ເຕືອນປ່ອຍນ້ຳເຂື່ອນ ກະທົບປະຊາຊົນໃຕ້ເຂື່ອນ

ຈຳປາທອງ
2021.10.16
ເຂື່ອນເຊລະນອງ 1 ເປັນເຂື່ອນຂນາດ 70 ເມກາວັດ, ຂອງຣັຖວິສາຫະກິຈ ໄຟຟ້າລາວ, ບໍຣິສັດຈີນ ເປັນຜູ້ສັມປະທານ ການກໍ່ສ້າງ.
ຮູບພາບຈາກ: ນັກຂ່າວພົລເມືອງ

ຫ້ອງວ່າການແຂວງສວັນນະເຂດ ອອກແຈ້ງການໃນມື້ວັນທີ 14 ຕຸລານີ້ ເຕືອນອໍານາດການປົກຄອງເມືອງ ແລະປະຊາຊົນທີ່ຢູ່ຕາມແຄມແມ່ນໍ້າເຊລະນອງ, ເຊບັງຫຽງ ກຽມຮັບມືກັບພັຍພິບັດນໍ້າຖ້ວມ ຈາກການປ່ອຍນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 ຢູ່ເມືອງນອງ ແຂວງສວັນນະເຂດ ທີ່ມີແຜນເປີດປະຕູລະບາຍນໍ້າອອກຈາກເຂື່ອນໃນປະຣິມານ 8,500 ແມັດກ້ອນຕໍ່ວິນາທີ ແຕ່ມື້ວັນທີ 13  ຫາ ວັນທີ 21 ຕຸລາ 2021, ໃຫ້ປະຊາຊົນພາກັນມ້ຽນມັດ ຂົນເຄື່ອງຂອງ ແລະສັດລ້ຽງໄປໄວ້ບ່ອນປອດພັຍ ຍ້ອນວ່າລະດັບນໍ້າທ້າຍເຂື່ອນຈະສູງຂຶ້ນປະມານ 1 ຫາ 2 ແມັດ ດັ່ງເຈົ້າໜ້າທີ່ ຫ້ອງການພະລັງງານ ແລະບໍ່ແຮ່ ເມືອງນອງທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ ວັນທີ 15 ຕຸລານີ້ວ່າ:

ເພາະເພິ່ນແຈ້ງການໄວ້ຊື່ໆ ຢ້ານພະຍຸເຂົ້າລູກທີ 2 ຫັ້ນນ່າ ຄາດຄະເນບໍ່ໄດ້ແລ້ວເນາະ ທັມຊາດຫັ້ນນ່າ ເພິ່ນກະແຈ້ງໄວ້ລ່ວງໜ້າ ທາງການນໍາ ຂອງແຂວງ ກໍມັນບໍ່ເຖິງໜັກ ຫັ້ຍຍ່າ ແຈ້ງໄວ້ຊື່ໆ ແຕ່ວ່າສິບໍ່ກະທົບດອກ ຕາມຄາດຄະເນຂອງສະເພາະເຂື່ອນ ເຊລະບອງນີ້ ຊິບໍ່ກະທົບດອກ ແຕ່ມີສະຕິໄວ້ຊື່ໆ.

ທ່ານກ່າວຕື່ມອີກວ່າ ສາເຫດທີ່ປ່ອຍນໍ້າອອກຈາກເຂື່ອນ ກໍຍ້ອນວ່າ ໄລຍະນີ້ຈະເກີດຝົນ ຕົກໜັກ, ເພື່ອປ້ອງກັນບໍ່ໃຫ້ນໍ້າໃນໜ້າເຂື່ອນເຊລະນອງ 1 ມີລະດັບສູງເກີນໄປ ຈຶ່ງໄດ້ປ່ອຍນໍ້າອອກຈາກເຂື່ອນໄປກ່ອນ  ເປັນການປ່ອຍຄັ້ງທີ 2 ແລ້ວ ແລະປ່ອຍໜ້ອຍກວ່າຄັ້ງທໍາອິດ, ສະນັ້ນມັນຈຶ່ງຈະບໍ່ສົ່ງຜົລກະທົບໃສ່ຊາວບ້ານໜັກໜ່ວງ.

ແຕ່ເຖິງຢ່າງໃດກໍຕາມ ທາງການແຂວງສວັນນະເຂດ ກໍໄດ້ອອກແຈ້ງການເຕືອນ ປະຊາຊົນໃນເມືອງນອງ, ເມືອງສອງຄອນ, ເມືອງຈໍາພອນ, ເມືອງພີນ ແລະເມືອງຊົນນະບູຣີ ທີ່ຢູ່ຕາມແຄມນໍ້າເຊລະນອງ ແລະເຊບັ້ງຫຽງ ໃຫ້ເຝົ້າລະວັງພັຍນໍ້າຖ້ວມ ເພື່ອປ້ອງກັນຊີວິດ ແລະຊັບສິນເອົາໄວ້. ແຕ່ແຈ້ງການນັ້ນມີຂຶ້ນວັນທີ 14 ຕຸລາ ຄື 1 ມື້ ພາຍຫຼັງທີ່ທາງບໍຣິສັດ ມີແຜນປ່ອຍນໍ້າອອກຈາກເຂື່ອນລົງມາ.

ເຈົ້າໜ້າທີ່ ຫ້ອງການເມືອງສອງຄອນ ກໍໄດ້ກຽມພ້ອມຮັບມືກັບພັຍນໍ້າຖ້ວມ ຖ້າຫາກຣະດັບ ນໍ້າເຊບັງຫຽງເພີ່ມສູງຂຶ້ນ ແລະທັງເຕືອນຊາວບ້ານ ທີ່ອາສັຍຢູ່ຕາມແຄມເຊບັງຫຽງ ໃຫ້ມີສະຕິລະວັງຕົວຢູ່ຕລອດເວລາ. ແຕ່ມາເຖິງເວລາ 11:00 ໂມງເຊົ້າຂອງມື້ວັນທີ 15 ຕຸລານີ້ ນໍ້າເຊບັ້ງຫຽງ ຍັງຢູ່ໃນລະດັບປົກກະຕິ ແລະຄາດວ່າ ນໍ້າທີ່ປ່ອຍຈາກເຂື່ອນ ຈະໄຫຼລົງມາຮອດ ເມືອງສອງຄອນໃນຕອນແລງວັນທີ 15 ຕຸລານີ້ ດັ່ງເຈົ້າໜ້າທີ່ ເມືອງສອງຄອນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເພິ່ນນັດວ່າສິປ່ອຍແຕ່ມື້ຄືນນີ້ພຸ້ນ ຫາກເພາະວ່ານໍ້າສິມາບໍ່ທັນຮອດດອກ ເຂົາປ່ອຍຄືນນີ້ນ່າ ເຂົາເຈົ້າກໍແຈ້ງໃຫ້ພວກແຖວສອງຄອນ ແຖວລະຫານໍ້ານີ້ກະກຽມ ລະມັດລະວັງຫັ້ນນ່າ ແຕ່ວ່ານໍ້າບໍ່ທັນຮອດ. 

ແລະວ່າ ຕອນບໍ່ມີເຂື່ອນໄຟ ຟ້ານີ້ ຊາວບ້ານກໍບໍ່ໄດ້ກັງວົນໃຈຫຍັງ, ແຕ່ຫຼັງຈາກມີການສ້າງເຂື່ອນມາ ກໍກັງວົນຫລາຍເພາະລະດັບນໍ້າສູງຂຶ້ນ ແລະໄຫຼຊຸແຮງ ເວລາປ່ອຍນໍ້າອອກຈາກເຂື່ອນລົງມາ.

ຊາວບ້ານທີ່ຢູ່ແຄມນໍ້າເຊບັ້ງຫຽງ ກໍມີຄວາມກັງວົນໃຈ ຍ້ອນຢ້ານວ່າ ລະດັບນໍ້າຈະສູງຈົນລົ້ນຕາຝັ່ງ ຄືກັນກັບປີທີ່ຜ່ານໆມາ. ແລະຫລັງຈາກໄດ້ຮັບແຈ້ງເຕືອນ ຊາວບ້ານແຕ່ລະຄອບຄົວ ຕ່າງກໍພາກັນກຽມພ້ອມຮັບມືກັບພັຍນໍ້າຖ້ວມ, ຂົນເຄື່ອງຂອງ ແລະຍ້າຍສັດລ້ຽງໄປໄວ້ບ່ອນປອດພັຍ ແລະຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ ບໍ່ໃຫ້ນໍ້າຖ້ວມເສັຍຫາຍຫລາຍ ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງສອງຄອນເວົ້າໃນມື້ວັນທີ 15 ຕຸລານີ້ວ່າ:

ແມ່ນ ນໍ້າກໍາລັງຂຶ້ນມື້ນີ້ນ່າ ເພາະວ່າເຂົາເຈົ້າປ່ອຍເຂື່ອນ ເຂົາເຈົ້າວ່າ. ກະມີແຕ່ກຽມກ່ຽວເຂົ້າຢ້ານນໍ້າຖ້ວມ ເພາະ ວ່າຝົນຕົກຮໍາມື້ວານນີ້ໝົດມື້ ມີສະຕິໝົດຫັ້ນແລ້ວ ຄັນຊິເວົ້າກໍເຮືອແຕ່ລະເຮືອນກໍຕ້ອງມີໝົດ.

ທີ່ເມືອງພີນ ຊາວບ້ານກໍກັງວົນໃຈ ຍ້ອນບາງຄອບຄົວ ກ່ຽວເຂົ້ານາປີບໍ່ທັນແລ້ວ. ຫາກເກີດນໍ້າຖ້ວມ ຍ້ອນເຂື່ອນໄຟຟ້າປ່ອຍນໍ້າລົງມາໃສ່ຄືປີຜ່ານໆມາ ກໍບໍ່ສາມາດເກັບກ່ຽວຜົລຜລິດໄດ້ ດັ່ງຊາວບ້ານຢູ່ເມືອງນີ້ຜູ້ນຶ່ງເວົ້າວ່າ:

ເອີ ເຂົາປ່ອຍເຂື່ອນ ກໍເຕືອນຢູ່ຕີ້. ບາງຄົນເຂົາກໍກ່ຽວແລ້ວໆ ບາງຄົນກໍຍັງ ກ່ຽວກໍມັນຄານໍາຝົນເດ໋ ເຮັດຄື້ມໆຢູ່ແມ່ນແຫຼະເນາະ ປ່ອຍເຂື່ອນມັນຍູ້ຂຶ້ນ ແຕ່ປີແລ້ວນີ້ແມ່ນຖ້ວມຫຼາຍໄດ໋ ຢູ່ທາງນີ້ກະດາຍ ໜັກຄືກັນບໍ່ໄດ້ເຂົ້າຄືກັນ.

ເວົ້າເຖິງການສ້າງເຂື່ອນໄຟຟ້າຢູ່ລາວ ຊາວລາວຜູ້ນຶ່ງຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ປະເທດລາວມີເຂື່ອນໄຟຟ້າຫຼາຍແຫ່ງແລ້ວ, ສະນັ້ນຣັຖບານ ແລະເຈົ້າຂອງໂຄງການເຂື່ອນທຸກແຫ່ງ ກໍຄວນຈະກຽມພ້ອມໃນການຮັບມືແບບສຸກເສີນ ຫຼືພັຍນໍ້າຖ້ວມໃຫ້ໄດ້ ຢ່າງມີປະສິດທິພາບ. ຫາກເຂື່ອນໃດໄດ້ສ້າງຜົລກະທົບ ຕໍ່ຊີວິດ ແລະຊັບສິນຂອງປະຊາຊົນ ບໍ່ວ່າທາງກົງ ຫຼືທາງອ້ອມ ປະຊາຊົນກໍສົມຄວນຈະໄດ້ຮັບການ ທົດແທນຄວາມເສັຽຫາຍຢ່າງເໝາະສົມ:

ໃນເມື່ອເພິ່ນປ່ອຍນໍ້ານີ້ອອກມາ ມັນເຮັດໃຫ້ຊັບສົມບັດ ການຜລິດຂອງປະຊາຊົນນີ້ເສັຽຫາຍ ກໍຄວນທີ່ຈະທົດແທນຫັ້ນແຫຼະ ເພາະວ່າຄັນຖ້າວ່າປະປ່ອຍຄືສູ່ມື້ນີ້ ມັນກໍບໍ່ຄວນແລ້ວອັນນີ້ນ່າ.

ຄະນະກັມມະການ ຄຸ້ມຄອງພັຍພິບັດ ແຂວງຄໍາມ່ວນ ກໍໄດ້ປະກາດແຈ້ງເຕືອນໃຫ້ປະຊາຊົນ ຮູ້ວ່າ ຂະນະນີ້ ພະຍຸເຂດຮ້ອນ ກົມປາສູ (Tropical Storm Kompasu) ຄາດວ່າ ຈະເຄື່ອນເຂົ້າປະເທດລາວໃນຣະຫວ່າງວັນທີ 15-16 ຕຸລານີ້ ຊຶ່ງຈະເຮັດໃຫ້ຝົນຕົກປານກາງ ຫາ ໜັກແລະລົມພັດແຮງ ຊຶ່ງອາຈເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ, ນໍ້າໄຫຼຊຸ ແລະດິນເຈື່ອນຢູ່ບາງທ້ອງຖີ່ນ. ດັ່ງນັ້ນຈຶ່ງມີການກຽມປ້ອງກັນຮັບມື  ແລະວາງແຜນໂຍກຍ້າຍຊາວບ້ານ, ຊັບສິນ, ສັດລ້ຽງ, ຜົລຜລິດ ແລະອື່ນໆ ທີ່ມີຄ່າ ໄປເກັບໄວ້ຢູ່ທີ່ປອດພັຍ ເພື່ອຫຼຸດຜ່ອນຄວາມສ່ຽງລົງ.

ເຂື່ອນໄຟຟ້າເຊລະນອງ 1 ຂນາດ 70 ເມກາວັດ, ມູນຄ່າ 150 ລ້ານໂດລາຣ໌ສະຫະຣັຖ, ເຣີ່ມກໍ່ສ້າງໃນຕົ້ນປີ 2017 ແລະຈະສໍາເຣັດໃນຕົ້ນປີ 2022 ທີ່ຈະມາເຖິງນີ້. ບໍຣິສັດ YEIG International Development ຂອງຈີນຖືຫຸ້ນ 70%, ກຸ່ມບໍຣິສັດດາວສະຫວັນ ລົງທຶນ ແລະກໍ່ສ້າງຈໍາກັດ 25% ແລະ ບໍຣິສັດ Sun Paper Holding ຂອງຈີນ 5%. ໄຟຟ້າທີ່ຜລິດໄດ້ ຈະຂາຍໃຫ້ຣັຖວິສາຫະກິດໄຟຟ້າລາວ ເພື່ອໃຊ້ຢູ່ພາຍໃນປະເທດ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.