ຣົຖພ່ວງ ຕຳກັບຣົຖເມ ເສັຽຊີວິດ 8 ຄົນ ຢູ່ແຂວງບໍຣິຄຳໄຊ

0:00 / 0:00

ໃນເວລາປະມານ 16.00 ໂມງແລງ ຂອງວັນທີ 1 ພຶສພາ 2023 ທີ່ຜ່ານມາ, ເກີດອຸປະຕິເຫດ ຣົຖພ່ວງ ຕຳກັບຣົຖເມ ທີ່ແລ່ນມາຈາກ ແຂວງສວັນນະເຂດ ມຸ່ງໜ້າສູ່ນະຄອນຫຼວງວຽງຈັນ ຢູ່ທາງຫຼວງ ເລກ13 ໃຕ້ ໃກ້ກັບໂຮງຮຽນມັທຍົມ ຕອນປາຍນາໄຊ ບ້ານນາໄຊ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ, ເປັນເຫດໃຫ້ມີຜູ້ເສັຽຊີວິດ 8 ຄົນ ແລະມີຜູ້ບາດເຈັບ ຫຼາຍກວ່າ 20 ຄົນ.

ເຊິ່ງທາງເຈົ້າໜ້າທີ່ ກູ້ໄພໄດ້ເຂົ້າມາເກັບສົບຜູ້ເສັຽຊີວິດ ພ້ອມທັງນຳສົ່ງຜູ້ບາດເຈັບ ໄປໂຮງໝໍເມືອງປາກງື່ມ ແລະໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ແລະຈັດການຍົກຣົຖ ອອກຈາກພື້ນທີ່ສັນຈອນ ຈົນສຳເຣັດ ໃນເວລາປະມານທ່ຽງຄືນ ຈຶ່ງໄດ້ເປີດການສັນຈອນ ຕາມປົກກະຕິ, ທາງດ້ານ ເຈົ້າໜ້າທີ່ຕຳຣວດ ເມືອງທ່າພຣະບາດ ກໍ່ກຳລັງຢູ່ໃນລະວ່າງ ການເກັບກຳຂໍ້ມູນ ຂອງອຸປະຕິເຫດເທື່ອນີ້ ເພື່ອສລຸບສາເຫດ ທີ່ແທ້ຈິງຂອງອຸປະຕິເຫດດັງກ່າວ ຕໍ່ໄປ. ກ່ຽວກັບເລື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມຊາວບ້ານ ຜູ້ສັງເກດການ ນາງນຶ່ງ ເວົ້າວ່າ ສາເຫດໃນເບື້ອງຕົ້ນ ຂອງອຸປະຕິເຫດດັງກ່າວ ຈາກຄຳເວົ້າ ຂອງຊາວບ້ານ ຜູ້ເຫັນເຫດການລະບຸວ່າ ແມ່ນເກີດຈາກ ຣົຖພ່ວງ ແລ່ນແຊງຣົຖນ້ອຍ ມາດ້ວຍຄວາມໄວແຕ່ບໍ່ຫວິດ ຍ້ອນທາງແຄບ ແລະຕຳກັບຣົຖເມ ທີ່ແລ່ນສວນທາງມາ.
"ແມ່ນລະ (ເຂົ້າໄປເບິ່ງ) ຕອນເຂົາເຈົ້າກຳລັງເກັບກູ້. ຕາມທີ່ຮູ້ມາກະວ່າຣົຖພ່ວງຫັ້ນ ແຊງຣົຖນ້ອຍ ແລ້ວບໍ່ຫວິດ. ຕ່າງຄົນກະຕ່າງໄວ ຕ່າງແຮງກັນ ຫັ້ນແຫຼະ. ຄັນບໍ່ແຮງກະບໍ່ມີຄົນຕາຍຫຼາຍ ປານນັ້ນຕິບໍ່?"

ທາງດ້ານ ຊາວບ້ານ ຜູ້ສັງເກດການ ອີກນາງນຶ່ງ ເວົ້າວ່າ ລັກສະນະຂອງທາງ ບໍ່ໄດ້ເປ່ເພ ພຽງແຕ່ວ່າທາງແຄບ, ໂດຍລະວ່າງນັ້ນນາງຂີ່ຣົຖ ໄປເຫັນເຫດການ ພໍດີຈຶ່ງໄດປະກອບສ່ວນເຂົ້າໄປ ໃຫ້ການຊ່ອຍເຫຼືອ ຜູ້ທີ່ເຈັບເປັນເລັກນ້ອຍ ໄປສົ່ງຢູ່ໂຮງໝໍເມືອງປາກງື່ມ ລະຫວ່າງລໍຖ້າ ເຈົ້າໜ້າທີ່ກູ້ໄພ ເດີນທາງມາ.
"ແມ່ນໆ ໄປພໍດີ. ທາງແຄບ, ແມ່ນ! ທາງກໍ່ຊື່ມັນບໍ່ໄດ້ຄົດລ້ຽວອິຫຍັງ. ເອົາຄົນເຈັບໄປສົ່ງ ຢູ່ໂຮງໝໍຫັ້ນ 6ຄົນ. ກະເອົາຣົຖເຈົ້າໜ້າທີ່ (ຕຳຣວດ) ຫັ້ນຂໍຄວາມຊອບເຫຼືອນຳ ເຂົາເຈົ້າ ເອົາໄປ 2 ຄັນໄປໂຮງໝໍເມືອງປາກງື່ມເຈົ້າ."

ຊາວບ້ານນາງນີ້ ກ່າວຕໍ່ວ່າ ຣົຖພ່ວງ ເປັນຣົຖເປົ່າບໍ່ໄດ້ບັນທຸກເຄື່ອງຂອງມາ ຈຶ່ງແລ່ນມາດ້ວຍຄວາມໄວ, ໃນຂະນະທີ່ຣົຖເມ ມີຜູ້ໂດຍສານຢູ່ເຕັມຣົຖ ເຊິ່ງມີຜູ້ທີ່ຕ້ອງໄດ້ນັ່ງຕັ່ງເສີມ ນຳດ້ວຍ ເຮັດໃຫ້ເກີດຄວາມສ່ຽງອັນຕະຣາຍ ແກ່ຜູ້ໂດຍສານ ຕື່ມອີກ.

ທາງດ້ານ ເຈົ້າໜ້າທີ່ກູ້ໄພ ຜູ້ນຶ່ງ ເຊິ່ງບໍ່ປະສົງອອກຊື່ ລະບຸວ່າ ໜ່ວຍກູ້ໄພຂອງເຂົາເຈົ້າ ໄປຮອດຈຸດເກີດເຫດ ພາຍໃນ 30 ນາທີ ແລະກໍ່ໄດ້ໃຫ້ການຊ່ອຍເຫຼືອ ຄົນເຈັບໃນທັນທີ ແຕ່ວ່າຕ້ອງໄດ້ລໍຖ້າ ຣົຖກູ້ໄພ ຈາກຕົວເມືອງ ນະຄອນຫຼວງວຽງຈັນ ເຂົ້າມາສົບທົບຕື່ມ ເພື່ອເກັບກູ້ສົບ ຂອງຜູ້ເສັຽຊີວິດ ທີ່ຕິດຢູ່ໃນຊາກຣົຖ.

ດັງທີ່ທ່ານກ່າວວ່າ:
"ສຳລັບກູ້ໄພ ຂອງເຮົານີ້ແມ່ນໃຊ້ເວລາ ພຽງແຕ່ 30ນາທີ ຮອດຈຸດເກີດເຫດ, ແຕ່ຖ້າກູ້ໄພ ເດີນທາງມາຈາກນະຄອນຫຼວງ ຈະໃຊ້ເວລາ 1 ຊົ່ວໂມງ ຫາ 1ຊົ່ວໂມງເຄິ່ງ. ເຄລັຍ ພື້ນທີ່ ໃນເບື້ອງຕົ້ນນີ້ ສຳລັບສົບນີ້ແມ່ນສາມາດ ເອົາອອກໄດ້ເບິດ ໃຊ້ເວລາຕັ້ງແຕ່ເກີດເຫດ ຈົນເຖິງທ່ຽງຄືນນໍ."

ເຈົ້າໜ້າທີ່ກູ້ໄພຜູ້ນີ້ ກ່າວຕື່ມວ່າການ ລຳລຽງຜູ້ບາດເຈັບ ແມ່ນໄດ້ສົ່ງໄປຢູ່ໂຮງໝໍເມືອງປາກງື່ມ ເພື່ອປິ່ນປົວຄົນເຈັບເບື້ອງຕົ້ນ ແລະສຳລັບຜູ້ທີ່ເຈັບເປັນໜັກ ກໍ່ໄດ້ປະສານ ໃຫ້ຣົຖກູ້ໄພ ຈາກນະຄອນຫຼວງວຽງຈັນມາຮັບໄປປິ່ນປົວ ຢູ່ໂຮງໝໍມິດຕະພາບ 150 ຕຽງ ຕໍ່ໄປ.
ນອກຈາກນີ້ແລ້ວ, ລາວໄດ້ລະບຸວ່າ ມີຣົຖຂອງຊາວບ້ານ ທີ່ຂັບຂີ່ກາຍມາ ໄດ້ຊ່ອຍເຫຼືອ ໃນການສົ່ງຄົນເຈັບໄປໂຮງໝໍນຳດ້ວຍ.
"ສ່ວນຜູ້ບາດເຈັບ ແມ່ນເຮົາສາມາດລຳລຽງໄດ້ຕັ້ງ ແຕ່ນະເວລາທີ່ເຮົາຮອດຈຸດເກີດເຫດເລີຍ. ເຮົາໄປສົ່ງໂຮງໝໍປາກງື່ມກ່ອນ ຫຼັງຈາກເຮົາສົ່ງໂຮງໝໍປາກງື່ມແລ້ວ ລະເຮົາໄດ້ປະສານເອົາຣົຖພະຍາບານ ຈາກທີມກູ້ໄພ ຈາກນະຄອນຫຼວງ ແລ່ນມາເອົາຄົນເຈັບ ຈາກໂຮງໝໍເມືອງປາກງື່ມຫັ້ນ ສົ່ງຂຶ້ນນະຄອນຫຼວງ ແມ່ນລະໂຮງໝໍມິດຕະພາບ ຮອງຮັບ. ເຮົາຈະໄດ້ອອກໄປ ເຄບັຍ ພື້ນທີ່ຢູ່ຈຸດເກີດເຫດອີກ, ແລະກະມີຣົຖພົລເມືອງ ເພິ່ນສົ່ງຊ່ອຍແນຫັ້ນນ່າ."ເຈົ້າໜ້າທີ່ກູ້ໄພຜູ້ນີ້ ກ່າວຕໍ່ວ່າ ຢາກໃຫ້ຜູ້ມີຈິດສັດທາ ໃຫ້ການບໍຣິຈາກ ອຸປະກອນຈຳເປັນ
ສຳລັບການກູ້ໄພ ໂດຍສະເພາະ ອຸປະກອນຕັດຖ່າງຣົຖ ໃຫ້ໜ່ວຍກູ້ໄພ ຂອງເຂົາເຈົ້າໂດຍກົງ ເພື່ອທີ່ຈະໄດ້ຊ່ອຍເຫຼືອ ຜູ້ປະສົບເຫດ ໄດ້ຢ່າງໄວວາ ແລະຫຼຸດຜ່ອນຈຳນວນ ການເສັຽຊີວິດ ຂອງຜູ້ປະສົບເຫດນຳອີກ. ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽ ເສຣີ ພະຍາຍາມຕິດຕໍ່ເຈົ້າໜ້າທີ່ ຕຳຣວດຈະຣາຈອນ ປກສ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ແຕ່ຍັງບໍ່ທັນສະດວກໃຫ້ຂໍ້ມູນ.

ທາງຫຼວງໝາຍເລຂ 13 ໃຕ້ ເປັນທາງຫຼວງ ສາຍສຳຄັນທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ກັບບັນດາແຂວງພາກກາງ ແລະພາກໃຕ້ ຂອງລາວ, ແຕ່ວ່າທາງຫຼວງດັງກ່າວ ຍັງມີຄວາມຄັບແຄບ ບໍ່ເໝາະສົມກັບປະຣິມານຣົຖ ທີ່ຫຼາຍຂຶ້ນ, ອີກທັງ ຫຼາຍໄລຍະ ມີສະພາບເປ່ເພ ແລະການສ້ອມແປງ ມີຄວາມຫຼ້າຊ້າ ແລະບໍ່ທັນໄດ້ຄຸນນະພາບ ເຊິ່ງວິທຍຸ ເອເຊັຽ ເສຣີ ເຄີຍຕິດຕາມປະເດັນ ການສ້ອມແປງທາງຫຼວງ ດັງກ່າວ ໃນທ້າຍປີ 2022 ທີ່ຜ່ານມາ. ນອກຈາກນີ້ແລ້ວ, ຜູ້ຂັບຂີ່ຣົຖໃຫຍ່ ມັກໃຊ້ຄວາມໄວ ທັງທີ່ຂນາດ ແລະສະພາບ ຂອງທາງບໍ່ໄດ້ເອື້ອອຳນວ ຍປານໃດ ເຮັດໃຫ້ເກີດມີອຸປະຕິເຫດ ລັກສະນະດັງກ່າວ ຢູ່ເລື້ອຍໆ.