ຊາວບ້ານ ເມືອງວຽງໄຊ ກັງວົນຜົລກະທົບ ຂອງໂຄງການບໍ່ແຮ່

ໄຊຍາ
2022.04.18
ຊາວບ້ານ ເມືອງວຽງໄຊ ກັງວົນຜົລກະທົບ ຂອງໂຄງການບໍ່ແຮ່ ແຜນທີສແດງ ເຂດເມືອງວຽງໄຊ ແຂວງຫົວພັນ ທີ່ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດ ຕຽນຫຽວກາວບັງ ປະເທດວຽດນາມ
RFA

ຊາວບ້ານ 2 ບ້ານຄືບ້ານແກ້ງພູນ ແລະບ້ານຟ້ອງຊ້າງປະມານ 100 ປາຍຄອບຄົວ ໃນເມືອງວຽງໄຊ ແຂວງຫົວພັນ ບໍ່ຕ້ອງການໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ເຫລັກ ຂອງ ບໍຣິສັດ ຕຽນຫຽວກາວບັງ ປະເທດວຽດນາມ ຮວມເນື້ອທີ 116 ເຮັກຕ້າຣ໌ ຍ້ອນກັງວົນເຣື່ອງການຊົດເຊີຍທີ່ບໍ່ສົມເຫດສົມຜົລ ແລະຜົລກະທົບຕໍ່ສິ່ງແວດລ້ອມໃນພື້ນທີ່.

ດ່ັງຊາວບ້ານຜູ້ນຶ່ງທີ່ຈະຖືກຜົລກະທົບ ໃນເມືອງວຽງໄຊ ແຂວງຫົວພັນກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສານີ້ວ່າ:

ຄັນວ່າ ມາຂຸດຄົ້ນແລ້ວຊິຖືກນາທໍ່ນັ້ນ ຕາມຫາງສຽງປະຊາຊົນ ເຂົາກະວ່າ ຄັນເຂົາເຮັດຂຶ້ນແທ້ ຢ້ານວ່າຊິສະທ້ອນຫລາຍແນວ ເຂົາວ່າຊັ້ນ ຊັບສິນນີ້ກາງົວ, ຄວາຍ ກາຮູ້ວ່າບໍ່ໄດ້ແລ້ວຢູ່ເຂດນີ້.

ຊາວບ້ານຜູ້ນີ້ກ່າວບອີກວ່າ ຖ້າຫາກໂຄງການດັ່ງກ່າວເກີດຂຶ້ນແທ້ ກໍຈະສົ່ງຜົລະທົບຕໍ່ລະບົບນິເວດ ໃນພື້ນທີ່ເປັນຕົ້ນ ປ່າໄມ້ຖືກທຳລາຍ, ສຽງດັງຈາກການຂຸດຄົ້ນແຮ່ເຫລັກ, ບັນຫານໍ້າ ເປື້ອນທີ່ອາດຈະສົ່ງຜົລກະທົບຕໍ່ການປູກພືດ ແລະລ້ຽງສັດ ຢາກໃຫ້ທາງການລາວພິຈາຣະນາ ຢ່າງລະອຽດເຖິງຂໍ້ກັງວົນຂອງຊາວບ້ານ.

ຖ້າຫາກທາງການລາວ ອະນຸຍາດໃຫ້ສັມປະທານເນື້ອທີ່ປ່າໄມ້ ໄປຈົນໝົດກໍຈະກະທົບຕໍ່ ວິຖີຊີວິດຂອງຊາວບ້ານໃນພື້ນທີ່ ເພາະຊາວບ້ານອາສັຍແຫລ່ງນໍ້າ ແລະປ່າໄມ້ໃນການຫາຢູ່ຫາກິນຕລອດປີ.

ສ່ວນຊາວບ້ານອີກຜູ້ນຶ່ງ ໄດ້ກ່າວວ່າຍັງບໍ່ທັນຮູ້ຣາຍລະອຽດຈະແຈ້ງເທື່ອວ່າ ຈະມີຜົລກະທົບໜ້ອຍຫລາຍຊໍ່າໃດ ແຕ່ເບື້ອງຕົ້ນທາງໂຄງການບອກວ່າ ຈະບໍ່ມີຊາວບ້ານຖືກໂຍກຍ້າຍ ອອກຈາກພື້ນທີ່ ພຽງແຕ່ສູນເສັຍທີ່ດິນ ທຳການກະເສດ ແລະເນື້ອທີ່ປ່າໄມ້ເທົ່ານັ້ນ ແຕ່ກໍຍັງບໍ່ເຫັນພາກສ່ວນໃດ ເວົ້າເຣື່ອງການຊົດເຊີຍເທື່ອ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງວຽງໄຊ ແຂວງຫົວພັນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສານີ້ວ່າ:

ແຕ່ວ່າປະຊາຊົນ ກາບໍ່ໄດ້ຍ້າຍຜົລກະທົບປະຊາຊົນ 2 ບ້ານ ນາກັບສວນກໍຍັງບໍ່ເຫັນ ໄດ້ຊົດເຊີຍຊໍ້າ.

ຊາວບ້ານອີກຜູ້ນຶ່ງ ໄດ້ກ່າວວ່າໄລຍະຜ່ານມາ ເຫັນແຕ່ຜູ້ພັທນາໂຄງການ ລົງພື້ນທີ່ມາສຳຣວດຄວາມເປັນໄປໄດ້ ຂອງໂຄງການ ແຕ່ບໍ່ໄດ້ມາເວົ້າເຣື່ອງຄ່າຊົດເຊີຍ ກັບຊາວບ້ານເທື່ອ ແລະບໍ່ຮູ້ວ່າໂຄງການດັ່ງກ່າວ ຈະເອົາເນື້ອທີ່ໜ້ອຍຫລາຍຊໍ່າໃດ ແລະຈະມີຊາວບ້ານຈັກຄອບຄົວ ໄດ້ຮັບຜົລກະທົບ. ຂະນະທີ່ຊາວບ້ານກໍເປັນກັງວົນ ເຣື່ອງການຖືກໂຍກຍ້າຍ ແລະສູນເສັຍທີ່ດິນທຳການກະເສດ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງວຽງໄຊ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສານີ້ວ່າ:

ຕອນອັນເພິ່ນລົງມາສຳຣວດກວດກາຫັ້ນ ກາມີຜົລກະທົບຕາມເພິ່ນວ່າຫັ້ນ ເພິ່ນຊິໃຊ້ຄ່າເສັຍຫາຍໃຫ້ແຕ່ວ່າກາບໍ່ຮູ້ວ່າ ຣາຍລະອຽດເພິ່ນຊິເຮັດແນວໃດ ກາຍັງບໍ່ທັນຮູ້ນຳເຂົາ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ເມືອງວຽງໄຊ ແຂວງຫົວພັນ ກ່າວວ່າ ສຳລັບໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ເຫລັກ ຂອງບໍຣິສັດວຽດນາມນີ້ ຍັງບໍ່ທັນໄດ້ເຣີ່ມດຳເນີນການຂຸດຄົ້ນເປັນທາງການເທື່ອ ເນື່ອງຈາກຢູ່ລະຫວ່າງການທົດລອງ ຂຸດຄົ້ນເພື່ອເກັບກຳຂໍ້ມູນ ແລະຕ້ອງປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ໃຫ້ລະອຽດທີ່ສຸດ ເພາະເນື້ອທີ່ໂຄງການທີ່ຂໍສັມປະທານໄປນັ້ນ ມີຈຳນວນຫລາຍ ມີຊາວບ້ານອາສັຍຢູ່ຫລາຍ 100 ຄອບຄົວ.

ດັ່ງເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງວຽງໄຊ ແຂວງຫົວພັນ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສານີ້ວ່າ:

ໂຕນີ້ເຂົາຍັງເຮັດເປັນແຜນ ເປັນໂຄງການແຮ່ທົດລອງຫັ້ນນ່າ ການສຶກສາເຣື່ອງຜົລກະທົບ ໄປພ້ອມກັນເລີຍ ແລ້ວກາຊົດເຊີຍໄປເລີຍ.

ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງຫົວພັນກ່າວວ່າ ປັດຈຸບັນຍັງບໍ່ທັນໄດ້ອະນຸຍາດໃຫ້ ບໍຣິສັດດັ່ງກ່າວເຣີ່ມການຂຸດຄົ້ນ ແລະປຸງແຕ່ງຢ່າງເປັນທາງການເທື່ອ ເພາະຍັງມີຫລາຍພື້ນທີ່ທັບຊ້ອນກັນ ກັບບໍຣິສັດລາວພັທນາແຮ່ເຫລັກ ວຽງໄຊ ຂອງຄົນລາວ ຊຶ່ງໄດ້ຮັບສັມປະທານໄປກ່ອນໜ້ານີ້ແລ້ວ.

ສະນັ້ນ ບໍຣິສັດ ຕຽນຫຽວກາວບັງ ປະເທດວຽດນາມ ຈະຕ້ອງໄດ້ສຳຣວດ ແລະປະເມີນຄືນໃໝ່ ແລ້ວໃຫ້ຣັຖບານລາວ ພິຈາຣະນາຄືນໃໝ່ ຮວມເຖິງການປະເມີນຄືນ ເຣື່ອງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມນຳດ້ວຍ.

ດັ່ງເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ແຂວງຫົວພັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ເມສານີ້ວ່າ:

ໂອ້! ຍັງເທື່ອ ເພາະວ່າຊ່ວງນີ້ຫັ້ນລະ ຍັງຊ່ວງແກ້ໄຂພື້ນທີ່ທັບຊ້ອນກັນເນາະ ປັດຈຸບັນນີ້ຖືວ່າຍັງມີຄວາມຫຍຸ້ງຍາກເນາະ ຜົລກະທົບສິ່ງແວດລ້ອມຫັ້ນຖືວ່າ ຫາກໍປະເມີນໄປ.

ເຈົ້າໜ້າທີ່ຜູ້ນີ້ກ່າວຕື່ມອີກວ່າ ກ່ອນໜ້ານີ້ກໍໄດ້ແນະນຳໃຫ້ ບໍຣິສັດຜູ້ພັທນາໂຄງການ ເອົາໃຈໃສ່ປ້ອງກັນ ແລະແກ້ໄຂບັນຫາສິ່ງເສດເຫລືອ, ບັນຫານໍ້າເປື້ອນຈາກແຮ່ເຫລັກ ແລະ ຜົລກະທົບທາງສັງຄົມ ກໍຄືດ້ານຄວາມປອດພັຍຕໍ່ຊີວິດ ແລະຊັບສິນ ຂອງພະນັກງານໂຄງການ ແລະຊາວບ້ານໃນເຂດດັ່ງກ່າວ. ຖ້າຫາກມີຊາວບ້ານໃນເຂດດັ່ງກ່າວ ໄດ້ຮັບຜົລກະທົບຕໍ່ທີ່ດິນທຳການກະເສດ ແລະຊັບສິນຕ່າງໆ ກໍຕ້ອງຊົດເຊີຍໃຫ້ສຳເຣັດ ແລະສົມເຫດສົມຜົລ.

ໂຄກງານຂຸດຄົ້ນ ແລະ ປຸງແຕ່ແຮ່ເຫລັກເນື້ອທີ 116 ເຮັກຕ້າຣ໌ຢູ່ບ້ານ ແກ້ງພູນ ແລະ ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນມີອາຍຸສັມປະທານ 10 ປີ ແຍກເປັນໄລຍະການກໍ່ສ້າງໂຮງງານ 1 ປີ ໄລຍະດຳເນີນງານ 7 ປີ ແລະ ໄລຍະປິດບໍ່ 2 ປີ, ດ້ວຍມູນຄ່າການລົງທຶນປະມານ 10 ປາຍລ້ານໂດລາຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.