ຊາວບ້ານເດືອດຮ້ອນ ຍ້ອນຣັຖບານ ຍົກດິນໃຫ້ນັກລົງທຶນ ສັມປະທານ

ພອນ ພູມມີທອນ
2023.07.12
ຊາວບ້ານເດືອດຮ້ອນ ຍ້ອນຣັຖບານ ຍົກດິນໃຫ້ນັກລົງທຶນ ສັມປະທານ ເສັ້ນທາງ ຂອງໂຄງການພັທນາແຫ່ງນຶ່ງ ຢູ່ກາງປ່າ ທາງພາກເໜືອຂອງລາວ. ວັນທີ 16 ຕຸລາ ປີ 2022.
RFA

ເນື້ອທີ່ປ່າໄມ້ ແລະ ທີ່ດິນທໍາການກະເສດ ທົ່ວປະເທດລາວ ນັບມື້ ຈະຫລຸດລົງເປັນຈໍານວນຫລາຍ ເນື່ອງຈາກການພັທນາໂຄງຮ່າງພື້ນຖານ, ການຫັນປ່ຽນເນື້ອທີ່ປ່າ ມາເປັນເຂດ ອຸດສາຫະກັມ, ການນໍາໃຊ້ທີ່ດິນປູກພືດ, ການຖາງປ່າເຮັດໄຮ່ ຂອງປະຊາຊົນ, ລວມເຖິງການລັກລອບຕັດໄມ້. ສິ່ງເຫລົ່ານີ້ ເປັນພັຍຄຸກຄາມ ທີ່ເຮັດໃຫ້ປ່າໄມ້ ຍັງເຫລືອພຽງແຕ່ 40% ຕາມຣາຍງານຂອງກະຊວງກະສິກັມ ແລະ ປ່າໄມ້ ໃນປີ 2023 ນີ້. ຊາວບ້ານຜູ້ນຶ່ງ ຢູ່ເມືອງສານໄຊ ແຂວງອັດຕະປື ກ່າວວ່າ ດຽວນີ້ ຊາວບ້ານ ຫາກິນຍາກຂຶ້ນຫລາຍ ເພາະ ເນື້ອທີ່ປ່າໄມ້ເຫລືອໜ້ອຍ ສ່ວນທີ່ດິນທໍາການກະເສດ ກໍຖືກສັມປະທານໄປເກືອບໝົດ ກໍຂ້ອນຂ້າງເປັນກັງວົນ ຫາກ ອະນາຄົດອັນໃກ້ ຊາວບ້ານຈະບໍ່ເຫລືອພື້ນທີ່ ຫາຢູ່ຫາກິນ.

ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 4 ກໍຣະກະດາ ນີ້ວ່າ:

“ກະຢາກເຣີ່ມສັບສົນແລ້ວ ການຫາກິນຫາຂົບນີ້ ກະຢາກຍາກແຫລະ ເພາະວ່າທີ່ດິນດອນ ກະແຂບເຂົ້າໆຫາກິນແບບທໍາມະຊາດນີ້ ຢາກຍາກແຫລະ ປູ, ປາ, ນາ, ນ້ໍາ ກະບໍຢາກມີ ໜໍ່ໄມ້ໜໍຕອກເຮັດອາຫານນີ້ ກະ ບໍ່ຢາກມີແຫລະ.”

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງທ່າແຕງ ແຂວງເຊກອງ ກ່າວວ່າ ການຫັນປ່ຽນເນື້ອທີ່ປ່າ ເພື່ອເຮັດເປັນເຂດ ອຸດສາຫະກັມ ແລະ ໃຫ້ສັມປະທານ ແກ່ນັກລົງທຶນ ເພື່ອຕັ້ງໂຮງຈັກ ໂຮງງານ ແລະ ປູກພືດຊະນິດຕ່າງໆ ເປັນຕົ້ນ ການປູກກາເຟ, ຍາງພາຣາ, ມັນຕົ້ນ, ອອ້ຍ ແລະ ສວນກ້ວຍ ນັບເປັນພັຍຄຸກຄາມ ຕໍ່ປະຊາຊົນລາວ ເຊິ່ງທາງການລາວ ຄວນຈະຫລຸດຜ່ອນ ການໃຫ້ສັມປະທານແກ່ນັກລົງທຶນ.

ນອກຈາກນີ້ ທາງການລາວ ຕ້ອງເຂົ້າໃຈ ໃນວິຖີຊີວິດ ການເປັນຢູ່ຂອງປະຊາຊົນລາວ ໃຫ້ຫລາຍຂຶ້ນ ຫາກເນື້ອທີ່ປ່າ ແລະ ທີ່ດິນທໍາການກະເສດ ຫລຸດລົງເປັນຈໍານວນຫລາຍ ຈະສ້າງຄວາມເສັຍຫາຍ ແລະ ຜົລກະທົບ ຕໍ່ການຫາກິນຫາຢູ່ຂອງປະຊາຊົນແນວໃດ?

ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ບ່ອນຊອກຫາກິນໄດ້ຫັ້ນນ່າ ໂຕນີ້ມັນຊິຫຍຸ້ງຍາກທີ່ສຸດ ເປັນການບັງຄັບກັບປະຊາຊົນຊັ້ນນ່າ ຊັ້ນສ່າ ບ່ອນເຮັດນາຄວນຈະຍົກເວັ້ນ ຄັນຊິໄປໃຫ້ບໍຣິສັດໝົດນີ້ ມັນກະຮ້ອງຕາຍຕິ ປະຊາຊົນ.” 

ຢູ່ພາກເໜືອຂອງລາວ ເຊິ່ງສ່ວນຫລາຍເປັນກຸ່ມຊົນເຜົ່າ ກໍປະສົບບັນຫາ ກັບການໃຫ້ສັມປະທານທີ່ດິນ ຂອງທາງການລາວ ໂດຍເຮັດໃຫ້ຊາວບ້ານຈໍານວນນຶ່ງ ເຂົ້າໄປບຸກລຸກ, ຖາງປ່າ ເຮັດໄຮ່, ບາງພື້ນທີ່ກໍຂາດເຂີນ ບ່ອນທໍາມາຫາກິນ. ໂຕຢ່າງ ຊາວບ້ານຜູ້ນຶ່ງ ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ກ່າວວ່າ ຫລາຍປີມານີ້ ເນື້ອທີ່ປ່າໄມ້ ແລະ ທີ່ດິນທໍາການກະເສດ ຫລຸດລົງຫລາຍ ເພາະທາງການລາວ ໃຫ້ສັມປະທານສ້າງເຂື່ອນໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່. ສ່ວນທີ່ເຫລືອຢູ່ ປະມານ 30% ຂອງເນື້ອທີ່ທັງໝົດ ກໍມີບຸກລຸກຖາງປ່າ ເຮັດໄຮ່ ຂອງຊາວບ້ານ ໃນພື້ນທີ່.

“ກະຍັງມີຢູ່ ບ່ອນເຮັດໄຮ່ເຮັດສວນ ຫັ້ນ, ຖື ວ່າທຽບໃສ່ຜ່ານມາ ຖືວ່າຫລຸດຫລາຍເນາະ ໂອ້ ...ມີບໍຣິສັດມາສັມປະທານ ຫລືວ່າ ມີຜູ້ມາລົງທຶນນ່າ ປະຊາຊົນກະຮຽກຮ້ອງ ຄັນວ່າເປັນແນວໃດ ເຂົາກະຢາກເຮັດໃບຕາດິນໄວ້.” 

ຊາວບ້ານຜູ້ນີ້ກ່າວຕື່ມອີກວ່າ ຢາກໃຫ້ທາງກາລາວ ອອກໃບຕາດິນຖາວອນ ໃຫ້ກັບຊາວບ້ານທຸກຄອບຄົວ ເພື່ອເອົາໄປທໍາມາຫາກິນ ແລະ ເປັນມໍຣດົກ ໃຫ້ກັບລູກຫລານ ໃນອະນາຄົດ ເນື່ອງຈາກ ກັງວົນວ່າ ເນື້ອທີ່ປ່າໄມ້ ແລະ ທີ່ດິນທໍາການກະເສດ ຈະຖືກສັມປະທານໄປຈົນໝົດ ຈົນບໍ່ເຫລືອໃຫ້ກັບຊາວບ້ານ. 

ຊາວບ້ານອີກຜູ້ນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ ເນື້ອທີ່ປ່າໄມ້ ແລະ ທີ່ດິນທໍາການກະເສດ ຖືເປັນແຫລ່ງສະບຽງອາຫານຂອງປະຂາຊົນ ຫາກປະຊາຊົນ ບໍ່ມີປ່າໄມ້ ເພື່ອຫາຂອງປ່າຂອງດົງ ແລະ ທີ່ດິນທໍາການກະເສດ ກໍຈະສົ່ງຕໍ່ ວິຖີຊີວິດຂອງປະຊາຊົນຢ່າງໜັກ ແລະ ອາຈທຸກຍາກໄປຕື່ມ ເພາະປັດຈຸບັນ ກໍເຣິ່ມຫາຢູ່ຫາກິນ ຍາກຂື້ນນັບມື້.

ດັ່ງ ຊາວປະຊາຊົນຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຢາກໃຫ້ປະຊາຊົນ ມີຢູ່ມີກິນ ດຽວນີ້ມັນກະຢາກ ໃຫ້ເບິ່ງນໍາກັນຫັ້ນແລ້ວ ແນວໃດຊິພົ້ນອອກຈາກຄວາມທຸກເນາະ ບໍ່ມີອັນຊິເຮັດກິນນີ້ ກະຢູ່ບໍ່ໄດ້ຄົນເຮົາ ຊິໃຫ້ປະຊາຊົນໄປຢູ່ ຊອກກິນນີ້ ໂອ້...ກະຍາກ ແລ້ວ.”

ຊາວບ້ານອີກຜູ້ນຶ່ງ ໃນເມືອງໂພນໂຮງ ແຂວງວຽງຈັນ ກ່າວວ່າ ເນື້ອທີ່ປ່າໄມ້ຫລຸດລົງຫລາຍ ໃນໄລຍະ 5-10 ມາປີຜ່ານມາ ເພາະທາງການລາວ ໃຫ້ສັມປະທານແກ່ບໍຣິສັດເອກຊົນ ແລະ ພັທນາໂຄງຮ່າງພື້ນຖານ ເຊັ່ນເຂື່ອນໄຟຟ້າ, ທາງຣົຖໄຟ ແລະ ທາງດ່ວນ. 

ສ່ວນຊາວບ້ານທີ່ໄດ້ຮັບຜົລກະທົບ ກໍພາກັນຫັນປ່ຽນອາຊີບ ຈາກກະເສດຕະກອນ ໄປເປັນກັມມະກອນ ອອກແຮງງານ, ໄປຄ້າຂາຍ ຫລື ໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນ ໄທຍ ແລະ ເກົາຫລີໃຕ້ ໂດຍທີ່ບໍ່ໄດ້ຮັບຄວາມຍຸຕິທັມໃດໆ ທັງຈາກທາງການລາວ ແລະ ບໍຣິສັດຜູ້ມາສັມປະທານເຫລົ່ານັ້ນ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ມັນມາເອົາສັບໃນດິນ ສິນໃນນ້ໍາໄປໝົດແລ້ວ ໄມ້ກະໝົດແລ້ວ ໝົດໂຄງການແລ້ວມັນກະຫນີ ແລ້ວກະເປັນບ້ານຮ້າງ ນ້ໍາຖ້ວມ ຄົນຕາຍ ກະບໍ່ມີໂຄງການຊ່ວຍເຫລືອຫຍັງ ແລ້ວຊິເຮັດໄປເຮັດຫຍັງ ຕະເກົ່າເຮັດເຂື່ອນເຂົາກະຍັງບໍ່ຕາຍ.” 

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງພຽງ ແຂວງໄຊຍະບຸຣີ ກ່າວວ່າ ການຕັດໄມ້ ຂອງກຸ່ມຊາວບ້ານ ກໍຈະຕັດທໍາລາຍໄປພຽງເລັກນ້ອຍ ເພື່ອຖາງປ່າເຮັດໄຮ່ ຫລື ນໍາໄປສ້າງເຮືອນຢູ່ອາສັຍເທົ່ານັ້ນ ບໍ່ແມ່ນເປັນການຕັດໄມ້ ຫລື ຖາງປ່າເຮັດໄຮ່ ເພື່ອເປັນທຸຣກິຈ ຂນາດໃຫຍ່ ຄືກັນກັບນັກລົງທຶນ. 

ສ່ວນສາເຫດ ທີ່ເຮັດໃຫ້ຊາວບ້ານ ຍັງມີການຕັດໄມ້ ແລະ ຖາງປ່າຢູ່ນັ້ນ ກໍມາຈາກການທຸກຍາກ, ຂາດການຊ່ວຍເຫລືອຈາກທາງການລາວ ຈຶ່ງມີຄວາມຈໍາເປັນ ຕ້ອງດີ້ນຮົນ ທໍາມາຫາກິນ ແລະ ສ້າງຣາຍໄດ້ ລ້ຽງຕົວເອງ ແລະ ຄອບຄົວ.

ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຊາວບ້ານເຮົານີ້ແຫລະ ຕັດຜູ້ເລັກຜູ້ນ້ອຍເນາະ ມັນກະຢາກໝົດໄປແລ້ວລະ ບໍ່ແມ່ນເປັນທຸຣກິຈດອກ ຜູ້ທີ່ບໍ່ມີທຶນມີຮອນ ເນື້ອທີືທໍາການຜລິດ ກະມີຄວາມຈໍາເປັນບາງອັນ.”

ຂນະທີ່ ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບຸຣີ ກ່າວຍອມຮັບວ່າ ນັບແຕ່ອະດິດ ຈົນມາຮອດປັດຈຸບັນ ການຕັດໄມ້, ຖາງປ່າ ຢູ່ໃນເຂດສະງວນ,ປ່າປ້ອງກັນ ແລະ ປ່າຜລິດ ເປັນຈໍານວນຫລາຍພັນເຮກຕ້າ ສືບເນື່ອງຈາກ ຄວາມຕ້ອງການນໍາໃຊ້ທີ່ດິນຂອງປະຊາຊົນເພີ່ມສູງຂຶ້ນ ເພື່ອປູກພືດ, ເຮັດໄຮ່, ເຮັດນາ.

ນອກຈາກນີ້ ການຫັນປ່ຽນເນື້ອທີ່ປ່າ ເພື່ອພັທນາໂຄງການຂໜາດໃຫຍ່ ເຊັ່ນ ເຂື່ອນໄຟຟ້າ,ແຫລ່ງພລັງງານອື່ນໆ ເສັ້ນທາງ ແລະ ການໃຫ້ສັມປະທານ ແກ່ນັກລົງທຶນ ກໍເປັນສ່ວນສໍາຄັນ ທີ່ເຮັດໃຫ້ເນື້ອທີ່ ປ່າໄມ້ຫລຸດລົງ ແລະ ສົ່ງຜົລກະທົບຕໍ່ປະຊາຊົນໃນບາງພື້ນທີ່ ຈົນຖືກໂຍກຍ້າຍ ແລະ ຂາດເຂີນທີ່ດິນ ທໍາການກະເສດ. 

ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ.

“ນ້ໍາປຸຍນີ້ ກະຖືກບຸກລຸກມາແຕ່ດົນແລ້ວໄດ໋ ການເພີ່ມຂຶ້ນຂອງພົລເມືອງນີ້ແຫລະ ມັນເພີ່ມແລ້ວ ຄວາມຕ້ອງການຂອງຂະເຈົ້າກະມີຫລາຍ ວ່າຊັ້ນສ່າ ໃນການນໍາໃຊ້ທີ່ດິນ ການນໍາໃຊ້ປ່າໄມ້ ຫລືວ່າ ການສ້າງຣາຍຮັບອີ່ຫຍັງຕ່າງໆ.” 

ເຈົ້າໜ້າທີ່ ຜແນກກສິກັມ ແລະ ປ່າໄມ້ ແຂວງຊຽງຂວາງ ກ່າວວ່າ ຫາກປະຊາຊົນບັນດາຊົນເຜົ່າ ຍັງມີຄວາມທຸກຍາກ, ບໍ່ມີທີ່ດິນທໍາການກະເສດ ຢ່າງຖາວອນ ກໍຈະເກີດການບຸກລຸກ, ຖາງປ່າເຮັດໄຮ່ ແບບນີ້ໄປເລື້ອຍໆ ບາດສຸດທ້າຍ ເນື້ອທີ່ປ່າໄມ້ກໍຈະໝົດໄປ.

ເຖິງແນວໃດກໍຕາມ ບັນຫາທີ່ເກີດຂຶ້ນໃນປັດຈຸບັນ ບໍ່ແມ່ນຄວາມຜິດຂອງປະຊາຊົນ ຝ່າຍດຽວ ເພາະປັດຈຸບັນ ທາງການລາວ ກໍບໍ່ໄດ້ມີການສົ່ງເສີມ ໃຫ້ປະຊາຊົນມີອາຊີບ ແລະ ຣາຍໄດ້ຢາງໜັ້ນຄົງ ຫລື ຊອກທີ່ ທໍາມາຫາກິນເປັນຫລັກແຫລ່ງ ໝັ້ນຄົງ ໃຫ້ກັບຊາວບ້ານຢ່າງເໝາະສົມ ແລະພຽງພໍ. 

ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ: 

“ແຕ່ວ່າມັນກະ ປາສະຈາກບໍ່ໄດ້ ໃນການບຸກລຸກ ໂດຍສະເພາະແມ່ນເວົ້າເຣື່ອງ ການຖາງປ່າເຮັດໄຮ່ຂອງປະຊາຊົນນ່າເນາະ ປັດຈຸບັນນີ້ຫັ້ນນ່າ, ເມືອງຄໍາ ເປັນເມືອງໜອງແຮດເນາະ ເຂດນີ້ຂະເຈົ້າໄດ້ອາສັຍອາຊີບ ການຖາງປ່າເຮັດໄຮ່.” 

ຈາກບົດສືກສາ ການສູນເສັຍເນື້ອທີ່ປ່າໄມ້ ຈາກການປູກພືດເປັນສິນຄ້າ ຂອງອົງການ USAID ທີ່ມີການເຜີຍແຜ່ໃນໄລຍະ ເດືອນ ກຸມພາ 2021 ທີຜ່ານມາ ຣະບຸວ່າ ປະເທດລາວ ໄດ້ສູນເສັຍເນື້ອທີ່ປ່າໄມ້ຫລາຍກວ່າ 945,000 ເຮັກຕ້າ ໃນໄລຍະ ປີ 2000-2015 ເຊິ່ງເນື້ອທີ່ 500,000 ເຮັກຕ້າ ຈາກຈໍານວນດັ່ງກ່າວ ແມ່ນຖືກປ່ຽນຈາກປ່າ ໄປເປັນພື້ນທີ່ເຮັດການກະເສດ ເປັນຕົ້ນ ປູກສາລີ, ມັນຕົ້ນ, ອອ້ຍ ຍາງພາຣາ ແລະ ຕົ້ນໄມ້ ເພື່ອຜລິດເຈັ້ຍ.

ອີງຕາມຂໍ້ມູນຂອງກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ຣາຍງານວ່າ ໄລຍະ 8 ປີ ທີ່ຜ່ານມາ ຄືລະຫວ່າງປີ 2014-2022 ມີປ່າໄມ້ ຖືກໄຟໄຫມ້ໄປແລ້ວ ຫລາຍກ່ວາ 320,000 ເຮັກຕ້າ ເຊິ່ງສົ່ງຜົລກະທົບໜັກທີ່ສຸດ ຢູ່ແຂວງ ອຸດົມໄຊ, ຫລວງນ້ໍາທາ ແລະ ແຂວງຫລວງພຣະບາງ  ຕາມລໍາດັບ. ສາເຫດມາຈາກ ກິຈກັມຂອງຄົນ ໂດຍສະເພາະ ການບຸກເບີກ ແລະ ຫັນປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການກະເສດ ເປັນຕົ້ນ ຈູດໄຮ່ ເພື່ອປູກເຂົ້າ, ປູກມັນຕົ້ນ, ປູກສາລີ, ຍາງພາຣາ ແລະ ພືດເສຖກິຈ ອື່ນໆ. ຈູດປ່າເພື່ອຫາຢູ່ຫາກິນໃນປ່າ ເຊັ່ນ ລ່າສັດ ແລະຈູດ ເພື່ອຂຍາຍພື້ນທີ່ລ້ຽງສັດ ແລະ ອື່ນໆ. 

ເມື່ອປີ 2022 ທີ່ຜ່ານມາ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ຍັງໄດ້ຣາຍງານໃຫ້ຮູ້ວ່າ ທົ່ວປະເທດລາວ ມີຈໍານວນໂຄງການເຊົ່າ-ສັມປະທານທີ່ດິນ ທັງໝົດ 2,045 ໂຄງການ ກວມເອົາ ເນື້ອທີ່ປະມານ 927,457 ເຮັກຕ້າ ແຕ່ເນື້ອທີ່ນໍາໃຊ້ຕົວຈິງ ມີພຽງແຕ່ 582,320 ເຮັກຕ້າ ນັ້ນໝາຍເຖິງ ມີເນື້ອທີ່ສັມປະທານ ຫລາຍກວ່າ 345,137 ເຮັກຕ້າ ຍັງບໍ່ໄດ້ຮັບການພັທນາ ໃດໆ.

   ປະເທດລາວ ຍັງຕ້ອງການນໍາໃຊ້ເນື້ອທີ່ປ່າໄມ້ ແລະ ທີ່ດິນຈໍານວນຫລາຍ ເພື່ອຜລິດສະບຽງອາຫານໃຫ້ພຽງພໍ ຕໍ່ຄວາມຕ້ອງການຂອງປະຊາຊົນ ແລະ ນໍາໃຊ້ທີ່ດິນ ເພື່ອພັທນາດ້ານໂຄງຮ່າງພື້ນຖານທີ່ຈໍາເປັນ ລວມເຖິງ ນໍາໃຊ້ທີ່ດິນ ພັທນາໂຄງການຂນາດໃຫຍ່ ເພື່ອຊຸກຍູ້ ສົ່ງເສີມ ແຜນພັທນາເສຖກິຈ-ສັງຄົມ ໃຫ້ບັນລຸ ຕາມເປົ້າໝາຍຂອງປະເທດ ແລະ ຫລຸດພົ້ນອອກຈາກ ສຖານະພາບ ເປັນປະເທດ ດ້ອຍພັທນາ ໃນປີ 2026 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.