ຊາວບ້ານ ຢູ່ແຄມນໍ້າເນີນ ແຂວງຫົວພັນ ເດືອດຮ້ອນ ຍ້ອນໂຄງການຂຸດຄໍາ
2025.01.10
ສຽງລົດຈົກ ທີ່ຂຸດຄົ້ນຄໍາ ໂຄງການຂຸດຄົ້ນແຮ່ຄໍາ ຂອງນັກລົງທຶນຕ່າງຊາດ ຢູ່ບໍລິເວນ ບ້ານເມືອງອໍ້, ເມືອງຫົວເມືອງ ແຂວງຫົວພັນ ເຮັດໃຫ້ສາຍນໍ້າເນີນ ປົນເປື້ອນຂີ້ຕົມ ກາຍເປັນສີແດງ ຈົນຊາວບ້ານ 10 ປາຍບ້ານ ໃນເຂດເມືອງຫົວເມືອງ ແຂວງຫົວພັນ ແລະ ເມືອງຄໍາ ແຂວງຊຽງຂວາງ, ເຊິ່ງອາໄສຢູ່ແຄມນໍ້າເນີນ ທັງ 2 ຟາກ ໄດ້ຮັບຜົນກະທົບ.
ປະຊາຊົນ ບໍ່ສາມາດໃຊ້ນໍ້າ ຈາກນໍ້າເນີນ ແລະ ທໍາມາຫາກິນ ໄດ້ຄືເກົ່າ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານສົບເລົ້າ, ເມືອງຫົວເມືອງ ແຂວງຫົວພັນ ຕໍ່ວິທຍຸເອເຊັຽເສຣີ:
“ໂອ, ເຂົາຂຸດຄົ້ນຄໍາ ຢູ່ກະເມືອງອໍ້ພຸ້ນ. ມັນຂຸ່ນແທ້ໄດ໋, ຂຸ່ນລ່ອງນໍ້າເນີນ, ປະຊາຊົນ ລ່ອງນໍ້າເນີນ ກໍາລັງຈະວຸ້ນຢູ່ເດ້ນີ້, ຫັ້ນນ່າ. ໄປອາບ ເດັກນ້ອຍໄປອາບ ກໍຕຸ່ມຄັນຄາຍແລ້ວ, ແມ່ນໂຕປາຫັ້ນ ກໍຕາຍແດ່, ຫັ້ນນ່າ.”
ເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ຢູ່ບ້ານສົ້ນຂົວ, ເມືອງຫົວເມືອງ ແຂວງຫົວພັນ ທ່ານໜຶ່ງ ກ່າວວ່າ ບ້ານສົ້ນຂົວ ເປັນບ້ານໜຶ່ງ ທີ່ໄດ້ຮັບ ຜົນກະທົບຫຼາຍ ຍ້ອນວິຖີຊີວິດ ຂອງຊາວບ້ານ ຕິດພັນກັບສາຍນໍ້າເນີນ ເປັນຫຼັກ, ຊາວບ້ານເກີນເຄິ່ງ ນໍາໃຊ້ນໍ້າເນີນ ໃນການອຸປະໂພກ-ບໍລິໂພກ ແລະ ຫາລ້ຽງຄອບຄົວ ດວ້ຍການຫາປາ ແລະ ເກັບໄຄ ເປັນອາຫານ, ເຊິ່ງຕັ້ງແຕ່ ເລີ່ມການຂຸດຄົ້ນແຮ່ຄໍາ ມາປະມານ 2-3 ເດືອນ ກໍບໍ່ສາມາດເຮັດໄດ້ຄືເກົ່າ.
“ໂອ, ປາບໍ່ມີ ຖ້ານໍ້າຂຸ່ນ ປາບໍ່ມີເລີຍ. ມີປາ ກໍບໍ່ເປັນກິນ ມັນມີແຕ່ຫົວມັນ ເຖິງໂຕມັນເລັກ. ໄຄກໍບໍ່ອອກ, ໄຄກໍບໍ່ໄດ້ກິນເລີຍ ມັນຂາດອາຫານແດ່ເນາະ ເພາະວ່າ ບໍ່ໄດ້ຫາປູ-ຫາປາ ບໍ່ໄດ້ເກັບຫ້ວຍ-ເກັບໄຄ. ສ່ວນ 70 ເປີເຊັນນີ້ ໃຊ້ນໍ້າບໍ່ໄດ້ເລີຍ. ຢາກໃຫ້ແກ້ໄຂ ໄວໜ້ອຍໜຶ່ງ ເພາະວ່າ ມັນຜົນກະທົບ ປະຊາຊົນ ຫຼາຍເດ້, ບໍ່ແມ່ນແຕ່ບ້ານສົ້ນຂົວເຮົາ ມັນມີຫຼາຍໆບ້ານ.”
ທ່ານກ່າວຕື່ມວ່າ ນາຍບ້ານ ຈາກບັນດາບ້ານ ໃນແຂວງຫົວພັນ ທີ່ໄດ້ຮັບຜົນກະທົບ ເປັນຕົ້ນ ບ້ານສົ້ນຂົວ, ບ້ານສົບເລົ້າ, ບ້ານຫາດໄກ້, ບ້ານນົກແອນ ແລະ ບ້ານລານຊຽງ ໄດ້ສະເໜີບັນຫາ ໄປຍັງເຈົ້າເມືອງແລ້ວ, ໂດຍຈະໃຫ້ພະນັກງານ ລົງກວດກາເບິ່ງ ຫາກບໍ່ໄດ້ໄປ ຕາມມາດຕະຖານ ຈະໃຫ້ຂັ້ນແຂວງ ສັ່ງໂຈະ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ທ່ານໜຶ່ງ ໄດ້ກ່າວວ່າ ຂັ້ນແຂວງ ຍັງບໍ່ໄດ້ຮັບ ການແຈ້ງການ ຈາກຂັ້ນເມືອງເທື່ອ, ແຕ່ກໍຢັ້ງຢືນວ່າ ບໍລິເວນດັ່ງກ່າວ ມີການຂຸດຄົ້ນແຮ່ທາດແທ້, ໂດຍອາດເປັນ ໂຄງການຂຸດຄົ້ນຄໍາ ແບບສໍາຫຼວດ ຂອງນັກລົງທຶນ ຊາວຫວຽດນາມ.
“ທາງເຮົາ ກໍບໍ່ທັນໄດ້ເຫັນຂ່າວເນາະ ບໍ່ໄດ້ຍິນ ການລາຍງານ ຈາກບ້ານ ຫຼືວ່າ ຈາກເມືອງມາ. ເຮົາຊິໄດ້ປະສານ ເບິ່ງທາງເມືອງ ເບິ່ງທາງບ້ານ ເຂົາເຈົ້າມີຄວາມຈິງແນວໃດ ແລ້ວເຮົາຈຶ່ງຊິລົງໄປສົມທົບ. ຖ້າວ່າ ຊອກຄົ້ນສໍາຫຼວດ ຫຼືວ່າ ຂຸດຄົ້ນແນວໃດເນາະ ທີ່ວ່າ ສ້າງຜົນກະທົບ ຕໍ່ສິ່ງແວດລ້ອມ ແບບນີ້, ຫັ້ນນ່າ ຖ້າຫາກບໍ່ມີ ມາດຕະການ ໃນການປ້ອງກັນ ທາງເຮົາ ກໍຊິໄດ້ສັ່ງໂຈະ.”
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ກ່າວຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນມື້ວັນທີ 18 ພະຈິກ ທີ່ຜ່ານມານີ້ວ່າ ໃນປີ 2024 ນີ້, ປະະທດລາວ ສາມາດຜະລິດແຮ່ທາດ ທັງຮູບແບບ ປົກກກະຕິ ແລະ ຮູບແບບທົດລອງ ໄດ້ 34,000 ກວ່າຕື້ກີບ ຫຼື 127.5 ເປີເຊັນ ຂອງແຜນການ.