ປັດຈຸບັນ ເຂົ້າສູ່ໄລຍະທ້າຍຂອງຣະດູຝົນ ມີຝົນຕົກໜັກ ການລະບາຍນ້ຳບໍ່ທັນ ເຮັດໃຫ້ ເສັ້ນທາງຖນົນຫຼາຍສາຍ ຢູ່ປະເທດລາວ ທີ່ກຳລັງເປ່ເພ ເປັນຂຸມເລິກຫຼາຍຈຸດ ແລະ ຍັງມີທາງຫຼາຍໆຈຸດ ທີ່ເປ່ເພ ຍ້ອນດິນເຈື່ອນ ມາແຕ່ໄລຍະ ເດືອນ ກໍຣະກະດາ ຫາເດືອນສິງຫາ 2023 ທີ່ຜ່ານມາ ແຕ່ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນສ້ອມແປງເທື່ອ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ໃຫ້ຮູ້ວ່າ ທາງຫຼວງເລຂທີ 8A ໄລຍະພູຜາມ່ານ ຫາ ຖ້ຳມັງກອນ ທີ່ຖືກດິນເຈື່ອນ ໃນທ້າຍເດືອນກໍຣະກະດາ ທີ່ຜ່ານມາ ພວມກຳລັງຂຸດດິນທີ່ເຈື່ອນອອກຢູ່ ແລະ ຍັງບໍ່ທັນເປີດເປັນປົກກະຕິເທື່ອ, ເພາະ ປັດຈຸບັນ ຝົນຍັງຕົກໜັກ ເປັນອັນຕະຣາຍ.
ດັ່ງທີ່ທ່ານ ກ່າວໃນມື້ວັນທີ 13 ກັນຍາ 2023 ນີ້ວ່າ:
“ຍັງບໍ່ທັນປົກກະຕິເດີ້ເຈົ້າ. ມັນຍັງມີຄວາມສ່ຽງເນາະ ຄືດຽວນີ້ນີ່ຝົນຕົກໜັກໄດ໋ນີ້ໄດ໋ ຕົກສາມມື້ຊ້ອນລະ. ຄວາມສ່ຽງຍັງມີຫຼາຍຢູ່ ເພາະດິນທີ່ມັນລົງມາເທື່ອກ່ອນ ກໍຍັງເອົາບໍ່ທັນອອກໝົດເທື່ອ.”
ທາງດ້ານ ຊາວບ້ານ ນາງນຶ່ງ ຢູ່ເມືອງປະທຸມພອນ ແຂວງຈຳປາສັກ ກ່າວວ່າ ທາງຫຼວງເລຂທີ 18A ເຂດບ້ານທ່າຮູ້ ເມືອງປະທຸມພອນ ເປ່ເພຫຼາຍ ຍ້ອນ ຝົນຕົກໜັກ ແລະ ຣົຖບັນທຸກ ແລ່ນຫຼາຍ.
“ເຮົາຢູ່ເມືອງປະທຸມພອນນີ້ເດີ້ເຈົ້າ. ໂອ້, ເສັ້ນທາງບໍ່ ກະໄປໄດ້ຢູ່ ແຕ່ວ່າມັນກະບໍ່ສະດວກຄືຍາມແລ້ງເດ້ເຈົ້າ. ມັນຈະເປັນບວກເປັນຂຸມ ແຕ່ວ່າໄປໄດ້ເຈົ້າ. ຄັນວ່າຊິໄປຈາກປາກເຊ ໄປທາງອັດຕະປື ໄປທາງປາກຊ່ອງໄດ້ຢູ່ເຈົ້າ ແຕ່ວ່າມັນຈະເປັນທາງຢາງ ເສັ້ນນັ້ນ. ຖ້າວ່າມາທາງເມືອງປະທຸມພອນນີ້ມັນຈະເປັນ ຂຶ້ນທາງເລຂ 18A ນີ້ມັນຈະເປັນທາງດິນແດງນ່າເຈົ້າ.”
ຂະນະທີ່ ຊາວບ້ານ ຜູ້ນຶ່ງ ຢູ່ເມືອງປາກກະດິງ ແຂວງບໍຣິຄຳໄຊ ກ່າວວ່າ ທາງຫຼວງເລຂທີ 13 ໃຕ້ ໄລຍະເມືອງປາກຊັນ ແຂວງບໍຣິຄຳໄຊ ຫາ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງພວມກຳລັງສ້ອມແປງ ຢູ່ໃນປັດຈຸບັນ ແຕ່ຍ້ອນຝົນຕົກໜັກ ແລະ ຣົຖບັນທຸກເກີນຂນາດ ເຮັດໃຫ້ທາງເປັນຂຸມເປັນບວກ ຫຼາຍບ່ອນ.
“ປະມານ 400 ກິໂລເນາະ ກະປະມານຢູ່ 7 ຊົ່ວໂມງ ຈາກເດີມ 3 ຫາ 4 ຊົ່ວໂມງ. ທາງຂຸມ 40%. ຊ່ວງຝົນແມ່ນລະ ແຕ່ບໍ່ເຄີຍເປັນແບບນີ້ມາກ່ອນ ຖືວ່າປີນີ້ໜັກຫຼາຍ ຂຸມນີ້ ເກືອບຈະ 50 ເຊັນລະ.”
ອີງຕາມ ການຣາຍງານ ຂອງທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງເລຂທີ 13 ໃຕ້ ສັນຍາທີ 1 ແລະ 2 ໃຫ້ຮູ້ວ່າ ໂຄງການປັບປຸງ ເສັ້ນທາງດັ່ງກ່າວ ແຕ່ຫຼັກ 71 ເມືອງທ່າພະບາດ ແຂວງບໍຣິຄຳໄຊ ຫາຫຼັກ 346 ເມືອງທ່າແຂກ ແຂວງຄຳມ່ວນ ຄວາມຍາວ 275 ກິໂລແມັດ ແມ່ນມີຄວາມຊັກຊ້າ ກວ່າແຜນການກຳນົດ.
ນອກຈາກນີ້ແລ້ວ ຢູ່ໃນນະຄອນຫຼວງວຽງຈັນ ກໍມີຫົນທາງເປ່ເພ ເປັນຂຸມເປັນບວກ ຫຼື ມີນ້ຳຂັງອັ່ງອໍ ໃນໄລຍະຝົນຕົກໜັກ ອີກຫຼາຍບ່ອນ ເປັນຕົ້ນ ສາມແຍກຖນົນໜອງບົວທອງ ຕັດກັບ ຖນົນໜອງບຶກ ເມືອງສີໂຄດຕະບອງ ແລະ ເສັ້ນທາງ ບ້ານສະພານທອງໃຕ້ ລະຫວ່າງ ຖນົນຄູວຽງ ຫາໂຮງໝໍ 103 ຕັດກັບຮ່ອມໃສສະອາດ ເມືອງສີສັດຕະນາກ ໂດຍຊາວບ້ານ ນາງນຶ່ງ ເວົ້າສູ່ຟັງວ່າ ມື້ວານນີ້ ນາງໄດ້ໄປເຫັນ ອຸປະຕິເຫດ ຣົຖຈັກ ລົ້ມ ຕົກຂຸມ ຢູ່ເສັ້ນທາງບ້ານສະພານທອງໃຕ້ ເຮັດໃຫ້ຜູ້ຂັບຣົຖຈັກ ໄດ້ຮັບບາດເຈັບ ຫົວແຕກ ແຕ່ກໍຖືວ່າໂຊກດີ ທີ່ບໍ່ເຖິງຂັ້ນເສັຽຊີວິດ.
“ໂອ້, ຣົຖລົ້ມ. ລາວຕົກຂຸມ ຕາອີຕົນລາວ. ບໍ່ນ່າ, ບໍ່ໄຫວໄດ໋ ຂຸມມັນຫຼາຍແຮງແຖວນີ້ນາ. ຄັນບໍ່ຈົມແລ້ວຊິເປັນແນວໃດເດຫັ້ນ.”
ເຊັ່ນດຽວກັບ ຊາວບ້ານ ອີກນາງນຶ່ງ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກ່າວວ່າ ສອງສາມມື້ຜ່ານມາ ຢູ່ສາມແຍກສີໄຄ ທາງຫຼວງເລຂທີ 13 ເໜືອ ກໍເກີດອຸປະຕິເຫດ ຣົຖເກັງຕິດຂຸມ ເຊິ່ງພາຍຫຼັງເຫດການດັ່ງກ່າວ ທາງພາກສ່ວນກ່ຽວຂ້ອງ ກໍໄດ້ລົງມາສ້ອມແປງຊົ່ວຄາວ ໂດຍການຖົມດິນ ໃສ່ຂຸມແລ້ວ.
“ອໍ, ໂດຍ ເຂົາເຈົ້າກຳລັງແປງເຈົ້າ. ແຖວສີໄຄແປງແລ້ວ ແມ່ນສີໄຄແປງແລ້ວ ແຕ່ວ່າແຖວສີເກີດເຮົາບໍ່ຮູ້ຄືກັນ ເຮົາບໍ່ໄດ້ໄປ. ແມ່ນກະເອົາດິນຖົມ ແລະ ກະເກັ່ຽເອົາຊື່ໆ ບໍ່ໄດ້ເຮັດຫຍັງ.”
ໃນໄລຍະ 2-3 ເດືອນ ທີ່ຜ່ານມາ, ປະຊາຊົນຜູ້ຊົມໃຊ້ ທາງຫຼວງເລຂທີ 13 ເໜືອ ໄລຍະສາມແຍກສີໄຄ ຫາສີ່ແຍກສີເກີດ ໄດ້ສແດງຄຳເຫັນ ກ່ຽວກັບ ສະພາບທາງທີ່ເປ່ເພ ແລະ ຮຽກຮ້ອງໃຫ້ພາກຣັຖ ເລັ່ງສ້ອມແປງທາງດັ່ງກ່າວ ມາໂດຍຕລອດ ເຊິ່ງທາງຜແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຣະບຸວ່າ ຈະໄດ້ມີການສ້ອມແປງ ແລະ ຂຍາຍທາງດັ່ງກ່າວ ເປັນທາງເບຕົງເສີມເຫຼັກ ໂດຍໄດ້ຮັບທຶນຊ່ວຍເຫຼືອ ຈາກສະຫະພາບຢູໂຣບ ແລະ ຄາດວ່າ ຈະເຣີ່ມຈັດຕັ້ງປະຕິບັດ ໂຄງການສ້ອມແປງໄດ້ ໃນໄລຍະຣະດູໜາວ ທີ່ຈະມາຮອດນີ້.
ນາງກ່າວຕື່ມວ່າ ທາງດັ່ງກ່າວ ແມ່ນເປ່ເພ ເປັນບວກຂຸມ ມາຫຼາຍກວ່າ 3 ເດືອນແລ້ວ ແລະ ກໍຍັງບໍ່ທັນມີ ພາກສ່ວນກ່ຽວຂ້ອງ ລົງມາສ້ອມແປງ ແຕ່ຢ່າງໃດ.
ນອກຈາກນີ້ແລ້ວ, ໃນວັນທີ 6 ກັນຍາ 2023, ຜູ້ໃຊ້ຣົຖສ່ອງແສງວ່າ ເສັ້ນທາງບ້ານນາຄູນ ເມືອງນາຊາຍທອງ ໄປຫາ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ (ເຂດໃກ້ກັບ ທາງຣົຖໄຟລາວ-ຈີນ ບ້ານນາຄູນ) ທີ່ເປ່ເພ່ໜັກ, ເປັນບວກ, ເປັນຂຸມເລິກ ເຮັດໃຫ້ການສັນຈອນໄປມາ ໄດ້ຮັບຄວາມຫຍຸ້ງຍາກ-ລຳບາກ ແລະ ສ່ຽງຕໍ່ການເກີດອຸປະຕິເຫດສູງ. ໂດຍສະເພາະ ຍາມກາງຄືນ ເນື່ອງຈາກ ເສັ້ນທາງດັ່ງກ່າວ ມືດ, ບໍ່ມີໄຟເຍືອງທາງ.
ປະຊາຊາຊົນ ຜູ້ທີ່ອາໄສຢູ່ເຂດໃກ້ຄຽງ ເລົ່າວ່າ ເສັ້ນທາງດັ່ງກ່າວ ມັກມີອຸບັດຕິເຫດເກີດຂຶ້ນ ຢູ່ເປັນປະຈຳ ໂດຍສະເພາະ ຍາມຝົນ ແລະ ຍາມກາງຄືນ, ສະນັ້ນ ກໍຂໍຝາກເຖິງ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າກວດກາ ແລະ ແກ້ໄຂສ້ອມແປງ ຕາມຄວາມເໝາະສົມດ້ວຍ ເພື່ອຫລີກລ່ຽງ ການເກີດອຸປະຕິເຫດ ສ້າງຄວາມສະດວກ ແລະ ຄວາມປອດໄພ ຕໍ່ຜູ້ສັນຈອນໄປມາ.