ເຫຼົ້າເປັນສິ່ງເບື່ອເມົາ ເຜົາຜານ ສຸຂພາບ
2020.08.24
ເຫລົ້າ ແລະສິ່ງມືນເມົາອື່ນໆ ເຮັດໃຫ້ຄົນຕິດໄດ້ງ່າຍ ເພາະມັນເປັນທາດເສບຕິດ ແລະ ເຮັດໃຫ້ຄົນຕາຍໄວກວ່າອາຍຸ ເປັນຕົ້ນຍ້ອນພຍາດ ຕັບ ແລະ ອຸບັດຕິເຫດ-ຕາມທ້ອງຖນົນ ເພາະມັນເປັນທາດເບື່ອ, ຂ້າຈຸລັງ ເປັນຕົ້ນຈຸລັງ ຂອງ ເສັ້ນປະສາດ.
ອີງຕາມຣາຍງານຂອງສື່ມວນຊົນ ທາງການລາວ ໃນມື້ວັນທີ 1 ສິງຫາ ນີ້, ພັນເອກ ຄໍາເຫຼັກ ເວົ້າວ່າ ສາຍເຫດຫລັກ ທີ່ເຮັດໃຫ້ເກີດ ອຸບັດຕິເຫດ ນັ້ນ ກ່ອນອື່ນໝົດ ແມ່ນມາຈາກ ການດື່ມ ສິ່ງມືນເມົາ. ພ້ອມກັນນັ້ນ ທ່ານກໍໄດ້ກ່າວເຖິງ ມາຕການ ລົງໂທດ ຜູ້ກະທໍາຜິດກົດ ຈະຣາຈອນວ່າ:
"ໃຊ້ມາຕການນັບແຕ່ ນ້ອຍຫາໃຫຍ່ ມາຕການທີ 1 ລະແມ່ນ ສຶກສາອົບຮົມແລ້ວປ່ອຍ. ມາຕການທີ 2 ລະແມ່ນສຶກສາອົບຮົມ ແລະ ກ່າວເຕືອນ. ມາຕການທີ 3 ກະແມ່ນຂຽນໃບສັ່ງ ສຶກສາ ອົບຮົມ ກັບປັບໃໝ ຕາມດໍາຣັຖ 188 ຢູ່ໃນຣະບຽບ ຫລື ວ່າກົດໝາຍ ທີ່ ກ່ຽວຂ້ອງກັບວຽກງານຈະລາຈອນ. ພວກເຮົາກະໄດ້ໃຊ້ມາຕການ ຢ່າງເຂັ້ມງວດ."
ແລະເມື່ອກ່ອນນັ້ນ ໃນກອງປະຊຸມສະຫລຸບຖອດຖອນບົດຮຽນການລົງຊຸກຍູ້ວຽກງານ ຢູ່ນະຄອນຫຼວງວຽງຈັນ ຂອງ ກົມຕຳຣວດຈະລາຈອນ ທີ່ໄດ້ຈັດຂຶ້ນ ໃນມື້ວັນທີ 6 ມິນາ 2020 ຢູ່ ກອງບັນຊາການ ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ຊຶ່ງ ໃນເວລານັ້ນ ທ່ານ ຄໍາເຫລັກ ໄຊຍະລາດ ໄດ້ຊັ້ນພັນໂທ, ເປັນຮອງຫົວໜ້າກົມຈະຣາຈອນ ກໍໄດ້ກ່າວເຖິງ ການເຄື່ອນໄຫວຊຸກຍູ້ ວຽກງານວິຊາສະເພາະ ຢູ່ຜແນກຕຳຣວດຈະຣາຈອນ ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ ຄວາມສາມາດ ໃຫ້ກຳລັງຕຳຣວດຈະຣາຈອນ ໃນການບໍລິຫານ ຈັດການ ວຽກງານຈະຣາຈອນ, ອີງຕາມຣາຍງານຂອງໜັງສືພິມທາງການລາວ ວັນທີ 10 ມິນາ 2020 ນີ້.
ໃນ 6 ເດືອນຕົ້ນປີນີ້, ກົມຕໍາຣວດຈະຣາຈອນ ກະຊວງປ້ອງກັນຄວາມສງົບ ຣາຍງານວ່າ ທົ່ວປະເທດ ເກີດອຸບັດຕິເຫດທັງໝົດເກືອບ 3,200 ຄັ້ງ, ເສັຍຊີວິດ 500 ປາຍຄົນ ແລະ ບາດເຈັບ 4,700 ປາຍຄົນ, ມູນຄ່າຄວາມເສັຍຫາຍ ຫລາຍກວ່າ 48 ຕື້ກີບ. ເວົ້າສະເພາະ ຢູ່ນະຄອນຫລວງວຽງຈັນ ເກີດອຸບັດຕິເຫດ ຫລາຍກວ່າຢູ່ແຂວງອື່ນໆ ຄື 520 ປາຍຄັ້ງ, ເສັຍຊີວິດ 100 ປາຍຄົນ, ຮອງລົງມາກໍແມ່ນ ຢູ່ ແຂວງຈໍາປາສັກ ຄືມີ ອຸບັດຕິເຫດ 450 ປາຍຄັ້ງ, ເສັຍຊີວິດ 60 ຄົນ ແລະຮອງລົງມາອີກ ກໍແມ່ນ ແຂວງວຽງຈັນ ທີ່ເກີດອຸບັດຕິເຫດ 360 ປາຍຄັ້ງ, ເສັຍຊີວິດ 40 ປາຍຄົນ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ສິງຫານີ້ວ່າ ສໍາລັບໃນເຂດທີ່ທ່ານຢູ່ ອຸບັດຕິເຫດ ເກີດຂື້ນຫລາຍ ທີ່ເຮັດໃຫ້ຕາຍ ຍ້ອນ ເກືອບວ່າເດືອນນຶ່ງ 2-3 ຄົນ:
"ເອີ ສ່ວນຫລາຍ ກະແມ່ນກິນເຫລົ້າເມົາຢາ. ສໍາລອງມາກະແມ່ນທາງດີຫັ້ນແຫລ໋ວ ຄືບ້ານເຮົານີ໊ ຫ໊ວຍ ແປວ່າເດືອນນຶ່ງຕາຍ 2-3 ຄົນ ພຸ້ນໃດນີ໋. ແຕ່ກີ້ ທາງບໍ່ດີ ມັນລະຄ່ອຍແລ່ນ ບາດນີ້ ເບິ່ງ ມັນເອົາເຕັມມັກ ບໍ່ວ່າຣົດຈັກຣົດໃຫຍ່ ຫຍັງລະ ເມົາກະປານນັ້ນແນ່ຫັ້ນແຫຼະ. ບໍ່ແຕ່ແມ່ນເດັກນ້ອຍນະເບິ່ງໂລດ, ແລ່ນພໍມັນສິປິວນີ໊ 3-4 ໂມງເຊົ້າ ເຕັມມັກພຸ້ນລະ ເຂົາເຈົ້າກະດາຍ ສ່ວນຫລາຍກະແມ່ນເມົາຫັ້ນແຫຼະ ເກີດອຸບັດຕິເຫດ ສ່ວນຫລາຍ ແມ່ນກິນເຫລົ້າແຫລະ ເບັຽແຫລະ ດຽວນີ້. ມັນມີເບັຽ ເຂົ້າມາໃໝ່ນີ໊ 2-3 ອັນໃດ໋ ຣາຄາມັນຖືກ ກະເບັຽລາວ ນີ້ແຫລະ ທໍາອິດ. ແຕ່ກີ້ລະກິນ ແຕ່ເບັຽລາວ ຂອງກາເສືອຫັ້ນ ເຂົາຂາຍປ໊ອງນຶ່ງ 6 ພັນ ຫັ້ນນະ ລະບັດນີ້ມັນມີເບັຽ ນໍ້າຂອງມັນມີເບັຽ ຊ້າງອີກເດ໋ 3 ປ໋ອງ 10 ພັນ ແທນທີ່ມັນສິໄດ້ ກິນ ປ໋ອງເຄິ່ງ ມັນກະໄດ້ກິນ 3 ບາດນີ້. ພວກກັມກອນພວກນັ້ນເຂົາກະກິນອັນນັ້້ນແຫຼະ ເຫລົ້າຂາວກະສ່ວນໜ້ອຍ. ລະກະສະພາບມັນແນວນີ້ ຜູ້ໃດ໊ກະບໍ່ມີໄປມີມາທາງໃດ ກະຊຸມກັນ ຊັ້ນແຫລະ ກະນັ່ງກັນກິນຢູ່ ຈັ່ງຊັ້ນແຫລະ ຄັນໄດ້ນັ່ງລະກະ ນັ່ງກັນໝົດມື້ພຸ້ນແຫລະ."
ແລະເມື່ອເວົ້າເຖິງເຣຶ່ອງການກິນເຫລົ້າກິນເບັຍ ຢູ່ນະຄອນຫລວງວຽງຈັນເວົ້າລວມ, ເວົ້າສະເພາະໃນເຂດທີ່ທ່ານຢູ່ ເຖິງທາງການຈະໃຫ້ ງົດການ ຊຸມແຊວ ໃນໄລຍະໂຄວິດ-19 ນີ້ ທ່ານກໍເວົ້າວ່າ ຍັງຄືເກົ່າ:
"ຍັງຄືເກົ່າຫັ້ນແຫລະ ຄືເກົ່າຄືເກົ່າ. ມື້ແລງມາກະນັ່ງວົງກັນ ຊຸມກັນໂລດແຫລະ ຮ້ານຂາຍເຫລົ້າຂາຍຢາ ເຂົາກະຊຸມກັນແຫລະ ຢູ່ຮ້ານຂາຍ ເຄື່ອງຍ່ອຍ ໄປນໍາ ຂາຍເບັຽໄປນໍາ ໝູ່ໄປ ນັ່ງຊຸມແຕ່ເຊົ້າກິນກາເຟ ສວຍມາເຂົາກະກິນເບັຽ. ສ່ວນຫລາຍກະແມ່ນ ເລີກການແຫລະ ຂະເຈົ້າກະກິນກັນ ໄປເບິ່ງທາງເສັ້ນໃດ ກະມີແຕ່ຊຸມເບັຽຊຸມເຫລົ້າກັນ. ຂນາດເພິ່ນສັ່ງປິດຈັ່ງຊີ້ ນີ໊ຮ້ານກິນດື່ມ ແຕ່ກີ້ໃຫ້ຮ້ອງເພັງ ເປັນຄາຣາໂອເກ໋ ດຽວນີ້ຫັ້ນເປີດຢູ່ ແຕ່ວ່າບໍ່ໃຫ້ລ້ອງ ບາງຮ້ານກໍບໍ່ໃຫ້ນັ່ງເດ໋ ໃຫ້ຊື້ເມືອ ບາງຮ້ານກໍຍັງເປີດຢູ່ບໍ່ມີ ວຽກເຮັດງານທໍາເນາະ ຫລາຍໃດ໋ ບ້ານເຮົາ. ສ່ວນຫລາຍມີແຕ່ຊາວໜຸ່ມແລ້ວ ເພິ່ນຈັບ."
ເວົ້າເຖິງການດື່ມເຫລົ້າ ແລະ ດື່ມເຄຶ່ອງດື່ມ ທີ່ມີທາດເຫລົ້າ ແລະຜົລຮ້າຍຂອງມັນ, ວຽງຈັນ ໃໝ່ ຣາຍງານວັນທີ 17 ກໍຣະກະດາ ທີ່ຜ່ານມາ ໂດຍອີງໃສ່ຂໍ້ມູນ ຂອງເວັບໄຊ onlinelibraly.wiley.com ວ່າ ການດື່ມເຄຶ່ອງດື່ມ ທີ່ມີທາດເຫລົ້າ ໃນປະຣິມານຫລາຍ ແລະ ດື່ມເປັນປະຈໍາ ຈະສົ່ງຜົລກະທົບຕໍ່ຫລາຍໆ ພາກສ່ວນຂອງຮ່າງກາຍ ແລະເລີ້ມຈາກ ສມອງໄປ... ຖ້າປະຣິມານເຫລົ້າ ໃນເລືອດຢູ່ໃນຣະດັບ 0,1% ຈະເຮັດໃຫ້ຜູ້ດື່ມ ມີຄວາມຄຶກ ຄັກ, ໃຈກ້າ; ຖ້າຢູ່ໃນ ຣະດັບ 0,25% ຫາ 0,3% ຈະເຮັດໃຫ້ຢາກນອນ, ຫລົງໜ້າຫລົງຫລັງ ແລະຖ້າມີຫລາຍກວ່ານັ້ນ ກໍຈະເຮັດໃຫ້ຮ່າງກາຍ ຂອງຜູ້ດື່ມ ຕົກຢູ່ໃນພາວະອັນຕະຣາຍ ແລະ ອາດເຖິງຕາຍໄດ້.
ພ້ອມກັນນັ້ນ ເຫລົ້າ ຍັງເຮັດໃຫ້ຄົນຂາດສານອາຫານ, ມີຜົລກະທົບກະຕຸ້ນປະສາດສ່ວນກາງຢູ່ບາງພາກ ສ່ວນຂອງສມອງ, ເຮັດໃຫ້ ຄວາມຂຸ້ນຂອງເລືອດ ເພິ່ມສູງຂຶ້ນ, ເມື່ອປະລິມານ ເຫລົ້າໃນເລືອດຫລາຍ ຈຸລັງ ຈະຖືກທໍາລາຍ, ມີຄວາມເປັນອັນຕະລາຍສູງ ເມື່ອເວລາຂັບຂີ່ ຍວດຍານພາຫະນະ ແລະໃນເວລາ ເຮັດວຽກ ເປັນຕົ້ນແມ່ນ ເຮັດວຽກກ່ຽວກັບກົນຈັກ.
ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງແຈ້ງເຕືອນ ໃຫ້ນັກດື່ມເຫລົ້າ ຮວມທັງຄົນທົ່ວໄປ ໃຫ້ຣະມັດຣະວັງ ໃນການດື່ມເຫລົ້າ ໃຫ້ດື່ມພໍດີພໍງາມ ຄືນຶ່ງ ຫລື ສອງຈອກນ້ອຍຕໍ່ມື້ ເພື່ອຊ່ອຍຫລຸດ ຜ່ອນເສັ້ນເລືອດຕັນ, ເພິ່ມກະແສໄຫລວຽນ ຂອງເສັ້ນເລືອດຫົວໃຈ, ຫລຸດຜ່ອນການປັ້ນ ຂອງເສັ້ນເລືອດຕັນ ເພື່ອສຸຂພາບ ແລະຊີວິດຍືນຍາວ, ຖ້າດື່ມຫລາຍ ກໍໃຫ້ດື່ມຈອກນ້ອຍນຶ່ງ ຫ່າງກັນນຶ່ງຊົ່ວໂມງ. ຖ້າວ່າຜູ້ໃດດື່ມເຫລົ້າ ເກີນນຶ່ງຈອກນ້ອຍ ຕໍ່ນຶ່ງຊົ່ວໂມງ, ຜູ້ນັ້ນຈະເມົາຫລາຍຂຶ້ນ ຕາມລໍາດັບ. ແລະ ຖ້າດື່ມເກີນປະຣິມານທີ່ວ່ານັ້ນ ແມ່ນເປັນອັນຕະຣາຍ ສໍາລັບ ຜູ້ດື່ມ.
ປົກກະຕິ ໃນມື້ນຶ່ງ ບໍ່ໃຫ້ດື່ມເຫລົ້າຂາວ ເກີນນຶ່ງຈອກນ້ອຍ, ເບັຍ 1 ແກ້ວນ້ອຍ - 330 ml. ຫລືເຫລົ້າ wine ນຶ່ງຈອກ.ການດື່ມເຫລົ້າ ດື່ມເບັຍ ດື່ມ wine ຫລາຍ ແລະດື່ມເປັນປະຈໍາ ເຮັດໃຫ້ຄົນເສັຍສຸຂພາບ. ຖ້າດື່ມເຫລົ້າຫລາຍ ແລະດື່ມເປັນປະຈໍາ ນອກຈາກຜົລຮ້າຍທີ່ ເວົ້າມານັ້ນແລ້ວ ກໍຈະເຮັດໃຫ້ມ້າມອັກເສບ, ຕັບອັກເສບ, ຕັບແຂງເປັນຕົ້ນຍ້ອນເຫຼົ້າ ເປັນທາດເບື່ອ ໂດຍກົງຕໍ່ຈຸລັງຕັບ, ຍິ່ງດື່ມເຫຼົ້າຫຼາຍ ເທົ່າໃດ ຈຸລັງຕັບກໍຍິ່ງຕາຍຫລາຍຂຶ້ນນໍາເທົ່ານັ້ນ ແລະຕັບກໍຈະຖືກຫຸ້ມແທນດ້ວຍໄຂມັນ. ເຖິງແມ່ນວ່າ ຈຸລັງຕັບຈະຟື້ນຄືນສະພາບ ແຕ່ມັນ ກໍມີຮອຍ ແລະເປັນຕັບແຂງ.
ການດື່ມເຫລົ້າຫລາຍ ທີ່ສະສົມມາເປັນເວລາ 20 ປີ-30 ປີ ເປັນສາເຫດສໍາຄັນ ທີ່ເຮັດໃຫ້ຄົນເປັນພະຍາດຕັບແຂງ. ຫາກຜູ້ໃດເປັນຕັບ ອັກເສບຕື່ມອີກ ພຍາດຕັບແຂງ ກໍຈະຂຍາຍໂຕ ໄວທີ່ສຸດ. ຜູ້ດື່ມເຄຶ່ອງດື່ມທີ່ມີທາດເຫລົ້າ ໃນປະຣິມານຫລາຍ ແລະດື່ມເປັນປະຈໍາ ມີຄວາມສ່ຽງຕໍ່ການ ເປັນພະຍາດສມອງເຊື່ອມ ແລະຖ້າດື່ມໄປດົນ ຈະເຮັດໃຫ້ສມອງຂາດໄວຕາມິນ ແລະສຸດທ້າຍກໍໄປເຖິງການ ເປັນສມອງເຊື່ອມ.
ດັ່ງນັ້ນ ຄົນປ່ວຍຈໍາພວກນີ້ ແມ່ນຕ້ອງການຄໍາປຶກສາຈາກທ່ານໝໍຫລາຍທີ່ສຸດ. ພຍາດຕັບແຂງນີ້ ເປັນສາເຫດທີ່ເຮັດໃຫ້ ຄວາມດັນສູງ ຢູ່ໃນເສັ້ນເລືອດ, ເຮັດໃຫ້ເສັ້ນເລືອດຕຶງ ແລະແຕກ ອັນເປັນສາເຫດ ເຮັດໃຫ້ເລືອດໄຫລ ໃນກະເພາະລໍາໄສ້, ເຮັດໃຫ້ cholesterol ສູງ, ຄວາມດັນເລືອດສູງ, ເຮັດໃຫ້ຫົວໃຈໃຫຍ່. ຖ້າດື່ມເຫລົ້າຫລາຍ ຈະເຮັດໃຫ້ຫົວໃຈເຕັ້ນ ຜິດປົກກະຕິ ແລະຖ້າດື່ມເຫລົ້າຫລາຍໆ ມັນສາມາດເຮັດໃຫ້ຄວາມຈື່ຈໍາບໍ່ດີ, ເສັ້ນເລືອດ ສມອງຕັນ ຫລື stroke ແລະເປັນພະຍາດເສັ້ນປະສາດ ສ່ວນປາຍນໍາດ້ວຍ.