ນະຄອນຫຼວງວຽງຈັນ ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ
2021.10.26
ສະພາບການຣະບາດ ຂອງເຊື້ອພະຍາດໂຄວິດ-19ໃນລາວ ມາເຖິງວັນທີ 26 ຕຸລາ 2021 ຍັງມີຜູ້ຕິດເຊື້ອເພີ່ມຂຶ້ນ ຢ່າງຕໍ່ເນື່ອງໂດຍສະເພາະແມ່ນໃນຊຸມຊົນ. ຄນະສະເພາະກິຈໄດ້ຣາຍງານວ່າ ນະຄອນຫຼວງວຽງຈັນ ຍັງມີຜູ້ຕິດເຊື້ອໃນຊຸມຊົນຫຼາຍກວ່າໝູ່ 337 ຄົນ ກວມເອົາ 44% ຂອງ ຈຳນວນຜູ້ຕິດເຊື້ອ 770 ຄົນ ທົ່ວປະເທດ. ດັ່ງເຈົ້າໜ້າທີ່ ຄນະສະເພາະກິຈ ຄວບຄຸມໂຄວິດ-19 ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ນັກຂ່າວວິທຍຸເອເຊັຽເສຣີໃນວັນທີ 26 ຕຸລາ 2021 ວ່າ:
“ແມ່ນຢູ່ ເຂົາເຈົ້າວ່າ ເຂົາເຈົ້າມາກັກໂຕໃນໂຮງງານ ແຕ່ໂຕຈິງມັນບໍ່ໄດ້ກັກໂຕແຫຼະ. ພະນັກງານກັມກອນ ບາງຄົນກັບປະຊາຊົນບໍ່ໃຫ້ຄວາມຮ່ວມມື ເຮົານີ້ແຫຼະ ມີຢູ່ ອັດປາກ, ອັດດັງ ແຕ່ບໍ່ຖືກວິທີ ແມ່ນຢູ່ດອກຈັບອັດດັງ ອອກໄປຕລາດຕລີ ຖອດອອກມາຍັດໃສ່ຖົງໂສງ ກັບເອົາມາໃສ່ສົບສືບຕໍ່ອີກ ມັນບໍ່ແມ່ນເດ້ ກິນເຂົ້າກໍປົດອອກ ກິນເຂົ້າແລ້ວຈັບມາໃສ່ຄືເກົ່າ ສ່ວນຫຼາຍໄປຄ້າ ໄປຂາຍ ຢູ່ເມືອງອື່ນ ຢູ່ບ່ອນອື່ນແລ້ວ ກັບມາຫາຄອບຄົວ ຈາກຕລາດບຶງທາດຫຼວງບໍ່, ຕລາດສົດບໍ່ ກໍແມ່ນຈຳນວນແມ່ຄ້າ ຕລາດນີ້ໝົດສ່ວນຫຼາຍ.”
ທ່ານໄດ້ກ່າວຕື່ມວ່າ ນະຄອນຫຼວງວຽງຈັນ ໄດ້ສັກວັກຊີນໄປແລ້ວ ພ້ອມທັງປະຊາຊົນ ທຸກພາກສ່ວນ ໄດ້ປະຕິບັດມາຕການ ປ້ອງກັນຕາມທີີ່ທາງການ ໄດ້ໂຄສະນາປະຊາສຳພັນ ໃຫ້ຢ່າງເຂັ້ມງວດ.
ເມືອງໄຊທານີ ແມ່ນອີກເມືອງນຶ່ງ ທີ່ມີການຕິດເຊື້ອໃນຊຸມຊົນ ເພີ່ມຂຶ້ນຕໍ່ເນື່ອງເຖິງວ່າ ປະຊາຊົນພາຍໃນເມືອງຈະໄດ້ສັກວັກຊີນປ້ອງກັນໂຄວິດ-19 ໄປແລ້ວ ແຕ່ສະພາບການຣະບາດ ໃນຊຸມຊົນກໍຍັງໜ້າເປັນຫ່ວງ. ດັ່ງເຈົ້າໜ້າທີ່ ຄນະສະເພາະກິຈຄວບຄຸມໂຄວິດ-19 ເມືອງ ໄຊທານີ ນະຄອນຫຼວງວຽງຈັນໄດ້ກ່າວວ່າ:
“ແມ່ນເມືອງໄຊທານີຫຼາຍ ມັນກໍຍ້ອນວ່າ ເມືອງເຮົາມັນໃຫຍ່ ປະຊາກອນຫຼາຍ ມັນກໍຍັງຕິດຢູ່ ຕິດໄດ້ຍ້ອນຫຍັງ ເພາະວ່າເຊື້ອນີ້ເຂົາຮ້ອງວ່າເຊື້ອເດລຕ້າເດ້ ມັນແຮງ ມັນໄວ ສັກຢານີ້ມັນໝາຍຄວາມວ່າ ມັນບໍ່ແມ່ນສັກຢາກັນໂຄວິດ-19 ສັກຢາເພື່ອວ່າຫຍັງ ສ້າງພູມຄຸ້ມກັນ ຄວາມອັນຕລາຍ ຄວາມສ່ຽງ ມັນບໍ່ມີເວົ້າເຣື່ອງ ການລົງປອດລົງຫຍັງ ມັນບໍ່ມີເດ້.”
ສະພາບການຣະບາດ ໃນນະຄອນຫຼວງວຽງຈັນ ຖືວ່າຮຸນແຮງຫຼາຍ ຕາມການປະເມີນເຫດການ ຂອງຄນະສະເພາະກິຈຂັ້ນສູງກາງ ໃນໄລຍະ ເດືອນຕຸລາ ທີ່ຜ່ານມານັ້ນພົບວ່າ ຍອດຜູ້ຕິດເຊື້ອ ໃນຊຸມຊົນບໍ່ມີທ່າທີ່ຫຼຸດລົງ. ສາເຫດກ່ອນໜ້ານັ້ນ ທາງການໄດ້ມີ ມາຕການຜ່ອນຜັນ ໃຫ້ໂຮງຈັກໂຮງງານ ກັບມາເປີດຜລິດໄດ້ຕາມປົກກະຕິ. ພາຍຫຼັງທີ່ກັມກອນ ໄດ້ສັກວັກຊີນໄປແລ້ວ. ແຕ່ການຕິດເຊື້ອ ໃນເດືອນກັນຍາທີ່ຜ່ານມາ ທີ່ໂຮງງານຕັດຫຍິບອາລພີລາວ ກໍເປັນຕົ້ນເຫດທີ່ເຮັດໃຫ້ ຫຼາຍໂຮງງານມີການຕິດເຊື້ອ ແລະແຜ່ອອກມາຊູ່ຊຸມຊົນຈົນເຖິງປັຈຈຸບັນນີ້.
ຕລາດກໍເປັນອີກຈຸດນຶ່ງ ທີ່ມີຜູ້ຕິດເຊື້ອໂຄວິດ-19, ຕລາດຫຼາຍແຫ່ງໃນນະຄອນ ຫຼວງວຽງຈັນຕ້ອງໄດ້ປິດຊົ່ວຄາວ. ດັ່ງປະຊາຊົນຢູ່ເຂດບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໄດ້ກ່າວວ່າກໍຣະມັດ ຣະວັງຄືກັນເວລາໄປຕລາດຊື້ຂອງກີນ.
“ສຳຄັນລະແມ່ນເພິ່ນໄປຕລາດຫັ້ນແຫຼະ ແລ້ວກໍມີການສຳພັດ ເຣື່ອງທາງຖືເຄື່ອງຖື ຂອງເປັນຄຳນີ້ແຫຼະເຂົາສີດແຫຼະເນາະເງິນນ່າ ມັນປຽກ ມັນຊຸ່ມ ມັນກໍແຮງແຫຼະເນາະ ມັນກໍມີຄວາມຊຸ່ມຊື່ນຫັ້ນນ່າ ກໍຍ້ອນມັນເປັນແນວນັ້ນ ອັນນີ້ກໍບໍ່ໄດ້ວ່າຫຍັງດອກ.”
ປະຊາຊົນຜູ້ນີ້ໄດ້ກ່າວຕື່ມວ່າ ສ່ວນຢູ່ພາຍໃນບ້ານເຂດດອນດູ່ຕາມການຣາຍງານກໍມີຜູ້ຕິດເຊື້ອພຽງ 1 ຄົນ ແຕ່ກໍມີການປິດບາງຈຸດ ໂດຍສະເພາະແມ່ນເຂດ ມີຜູ້ຕິດເຊື້ອແລະກຸ່ມສ່ຽງທີ່ໄດສຳພັດ. ປັຈຈຸບັນອຳນາດ ການປົກຄອງບ້ານ ໄດ້ຈັດກຳລັງເພື່ອປະຊາສຳພັນ ໃຫ້ລູກບ້ານປ້ອງກັນໂຕເອງ.
ສ່ວນປະຊາຊົນຢູ່ບ້ານ ໂພສີ ເມືອງນາຊາຍທອງ ກ່າວວ່າບໍ່ໄດ້ອອກຈາກເຮືອນໄປໃສ ຍ້ອນວ່າໃນເຂດບ້ານຕົນ ພົບຜູ້ຕິດເຊື້ອໂຄວິດ-19 ເຖິງສາມຄົນ.
“ໂອຢ້ານຈົນຮອດບໍ່ອອກ ບໍ່ເຂົ້າບ້ານ ແຕ່ໄດ້ຍີນຂ່າວວ່າ ຄອບຄົວນັ້ນເປັນຄົນເຜົ່າມົ້ງນ່າ ເຂົາເຈົ້າເປັນ,ຢ້ານວ່າເຂົາເຈົ້າໄປຫຼັກ 52, ບ້ານເຮົາກໍປ້ອງກັນ ດີກວ່າ ບໍ່ຖືເບົາເດ້ໄປໃສກໍໃສ່ຜ້າອັດປາກ.”
ສະຖານະການ ທາງແຂວງສວັນນະເຂດ ກໍເຣີ່ມຜ່ອນລົງມາຮອດ ວັນທີ 26 ຕຸລາ 2021 ຢູ່ໃນສູນປີ່ນປົວພາຍໃນໂຮງໝໍ ພາກສນາມຂອງແຂວງ ຍັງເຫຼືອພຽງ 273 ຄົນ ຈາກທັງໝົດ 7,522 ຄົນ. ປັຈຈຸບັນໂຮງໝໍພາກສນາມ ໄດ້ປິດໄປແລ້ວ 3 ແຫ່ງ ຍັງເຫຼືອພຽງແຫ່ງດຽວ ຢູ່ຫຼັກ 9. ດັ່ງເຈົ້າໜ້າທີ່ ຄນະສະເພາະກິຈຄວບຄຸມໂຄວິດ-19 ແຂວງສວັນນະເຂດໄດ້ກ່າວວ່າ.
“ມັນໂລ່ງໃຈອີຫຼີເດ້ ແຕ່ຄືວ່າມາຕການກໍຍັງຄືເກົ່າ ຫຼາຍພາກສ່ວນກໍປະກອບສ່ວນເນາະ ນັບແຕ່ປະຊາຊົນຫັ້ນແຫຼະ ເຂົາເຈົ້າກໍຮ່ວມມືເດ ຂນາດວ່າເພິ່ນເປີດແລ້ວເນາະ ເປີດໃຫ້ໃຊ້ຊີວິດ ປົກກະຕິດຫຼາຍຂື້ນຫັ້ນນ່າ ເຂົາເຈົ້າກໍຮູ້ຣະວັງໂຕຢູ່ເດ້.”
ຄນະສະເພາະກິຈຄວບຄຸມໂຄວິດ-19 ໄດ້ຣາຍງານປະຈຳວັນທີ 26 ຕຸລາ 2021 ວ່າ ມີຜູ້ຕິດເຊື້ອໃໝ່ 770 ຄົນ, ໃນນີ້ນະຄອນຫຼວງວຽງຈັນ ຕິດເຊື້ອອັນດັບນຶ່ງ, ຮອງລົງມາ ແຂວງຫຼວງພຣະບາງ, ແຂວງວຽງຈັນ. ປັຈຈຸບັນມີຜູ້ຕິດເຊື້ອສະສົມທັງໝົດ 37,018 ຄົນ, ປີ່ນປົວເຊົາ 497 ຄົນ, ເສັຽຊີວິດໃໝ່ 3 ຄົນ, ຍອດເສັຽຊີວິດສະສົມ 56 ຄົນ.