ເດັກນ້ອຍ-ແມ່ຍິງລາວ ຂາດສານອາຫານ

ໄຊຍາ
2021-10-20
Share
ເດັກນ້ອຍ-ແມ່ຍິງລາວ ຂາດສານອາຫານ ສະພາບເດັກນ້ອຍ ຂາດສານອາຫານ ໃນເຂດພາກເໜືອ (ເດືອນເມສາ ປີ 2019)
ນັກຂ່າວ ພົລເມືອງ

ປະຊາກອນລາວຈຳນວນ 5% ໃນທົ່ວປະເທດກຳລັງປະເຊີນກັບສະພາບການຂາດສານອາ ຫານໂດຍພົບເຫັນຫຼາຍທີ່ສຸດ ໃນຈຳນວນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ລົງມາ ແລະ ແມ່ຍິງຊົນເຜົ່າ ທີ່ອາສັຍຢູ່ເຂດຫ່າງໄກ ໃນບັນດາ ແຂວງພາກເໜືອ ສົ່ງຜົລໃຫ້ສະພາບຮ່າງກາຍ ເຕັ້ຍຕໍ່າ ບໍ່ສົມສ່ວນ ອີງຕາມຂໍ້ມູນຂອງອົງການອາຫານໂລກປີ 2020.

ເຈົ້າໜ້າທີ່ ອົງການຮ່ວມມືກັບປະເທດລາວ (Comité de Coopération avec le Laos (CCL)) - ເປັນອົງການຮ່ວມມືລະຫວ່າງລາວ-ຝຣັງ, ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 19 ຕຸລາ ວ່າ ປັດຈັຍສຳຄັນມາຈາກຄວາມທຸກຍາກ, ບໍ່ມີທີ່ດິນທຳການກະເສດແລະບໍ່ສາມາດເຂົ້າເຖິງ ໂຄງຮ່າງພື້ນຖານຂອງປະເທດໄດ້.

ມັນກໍກ່ຽວກັບຫຼາຍເງື່ອນໄຂເນາະ ການດຳຣົງຊີວິດແບບແລ້ວມື້ ແລ້ວັນໄປ ຫຼືວ່າການເຂົ້າເຖິງຕລາດ ການເຂົ້າເຖີງພື້ນຖານໂຄງຮ່າງ ມັນກໍຍັງບໍ່ເຖິງປານໃດ ເພາະສະນັ້ນມັນກໍໄປກ່ຽວຂ້ອງກັບລະດັບຂອງການດຳຣົງຊີວິດ ນັ້ນອີກກໍຍັງຈຳກັດຢູ່.

ທ່ານກ່າວຕື່ມວ່າ ນອກຈາກຣັຖບານລາວ ຈະເອາໃຈໃສ່ເຣື່ອງການພັທນາ ດ້ານໂຄງຮ່າງພື້ນຖານໃຫ້ກັບຊຸມຊົນ ຫ່າງໄກແລ້ວ ການມອບໃບຕາດິນ ຖາວອນ ຫຼືສິດນຳໃຊ້ທີ່ດິນໃຫ້ກັບຊາວບ້ານ ທຸກຍາກ ແລະຫ່າງໄກສອກຫຼີກ ກໍຈະຊ່ອຍເພີ່ມຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ໂພສນາການ ແລະຄວາມຍືນຍົງດ້ານສິ່ງແວດລ້ອມໃຫ້ກັບຊຸມຊົນອີກນຳ.

ສຳລັບແຂວງທີ່ມີປະຊາກອນ ກຳລັງປະເຊີນກັບສະພາບການ ຂາດສານອາຫານຫຼາຍທີ່ສຸດ ແມ່ນແຂວງຜົງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ ແລະ ເຊກອງ ເນື່ອງຈາກມີເຂດຫ່າງໄກສອກຫຼີກ ຍັງບໍ່ໄດ້ຮັບການພັທນາ ໂຄງຮ່າງພື້ນຖານອັນຈຳເປັນ.

ເຈົ້າໜ້າທີ່ຜແນກສາທາຣະນະສຸຂແຂວງຜົງສາລີ ໃນເຂດບ້ານຫ່າງໄກສອກຫຼີກກ່າວວ່າ ຜົລກະທົບເກີດຈາກ ການຂາດສານອາຫານ ທີ່ພົບເຫັນຫຼາຍທີ່ສຸດຄື ເດັກນ້ອຍຕໍ່າກວ່າ 5 ປີ ລົງມາ ໃນເຂດບ້ານຫ່າງໄກສອກຫຼີກ ແລະເຂົ້າເຖິງຍາກ ໂດຍເດັກນ້ອຍເລົ່ານັ້ນ ຈະມີສະພາບຈໍ່າເຕັ້ຍ, ນໍ້າໜັກເບົາ, ຮ່າງກາຍບໍ່ສົມສ່ວນ ເນື່ອງຈາກຄອບຄົວທຸກຍາກ, ພໍ່-ແມ່ ກໍບໍ່ມີຄວາມຮູ້ ເຣື່ອງໂພສນາການ ແລະທີ່ສຳຄັນໜ່ວຍງານຂອງຣັຖ ກໍບໍ່ໄດ້ມີງົບປະມານ ລົງໄປຊຸກຍູ້ສົ່ງເສີມເທົ່າທີ່ຄວນ.

ຂາດຫຼາຍຢູ່ ເປັນຕົ້ນແມ່ນປະເພດເຕັ້ຍ ເພາະວ່າງົບປະມານເຮົາ ກໍບໍ່ມີຫັ້ນນ່າ ງົບປະມານລົງນີ້ມັນກໍບໍ່ຢາກພໍເນາະ ເພາະວ່າມັນເປັນບ້ານທີ່ວ່າໄປຍາກ ແລະກໍເຂດຫ່າງໄກຫັ້ນນ່າ ບາງເຂດເຮົາກໍລົງໄປສັ່ງນໍ້າໜັກ ທັງສັກຢາແລ້ວກວດ ທັງຝາກທ້ອງ ແລະວາງແຜນຄອບຄົວໃຫ້ພ້ອມ.

ເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງຫົວພັນໄດ້ກ່າວໃນມື້ດຽວກັນວ່າ ສະພາບການຂາດສານອາຫານ ຈະພົບເຫັນໄດ້ໝົດທຸກເມືອງ ປະມານ 5-10% ຂອງປະຊາກອນ ແຕ່ລະເມືອງ, ແຕ່ສ່ວນຫຼາຍຈະເປັນກຸ່ມຊົນເຜົ່ ທີ່ຄອບຄົວທຸກຍາກ ບໍ່ມີທີ່ດິນ ກະສິກັມ ແລະອາຊີບບໍ່ໝັ້ນຄົງ.

ສ່ວນຫຼາຍກໍແມ່ນກຸ່ມເຂດນອກຫັ້ນແຫຼະເນາະ ກໍຖືວ່າຍັງຂາດຫຼາຍເກືອບວ່າ ຢາກກວມເອົາໝົດທຸກເມືອງຫັ້ນນ່າ, ອັນນີ້ມັນກໍຂື້ນກັບງົບແດ່ ມັນກໍຈະເວົ້າເຖິງ ກ່ຽວກັບເຣື່ອງການປູກສວນຄົວ ບໍ່ເຣື່ອງກະສິກັມເນາະ ເຣື່ອງໄປໂພສການ ເຣື່ອງອາຫານເສິມ.

ເຈົ້າໜ້າທີ່ ປະສານງານອົງການອາຫານໂລກ ເມືອງໃໝ່ ແຂວງຜົງສາລີ ໄດ້ກ່າວວວ່າ ມີບ້ານທຸກຍາກຈຳນວນຫຼາຍ ທີ່ອາສັຍຢູ່ຕາມເຂດພູດອຍ ແລະຕາມຊາຍແດນ ລາວ-ວຽດນາມ ທີ່ບໍ່ສາມາດເຂົ້າເຖິງການພັທນາ ຈາກໂຄງການໃດໆ ເຮັດໃຫ້ການເກັບກຳຂໍ້ມູນ ເຣື່ອງການຂາດສານອາຫານ ແລະການເຂົ້າໄປຊ່ອຍເຫຼືອ ເປັນໄປຢ່າງລຳບາກ.

ອີງຕາມສະພາບການເປັນຢູ່ ຂອງຊາວບ້ານໃນພື້ນທີ່ດັ່ງກ່າວ ກໍຄາດວ່າຈະມີເດັກນ້ອຍ ແລະແມ່ຍິງຈຳນວນຫຼາຍ ຕ້ອງປະເຊີນກັບ ສະພາບການຂາດສານອາຫານ ຢ່າງໜັກໃນປັຈຈຸບັນ.

ເຣື່ອງການຂາດສາອາຫານນີ້ ກໍ 83 ບ້ານວ່າຊັ້ນ ຕໍ່ໄປຕອນນີ້ເຂົາເຈົ້າກຳລັງຄົ້ນຄວ້າ ເຣືອງການຄໍ້າປະກັນອາຫານ ເຮົານ່າຊຸກຍູ້ໃຫ້ເຂົາເຈົ້າຈັດຕັ້ງ ປະຕິບັດໃຫ້ເຂົາເຈົ້າ ເບິ້ງແຍງໂຕເອັງໄດ້ຫັ້ນນ່າ ແຕ່ວ່າຕອນນີ້ຍັງມອບບໍ່ໄດ້ເທື່ອ ເພາະຕິດໂຄວິດນີ້ແຫຼະ ກອງປະຊຸມເພິ່ນກໍບໍ່ເປີດເທື່ອ.

ເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງຊຽງຂວາງເຫັນວ່າ ແຕ່ລະເມືອງຄາດຄະເນວ່າ ຈະມີເດັກນ້ອຍອາຍຸຕໍ່າກວ່າ 5 ປີລົງມາ ແລະແມ່ຍິງຊົນເຜົ່າ ປະເຊີນກັບສະພາບຂາດສານອາຫານ ເປັນຈຳນວນຫຼາຍໂດຍໃນໄລຍະຜ່ານມາ ກໍມີຫຼາຍອົງການຈັດຕັ້ງສາກົລ ຕ້ອງການທີ່ຈະຊອ່ຍເຫຼືອ ດ້ານໂພສນາການສຳລັບເດັກນ້ອຍ ແລະແມ່ຍິງຊົນເຜົ່າ ແຕ່ກໍມີຄວາມຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະເຣື່ອງເສັ້ນທາງທີ່ຈະໄປຫາ ບ້ານເປົ້າໝາຍ ເຮັດໃຫ້ໂຄງການຊ່ອຍເຫຼືອຕ່າງໆ ບໍ່ສາມາດສືບຕໍ່ໄດ້. ການຕິດຕໍ່ສື່ສານລຳບາກຊາວບ້ານບໍ່ມີ ເຄື່ອງຕິດຕໍ່ສື່ສານ.

ເກືອບທີ່ໂຈກແຫຼະໃນ 18 ແຂວງເຮົາແລ້ວ ເປັນຮອງຈາກຜົງສາລີແລ້ວບາດນີ້ ມາເບິ່ງສະພາບຂອງຊຽງຂວາງພວກເຮົາ ເພາະສ່ວນຫຼາຍຈະເປັນຄືຮູ້ແຫຼະ ເປັນພູເຂົາ ຄົນຊົນເຜົ່າແລ້ວກໍມີຫຼາຍອົງປະກອບ ຫຼາຍປັດຈັຍ.

ຕລອດເວລາ 40 ປີມານີ້ ອົງການຮ່ວມມືກັບປະເທດລາວ (ລາວ-ຝຣັງ) ໄດ້ເຮັດວຽກຢ່າງຍາວນານ ໃນຫຼາຍຊຸມຊົນ. ມາຮອດປັດຈຸບັນ ກໍໄດ້ໃຫ້ການສນັບສນູນ ຊາວກະສິກອນຂນາດນ້ອຍຫຼາຍກວ່າ 15,000 ຄອບຄົວຢູ່ທາງພາກເໜືອຂອງລາວ.

ອົງການຮ່ວມມືກັບປະເທດລາວ ຍັງໄດ້ສເນີໃຫ້ຣັຖບານລາວ ມີການເພີ່ມການຄໍ້າປະກັນ ການຄອບຄອງທີ່ດິນຕາມ ນະໂຍບາຍຂອງຣັຖບານໂດຍການສົ່ງເສີມ ການຂື້ນທະບຽນທີ່ດິນ ແບບເປັນທາງການພ້ອມດຽວກັນກໍ ຮັບຮູ້ຣະບົບການຄອບຄອງທີ່ດິນ ແບບບໍ່ເປັນທາງການ ຫຼືການຄອບຄອງທີ່ດິນ ຕາມປະເພນີ ເພື່ອສ້າງຄວາມໝັ້ນຄົງ ໃນການຄອບຄອງທີ່ດິນ ແລະການຄໍ້າປະກັນດ້ານສະບຽງອາຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ