ຄົນພິການຢູ່ລາວຕ້ອງການ ຄວາມຊ່ອຍເຫຼືອ

ສຸພັດຕາ
2020-11-16
Share
F-disabled ສູນພັທນາ ແມ່ຍິງ ພິການລາວ ຢູ່ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ
ສູນພັທນາ ແມ່ຍິງພິການລາວ

ຄົນພິການໃນຫຼາຍແຂວງ ຢູ່ລາວ ໃນທຸກມື້ນີ້ ຍັງຕ້ອງການຄວາມຊ່ອຍເຫຼືອ ໃນຫຼາຍດ້ານ. ໂຕຢ່າງຄົນພິການ ໃນແຂວງສາຣະວັນ ມີເຖິງ 500 ປາຍຄົນ ຍັງຕ້ອງໄດ້ໃຊ້ຊີວິດ ໄປຕາມມີຕາມເກີດ ຍ້ອນບໍ່ມີ ໂອກາດ ໄດ້ຝຶກວິຊາອາຊີບ, ຕ້ອງຢູ່ໄປຕາມສະພາບ ທີ່ສູ້ທົນດ້ວຍໂຕ ເອງ, ບາງຄົນກໍລ້ຽງເປັດ ລ້ຽງໄກ່ ແລະ ບາງຄົນ ກໍບໍ່ໄດ້ເຮັດຫຍັງເລີຍ, ດັ່ງເຈົ້າໜ້າທີ່ ອາສາສມັກ ທີ່ເຮັດວຽກເກັບກໍາຂໍ້ມູນ ຄົນພິການ ໃນລາວ ໄດ້ເລົ່າສູ່ ວິທຍຸເອເຊັຽເສຣີ ຟັງວ່າ:

“ຂໍ້ມູນຊັດເຈນ ເກັບເອົາຢູ່ສາຣະວັນ ນີ້ໄດ້ 500 ປາຍເນາະ 500 ປາຍຄົນເນາະ ຄົນພິການ ປະເພດແຂນ ປະເພດຂາ ແບບວ່າຂາໂງ້ງ ຍ່າງຄໍ້າໄມ້ແນ່, ພິການມືແນ່, ບາງບ້ານ ກະແບບຍ່າງບໍ່ໄດ້ ປັ່ນລໍ້ໄປ ຫັ່ນນ່າ, ມີອາຊີບທີ່ບໍ່ແນ່ນອນ ແບບລ້ຽງໄກ່, ລ້ຽງເປັດ. ບາງຄົນກະ ບໍ່ໄດ້ເຮັດຫຍັງເລີຍ. ສະເພາະສາຣະວັນ ທີ່ອ້າຍເວົ້າ ມັນເປັນມາແຕ່ກໍາເນີດ ຫຼາຍກວ່າແບບເກີດ ອຸບັດຕິເຫດເນາະ ເປັນມາແຕ່ກໍາເນີດ ຫຼາຍກວ່າ, ເກີດອຸບັດຕິເຫດ ພຽງແຕ່ 40% ມາຖືກຣະເບີດບໍ່, ມາຖືກຣົດຕໍາບໍ່, ບາງຄົນກະໃຫຍ່ມາ ລະສັກຢາ ລະກະເປັນ ລະເປັນມາ ແຕ່ກໍາເນີດ ປະມານ 70-80% ຂາໂຂງ, ຕີນໂງ້ງບໍ່, ແຂນລ່ອຍຊິນ່າ, ຍ່າງຕໍ່າສູງກະມີ, ບໍ່ເຫັນຮຸ່ງ ເຫັນກະບໍ່ປານໃດ ຊີ້ນະ ເປັນມາແຕ່ ກໍາເນີດ ຫຼາຍກວ່າ ສະເພາະແຕ່ແຂວງສາຣະວັນ ແຕ່ວ່າຮູ້ ແຂວງອື່ນເປັນຈັ່ງໃດ ຍັງບໍ່ທັນໄດ້ໄປເກັບກໍາເທື່ອ.”

ທ່ານວ່າ ຄົນພິການໃນລາວ ມີຫຼາຍທີ່ຕ້ອງການຮຽນ ແລະຝຶກວິຊາອາຊີບ ຂັ້ນພື້ນຖານຕ່າງໆ ແຕ່ບ່ອນຮອງຮັບຄົນພິການນັ້ນ ພັດມີຈໍາກັດ:

“ກະມີຫຼາຍສູນ ຢູ່ໂຕວຽງຈັນ ປະມານ 5 ສູນ ຫຼື 6 ສູນ ນີ້ແຫຼະ ແຕ່ວ່າເພິ່ນຈໍາແນກໃດ໋ ເພິ່ນຈໍາແນກຄືວ່າ ສູນພັທນາແມ່ຍິງພິການລາວ ເພິ່ນກະຮັບເອົາແຕ່ແມ່ຍິງ ຫັ້ນນ່າ ແຕ່ວ່າສູນພັທນາ ຜູ້ຊາຍພິການ ລາວ ມັນພັດບໍ່ມີ ເພິ່ນຈະບໍ່ຮັບເອົາຜູ້ຊາຍເດ່ ບາດນີ້ ມັນສູນທີ່ສອງ ເນາະ ມັນເປັນແບບວ່າ ບໍ່ແມ່ນສູນ ມັນເປັນກຸ່ມເນາະ ຢູ່ນະຄອນຫຼວງວຽງຈັນ ສີໄຄ ທົ່ງຫັ່ນນະ ແບບໄປເຮັດຫັຖກັມ ແບບຖັກຜ້າໃໝເບາະ ເຮັດຫັຖກັມ ເອົາເສື້ອ ເປັນປະເພດ ເອົາເຄື່ອງຕຸ້ມຫູບໍ ມັນຢູ່ສີໄຄທົ່ງ ມີທັງຍິງ-ທັງຊາຍ ແຕ່ວ່າເພິ່ນຮັບແຕ່ 30 ປາຍຄົນ ກາຍນັ້ນເພິ່ນ ກະບໍ່ຮັບອີກ ເພິ່ນວ່າຄົນມັນເຕັມແລ້ວ ຮັບຈໍາກັດ ຄືວ່າຫັ່ນແຫຼະ ມັນເປັນສູນນ້ອຍ.”


ທ່ານເລົ່າສູ່ຟັງ ຕື່ມວ່າ ແມ່ຍິງພິການຈາກຕ່າງແຂວງ ທີ່ຢາກໄປຮຽນ ຫຼື ຝຶກອົບຮົມ ຢູ່ສູນພັທນາ ແມ່ຍິງພິການລາວ ຢູ່ນະຄອນຫຼວງວຽງຈັນ ຖ້າເພິ່ນບໍ່ຮູ້ຈັກ ກໍໍຕ້ອງໄດ້ເສັຍເງິນ ຄ່າເຂົ້າຮຽນ 7 ແສນ ຫຼື ນຶ່ງລ້ານ ກີບ:

“ຄືສູນພັທນາແມ່ຍິງພິການລາວ ຢູ່ທ່າເດື່ອເນາະ ໃກ້ກັບຂົວມິຕພາບ ລາວ-ໄທຍ ໂຕນັ້ນ ແມ່ນຟລີ ແບບວ່າຄົນ ທີ່ເພິ່ນຈັດຢູ່ໃນສາຍ ທີ່ວ່າໂຄງການ ຕ່າງປະເທດບໍ ໂຄງການອິສັງເພິ່ນໄປເຫັນເອງ ຫຼືວ່າ ມີຄຣູ ອາຈານ ລົງໄປສັມພາດເອົາ ແມ່ນຜູ້ນັ້ນ ຈະໄດ້ຮຽນຟລີ, ຄົນທີ່ວ່າໂຄງການ ບໍ່ຮູ້ ຫຼືວ່າຄຣູອາຈານ ບໍ່ຮູ້ ແບບວ່່າເຂົ້າໄປສມັກ ຈະໄດ້ເສັຽເງິນ ແບບນັ້ນນາ ເສັຍເງິນຕອນເຂົ້າຮຽນ 7 ແສນບໍ ຫຼືວ່າ ລ້ານນຶ່ງ ເສັຍເທື່ອດຽວ ລະແລ້ວເລີຍ ຈົນຈົບ 6 ເດືອນ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ສູນພັທນາ ແມ່ຍິງພິການລາວ ທ່ານນຶ່ງ ອະທິບາຍສູ່ຟັງວ່າ, ສູນຝຶກອາຊີບ ພວກເຮົາ ແມ່ນມີນະໂຍບາຍຟລີ ໝົດຢ່າງ ໃຫ້ແມ່ແກ່ຍິງພິການ ທີ່ມາຝຶກອົບຮົມ:

“ຟລີເໝິດເລີຍ ທາງສູນແມ່ນພວກເຮົາ ຮັບຜິດຊອບເບິດເລີຍ ນັບຕັ້ງແຕ່ເຄື່ອງໃຊ້ ປະຈໍາວັນ ອາຫານ 3 ຄາບ ລະກະອຸປກອນການຮຽນ ຂອງ ຂະເຈົ້າ ສູນພວກເຮົາຮັບໄດ້ ປີນຶ່ງ 25-35 ຄົນ ແຕ່ສະເພາະຜູ້ຍິງ ເພາະພວກເຮົາ ບໍ່ມີຫໍພັກຜູ້ຊາຍ, ແຕ່ວ່າຜູ້ຊາຍ ສາມາດມາຝຶກໄດ້ ບໍ່ໄດ້ ແຕ່ວ່່າ ຕ້ອງໄດ້ພັກທາງນອກ ຜູ້ໃຫ້ທຶນສ່ວນຫຼາຍ ເຂົາເຈົ້າກະສັບພອດ ໃຫ້ແຕ່ແມ່ຍິງ ໂດຍສະເພາະ ຫັ່ນນ່າ ສະນັ້ນແລ້ວ ຜູ້ຊາຍ ຕ້ອງມີເງື່ອນໄຂ ໃຫ້ກັບຕົນເອງໄດ້ ໃນການພັກເຊົາ ຢູ່ທາງນອກ ຫຼັງຈາກຂະເຈົ້າ ຈົບໄປແລ້ວ ກ່ອນທີ່ຂະເຈົ້າ ຈະຈົບ ແມ່ນພວກເຮົາ ຈະມີການປະເມີນ ຄວາມຕ້ອງການ ວ່າຂະເຈົ້າຢາກເຮັດ ທຸຣະກິຈອິຫຍັງ ບໍ່ ຫຼືວ່າຢາກເຮັດວຽກ ໃນດ້ານໃດເນາະ ຖ້າວ່າຂະເຈົ້າຕ້ອງການ ຢາກເຮັດວຽກ ເຮົາກໍຈະປະສານ ຫາຄູ່ຮ່ວມງານ ທີ່ເຄີຍມີນະໂຍບາຍ ໃນການຮັບເອົາ ນັກຮຽນທີ່ຈົບຈາກເຮົາ ຫັ່ນເນາະ ຫຼືຖ້າວ່າ ຂະເຈົ້າ ຢາກ ກັບບ້ານໄປເຮັດ ທຸຣະກິຈ ພວກເຮົາກະ ມີທຶນງົບປະມານ ເລັກໆນ້ອຍໆ ໃນການສນັບສນຸນ ອຸປກອນ ແລະ ເງິນສໍາລັບລິເຣີ້ມທຸຣກິຈ ໃຫ້ກັບຂະເຈົ້າ ໜ້ອຍນຶ່ງ.”

ເຖິງແນວໃດກໍຕາມ ເຈົ້າໜ້າທີ່ອາສາສມັກ ທີ່ເຮັດວຽກກ່ຽວກັບ ການເກັບກໍາຂໍ້ມູນ ຄົນພິການນີ້ ເວົ້າວ່າ ໃນລາວ ມີແຕ່ສູນພັທນາສີມືແຮງ ງານ ໃຫ້ຄົນພິການຊື່ໆ ຫຼັງຈາກາຝຶກຈົບ ແລ້ວ ພວກເຂົາເຈົ້າ ກໍຖືກສົ່ງ ກັບບ້ານ ຂອງໃຜລາວ, ແຕ່ສູນພັກພີງ ໂດຍກົງ ທີ່ໃຫ້ຄົນພິການ ໄດ້ດໍາລົງຊີວິດຢູ່ຖາວອນ ແລະໄດ້ຮໍ່າຮຽນ ໄປນໍານັ້ນ ແມ່ນບໍ່ມີ:

“ເວົ້າເຖິງ ສູນພັກພີງ ອາຊີບໂດຍກົງມັນຍັງບໍ່ມີ ທຸກໆແຂວງໃນລາວ ຍັງບໍ່ມີສູນພັກພີງ ຮອງຮັບພັກພີງ ຮັບຄົນພິການແບບ ບໍ່ຈໍາກັດ ມັນຍັງ ບໍ່ມີເລີຍ ສູນກິນນອນ ຢູ່ເລີຍ ຄົນພິການ ຊິມາແຕ່ແຂວງໃດລະຮັບ ຍິນດີຮັບເອົາ ມີຝຶກຮຽນ ວິຊາອາຊີບ ໃນສູນຫັ່ນມັນບໍ່ມີ ຄືອ້າຍເວົ້າ ຢາກສ້າງກະໄດ້ ຖ້າວ່າ ຜູ້ໃຫຍ່ເຂົ້າໃຈເຖິງ ຄົນພິການ ສັງຄົມຍັງບໍ່ຍອມຮັບ ສັງຄົມບໍ່ເຂົ້າໃຈ ບໍ່ຍອມຮັບ ກະເນື່ອງຈາກ ສູນພັກພີງ ຂອງ ຄົນພິການນິ່ ມັນບໍ່ມີ ຄັນສູນມູນນິທິເປີດ ມັນຈະມີຄົບເບິດ ຣະບົບກົດໝາຍ ຣະບົບອາຊີບ ຣະບົບເຂັ້ມແຂງ ຣະບົບ ຄວາມເທົ່າທຽມ ມັນເກີດຂຶ້ນມາ ໃນສູນມູນນິທິ ຄົນພິການນິ່ ອັນນີ້ກະອ້າຍ ຄຶຶດວາງແຜນ ເພື່ອຄົນພິການ ທັງຫຼາຍ ເພື່ອເປັນດັ້ງຫຼັກ ເສົາຄໍ້າ ໃຫ້ຄົນພິການ ທຸກເມືອງ ທຸກແຂວງ ຫັ່ນນ່າ ເຫັນເຂົາເຈົ້າ ເຂົາບໍ່ມີຄວາມຫວັງ ອິຫຍັງ ເຂົາຢາກຢູ່ສູນ ຕລອດຊີວິດ ແບບວ່າ ຢູ່ບ້ານຢູ່ເຮືອນ ສັງຄົມຫຍໍ້ທໍ້ ເວົ້າໃຫ້ເຂົາ ບາງເທື່ອກະຄອບຄົວ ຜູ້ໃຫຍ່ ຫຼືວ່າ ນາຍບ້ານເນາະ ບໍ່ເຂົ້າໃຈຊີວິດ ຄົນພິການ ເວົ້າບໍ່ຢາກ ເຂົ້າຫູ ໃຫ້ຄົນພິການ ເວົ້າບໍ່ສຸພາບນ່າ ຄົນພິການບາງບ່ອນ ບອກມາ ສເນີມາຫາອ້າຍ ເຂົາທໍ້ເຂົາຄຶດໜັກ ເຂົາຈົນຍອມລາອອກ ຈາກບ້ານ ໜີໄປຢູ່ບ່ອນທີ່ວ່າ ບ່ອນສັງຄົມບໍ່ ຫຍໍ້ທໍ້ ສັງຄົມທີ່ວ່າຍອມຮັບເຂົາໄດ້ ທີ່ເຂົາເປັນພິການ.”

ກ່ຽວກັບເຣື່ອງການສ້າງ ສູນພັກພີງໃຫ້ຄົນພິການນີ້ ທ່ານເຄີຍໄດ້ຮ່ວມປະຊຸມ ກັບພາກສ່ວນທີ່ກ່ຽວຂ້ອງຢູ່ ແຕ່ໄດ້ຄໍາຕອບວ່າ ບໍ່ມີທຶນ:

“ທີ່ຜ່ານມາ ເຂົ້າເຈຣະຈາ ເຂົ້າປະຊຸມ ນໍາພັກຣັຖ ເວົ້າເຖິງເຣື່ອງຊິສ້າງ ຊິສ້າງສູນນີ້ ເພິ່ນກະ ບໍ່ເຫັນວ່າ ຊິຕອບຮັບວ່າແນວໃດ ມີແຕ່ວ່າ ບໍ່ມີທຶນ ມີຮອນ ອ້າຍເຂົ້າຮ່ວມປະຊຸມ ຫຼາຍເທື່ອແລ້ວ ຢູ່ວຽງ ຢູ່ຕ່າງແຂວງ ກະເວົ້າເຣື່ອງຢາກສ້າງ ສູນມູນນິທິ ເພິ່ນມີແຕ່ວ່າ ບໍ່ມີທຶນມີຮອນ ອ້າຍກະມີແຕ່ເຄີຍເຂົ້າຮ່ວມ ປະຊຸມ ຄົນພິການນະຄອນຫຼວງ ຫັ້ນນ່າ ປະຊຸມຮ່ວມ ສະມາຄົມເພິ່ນຫັ່ນ ປະຊຸມ ເພິ່ນຫັ່ນກະມີແຕ່ ປະຕິເສດ ມີແຕ່ວ່າ ບໍ່ມີທຶນ ແຕ່ວ່າປະຊຸມຮ່ວມ ຕ່າງປະເທດ ສາກົລນີ້ຍັງໆ.”

ນອກຈາກນັ້ນ ເມື່ອເວົ້າເຖິງຄົນພິການ ທີ່ຝຶກອາຊີບຈົບມາແລ້ວ ເວລາໄປສມັກເຮັດວຽກ ເພິ່ນກໍຈະຮັບເອົາແຕ່ ຄົນພິການທີ່ຍ່າງໄດ້ ຫຼາຍກວ່າ ຄົນພິການ ທີ່ໃຊ້ລໍ້ເລື່ອນ:

“ເວົ້າຄົນພິການນັ່ງລໍ້ ແບບເຫັນຮຸ່ງທົ່ວໄປເນາະ ແບບຈົບແລ້ວນິ່ ເພິ່ນຈະສົ່ງກັບບ້ານ ກັບບ້ານແລ້ວ ໄປຫາຊອກວຽກເຮັດງານທໍາເອງ ບາດນີ້ ຊອກວຽກເຮັດງານທໍາເອງ ຜູ້ທີ່ວ່າຍ່າງໄດ້ແດ່ ຂຶ້ນຕຶກຂຶ້ນອາຄານ ໄດ້ນິ່ ເພິ່ນກະຮັບແບບ ນັ້ນໃດ໋ ສົມມຸດວ່າ ຈົບຄອມເນາະ ຈົບໄອທີ ຈົບພາສາອັງກິດນະ ຈະຮັບເອົາຜູ້ຍ່າງໄດ້ ຫັ່ນຫຼາຍກວ່າ ຜູ້ທີ່ຍ່າງບໍ່ໄດ້ ຈະບໍ່ມີໂອກາດເພິ່ນ ໄດ້ຮັບເລີຍດອກ ສ່ວນຫຼາຍກະແມ່ນ ບໍ່ໄດ້ຮັບ ດອກ ປະເພດຜູ້ນັ່ງລໍ້ຫັ້ນນະ ນັ່ງລໍ້ໝາຍຄວາມວ່າ ເຂົາເຈົ້າປັ່ນລໍ້ໄດ້ຢູ່ ຊ່ວຍເຫຼືອຕົນເອງໄດ້ ທຸກຢ່າງ ແຕ່ວ່າເພິ່ນຈະບໍ່ຮັບເອົາ ຜູ້ນັ່ງລໍ້ ນັ່ງລໍ້ມັນຈະຂຶ້ນຕຶກ ບໍ່ໄດ້ ເພາະວ່າຢູ່ລາວ ມັນຈະບໍ່ທັນມີດອກ ທາງຄົນພິການ ແບບວ່າເປັນລິບ ເປັນທາງເນີນ ມັນຈະບໍ່ມີ.”

ເຖິງຢ່າງໃດກໍດີ ເມື່ອມາສັງເກດເບິ່ງແລ້ວ ກໍເຫັນວ່າ ຄົນພິການໃນລາວ ຍັງຕ້ອງການຄວາມຊ່ອຍເຫຼືອ ໃນຫຼາຍໆດ້ານ ເພື່ອໃຫ້ພວກ ຂະເຈົ້າ ເພິ່ງພາຕົນເອງໄດ້ ຢ່າງນ້ອຍຂະເຈົ້າ ກໍຄວນໄດ້ຮັບການຝຶກ ວິຊາຊີບ ຂັ້ນພື້ນຖານ, ໂຕຢ່າງ: ຄົນເສັຽອົງຄະ ແຂນ ຫຼື ຂາ, ຄວນໃຫ້ຂະເຈົ້າຮູ້ວ່າ ໂຕເອງພໍມີຄວາມສາມາດ ໃນດ້ານໃດແດ່ ແທນທີ່ວ່າ ຈະເປັນຄົນພິການໄຮ້ຄ່າ ບໍ່ມີ ອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ