານໃນເຂດນັ້ນ ອຸກອັ່ງໃຈຫລາຍ, ບໍ່ກ້າໃຊ້ນໍ້ານັ້ນ. ແຕ່ກໍຍັງບໍ່ມີໜ່ວຍງານໃດ ສາມາດແກ້ໄຂ ຜົນກະທົບນັ້ນໄດ້.
“ຍັງມີປາຕາຍຢູ່ໄດ໋ ແລ້ວບາດນີ້ໂຕງົວໂຕຄວາຍລົງກິນນໍ້າ ຂະເຈົ້າກະຍັງໄດ້ຮັບຜົນກະທົບ ເພາະວ່າມີປະຊາຊົນເຂດນັ້ນ ເພິ່ນກະໄດ້ຮັບຜົນກະທົບຫລາຍເນາະ ຊ້ວງນີ້ກິແມ່ນຊ້ວງລະດູທໍາການຜະລິດແດ່.”
ແລະຊາວບ້ານອີກນາງນຶ່ງ ຢູ່ເມືອງຊໍາເໜືອຄືກັນ ກໍເວົ້າໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ຫລາຍພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງມາຕິດຕາມ-ກວດກາ, ວິໃຈຄຸນນະພາບຂອງນໍ້າ ແລະປາ. ແຕ່ຊາວບ້ານເຫັນວ່າ ຜົນການວິໄຈນັ້ນ ບໍ່ໜ້າເຊື່ອຖື ເຮັດໃຫ້ຊາວບ້ານ ບໍ່ໃຊ້ນໍ້ານັ້ນ ເພາະມັນຍັງມີສານພິດເຄມີ ປົນເປື້ອນຢູ່ຫລາຍ.
“ກະມີຜົນກະທົບຢູ່ເນາະ ສິ່ງແວດລ້ອມແລ້ວກໍ ກະສິກໍາທາງເຂດແວ່ນຫັ້ນເນາະ ເພາະວ່າທາງພາກສ່ວນກ່ຽວຂ້ອງ ຍັງບໍ່ທັນອອກມາຢັ້ງຢືນ ທາງເຮົາກະກະທົບອີກຊີນິ ຜົນກະທົບມັນຮ້າຍແຮງຢູ່ເນາະ ແລ້ວບາດນີ້ກະໃຊ້ນໍ້າບໍ່ໄດ້ແຫລະ ມັນມີສານພິດຫລາຍ.”
ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ຫ້ອງການປົກຄອງເມືອງຊໍາເໜືອ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ເມສານີ້ວ່າ ນັບແຕ່ເກີດບັນຫານີ້ຂຶ້ນ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ກໍໄດ້ລົງໄປຕິດຕາມ-ກວດກາ. ແຕ່ບໍ່ສາມາດແກ້ໄຂໄດ້ ເນື່ອງຈາກເປັນຜົນກະທົບ ທີ່ຂ້ອນຂ້າງໜັກ ເກີນກວ່າທາງເມືອງ ຈະແກ້ໄຂໄດ້.
“ມັນມາຮອດສະພາແລ້ວໂຕນີ້ເນາະ ທາງເມືອງກະຍັງວ່າແຫລະ ລົງໄປກະເປັນແນວນັ້ນກະບໍ່ໄດ້ຕີ໋ ປະຊາຊົນໄທເຮົາເນາະ ເຈົ້າເມືອງນີ້ກະລົງ 2 ເທື່ອແລ້ວ ຈຸສະພາເມືອງນີ້ກະລົງແລ້ວພາກສ່ວນທີ່ກ່ຽວຂ້ອງວ່າຊັ້ນໄປ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ຜະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມແຂວງຫົວພັນ ກໍເວົ້າວ່າ ຍັງບໍ່ສາມາດໃຫ້ລາຍລະອຽດຫຍັງໄດ້ ເພາະຢູ່ລະຫວ່າງການຕິດຕາມ-ກວດກາ ແລະການປະເມີນຄຸນນະພາບຂອງນໍ້າ ແລສັດກິນ ນໍ້າເປັນໄລຍະໆ ຊຶ່ງປັດຈຸບັນ ກໍຍັງບໍ່ສາມາດນໍາໃຊ້ນໍ້າໄດ້ ຈົນກວ່າຜົນກວດຄຸນນະພາບຂອງນໍ້າ ຈະອອກມາເປັນປົກກະຕິ.
“ມີແຕ່ທາງຊັບແຫລະລົງໄປແກ້ໄຂ ຂະເຈົ້າກະຍັງແກ້ໄຂຢູ່ ແຕ່ວ່າຍັງບໍ່ທັນຕົກແຕກເທື່ອເນາະ ລໍຖ້າທີ່ວ່າຜົນວິໄຈອອກແນວໃດນີ້ນ່າ.”
ສໍາລັບຂໍ້ສະເໜີ ແລະຄໍາຮຽກຮ້ອງ ຂອງຊາວບ້ານ ແມ່ນເຫັນກົງກັນວ່າ ບໍ່ໄດ້ຕ້ອງການເງິນຄ່າຊົດເຊີຍ ຈາກບໍລິສັດຈີນ ແຕ່ຕ້ອງການໃຫ້ບໍລິສັດຈີນ ບໍາບັດ ນໍ້າເປື້ອນ-ນໍ້າເສຽ ກ່ອນຈະປ່ອຍລົງສູ່ແຫລ່ງນໍ້າທໍາມະຊາດ, ແກ້ໄຂ-ປັບປຸງທໍ່ນໍ້າ ໃຫ້ໄດ້ມາດຕະຖານ ແລະຫ້າມປ່ອຍນໍ້າເປື້ອນ, ນໍ້າເສຍ ລົງແຫລ່ງນໍ້າທໍາມະຊາດ ອັນຈະເຮັດໃຫ້ເກີດຄວາມເສຍຫາຍ ແກ່ລະບົບນິເວດ ແລະສັງຄົນອີກ ແລະສະເໜີທາງການ ບໍ່ໃຫ້ບໍລິສັດນັ້ນ ຂຸດຄົ້ນແຮ່ຫາຍາກນັ້ນ ແບບຖາວອນ.
ສໍາລັບການຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກ ຢູ່ບ້ານເມືອງແວ່ນ, ບ້ານຫົວພູ ເມືອງຊຳເໜືອ, ແຂວງຫົວພັນ ນັ້ນ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ສັ່ງໃຫ້ໂຈະກິດຈະການໄປແລ້ວ.
ຜົນກະທົບທີ່ເກີດຂື້ນນັ້ນ ແມ່ນເກີດຈາກອ່າງເກັບນໍ້າ ຂອງໂຄງການຂຸດຄົ້ນແຮ່ຫາຍາກ ຢູ່ເຂດຫ້ວຍຕະບຸ້ນ ແຕກ ຮົ່ວຊຶມ ເຮັດໃຫ້ນໍ້າເປື້ອນເປັນຜິດ ໃຫລລົງໃສ່ຫ້ວຍຕະບຸ້ນ ແລ້ວໃຫລລົງໃສ່ຫ້ວຍມັນ ແລະນໍ້າແວ່ນ ເຮັດໃຫ້ປາຕາຍຫລາຍ.
ບັນຫາທີ່ວ່ານີ້ ເຮັດໃຫ້ປະຊາຊົນ 36 ບ້ານ ເປັນຕົ້ນບ້ານຫ້ວຍມັນ, ບ້ານທັບເຜິ້ງ ແລະບ້ານເມືອງແວ່ນ ໄດ້ຮັບຜົນກະທົບໂດຍກົງ ແລະທາງອ້ອມ, ບໍ່ໃຫ້ປະຊາຊົນໃຊ້ນໍ້າເປັນພິດໃນເຂດນັ້ນ ໄປຈົນກວ່າວ່າ ສະພາບນໍ້າ ຈະກັບມາເປັນປົກກະຕິ.
ໂຄງການຂຸດຄົ້ນແຮ່ຫາຍາກ (ແຮ່ຄໍາ) ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ທີ່ວ່ານີ້ ຕັ້ງຢູ່ບ້ານອຸໄທ ເມືອງຫົວເມືອງ, ບ້ານສົບຊາຍ ແລະບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ ເປັນໂຄງການ ທີ່ລັດບານລາວ ໄດ້ເຊັນສັນຍາສໍາປະທານ (CA) ໃນວັນທີ 28 ມັງກອນ 2022, ເປັນໂຄງການຂຸດຄົ້ນແຮ່ທົດລອງ ໃນເນື້ອທີ່ທັງໝົດ 500 ເຮັກຕາ, ມູນຄ່າການລົງທຶນ 300 ລ້ານຢວນ.