ໃນວັນທີ 30 ມົກກະຣາ 2023 ທີ່ຜ່ານມາສື່ສັງຄົມອ໋ອນລາຍ໌ ໄດ້ຮ່ວມກັນສະແດງຄວາມຄິດເຫັນ ແລະແບ່ງປັນວິດີໂອຄລິບເປັນຈຳນວນຫລວງຫລາຍ ກ່ຽວກັບພະນັກງານ ຂອງບໍຣິສັດຈີນ ຊື່ວ່າ ບໍຣິສັດ ຢຸນນານວັນເວ ພະລັງງານຈຳກັດ ທີ່ໄດ້ລົງທຶນສັມປະທານ ທີ່ດິນຂອງພາກຣັຖ ແລະ ປະຊາຊົນຈຳນວນຫລາຍເຮັກຕ້າຣ໌ ເພື່ອຂຸດຄົ້ນແຮ່ຊະນິດນຶ່ງ ຢູ່ບ້ານແຊວລີສູ່ ເມືອງຍອດອູ ແຂວງຜົ້ງສາລີແລ້ວໄດ້ໃຊ້ອາວຸດປືນຍິງນາບຂູ່ ຢ່າງໜ້ອຍ 2 ນັດ ທັງຈະໃຊ້ຫິນແກ່ວງໃສ່ຊາວບ້ານ, ໃຊ້ພ້າຟັນໝາກພ້າວ ຍົກໃສ່ແບບຂົ່ມຂູ່ ແລະສຸດທ້າຍ ລົງມືຕີຊາວບ້ານ ຊົນເຜົ່າໂລໂລ ທີ່ບໍ່ຍອມຮັບເງິນຄ່າຊົດເຊີຍ ດິນນາ-ດິນສວນ.
ໂດຍເຫດຜົນ ທີ່ຊາວບ້ານຊົນເຜົ່າໂລໂລ ບໍ່ຍອມຮັບຄ່າຊົດເຊີຍ ດິນນາ-ດິນສວນນັ້ນ ເປັນຍ້ອນວ່າເງິນຄ່າຊົດເຊີຍ ທີ່ທາງຂັ້ນແຂວງຄິດໄລ່ ໃຫ້ເປັນຈຳນວນໜ້ອຍ ບໍ່ເໝາະສົມກັບດິນ ທີ່ເຂົາເຈົ້າຍົກໃຫ້ຜູ້ສັມປະທານ ຈຶ່ງຢາກໄດ້ເງິນຊົດເຊີຍທີ່ສູງກ່ວານີ້ ແລ້ວນາຍບ້ານກັບກອງຫລອນບ້ານ ກໍພະຍາຍາມເຂົ້າໄປໄກ່ເກັ່ຽ ແຕ່ສຸດທ້າຍພັດຖືກພະນັກງານ ບໍຣິສັດຈີນຕີ ແລະເອົາປືນຍິງນາບຂູ່ ນາຍບ້ານກັບຊາວບ້ານ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຍອດອູ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 31 ມົກກະຣານີ້ວ່າ:
" ແບບວ່າດິນຂອງປະຊາຊົນ ແລ້ວບາດນີ້ອັນນ່າມັນລະຖືກໂຄງການເນາະ ຖືກໂຄງການ ແລ້ວບາດນີ້ເບື້ອງປະຊາຊົນ ມັນຮຽກຮ້ອງມັນສູງເກີນໄປ ສູງເກີນໄປ ແລ້ວບາດນີ້ທາງບໍຣິສັດ ເບິ່ງໃນທາງຂໍ້ຕົກລົງຂອງທ່ານເຈົ້າແຂວງ ໃຫ້ເພິ່ນແລ້ວ ເພິ່ນບໍ່ພໍໃຈ ເພິ່ນກໍບໍ່ເອົາຫັ້ນນ່າ. ແບບວ່າປະຊາຊົນເຮົານີ້ ຢາກໄດ້ຄ່າຊົດເຊີຍແພງ ທາງບໍຣິສັດນີ້ກໍຕົກລົງບໍ່ໄດ້ຫັ້ນແຫລະ. ທາງບໍຣິສັດອີງໃສ່ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ແມັດກາເຣ້ນຶ່ງ ແມັດກາເຣ້ ນຶ່ງເທົ່ານັ້ນເພິ່ນໄລ່ມານີ້. "
ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນຍັງບໍ່ໄດ້ມີການນຳໂຕຄົນຈີນ, ຊາວບ້ານ, ນາຍບ້ານ ແລະ ກອງຫລອນເຂົ້າມາສືບສວນ-ສອບສວນ ຢູ່ຫ້ອງການ ປກສ ເມືອງຍອດອູເທື່ອ ເນື່ອງຈາກຂັ້ນເມືອງ ກຳລັງສົ່ງວິຊາການລົງໄປຮີບໂຮມຂໍ້ມູນ ຢູ່ສະຖານທີ່ເກີດເຫດ ຊຶ່ງວິຊາການຍັງບໍ່ທັນໄດ້ຣາຍງານ ເຣື່ອງທັງໝົດມາຍັງເມືອງເທື່ອ. ຄາດວ່າທີມງານຂັ້ນແຂວງ ຈະລົງເຂົ້າມາໄກ່ເກັ່ຽ ຖ້າຫາກຂັ້ນເມືອງ ແລະ ຂັ້ນບ້ານແກ້ໄຂບໍ່ໄດ້.
ການທີ່ຄົນຕ່າງປະເທດ ຄືຄົນຈີນມີອາວຸດປືນ ໄວ້ໃນຄອບຄອງ ແລ້ວເອົາມານາບຂູ່ ປະຊາຊົນ ກໍຖືວ່າຜິດກົດໝາຽລາວ ແລະຈະມີການສືບສວນ-ສອບສວນ ເຖິງທີ່ມາທີ່ໄປ ຂອງປືນດັ່ງກ່າວ ທີ່ນຳມາກໍ່ເຫດ ໃນຄັ້ງນີ້.
ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງເມືອງຍອດອູ ແຂວງຜົ້ງສາລີ ໄດ້ທ່ານກ່າວຕື່ມວ່າ:
" ເອີເຣື່ອງປືນປືນໄລ່ຍິງຫັ້ນແບບເຂົາຍິງຂູ່ຊື່ໆ ນ່າເຣື່ອງທີ່ໄປທີ່ມາຂອງປືນ ຈະໄດ້ສອບຖາມຜູ້ກ່ຽວເຂົາແລ້ວເຂົາເອົາມາແຕ່ໃສ່ຫັ້ນນ່າ. ເອີ ເອົາປືນ ປືນມີໄວ້ໃນຄອບຄອງນາບຂູ່ ປະຊາຊົນມັນກໍຖືກແລ້ວ ເອີມີແຕ່ຖ້າວິຊາການເຂົ້າມາ ເຂົາມາຣາຍງານ ແລ້ວຈຶ່ງຊິຣາຍງານໃຫ້ທາງແຂວງ. "
ເຫດການທີ່ພະນັກງານ ບໍຣິສັດຈີນນາບຂູ່ປະຊາຊົນ ດ້ວຍປືນ ແລະຂູ່ຕີປະຊາຊົນນັ້ນ ເຮັດໃຫ້ຊາວບ້ານຊົນເຜົ່າໂລໂລ ນຶ່ງຄົນ ແລະເຈົ້າໜ້າທີ່ ອຳນາດການປົກຄອງບ້ານ ນຶ່ງຄົນໄດ້ຮັບບາດເຈັບ ໂດຍບໍຣິເວນແຜ່ນຫລັງ ຂອງຊາວບ້ານຊົນເຜົ່າໂລໂລ ຟົກຊໍ້າ ທ່ານໝໍຈຶ່ງປີ່ນປົວບາດແຜ ແລະໃຫ້ຢາໄປກິນ. ສ່ວນເຈົ້າໜ້າທີ່ ອຳນາດການປົກຄອງບ້ານ ແມ່ນບາດເຈັບ ຈາກສາເຫດຕີກັນເລັກນ້ອຍ ທ່ານໝໍຈຶ່ງໃຫ້ຢາໄປກິນ. ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງຍອດອູ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນວ່າ:
" ຕີກັນວ່າຊັ້ນ ມີ່ແຕ່ໄດ້ຍິນແຕ່ດຽວນີ້ລູກປືນ ອີ່ຫຍັງ ເຂົາເຈົ້າກໍເອົາມາໃຫ້ເອື້ອຍເບິ່ງ ເອື້ອຍວ່າເປັນຕາຢ້ານເນາະ ມີແຕ່ວ່າເຂົາເຈົ້າເຈັບຊໍ້າໃນເນາະ ມາແລ້ກໍເອື້ອຍເບິ່ງນີ້ຄືແບບຊໍ້າຫັ້ນແຫລະ ແບບເປັນຊີ້ເນາະ ເຂົາເຈົ້າວ່າເອົາປືນຫັ້ນທັບວ່າຊັ້ນ ອັນຢູ່ບ່ອນທາງຫລັງຫັ້ນນ່າ. ບໍ່ຫລັງມັນພອງ ເອື້ອຍກໍໃສ່ຢາໃຫ້ ເອົາຢາໃຫ້ເຂົາໄປກິນ, ຄົນຈີນຄົນ. ລາວກໍບໍ່ຮູ້ແຫລະ ເອົາຣົຖໃຫຍ່ມາສົ່ງຄົນເຈັບຫັ້ນ. ເຂົາເຈົ້າລົມກັນຢູ່ນີ້ກໍຢາກໃຫ້ແກ້ໄຂຫັ້ນນ່າ. "
ບໍຣິສັດຈີນ ໄດ້ສຳຣວດເນື້ອທີ່ດິນ ແລະແລ່ນເອກສານນຳທາງການລາວ ເພື່ອໃຫ້ຂຸດຄົ້ນບໍ່ແຮ່ຊະນິດນຶ່ງແຕ່ປີ 2021 ແລ້ວມາປີ 2022 ກໍເຣີ່ມມີການຂຸດຄົ້ນແຮ່ ຊະນິດນີ້ແລ້ວ, ສ່ວນວ່າເປັນຈຳນວນຈັກເຮັກຕ້າຣ໌ແທ້, ສັມປະທາານຈັກປີ, ດິນບໍຣິສັດ ສັມປະທານ ເປັນດິນຂອງປະຊາຊົນ ຈັກເປີເຊັນ ແລະເງິນຄ່າຊົດເຊີຍດິນ ໃຫ້ເຈົ້າຂອງດິນ ຈຳນວນເທົ່າໃດ ແມ່ນຍັງບໍ່ມີຂໍ້ມູນ.
ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ທັງຂແນງການພະລັງງານ ແລະບໍ່ແຮ່, ຂແນງການ ແລະແຜນການລົງທຶນ ແລະ ປກສ-ປກຊ ໄດ້ລົງຮີບໂຮມຂໍ້ມູນ ຢູ່ບ້ານແຊວລີ ສູ່ຊຶ່ງເປັນສະຖານທີ່ເກີດເຫດ ເພື່ອຫາແນວທາງແກ້ໄຂ. ປັດຈຸບັນວັນທີ 31 ມົກກະຣາ 2023 ເວລາ 11:30 ໂມງ ກໍຍັງຢູ່ລະຫວ່າງ ການຮີບໂຮມຂໍ້ມູນຢູ່ແລະໄກ່ເກັ່ຽກັນ ຢູ່ພ້ອມແຈ້ງໃຫ້ຮູ້ເບື້ອງຕົ້ນວ່າ ມີຊາວບ້ານຊົນເຜົ່າໂລໂລ ປະມານ 2-3 ຄອບຄົວ ທີ່ບໍ່ຍອມຮັບເງິນ ຄ່າຊົດເຊີຍ ຈາກບໍຣິສັດ ດ້ວຍເຫດຜົນດຽວກັນຄືເງິນຄ່າຊົດເຊີຍ ດິນນາ-ດິນສວນ ບໍ່ເໝາະສົມ.
ດັ່ງວິຊາການທີ່ຖືກແຕ່ງຕັ້ງ ຈາກຂັ້ນເມືອງໃຫ້ລົງໄປຮີບໂຮມ ຂໍ້ມູນເພື່ອຣາຍງານຂັ້ນເມືອງ ແລະຂັ້ນແຂວງກ່າວໃນມື້ດຽວກັນວ່າ:
" ໂຕນີ້ກໍປະຊາຊົນກັບບໍຣິສັດບໍ່ເຂົ້າໃຈກັນຊື່ໆ ເຂົາເຈົ້າບໍ່ເຂົ້າໃຈກັນເລັກໆ ນ້ອຍໆ ຊື່ໆ ກໍບໍ່ເປັນຫຍັງມີແຕ່ຂັ້ນບ້ານຂັ້ນກຸ່ມນັ້ນດຽວນີ້ ໄກ່ເກັ່ຽກັນ. "
ໄລຍະຫ່າງແຕ່ໂຕເມືອງຍອດອູ ໄປຫາບ້ານແຊວລີສູ່ ມີປະມານ 30-40 ກິໂລແມັດ ຊຶ່ງສາມາດເດີນທາງໄປດ້ວຍຣົຖໃຫຍ່ ຫລື ຣົຖຈັກໄດ້ ຍ້ອນບໍຣິສັດຈີີນ ທີ່ເຂົ້າມາຂຸດຄົ້ນແຮ່ຊະນິດນຶ່ງ ໄດ້ແປງທາງໃຫ້ສາມາດເດີນທາງເຂົ້າ-ອອກໄດ້. ສ່ວນສະພາບໂຕຈິງ ຢູ່ບ້ານແຊວລີສູ່ ເປັນບ້ານຊົນເຜົ່າ ທີ່ທຸກຍາກ ແລະ ຫ່າງໄກຄວາມຈະເຣີນ ສັນຍານອິນເຕີ້ຣ໌ເນັຕ ແລະສັນຍານໂທຣະສັບ ຍັງບໍ່ທົ່ວເຖິງ.
ອີກທັງບ້ານແຊວລີສູ່ ບໍ່ເຄີຍເກີດເຫດການສະເທືອນໃຈ ແລະເປັນຕາຢ້ານ ທີ່ມີການນາບຂູ່ ດ້ວຍປືນ ແລະຂູ່ຕີກັນແນວນນີ້ ມາກ່ອນແຕ່ພາຍຫລັງບໍຣິສັດຈີນ ເຂົ້າມາສັມປະທານດິນ ເພື່ອຂຸດຄົ້ນແຮ່ຊະນິດນຶ່ງ ກໍມີເຫດການນີ້, ທາງຊາວບ້ານຢູ່ບ້ານແຊວລີສູ່ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫານີ້ດ້ວຍການໃຫ້ຄວາມເປັນທັມ ກັບທັງສອງຝ່າຍຄືຝ່າຍຊາວບ້ານ ແລະບໍຣິສັດຈີນ.
ດັ່ງຊາວບ້ານ ຢູ່ບ້ານແຊວລີສູ່ ເມືອງຍອດອູ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:
" ກໍເປັນຕາດູຕົນເຂົາເຈົ້າຫັ້ນນ່າ ແຕ່ວ່າເຣື່ອງໄປມານີ້ເຮົາກໍບໍ່ຮູ້ ບໍ່ໄດ້ຢູ່ໃນເຫດການ. ດຽວນີ້ເຮົາບໍ່ສາມາດຕີຄວາມໄດ້ຫັ້ນນ່າ ແຕ່ຄວາມຈິງຢາກໃຫ້ຂຶ້ນມາເບິ່ງ ເບິ່ງຕາມໂຕຈິງວ່າ ຜົນເສັຽຫາຍຈັ່ງໃດ ມັນເປັນແນວໃດຫັ້ນນ່າກໍຢາກໃຫ້ ເປັນທັມ ທັງສອງເບື້ອງ ສອງຝ່າຍຫັ້ນແຫລະ. "
ປະຊາຊົນ ນະຄອນຫລວງວຽງຈັນ ທ່ານນຶ່ງກໍເຫັນຄລິບ ວີດີໂອ ທີ່ເຜີຍແຜ່ລົງເຟສບຸກຄ໌ ກ່ຽວກັບພະນັກງານຈີນ ເອົາປືນຍິງນາບຂູ່ ແລະຕີກັນກັບຊາວບ້ານແລ້ວ ພ້ອມໃຫ້ຄວາມເຫັນວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເປັນໂຕກາງໄກ່ເກັ່ຽ ໃຫ້ທັງສອງຝ່າຍເຂົ້າໃຈກັນ ໂດຍສະເພາະເຣື່ອງເງິນຄ່າຊົດເຊີຍທີ່ດິນ ໃຫ້ແກ່ຊາວບ້ານນັ້ນ.
ດັ່ງປະຊາຊົນ ຢູ່ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
" ກໍຢາກໃຫ້ໄກ່ເກັ່ຽກັນໃຫ້ໄດ້ທັງ 2 ຝ່າຍຫັ້ນແຫລະໃຫ້ມັນເຂົ້າໃຈກັນທັງ 2 ຝ່າຍຫັ້ນແຫລະ. ດິນຂອງປະຊາຊົນ ຢູ່ແຕ່ວ່າຣັຖເປັນຄຸ້ມຄອງ ແຕ່ວ່າເຮົາຢາກໄດ້ຕາມຄວາມເໝາະສົມ ຕາມເຫດຕາມຜົນ ລາຄາມັນກໍບໍ່ຄືກັນນ່າ ມັນມີດິນສວນດິນນາ ດິນໄຮ່ ນີ້ແຫລະລາຄາມັນກໍບໍ່ຄືກັນ. "
ກ່ອນໜ້ານີ້ ເຄີຍມີເຫດການຄົນຈີນຕີ ຫລືນາບຂູ່ຄົນລາວຫລາຍເຫດການ ເປັນຕົ້ນວ່າເມື່ອກາງຄືນ ຂອງວັນທີ 12 ພຶສພາ 2022 ທີ່ຜ່ານມາ ມີວີດີໂອເຫດການຄົນງານຈີນ ລຸມຕີຄົນງານລາວ ຖືກເປີດເຜີຍທາງສື່ສັງຄົມອ໋ອນລາຍນ໌ ໂດຍໃນວີດີໂອ ລະບຸວ່າເຫດການເກີດຂຶ້ນ ຢູ່ໃນໂຮງງານຜລິດເຈັ້ຽ ຂອງບໍຣິສັດ ຊັນເປເປີ້ ໂຮນດິ້ງ ລາວ ຈຳກັດ ຢູ່ໃນເຂດບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ຊຶ່ງມີຄົນຈີນບໍ່ຕໍ່າກ່ວາ 5 ຄົນໄດ້ລຸມຕີຄົນງານລາວ ຄົນນຶ່ງ ໂດຍມີຄົນງານລາວ ແລະ ຊາວບ້ານທີ່ເຫັນເຫດການ ພະຍາຍາມເຂົ້າໄປລະງັບເຫດໄວ້ ແຕ່ໄດ້ບໍ່ໄດ້ລະບຸທີ່ມາວ່າເຫດດັ່ງກ່າວ ເກີດຍ້ອນສາເຫດໃດແທ້.
ວັນທີ 02 ມີນາ 2022 ທີ່ຜ່ານມາ ກຸ່ມຄົນຂັບຣົຖທີ່ເປັນຄົນຈີນ ປະມານ 10 ຄົນໄດ້ໃຊ້ໄມ້ລຸມຕີຄົນລາວທີ່ຂັບຣົຖບັນທຸກ ຂົນສົ່ງຢູ່ເຂດບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ ຈົນບາດເຈັບສາຫັດ ຕາເບື້ອງຊ້າຍບໍ່ເຫັນດີ ຍ້ອນຖືກຕີລະຫວ່າງໝົດສະຕິໄປ ແລ້ວຖືກນຳສົ່ງໂຕໄປໂຮງໝໍ ທີ່ໃກ້ຄຽງ.