ຄົນຈີນລັກລອບ ເຂົ້າ-ອອກ ໃນໄລຍະລ໊ອກດາວ

0:00 / 0:00

ແຂວງຫຼວງນໍ້າທາ ຍັງມີຄົນຈີນ ລັກລອບເຂົ້າມາ ເປັນປະຈຳ ຕາມການ ສັງລວມຂອງ ເຈົ້າໜ້າທີ່ນັບແຕ່ເດືອນ ເມສາ ຂອງປີນີ້ ເປັນຕົ້ນມາສາມາດ ກັກໂຕຜູ້ລັກລອບ ເຂົ້າມາ ໄດ້ປະມານ 60 ຄົນ. ໂດຍສ່ວນຫຼາຍແມ່ນ ເດີນທາງ ມາແຕ່ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເພື່ອເດີນ ທາງກັບຄືນ ປະເທດຈີນ ໃນໄລຍະ ທີ່ມີການ ຣະບາດ ຂອງເຊື້ອ ໂຄວິດ-19 ເພີ່ມຂື້ນ ເລື້ອຍໆ. ໂດຍມີນາຍໜ້າ ຊາວຈີນ ມາຮັບຈ້າງນຳກັບ ປະເທດແບບ ຜິດກົດໝາຍ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 1 ຕຸລາ ນີ້ວ່າ:
" ສ່ວນຫຼາຍ ແມ່ນເຂົາເຈົ້າ ມາແຕ່ ສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ຫັ້ນເນາະ ມີ ປະມານຈັກ 60 ກວ່າ ແລ້ວບໍ່ທີ່ເຮັດກັກກັນ ໄດ້ແຕ່ເດຶືອນ 4 ມາເດ້. ເຂົາຢາກ ກັບຄືນປະເທດ ສ່ວນຫຼາຍມີນາຍໜ້າ ຈະສົ່ງກັບຈີນຫັ້ນນ່າ ເອົາພາສປອຣ໌ດ ເຂົາເຈົ້າມ້ຽນ ຮຽກຮ້ອງເອົາເງິນ ເຂົາເຈົ້າຫຼາຍໂພດ ຄ່າໂຕແພງໂພດບໍ່ ສາມາດຈະມີເງິນຈ່າຍ ໄດ້ເຂົາເຈົ້າກໍ ໂຕນໜີກໍ ເປັນວ່າຄົນເຂົ້າເມືອງຜິດກົດໝາຍເພາະວ່າເຂົາເຈົ້າບໍ່ມີພາສປອດ. "

ທ່ານໄດ້ກ່າວຕື່ມວ່າ ຄົນຈີນລັກລອບ ເຂົ້າເທື່ອລະນ້ອຍ ແລະ ຍັງມີຈຳນວນນຶ່ງ ຈັບບໍ່ໄດ້ບາງ ຄົນກໍກວດພົບເຊື້ອໂຄວິດ-19 ເຈົ້າໜ້າທີ່ ຕ້ອງໄດ້ນຳໄປກັກໂຕ ຈາກນັ້ນ ກໍສົ່ງກັບຄືນປະເທດ. ສຳລັບຜູ້ບໍ່ມີໃບອະນຸ ຍາດຖືກຕ້ອງ ກ່ອນຈະສົ່ງກັບ ກໍຕ້ອງຖືກເຈົ້າໜ້າທີ່ ປັບໄໝຕາມກົດໝາຍ. ສ່ວນນາຍໜ້າ ທີ່ລັກລອບເອົາຄົນຈີນເຂົ້າ-ອອກ ແບບຜິດກົດໝາຍ ເຈົ້າໜ້າທີ ກຳລັງສືບຫາຢູ່.

ຜ່ານມາເຈົ້າໜ້າທີ່ ແຂວງບໍ່ແກ້ວກໍໄດ້ ກວດກາລາດຕາເວນ ຕາມຊາຍແດນ ຢ່າງເຂັ້ມງວດ. ຍ້ອນວ່າເຂດນີ້ ມີດ່ານທັມມະຊາດຫຼາຍ. ໂດຍນາຍໜ້າ ແລະ ກຸ່ມຄົນຈີນ ທີ່ຕ້ອງການກັບ ປະເທດກໍອາສັຍຊ່ອງ ທາງທັມມະຊາດ ລັກລອບເຂົ້າ ແຂວງຫຼວງນໍ້າທາ ແບບຜິດກົດໝາຍ. ດັ່ງເຈົ້າໜ້າທີ່ແຂວງບໍ່ແກ້ວໄດ້ກ່າວວ່າ:
" ບາງຄົນ ເຂົາເຈົ້າ ກໍຍ່າງລັດພຸ້ນ ລັດພີ້ ຕາມຊາຍແດນ ມັນມີ ອ້າຍນ້ອງເຮົາ ປະຈຳແຕ່ລະບ່ອນ ແຕ່ລະບ່ອນ ເນາະ ປານນັ້ນເຂົາ ກໍຍັງລັກລອບ ເມືອເລີຍ ລັກລົມກັນເທື່ອ 5 ເທື່ອລະ 10 ເຈົ້າໜ້າທີ່ ຈັບໄດ້ເອົາກັບຄືນມາ ມັນເປັນແນວນນັ້ນນ່າ. "

ກ່ຽວກັບ ເຣື່ອງນີ້ ທີ່ຜ່ານມາຊາວບ້ານ ໃນແຂວງບໍ່ແກ້ວ ກໍເຄີຍເຫັນເຈົ້າໜ້າທີ່ ໄລ່ຈັບຄົນຈີນ ກຳລັງລັກ ລອບອອກຈາກ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ. ຊາວບ້ານໃນແຂວງບໍ່ແກ້ວກ່າວວ່າ:
" ກໍມີຢູ່ ເຈົ້າລັກລອບອອກນ່າ ກໍມີເທື່ອນຶ່ງ ຕອນໄປສົ່ງຊີ້ນໝູ ໃຫ້ເຂົາເຈົ້ານ່າ ພໍດີໄປຖ້າ ເຂົາເຈົ້າຢູ່ບ່ອນດ່ານນ່າ ເຂົາເຈົ້າໄລ່ມາ ຄົນຈີນມາຄົນນຶ່ງ ເຄື່ອງມັນປ່ຽນໝົດນ່າ ມັນລັກອອກມາກໍຢ້ານຢູ່ ແຖວໂຕເມືອງຕົ້ນເຜີ້ງ ກໍຕິດເພີ່ມອີກແລ້ວ. "

ເຊັ່ນດຽວກັນກັບ ຊາວບ້ານ ໃນແຂວງຫຼວງນໍ້າທາ ນັກຂ່າວໄດ້ສອບຖາມ ຊາວບ້ານເຂດຊາຍແດນ ກໍພົບວ່າເຫັນຄົນຈີນ ລັກລອບເຂົ້າ ເມືອງ ແລະ ມີເຈົ້າໜ້າທີ່ຈັບໄດ້. ກໍຣະນີນີ້ເຮັດ ໃຫ້ຊາວບ້ານ ແຕກຕື່ນຍ້ອນ ຢ້ານເຂົ້າເອົາ ເຊື້ອໂຄວິດ-19 ມາຣະບາດ.
" ເຂົາ ລັກມານີ້ ເຂົາຊອກເຫັນ ນີ້ກໍໄດ້ຍ່າງເຂົ້າທາງ ປ່າທາງພຸ້ນເນາະ ບາງຄົນກໍ ມາລີ້ມາຊ້ອນ ຢູ່ຫັ້ນເດ ເຂົາກໍ ຍັງເຂັ້ມງວດຢູ່ ຜູ້ໃດບໍ່ຮູ້ເທົ່າ ເຖີງການເຂົາກໍຢ້ານ. "

ສະພາບການ ຣະບາດຂອງ ເຊື້ອໂຄວິດ-19 ຍັງຄົງ ເພີ່ມຂື້ນ ຫຼ້າສຸດຫ້ອງວ່າການ ສຳນັກງານ ຍົກຣັຖມົນຕຣີ ໄດ້ອອກແຈ້ງການ ສືບຕໍ່ມາຕການລ໊ອກດ໋າວອີກ 15 ວັນ ນັບແຕ່ວັນທີ 1 ເດືອນຕຸລາ ຫາ 15 ເດືອນຕຸລາ ໂດຍມາຕການ ລ໊ອກດ໋າວ ນີ້ໃຫ້ປະຕິບັດມາຕການ ຄືກັບເມື່ອລ໊ອກດ໋າວຂອງ 15 ວັນ ຜ່ານມາ. ຍານາງ ພິບພະກອນ ຈັນທະວົງສາ ຮອງຣັຖມົນ ຕຣີ ຮອງຫົວຫົວໜ້າ ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ໄດ້ຖແລງຕໍ່ສື່ ໃນວັນທີ 30 ຕຸລາ ບາງຕອນວ່າ:
" ສືບຕໍ່ປິດ ກິຈການຮ້ານບັນເທີງ ໂຮງສາຍຮູບເງົາ ຮ້ານສະປາ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຮ້ານອິນເຕີເນັດ ຮ້ານສະນຸກເກີ້ ກາຊິໂນ ແລະ ຮ້ານເກມທຸກ ປະເພດຫ້າມເປີດ ຮ້ານນວດ ຮ້ານເສີມຄວາມງາມ ຮ້ານຕັດຜົມ ຮ້ານເສີມສວຍ ຕລາດກາງຄືນ ສວນອາຫານ ແລະ ສະຖານທີ່ ທ່ອງທ່ຽວຢູ່ເຂດທີ່ມີການຣະບາດໃນຊຸມຊົນ. "

ຣາຍງານ ຂອງຄນະສະເພາະກິຈ ປະຈຳວັນທີ 1 ເດືອນ ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ 464 ຄົນ. ຕິດເຊື້ອໃນຊຸມຊົນ 437 ຄົນ ແລະ ກໍຣະນີນຳເຂົ້າ 27 ຄົນ. ຜ່ານຈາກການກວດຫາ ເຊື້ອໂຄວິດ-19 ຂອງວັນທີ 30 ກັນຍາ ຈຳນວນ 6,393 ຄົນ. ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດ ກະຊວງສາທາຣະນະສຸກ ໄດ້ຖແລງຕໍ່ສື່ ໃນວັນທີ 1 ຕຸລາ ວ່າ:
" ພວກເຮົາ ກວດທັງໝົດ 6,393 ຄົນ ການຕິດເຊື້ອ ໃນຊຸມຊົນຫັ້ນ ມີທັງໝົດ 437 ຄົນ ມື້ນີ້ ພວກເຮົາມີຣາຍງານ ການເສັຽຊີວິດໃໝ່ 1 ກໍຣະນີ ເຊິ່ງມີຣາຍງານມາ ຈາກ ແຂວງສວັນນະເຂດ. "

ຕາມການ ຖແລງມີຜູ້ ເສັຽຊີວິດໃໝ່ 1 ຄົນ ເປັນເພດຊາຍ ອາຍຸ 48 ປີ ຢູ່ບ້ານໂພນສວ່າງໃຕ້ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ຊຶ່ງເສັຽຊີວິດ ໃນວັນທີ 30 ກັນຍາ ຜ່ານມາ. ເຊີ່ງການເສັຽ ຊີວິດນັ້ນແມ່ນ ເສັຽຊີວິດຢູ່ໂຮງໝໍ ທາງຄອບຄົວ ໄດ້ນຳເອົາ ສົບຜູ້ກ່ຽວມາຄົບງັນ ຢູ່ເຮືອນໄດ້ມື້ນຶ່ງ. ຜົລກວດ ຈຶຶ່ງຮູ້ຕາມພາຍຫຼັງ ວ່າຜູ້ກ່ຽວຕິດເຊື້ອໂຄວິດ-19 ແລະ ເສັຽຊີວິດຍ້ອນ ໂຄວິດ-19.

ປັຈຈຸບັນ ມີຜູ້ຕິດເຊື້ອ ສະສົມທັງໝົດ 24,310 ຄົນ ຈາກການ ໄດ້ຮັບການກວດຫາ ເຊື້ອທັງ ໝົດ 586,189 ຄົນ, ປີ່ນປົວເຊົາ ແລ້ວ 18,600 ຄົນ ກຳລັງປີ່ນປົວ 5,501 ຄົນ ແລະ ເສັຽຊີວິດສະສົມ 20 ຄົນ. ສ່ວນການ ສັກວັກຊີນມາຮອດ ວັນທີ 1 ຕຸລາ, ເຂັມທີ 1 ສັກໄປແລ້ວ 2,983,763 ຄົນ ແລະ ສັກເຂັມທີ 2 ໄປແລ້ວ 2,080,368 ຄົນ.