8 ພັນຄົນຕໍ່ອາທິດ ເປັນໄຂ້ເລືອດອອກ


2013.07.17
F-mosquito-Aedes-aegypti ຕົວຢ່າງ ຂອງຍຸງລາຍ ໂຕແມ່ (Aedes aegypti mosquito) ທີ່ນໍາເຊື້ອພຍາດ ໄຂ້ເລືອດອອກ ແພ່ຣະບາດ ໃສ່ຜູ້ຄົນ.
Wikipedia/Muhammad Mahdi Karim

 

ກະຊວງ ສາທາຣະນະສຸຂ ຂອງລາວ ເປີດເຜີຍວ່າ ຄົນປ່ວຍ ໄຂ້ເລືອດອອກ ມີເຖິງ 8,000 ຄົນ ຕໍ່ອາທິດ ແລະ ປີນີ້ມີ ຜູ້ເສັຍຊີວິດ ແລ້ວ 71 ຄົນ ຈຶ່ງເຫັນວ່າ ເວລານີ້ ຢູ່ ສປປ ລາວ ໄຂ້ເລືອດອອກ ຣະບາດ ຮຸນແຮງ ພໍສົມຄວນ.

ສື່ມວນຊົນ ຂອງ ທາງການລາວ ຣາຍງານວ່າ ການຣະບາດ ຂອງ ພຍາດ ໄຂ້ເລືອດອອກ ເທື່ອນີ້ ເປັນການ ຣະບາດ ທີ່ຮ້າຍແຮງ ເປັນ ປະຫວັດການ. ທາງການລາວ ເປີດເຜີຍວ່າ ຢູ່ ນະຄອນຫລວງ ວຽງຈັນທນ໌ ຊຶ່ງເປັນບ່ອນ ທີ່ ພຍາດ ໄຂ້ເລືອດອອກ ຣະບາດ ຫຼາຍ ທີ່ສຸດນັ້ນ ມີຜູ້ປ່ວຍ 4,617 ຄົນ ເສັຍຊີວິດ ແລ້ວ 16 ຄົນ. ຮອງລົງມາ ກໍແມ່ນ ແຂວງ ຈໍາປາສັກ ມີຄົນປ່ວຍ 3,306 ຄົນ ເສັຍຊິີວິດ ແລ້ວ 27 ຄົນ. ຈໍານວນ ຄົນປ່ວຍ ໄຂ້ເລືອດອອກ ຄາດວ່າ ຈະເພີ່ມຂຶ້ນ.

ຢູ່ ປະເທສ ໄທຍ໌ ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ເວົ້າວ່າ ຜູ້ເສັຍຊີວິດ ຍ້ອນ ໄຂ້ເລືອດອອກ ສ່ວນໃຫຍ່ ມີອາຍຸ ຣະຫວ່າງ 15 ປີ ຫາ 24 ປີ. ຄົນເປັນ ໄຂ້ເລືອດອອກ ຈໍານວນນຶ່ງ ບໍ່ຄິດວ່າ ຕົນເປັນໂຣຄ ນີ້ ແລະ ໄປຫາໝໍ ຊ້າເກີນໄປ. ທ່ານວ່າ ປີນີ້ ຈໍານວນ ຄົນເປັນ ໄຂ້ເລືອດອອກ ເພີ່ມຂຶ້ນ 3ເທົ່າຕົວ ທຽບໃສ່ ປີກາຍ ແລະ ທ່ານບອກໃຫ້ ອາສາສມັກ ສາທາຣະນະສຸຂ ປະຈໍາບ້ານ ເພີ່ມຄວາມ ພຍາຍາມ ໃນການ ປາບຍຸງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.